ຈີນ ປະຕິເສດ ຄໍາສເນີ ຢ້ຽມຢາມ ຕີເບດ ຂອງເຈົ້າໜ້າທີ່ ສະຫະປະຊາຊາດ

ຈີນ ປະຕິເສດ ຄໍາຂໍຮ້ອງ ຂອງຍານາງ Louise Arbour, ຫົວໜ້າ ດ້ານສິດທິມະນຸດ ສະຫະປະຊາຊາດ, ເພື່ອໄປຢ້ຽມຢາມ ຕີເບດ ກ່ຽວກັບບັນຫາການລຸກຮື້ຂຶ້ນ ປະທ້ວງ ຂອງຊາວ ຕີເບດ ແລະ ການປາບປາມ ຂອງພວກທະຫານຈີນ, ອີງຕາມຄໍາເວົ້າ ຂອງໂຄສົກ ຂອງຍານາງ ໃນມື້ວັນພະຫັດນີ້.
ຈະເຣີນສຸກ ຣາຍງານ
2008.04.12

ທ່ານ Rupert Colville, ໂຄສົກ ຂອງຍານາງ Arbour ກ່າວຕໍ່ ສໍານັກງານຂ່າວ ເອແອັຟພີ ທີ່ນະຄອນ ເຈັນເນວາ ວ່າ: ຍານາງ ອາຣເບີ ໄດ້ຂໍຮ້ອງ ເມື່ອວັນທີ 27 ມີນາ, ແຕ່ທາງການຈີນ ໄດ້ໃຫ້ຄໍາຕອບ ໃນອາທິດນີ້ ວ່າ ການຢ້ຽມຢາມນັ້ນ ບໍ່ສາມາດ ເປັນໄປໄດ້ ໃນເວລານີ້.

ທ່ານ ກ່າວວ່າ ທາງການຈີນ ບໍ່ໄດ້ກີດກັ້ນ ການຢ້ຽມຢາມ ທີ່ເປັນໄປໄດ້ ໃນຄັ້ງຕໍ່ໄປ. ຜ່ານມາ, ຍານາງ ອາຣເບີ ໄດ້ຂໍຮ້ອງ ໃຫ້ປັກກິ່ງ ອະນຸຍາດ ໃຫ້ບັນດາ ຜູ້ເດີນຂະບວນ ປະທ້ວງ ໃຊ້ສິດ ຂອງຕົນ ໃນການສະແດງອອກ ຮວມທັງ ຄວາມຄິດເຫັນ ແລະ ການໂຮມຊຸມນຸມ ຢ່າງມີອິສຣະ, ແລະ ລະເວັ້ນ ການໃຊ້ກໍາລັງ ທຸກຢ່າງ, ພາຍຫລັງ ຄວາມຮຸນແຮງ ໄດ້ເກີດຂຶ້ນ ຢູ່ນະຄອນ ຣັດຊາ ເມື່ອກາງເດືອນ ມີນາ ຜ່ານມາ.

ຍານາງ ອາຣເບີດ ຈະລາອອກ ຈາກຕໍາແໜ່ງ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານສິດທິມະນຸດ ໃນເດືອນມິຖຸນາ ນີ້, ພາຍຫລັງ ທີ່ຍານາງ ໄດ້ຮັບໜ້າທີ່ ມາເປັນເວລາ 4 ປີ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.