ຊາວວີກເກີ ແລະ ຊາວຮັ໋ນ ປະທະກັນ

ເຫດການ ຈະລາຈົນ ຣະຫວ່າງ ຊາວຮັ໋ນຈີນ ແລະ ຊາວມຸສລິມ ວິກເກີ ໃນເຂດຊິນຈຽງ ເຣີ່ມແຕ່ວັນອາທິດມາ ມີຜູ້ເສັຍຊີວິດແລ້ວ 156, ບາດເຈັບ 800 ກ່ວາຄົນ, ແລະ ຖືກຈັບ 1400 ກ່ວາຄົນ.
ມະນີຈັນ ຣາຍງານ
2009.07.07
FT-uyghurs rebiya ຍານາງ ເຣບີຢາ ກາເດັຍ ກ່າວທີ່ ສະໂມສອນ ນັກຂ່າວ ທີ່ກຸງວໍຊິງຕັນ ດີ ຊີ
RFA

ເຫດການ ຈະລາຈົນ ທາງ​ພາກ​ຕາ​ເວັນ​ຕົກ ຂອງ​ຈີນ ມາ​ຮອດ​ວັນ​ອັງຄານ ນີ້,​ ມີ​ຜູ້​ເສັຍ​ຊີວິດ​ແລ້ວ ຢ່າງ​ໜ້ອຍ 156 ຄົນ, ບາດ​ເຈັບ ອີກ 828 ຄົນ ​ແລະ ​ຖືກ​ຈັບ 1434 ຄົນ, ຊຶ່ງ​ຖື​ວ່າ ​ເປັນ​ເຫດການ ທີ່​ຮ້າຍ​ແຮງ​ທີ່​ສຸດ ​ໃນ​ຮອບ​ຫລາຍ​ທົສວັດ ຜ່ານ​ມາ ຢູ່​ເຂດ​ຊິນ​ຈຽງ ​ແລະ ກໍ​ຄາດ​ວ່າ ຈໍານວນ ຜູ້​ເສັຍ​ຊີວິດ ຈະ​ມີ​ຫລາຍ​ເພີ້​ມຂຶ້ນ, ຕາມຣາຍງານຂ່າວ ຈາກ​ເມືອງ ອູ​ຣໍາກິ.

ຜູ້​ເຫັນ​ເຫດການ ຣາຍງານວ່າ ​ເຈົ້າ​ໜ້າ​ທີ່ ຕໍາ​ຣວດ ປິດ​ຖນົນ ​ໃນ​ທົ່ວ​​ໂຕ​ເມືອງ​ນະຄອນຫລວງ ອູ​ຣໍາກິ ພາຍຫລັງ ຄວາມ​ບາດໝາງ ຣະຫວ່າງ ຊົນ​ເຜົ່າ​ວີກ​ເກີ ມຸສລິ​ມ ​ແລະ ຊົນ​ເຜົ່າ​ຮັ໋ນ ຂອງ​ຈີນ ທະວີ​ຄວາມ​ຮຸ່ນ​ແຮງ​ຂຶ້ນ ​ຂະນະ​ທີ່​ມີ​ການ​ປະ​ທ້ວງ ​ໃນ​ຂະນະ​ທີ່ນ້ອຍ​ກ່ວາ ຢູ່ ກາສກາ ​ໂຕ​ເມືອງ​ໃຫຍ່ ອັນ​ດັບ​ສອງ ຂອງ​ຊິນ​ຈຽງ.

​ເຫດການ ຈະ​ລາຈົນ ດັ່ງກ່າວ ​​ເປັນ​ບັນຫາ ທີ່​ສ້າງ​ຄວາມ​ກັງວົນ ​ໃຫ້​ທາງ​ການ​ຈີນ, ຊຶ່ງ​ການ​ຂຍາຍ​ໂຕ ຢ່າງ​ໄວວາ​ ຂອງ​​ຈີນ ບໍ່​ສາມາດ ກໍາຈັດ​ໄປ​ໄດ້ ​ແລະ ກະທັ້ງ ​ເປັນບັນຫາ ທີ່​ຫລໍ່​ແຫລມ ສໍາ​ລັບ ຊົນ​ເຜົ່າ​ມຕ່າງໆ ສ່ວນ​ນ້ອຍ ຂອງ​ຈີນ ທີ່​ເຫັນ​ວ່າ ພວກ​ຕົນ ກໍາລັງ​ຖືກ​ຄຸ​ກຄາມ ​ໃນ​ຖິ່ນ​ກໍາ​ເນີດ ຂອງ​ຕົນ​ເອງ ຂະນະ​ທີ່ ຊາວ​ຈີນ ​ໂຍກ​ຍ້າຍ ​ເຂົ້າ​ມາ​ຢູ່​ຫລາຍ​ຂຶ້ນ​ນັ້ນ.

ພວກ​ຕໍາຣວດ ​ໃນ​ເຄື່ອງ​ແບບ ຖື​ອາວຸດ​ໄມ້ຄ້ອນ ​ແລະ ​ເຄື່ອງ​ກໍາ​ບັງ ​ເຂົ້າ​ກວດກາ ​ໃນ​ເຂດ​ໂຕ​ເມືອງ​ໃຫຍ່ ຂອງ​ຊາວ​ວິກ​ເກີ ​ເມື່ອ​ວັນ​ຈັນ ຜ່ານ​ມາ. ​​ແຫ​ລ່ງຂ່າວ ຊິນ​ຮວາ ຂອງ​ທາງການຈີນ ອອກ​ຣາຍງານ ພຽງ​ປ​ໂຍກ​ດຽວ ​ໃນ​ເຊົ້າ​ວັນ​ອັງຄານ​ນີ້ ວ່າ ມີ​ຜູ້​ເສັຍ​ຊີວິດ 156 ຄົນ ​ໂດຍ​ບໍ່​ບອກ​ເລີຍ​ວ່າ ຜູ້​ເຄາະ​ຮ້າຍ ​ເປັນ​ຊາວ​ຮັ໋ນ ຫລື ຊາວ​ວິກ​ເກີ.

ຣັຖບານ​ຈີນ ກ່າວ​ຫາ​ວ່າ ຜູ້​ຢູ່​ເບື້ອງ​ຫລັງ ​ເຫດການ​ຈະລາຈົນ ​ແມ່ນ​ຊາວ​​ແມ່ຍິງ ຊາວວີກ​ເກີ ຄົນ​ນຶ່ງ ທີ່​ລີ້​ພັຍ ຢູ່​ສະຫະ​ຣັຖ ​ອາ​ເມ​ຣິກາ. ຊິນ​ຈຽງ ​ເປັນ​ເຂດ ທີ່​ອຸດົມສົມບູນ​ໄປ​ດ້ວຍ ຊັພຍາກ​ອນ ທັມມະ​ຊາດ,​ ​ແຮ່​ທາດ ​ແລະ ບໍ່​ນໍ້າມັນ. ມີ​ເຂດ​ແດນ. ມີ​ເຂດ​ແດນ ຕິດ​ກັບ ປະ​ເທດ​ເຂດ​ເຊັຍ​ກາງ. ຊາວ​ວີກ​ເກີ ຫລາຍ​ຄົນ ຢາກ​ໄດ້ ​ເອກຣາຊ ​ແລະ ຊາວ​ວີກ​ເກີ ຫົວ​ຮຸ່ນ​ແຮງ ຈໍານວນ​ນຶ່ງ ​ເຄື່ອນ​ໄຫວ ​ເພື່ອ​ແຍກ​ດິນ​ແດນ ​ໂດຍ​ໃຊ້ຄວາມ​ຮຸ່ນ​ແຮງ ບາງ​ຄັ້ງ​ຄາວ. ຊາວ​ວີກ​ເກີ ​ເປັນ​ຊຸມ​ຊົນ ສ່ວນ​ໃຫຍ່ ​ໃນ​ເຂດ​ຊິນ​ຈຽງ ຫາກ​ບໍ່​ແມ່ນ​ເມືອງ​ເອກ ອູ​ຣໍາກິ, ​ໂດຍ​ສ່ວນ​ໃຫຍ່ ​ໃນ​ທີ່​ນັ້ນ ​​ເປັນ​ຊາວ​ຮັ໋ນຈີນ ທີ່​ຍ້າຍ​ເຂົ້າ​ມາ​ຢູ່​ໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.