ທະນາຍຄວາມວ່າ ຍານາງ ອອງ ຊານ ຊູ ຈິ ຈະຖືກປ່ອຍໂຕ

ບັນດາ ທະນາຍຄວາມ ຂອງຍານາງ ອັອງ ຊານ ຊູ ຈິ ມີຄວາມຫວັງວ່າ ຍານາງ ຈະຖືກປ່ອຍໂຕ ໂດຍບໍ່ມີເງື່ອນໄຂ ໃດໆ
ຈະເຣີນສຸກ
2009.08.03

ທະນາຍຄວາມ ຂອງຍານາງ ອັອງ ຊານ ຊູ ຈິ, ຜູ້ນໍາພັກ ຝ່າຍຄ້ານ, ກ່າວໃນວັນອາທິດ ນີ້ວ່າ ພວກຂະເຈົ້າ ຍັງມີຄວາມຫວັງ ວ່າ ຍານາງ ຈະຖືກປ່ອຍໂຕ ຢ່າງບໍ່ມີເງື່ອນໄຂ, ເຖິງແມ່ນວ່າ ມີການຢ້ານກົວ ວ່າ ຍານາງ ຈະຖືກຕັດສິນ ວ່າ ກະທໍາຄວາມຜິດ ໃນການດໍາເນີນຄະດີ.

ຍານາງ ອັອງ ຊານ ຊູ ຈິ, ອາດຖືກຕັດສິນຈໍາຄຸກ ເປັນເວລາ 5 ປີ ຖ້າຫາກວ່າ ຖືກຕັດສິນ ວ່າ ຍານາງລະເມີດ ຣະບຽບ ໃນການກັກຂັງ ບໍຣິເວນ ພາຍຫລັງ ທີ່ເກີດເຫດການ ຊາວອະເມຣິກັນ ລອຍນໍ້າ ຜ່ານໜ່ວຍຮັກສາຄວາມປອດພັຍ ຢ່າງໜາແໜ້ນ ເຂົ້າໄປ ຫາ ທີ່ພັກຂອງຍານາງ.

ຄໍາຕັດສິນ ທີ່ກໍານົດມີຂຶ້ນ ໃນມື້ວັນສຸກ ຜ່ານມາ ໄດ້ຖືກເລື່ອນເວລາ ອອກໄປອີກ ຈົນຮອດວັນທີ 11 ເດືອນສິງຫາ, ໂດຍໃຫ້ເຫດຜົນວ່າ ຄະນະລູກຂຸນ ຕ້ອງການເວລາ ຕື່ມອີກ ໃນການທົບທວນ ຄະດີດັ່ງກ່າວ.

ທ່ານ ນຽນ ວິນ, ນຶ່ງໃນຈໍານວນ ທະນາຍຄວາມ ຂອງຍານາງ ອັອງ ຊານ ຊູ ຈິ, ພ້ອມທັງ ເປັນໂຄສົກ ຂອງພັກ ເວົ້າວ່າ ພວກທ່ານຫວັງວ່າ ຍານາງ ຈະຖືກປ່ອຍ ໂຕ ໂດຍບໍ່ມີເງື່ອນໄຂ. ພວກທ່ານ ບໍ່ມີຫຍັງຫລາຍ ທີ່ຈະຕ້ອງເຮັດ, ພຽງແຕ່ ລໍຖ້າ ວັນທີ ການດໍາເນີນຄະດີ ຄັ້ງຕໍ່ໄປ. ແລະ ໃນວັນທີ 3 ພວກທ່ານ ຈະຍື່ນ ເອກະສານ ໃຫ້ ເຈົ້າໜ້າທີ່ ເພື່ອຂໍພົບ ຍານາງ ອັອງ ຊານ ຊູ ຈິ ແລະ ພວກທ່ານ ຫວັງວ່າ ຈະພົບໄດ້ ຍານາງ ໃນວັນພຸດ ຫລື ວັນພະຫັດ.

ທ່ານ ກ່າວຕື່ມວ່າ ຍານາງ ອັອງ ຊານ ຊູ ຈິ, ທີ່ກໍາລັງ ຖືກກັກຂັງ ຢູ່ຄຸກ ອີນເຊນ ໃນນະຄອນ ຢາງກຸ້ງ, ໄດ້ແນະນໍາ ຄະນະທະນາຍຄວາມ ໃຫ້ໄປພົບ ຍານາງ ກ່ອນວັນທີ 11 ເດືອນສິງຫາ.

ເຖິງຢ່າງໃດ ກໍຕາມ, ການເລື່ອນ ຄໍາຕັດສິນ ສະແດງເຖິງ ຄວາມບໍ່ແນ່ນອນ ກ່ຽວກັບແຜນການ ຂອງຣັຖບານທະຫານພະມ້າ ຕໍ່ຫົວໜ້າ ພັກຝ່າຍຄ້ານ, ຊຶ່ງເປັນສັນຍານ ວ່າ ການຕັດສິນ ນັ້ນ ມີບັນຫາ ທາງກົດໝາຍ ຢ່າງຮ້າຍແຮງ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.