ນິວເຄລັຽ ເກົາຫລີເໜືອ ຖືກປະນາມ

ອົງການ ສິ້ງຊອມເບິ່ງ ຣະເບີດນິວເຄລັຽ ປະນາມການ ທົດລອງອາວຸດ ນິວເຄລັຽ ຂອງເກົາຫລີເໜືອ.
ອາວະຣີ
2009.06.18
F-NKOREA ແຜນທີ່ຂອງຫົກປະເທດ ທີ່ກ່ຽວຂ້ອງກັບການ ເຈຣະຈາເລື້ອງ ພະລັງຫລືອາວຸດນີວເຄລັຽ ຂອງເກົາຫລີເໜືອ
Photo: AFP

ເກົາຫລີເໜືອຍິງ ທົດລອງຈະຣວດ ທີ່ສາມາດ ຕິດຫົວນິວເຄລັຽ ເມື່ອທ້າຍເດືອນ ພຶສພາ ທີ່ຜ່ານມາ. ອົງການພະລັງງານ ປະຣະມະນູ ສາກົນ ຊຶ່ງເປັນອົງການ ສິ້ງຊອມ ເບິ່ງການໃຊ້ແລະ ການຜລິດອາວຸດ ນິວເຄລັຽຂອງ ສະຫະປະຊາຊາດ ທີ່ມີສະມາຊິກ 35ປະເທດ ໄດ້ປະຊຸມກັນ ເມື່ອວັນພຸດ ວັນທີ່17 ມິຖຸນາ ນີ້ທີ່ນະຄອນ ຫລວງ Vienna ປະເທດອອສເຕຣັຍ ແລະກອງປະຊຸມ ໄດ້ຕົກລົງ ປະນາມການ ທົດລອງອາວຸດຂອງ ເກົາຫລີເໜືອ ຢ່າງແຮງ.

ທ່ານ Mohamed ElBaradei ຜູ້ອຳນວຍການ ອົງການ ພະລັງງານ ປະຣະມະນູ ດັ່ງກ່າວຖແລງວ່າ ການທົດລອງ ອາວຸດຂອງ ເກົາຫລີເໜືອ ເປັນການກະທຳ ທີ່ຜິດພາດ ແລະຈະພາໃຫ້ ເກີດການປະເຊີນ ໜ້າກັນຢູ່ໃນ ຂົງເຂດ.

ທ່ານ Geoffrey Pyatt ຮອງຫົວໜ້າ ຄນະຜູ້ຕາງໜ້າ ສະຫະຣັຖກ່າວວ່າ ການຍິງທົດລອງ ຈະຣວດຂອງ ເກົາຫລີເໜືອ ເປັນການທ້າທາຍ ທີ່ຮ້າຍແຮງ ສະຫະຣັຖ ຈະບໍ່ຍອມໃຫ້ ເກົາຫລີເໜືອມີ ອາວຸດນິວເຄລັຍ ທາງທີ່ດີແລ້ວ ເກົາຫລີເໜືອຕ້ອງ ກັບຄືນເຂົ້າຮ່ວມ ກອງປະຊຸມ ເຈຣະຈາ ຫົກຝ່າຍຢ່າງ ບໍ່ມີເງື່ອນໄຂ ແລະຕ້ອງ ປະຕິບັດຕາມ ຄຳໝັ້ນສັນຍາ ທີ່ເກົາຫລີເໜືອ ໄດ້ໃຫ້ໄວ້ກັບ ປະຊາຄົມໂລກ.

ຜູ້ຕາງໜ້າຂອງ ສະຫະພາບຢູໂຣບ ຊີ້ແຈງວ່າ ການທົດລອງ ອາວຸດຂອງ ເກົາຫລີເໜືອ ຈະທຳລາຍ ສັນຕິພາບແລະ ຄວາມໝັ້ນຄົງ ໃນແຫລມເກົາຫລີ. ຜູ້ຕາງໜ້າ ຣັດເຊັຍເວົ້າວ່າ ການລົງໂທດຕໍ່ ເກົາຫລີເໜືອ ຂອງສະພາຄວາມ ໝັ້ນຄົງ ສະຫະປະຊາຊາດ ເປັນການລົງໂທດ ທີ່ຖືກຕ້ອງແລະ ເປັນທັມ.

ແຕ່ຫົວໜ້າຄນະ ຜູ້ຕາງໜ້າຈີນ ຖແລງວ່າ ປະຊາຄົມໂລກ ຄວນເຄົາຣົບນັບຖື ອະທິປະໄຕຂອງ ເກົາຫລີເໜືອ ປະເທດອື່ນໆ ບໍ່ຄວນຕອບໂຕ້ ເກົາຫລີເໜືອ ຮຸນແຮງ ເກີນໄປ ສ່ວນ ເກົາຫລີເໜືອ ເອງກໍຄວນກັບ ຄືນເຂົ້າຮ່ວມໂຕະ ເຈຣະຈາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.