ປະທານາທິບໍດີ ສະຫະຣັດ ເປັນຫ່ວງ ກ່ຽວກັບ ວິກິຈການ ໃນຕີເບດ
2008.03.27
ຖແລງການ ຂອງທໍານຽບຂາວ ເວົ້າວ່າ ທ່ານ ບຸດຈ ໄດ້ໂທຣະສັບ ຫາ ປະທານປະເທດຈີນ ແລະ ຢໍ້າເຖິງ ຄວາມຈໍາເປັນ ສໍາລັບ ການເຈຣະຈາ ຣະຫວ່າງ ກຸງປັກກິ່ງ ແລະ ອົງດາລາຍ ລາມະ.
ແລະ ວ່າ ທ່ານ ບຸດຈສ໌ ໄດ້ຍົກບັນຫາ ທີ່ທ່ານເປັນຫ່ວງ ກ່ຽວກັບສະຖານະການ ໃນຕີເບດ ແລະ ສົ່ງເສີມ ໃຫ້ຣັຖບານຈີນ ເປີດການເຈຣະຈາ ກັບໂຕແທນ ຂອງອົງດາລາຍ ລາມະ, ແລະ ອະນຸຍາດ ໃຫ້ພວກນັກຂ່າວ ແລະ ນັກການທູດ ເຂົ້າໄປສັງເກດເຫດການໄດ້. ເຖິງຢ່າງໃດ ກໍຕາມ, ໂຄສົກ ການຕ່າງປະເທດຈີນ ເວົ້າວ່າ ທ່ານ ຮູ ຈີນ ຕາວ ໄດ້ບອກທ່ານ ບຸດສຈ໌ ວ່າ ອົງດາລາຍ ລາມະ ຕ້ອງຍຸຕິ ການທໍາລາຍ ກິລາ ໂອແລັມປິກ ກ່ອນ ກຸງປັກກິ່ງ ຈະຕັດສິນໃຈ ເຈຣະຈາ.
ທ່ານ ດານອລ ທັດສຄ໌, ນາຍົກ ຣັຖມົນຕຣີ ໂປແລນ, ສັນຍາ ໃນວັນພະຫັດ ນີ້ວ່າ ທ່ານ ຈະບໍ່ເຂົ້າຫຍຸ້ງກ່ຽວ ກັບ ພິທີການເປີດ ກິລາ ໂອແລັມປີກ ໃນວັນທີ 8 ສິງຫາ.
ສ່ວນ ປະທານາທິບໍດີ ປະເທດ ເຊັກຄ໌ (Czeck), ທ່ານ Vaclav Klaus ກໍໄດ້ປະກາດ ການຂ້ວາມບາດ ສ່ວນໂຕ ໃນວັນພຸດຜ່ານມາ, ແຕ່ເວົ້າວ່າ ການຕັດສິນໃຈ ຂອງທ່ານ ອາດຈະບໍ່ມີນໍ້າໜັກຫຍັງ ສໍາຣັບ ຣັຖບານຈີນ.
ກຸ່ມປົກປ້ອງ ສິດທິມະນຸດ ທີ່ມີຫ້ອງການ ຢູ່ສະຫະຣັດ ຮຽກຮ້ອງໃນວັນພະຫັດ ເພື່ອໃຫ້ມີ ການສືບສວນ ເຫດການຄວາມຮຸນແຮງ ແລະ ເວົ້າວ່າ ຈີນ ຕ້ອງອະນຸຍາດ ໃຫ້ມີການເຂົ້າໄປ ໃນເຂດ ຮີມາລາຢານ ເພີ້ມຕື່ມ.
ຣັຖບານ ພັດຖິ່ນ ຕີເບດ ເວົ້າວ່າ ມີຜູ້ເສັຍຊີວິດ ໃນເຫດການ ດັ່ງກ່າວ ປະມານ 140 ຄົນ, ໃນຂະນະທີ່ ຈີນ ຣາຍງານ ວ່າ ມີພຽງ 20 ຄົນ ເທົ່ານັ້ນ.