ການຫາລື ຣະຫວ່າງ ຕີເບດ ແລະ ຈີນ
2008.11.05
ຜູ້ນໍາພັດຖິ່ນ ຕີເບດ ຫລາຍຮ້ອຍຄົນ ຈະເຕົ້າໂຮມກັນ ຢູ່ທາງພາກເໜືອ ຂອງ ປະເທດ ອິນເດັຍ ໃນກາງເດືອນ ພຶດສະຈິກາ ອາດຈະ ປະກາດເອົາ ທ່າທີ ທີ່ ແຂງແຮງ ຕໍ່ຈີນ ແລະ ສ້າງການທ້າທາຍ ທາງການເມືອງ ຂອງຜູ້ນໍາ ດ້ານຈິດວິນຍານ ຂອງພວກຂະເຈົ້າ ອົງດາລັຍລາມະ.
ຜູ້ນໍາພັດຖິ່ນ ຮູ້ສຶກທໍ້ແທ້ໃຈ ແລະ ຜິດຫວັງ ຕໍ່ຄວາມຄືບໜ້າ ໃນການເຈຣະຈາກັບ ຈີນ. ຄວາມຂຸ້ນເຄືອງ ເພີ້ມທະວີຂື້ນ ຫລັງຈາກ ການທັບມ້າງ ທີ່ຮຸນແຮງ ຂອງທາງການຈີນ ຕໍ່ຊາວຕີເບດ ເມື່ອເດືອນ ມີນາຜ່ານມາ.
ອົງດາລັຍ ລາມະ ເປັນຜູ້ຮຽກຮ້ອງ ໃຫ້ເປີດກອງປະຊຸມ ຊຶ່ງຈະເປັນການຢັ່ງສຽງ ຂອງ ຜູ້ນໍາພັດຖິ່ນ ຊຶ່ງຫລາຍໆຄົນ ຕ້ອງການ ເອກກະຣາດໃຫ້ ຕີເບດ ແທນທີ່ ຈະເປັນການ ປົກຄອງ ແບບມີອິສຣະພາບ ຫລາຍຂື້ນ ພາຍໃຕ້ ການຄຸ້ມຄອງ ຂອງຈີນ ຊຶ່ງຈີນ ໄດ້ປົກຄອງ ມາຕັ້ງແຕ່ ປີ 1950.
ຜູ້ນໍາ ສາສນາ ພຸດ ອາຍຸ 73 ປີ ກ່າວ ເປັນປິດສະໜາ ວ່າ ທາງສາຍກາງ ທີ່ທ່ານ ແນະນໍາ ແລະ ຊອກຫາໃຫ້ ຕີເບດ ໄດ້ ລົ້ມແຫລວ ແລະ ມີການຄາດເດົາ ວ່າ ພະອົງ ຢາກຈະລາມື ຈາກການ ຜູ້ນໍາ ກໍາກັບວຽກ ບໍລິຫານ ການເມືອງ ມື້ຕໍ່ມື້ນີ້ແລ້ວ.
ໂຄສົກ ຂອງ ສະພາ ຜູນໍາຕີເບດ ພັດຖິ່ນ ທ່ານ Karma Chophel ກ່າວວ່າ ຫລາຍປີ ຜ່ານມາແລ້ວ ທີ່ ພະຍາຍາມ ເລືອກເສັ້ນທາງ ສາຍກາງ ແຕ່ ກໍບໍ່ເກີດຜົນ ສໍາເຣັດ. ພະອົງ ອາດຈະ ຫລຸດການເຮັດວຽກລົງ ເທື່ອລະໜ້ອຍ ຫລັງຈາກ ການເຈັບປ່ວຍ ເມື່ອເດືອນ ສິງຫາ ຜ່ານມາ ຈົນຕ້ອງໄດ້ຖືກສົ່ງໄປ ໂຮງພະຍາບານ.