ໂສກນາຕກັມ ຈາກພະຍຸ ໄຊຄລອນ ສແດງເຖິງ ຄວາມບົກຜ່ອງ ຂອງຣັຖບານ ທະຫານພະມ້າ
ຄວາມເສັຽຫາຍ ແລະ ການຕາຍ ຢ່າງມະຫາສານ ຂອງປະຊາຊົນ ຊາວພະມ້າ ຈາກເຫດລົມພະຍຸ cyclone ໃນອາທິດນີ້ ອາດເປັນການສ່ຽງ ຕໍ່ຄວາມຫລົ້ມແຫລວ ທາງດ້ານ ການເມືອງ ແລະ ການປົກຄອງ ຂອງກຸ່ມຜູ້ນຳຜເດັດການ ທະຫານພະມ້າ ໃນອານາຄົດ.
-
ຊິດນີ ຣາຍງານ
2008-05-08 -
-
-
ຄວາມເສັຽຫາຍ ແລະ ການຕາຍ ຢ່າງມະຫາສານ ຂອງປະຊາຊົນ ຊາວພະມ້າ ຈາກເຫດລົມພະຍຸ cyclone ໃນອາທິດນີ້ ອາດເປັນການສ່ຽງ ຕໍ່ຄວາມຫລົ້ມແຫລວ ທາງດ້ານ ການເມືອງ ແລະ ການປົກຄອງ ຂອງກຸ່ມຜູ້ນຳຜເດັດການ ທະຫານພະມ້າ ໃນອານາຄົດ.
ນັກວິຊາການ ບັນຫາພະມ້າ ທ່ານນຶ່ງ ວິເຄາະ ວ່າ ສະພາບຄວາມເຊື່ອມເສັຽ ແລະ ການຕາຍຂອງປະຊາຊົນ ຈະເປັນຈຸດຂະນວນ ແຮງກວ່າ ການປະທ້ວງ ໃນຣະຍະທີ່ຜ່ານມາ ແລະ ການລົງໂທດ ທາງດ້ານເສຖກິດ ຕໍ່ພະມ້າ ເພາະເປັນການສແດງອອກ ໃຫ້ເຫັນວ່າ ຣັຖບານທະຫານພະມ້າ ບໍ່ເອົາໃຈໃສ່ ທີ່ຈະປົກປ້ອງ ຊີວີດປະຊາຊົນ ກ່ອນເກີດເຫດ ແລະ ຄວາມເຊື່ອຖື ຂອງປະຊາຊົນ ທີ່ມີຕໍ່ ຣັຖບານ ກໍ່ຈະຫລຸດລົງ. ກະແສ ການຕໍ່ຕ້ານ ກໍອາດຈະເພີ້ມຂື້ນ.
ທ່ານກ່າວຕື່ມວ່າ ກົດເກນແຫ່ງທັມມະຊາດ ຈະບໍ່ສາມາດ ທັບມ້າງ ຣະບອບການປົກຄອງ ຂອງຣັຖບານໄດ້ ແຕ່ຢ່າງນ້ອຍ ກໍ່ເປັນການສແດງອອກ ເຖີງຄວາມບໍ່ເອົາໃຈໃສ່ ຕໍ່ຊີວິດປະຊາຊົນ ຂອງຣັຖບານ ທະຫານພະມ້າ ທີ່ຈະເຮັດໃຫ້ ປະຊາຊົນເບື່ອຫນ່າຍ ຣັຖບານຫລາຍຂຶ້ນ. ປະຊາຊົນ ໃນພະມ້າ ກ່ອນເຫດການ ກໍ່ມີຄວາມຄິດວ່າ ການໂຄ່ນລົ້ມ ຣັຖບານທະຫານພະມ້າ ອາດຈະມີຂື້ນ ບໍ່ມື້ໃດ ກໍ່ມື້ນື່ງ ຈື່ງອົດທົນຢູ່ຕໍ່ໄປ ເພື່ອລໍຖ້າ ມື້ນັ້ນ ແຕ່ເມື່ອມີເຫດການ ການຕາຍ ແລະ ການຝັງສົບກັນ ເປັນຈຳນວນກວ່າ 50 ພັນຄົນ ໃນເວລານີ້ ຄວາມຄິດດັ່ງກ່າວ ກໍ່ຍິ່ງເພີ້ມທະວີຄວາມຮຸ່ນແຮງຂື້ນ.
ຣັຖບານ ທະຫານພະມ້າ ເຄີຍໃຫ້ຄວາມຫວັງຕົນເອງ ວ່າ ການລົງປະຊາມະຕິ ຈະເປັນສິ່ງນຳພາໃຫ້ປະເທດພະມ້າ ມີຄວາມທຸ່ນທ່ຽງ ດ້ວຍການກຳອຳນາດ ຂອງກຸ່ມຜເດັດການ ເຖີງແມ່ນວ່າ ຈະເປັນການຫລອກລວງປະຊາຊົນ ແລະ ຊາວໂລກ ກໍ່ຕາມ ແຕ່ບໍ່ເປັນຈັ່ງບຸນ ເຫດການ ໃນອາທີດນີ້ ທີ່ສແດງອອກ ຢ່າງຈະແຈ້ງວ່າ ຣັຖບານ ທະຫານພະມ້າ ບໍ່ສົນໃຈ ທີ່ຈະປົກປ້ອງຊີວີດ ປະຊາຊົນ ທັ້ງໆ ທີ່ຣັຖບານ ທະຫານພະມ້າ ມີເວລາພຽງພໍ ທີ່ຈະໂຍກຍ້າຍ ປະຊາຊົນ ອອກຈາກເຂດອັນຕຣາຍ ກ່ອນລົມພະຍຸ ຈະມາເຖິງ ແຕ່ກໍ່ບໍ່ເຮັດ. ທ່ານກ່າວໃນທີ່ສຸດ.