ທ່ານ ບາຣັກ ໂອບາມາ ຢ້ຽມຢາມເອເຊັຍ

ໃນຖານະ ປະທານາທິບໍດີ ສະຫະຣັດອະເມຣິກາ ທ່ານ ບາຣັກ ໂອບາມາ ໄດ້ອອກ ເດີນທາງໄປຢ້ຽມຢາມ ເອເຊັຍ ເປັນຄັ້ງທຳອິດ ໃນວັນພະຫັດນີ້. ທ່ານຈະໄປຢ້ຽມຢາມ ຍີ່ປຸ່ນ ເປັນປະເທດທຳອິດ ແລະຕໍ່ໄປກໍຈະແມ່ນ ປະເທດສິງກະໂປ ຈີນ ແລະ ເກົາຫລີໄຕ້. ການຢ້ຽມຢາມ ປະເທດຕ່າງໆທັງໝົດນັ້ນ ຈະໃຊ້ເວລາ ນຶ່ງອາທິດ.
ຈຳປາທອງ
2009.11.13

ທ່ານ ບາຣັກ ໂອບາມາ ໃຊ້ນຶ່ງອາທິດ ທີ່ສຳຄັນຍິ່ງນັ້ນ ໄປເອເຊັຍ ແທນທີ່ຈະຕິດຕາມ ເບິ່ງຄວາມຄືບໜ້າ ຂອງຮ່າງກົດໝາຍ ວ່າດ້ວຍການປະກັນໄພ ສຸຂພາບ ຊຶ່ງເປັນບັນຫາ ພາຍໃນປະເທດ ໃນປັດຈຸບັນ, ແຕ່ກໍຕ້ອງໄດ້ໄປ ເພື່ອຈະເຮັດໃຫ້ ຊື່ສຽງອິດທິພົນ ຂອງ ອາເມຣິກາ ຢູ່ໃນຂົງເຂດນັ້ນ ກັບຄືນມາ.

ໃນເລີ່ມຕົ້ນ ທ່ານ ຈະໄປຍີ່ປຸ່ນ ເພື່ອພົບປະປຶກສາຫາລື ກັບທ່ານ Yukio Hatoyama ນາຍົກຣັຖມົນຕຣີ ຄົນໃໝ່ໃນວັນສຸກ. ຕໍ່ໄປ ກໍຈະເດີນທາງ ໄປເຂົ້າຮ່ວມ ກອງປະຊຸມສຸດຍອດຂອງ APEC ຫລືອົງການຮ່ວມມື ທາງດ້ານເສຖກິດ ເອເຊັຍ-ປາຊີຟິກ ຊຶ່ງຈະຈັດຂື້ນຢູ່ ສິງກະໂປ ແລະ ເປັນຄັ້ງທຳອິດທີ່ ປະທານາທິບໍດີ ສະຫະຣັດອະເມຣິກາ ຈະເຂົ້າຮ່ວມ ກອງປະຊຸມສຸດຍອດ ກັບຜູ້ນຳ10ປະເທດ ASEAN ຮວມທັງ ພະມ້າ ທີ່ຜູ້ນຳສະຫະຣັດ ອາຈມີໂອກາດພົບ, ແຕ່ ມາດາມ Hillary Clinton ຣັຖມົນຕຣີກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ:

"ມັນບໍ່ແມ່ນການ ພົບປະກັບຜູ້ນຳພະມ້າ ແຕ່ມັນແມ່ນໂອກາດ ອັນດີທີ່ສຸດ ສຳລັບບັນດາຜູ້ນຳ ສະຫະຣັດຮວມທັງ ຂ້າພະເຈົ້າເອງ ແລະ ຮວມທັງ ປະທານາທິບໍດີ ສະຫະຣັດ ທີ່ຈະພົບກັບ ຜູ້ນຳພະມ້າ."

ຫລັງຈາກເຂົ້າຮ່ວມ ກອງປະຊຸມສຸດຍອດ ນັ້ນແລ້ວ ທ່ານ ບາຣັກ ໂອບາມາ ຈະໄປຢ້ຽມຢາມ ນະຄອນຊຽງຮາຍ ແລະໄປຕໍ່ທີ່ກຸງ ປັກກິ່ງປະເທດຈີນ ຈະເຂົ້າຮ່ວມ ງານລ້ຽງອາຫານຄ່ຳ ເພື່ອຕ້ອນຮັບຢ່າງ ເປັນທາງການ ແລະ ຈະໄດ້ພົບປະກັບ ທ່ານ Hu Jintao ປະທານປະເທດຈີນ.

ເມື່ອຢ້ຽມຢາມ ຈີນ ແລ້ວ ທ່ານ ບາຣັກ ໂອບາມາ ກໍຈະໄປຢ້ຽມຢາມ ເກົາຫລີໃຕ້ ໃນວັນທີ 18 ພຶສຈິກາ 2009 ເພື່ອຫາລືກັບ ທ່ານ Lee Myung-Bak ປະທານາທິບໍດີ ເກົາຫລີໃຕ້ ກ່ຽວກັບບັນຫາ ເກົາຫລີເໜືອ, ການປ່ຽນແປງຂອງ ດິນຟ້າອາກາດ ແລະການຄ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.