ມື້ວັນພຸດທີ 3ມີຖຸນາ 2009ນີ້ ຈີນປິດກັ້ນຢ່າງ ເຂັ້ມງວດ ເນື້ອໃນຂ່າວສານ ກ່ຽວກັບການ ສລາຍການປະທ້ວງ ຢູ່ ຈັດຕຸຣັດ ທຽນອັນໝຽນ ເມື່ອປີ 1989 ໂດຍການ ຫ້າມການເຜີຍແຜ່ ຂ່າວທາງ ໂທຣະທັດ ຂອງຜູ້ສື່ຂ່າວ ຕ່າງປະເທດ ກ່ຽວກັບ ມື້ຄົບຮອບ 20ປີ ຂອງເຫດການ ທີ່ເກີດຂື້ນ ພ້ອມກັນນີ້ຍັງ ຈຳກັດການອອກ ຂ່າວຄາວ ທາງ ເວບໄຊ້ອີກ.
ລາຍງານຂ່າວ ກ່ຽວກັບການໃຊ້ ກຳລັງສລາຍ ຢ່າງນອງເລືອດ ໃນວັນທີ 3ຫາ4 ມີຖຸນາ ປີ1989 ໄດ້ຖືກຕັດອອກ ຢ່າງກະທັນຫັນ ໂດຍທີ່ຈະເຫັນ ໜ້າຈໍ ໂທຣະທັດ ລາຍງານຂອງ BBC ແລະ CNN ຈາກຈີນ ກາຍເປັນສີດຳ ຊຶ່ງເປັນແບບນີ້ ມາໄດ້ເກືອບ ອາທິດນຶ່ງແລ້ວ.
ເຖິງຢ່າງໃດ ກໍຕາມ ແຫລ່ງຂ່າວສາກົນ ຍັງສາມາດ ສັມພາດຜູ້ໄດ້ ຮັບເຄາະຮ້າຍ ຈາກເຫດການ ມື້ນັ້ນ ຊຶ່ງນາຍ ເຊັນ ລອງເດ ຜູ້ທີ່ເສັຍອົງຄະ ຈາກເຫດການ ໄດ້ໃຫ້ ສັມພາດ ພໍສລຸບໄດ້ວ່າ:
"ບັນດາພວກ ຕໍ່ຕ້ານເຫດການ ປີ1989 ໄດ້ຮັບຄວາມ ທໍຣະມານ ແລະ ຖືກກັ່ນແກ້ງ ເກືອບຈະທົນ ບໍ່ໄດ້."
ພວກເຮົາຢາກ ຂໍຮ້ອງໃຫ້ ເຈົ້າໜ້າທີ່ ທາງການແບ່ງແຍກ ປະເດັນທາງ ການເມືອງ ອອກຈາກປະເດັນ ທາງເສຖກິດ ແລະໃຫ້ຄິດເຫັນ ພື້ນຖານສິດທິ ຂອງພວກເຮົາແດ່.
ໃນ 20ປີ ຜ່ານມານີ້ ພວກເຮົາໄດ້ ຖືກປະປ່ອຍ ໃຫ້ຢູ່ຕາມ ຍັດຖາກັມ ຣັຖບານກາງ ໃນປັດຈຸບັນ ນີ້ເວົ້າເຖິງວ່າ ຄົນຈີນທຸກຄົນ ມີອາຫານການກິນ ມີທີ່ ພັກອາສັຍ ມີປະກັນພັຍ ແຕ່ພວກເຣົາ ບັນດາພວກ ຕໍ່ຕ້ານເຫດການ ຈະຕຸຣັດ ທຽນອັນໝຽນ ບໍ່ມີຫຍັງເລີຍ.
ສູນກາງຂ່າວ AFP ໄດ້ພະຍາຍາມ ທີ່ຈະເຂົ້າ ໄປຫາແຫລ່ງ ຂໍ້ມູນທາງ ເວບໄຊຕ່າງໆ ແຕ່ໄດ້ຮັບ ຄຳຕອບວ່າ ໜ້າຂ່າວນີ້ມີ ບັນຫາບໍ່ ສາມາດເບີດເບິ່ງ ຂໍ້ມູນໄດ້.
ຕໍ່ເຫດການ ການກີດກັ້ນ ຂ່າວນີ້ ກຸ່ມຜູ້ສື່ຂ່າວ ໄຮ້ພົມແດນ ໄດ້ອອກຖແລງ ການປະນາມ ການກະທຳ ດັ່ງກ່າວ ຢ່າງຮຸນແຮງ.