ສະພາບການ ໃນປະເທດໄທຽ ສ້າງຄວາມວິຕົກໃຫ້ແກ່ບັນດາ ຜູ້ນຳ ປະເທດອາຊ້ຽນ
-
2007-09-07 -
-
-
Your browser doesn’t support HTML5 audio
ພາຍຫລັງທີ່ຄະນະນາຍທະຫານຊື່ງນຳໂດຽ ນາຍພົລສົນທິ ບຸນຍະຣັຕກລິນ ເຮັດຣັຖປະຫານໂຄ້ນລົ້ມຣັຖບາລ ຂອງອະດີດນາຍົກຣັຖມົນຕຣີ ທັກສິນ ຊີນນາວັຕ ໂດຽບໍ່ມີສຽງປືນດັງແຕ່ຢ່າງໃດໃນມື້ວັນທີ່ 19 ກັນຍາ ຜ່ານມາ ແລະໃນທັນໃດຄະນະມົນຕຣີ ເພື່ອການປະຕິຮູບປະຊາທິປະໄຕ ກໍຢືນຢັນຕໍ່ ປະຊາຊົນ ທີ່ຈະມອບ ການປົກຄອງຄືນໃຫ້ແກ່ປະຊາຊົນໃຫ້ໄວທີ່ຈະເປັນໄປໄດ້.
ຄຳປະກາດຢືນຢັນດັ່ງກ່າວ ກໍໄດ້ເຮັດໃຫ້ປະຊາຊົນຊາວໄທຽ ບາງສ່ວນ ເປັນຫ່ວງເພາະຢ້ານວ່າອຳນາຈການປົກຄອງ ໃນເມືອງໄທ ຄົງຈະກັບໄປ ຢູ່ໃນກຳມືຂອງເຈົ້າໜ້າທີ່ຜູ້ມີອຳນາຈໃນກອງທັບຕໍ່ໄປ ເໝືອນດັ່ງທີ່ເຄີຽມີມາ ໃນຄາວກ່ອນນັ້ນ ເພາະຢ້ານຈະບໍ່ສາມາດທີ່ຈະຈັດຕຣຽມ ແລະແຕ່ງຕັ້ງ ຄະນະບໍຣິຫານ ປະເທດຊາຕ ໃຫ້ຄືນເປັນປົກຕິໄດ້, ແຕ່ແລ້ວໃນມື້ວັນອາທິດ ທີ່ 1 ຕຸລານີ້ ທາງຄະນະທີ່ດຳເນີນການ ຣັຖປະຫານຊື່ງປັຈຈຸບັນ ປ່ຽນມາເປັນ ຄະນະມົນຕຣີຄວາມໝັ້ນຄົງແຫ່ງຊາຕໄດ້ຈັດພິທີການແຕ່ງຕັ້ງຂື້ນ ດັ່ງທີ່ນາຍພົລເອກ ສົນທິ ບຸນຍາຣັຕກລິນ ປະທານຄະນະມົນຕຣີຄວາມໝັ້ນຄົງແຫ່ງຊາຕ ໄດ້ອ່ານ ພຣະຣາຊ ໂອງການໃນຕອນໜື່ງວ່າ:
"ປະທານຄະນະມົນຕຣີຄວາມໝັ້ນຄົງແຫ່ງຊາຕນຳຄວາມກາບບັງຄົມທູນພຣະກະຣຸນາວ່າ: ພ.ອ. ສຸຣະຍຸທ ຈຸລານົນ ສົມຄວນໄດ້ຮັບຄວາມໄວ້ວາງພຣະຣາຊສາຣືທັຍໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ໂດຽອາສັຍ ອຳນາຈຕາມຄວາມໃນມາຕຣາ 14 ຂອງຣັຖທັມນູນໄທຽສະບັບຊົ່ວຄາວ ພ.ສ. 2549 (ຄ.ສ. 2006) ຈື່ງທຣົງພຣະກະຣຸນາໂປຣດເກົ້າ ແຕ່ງຕັ້ງ ພ.ອ. ສຸຣະຍຸທ ຈຸລານົນ ເປັນນາຍົກຣັຖມົນຕຣີ ບໍຣິຫານ ຣາຊການ ແຜ່ນດີນຕັ້ງແຕ່ບັຕນີ້ເປັນຕົ້ນໄປ ”
ການແຕ່ງຕັ້ງນາຍົກຣັຖມົນຕຣີດັ່ງກ່າວ ກໍໄດ້ເຮັດໃຫ້ຜູ້ນຳບາງປະເທດ ຍັງບໍ່ສິ້ນຄວາມເປັນຫ່ວງນຳສະພາບ ດ້ານການເມືອງຢູ່ໄທຽໄດ້ແຕ່ຢ່າງໃດ ຈື່ງໄດ້ຮຽກທວງໃຫ້ທາງການໄທຽ ໄດ້ປະຕິບັຕຕາມຫລັກ ປະຊາທິປະໄຕ ເພາະເທົ່າທີ່ຜ່ານມານັ້ນ ໄທຽກໍເປັນປະເທດໜື່ງ ທີ່ຖືໄດ້ວ່າເປັນປະເທດທີ່ມີປະຊາທິປະໄຕປະເທດໜື່ງ ໃນເຂຕເອເຊັຽ. ດ້ວຍເຫຕດັ່ງກ່າວ ຈື່ງມີຫລາຍປະເທດໃນເຂຕເອເຊັຽທີ່ຈະຕ້ອງໄດ້ຈັບຕາມອງເບີ່ງ ທາງການເມືອງໃນໄທຽ ໄປເສັຽກ່ອນໃນປັຈຈຸບັນນີ້ຈົນກວ່າຈະມີການເລືອກຕັ້ງທົ່ວປະເທດ ຄັ້ງໃໝ່ທີ່ມີກຳໜົດ ຈັດຂື້ນໃນມື້ວັນທີ່ 7 ຕຸລາ 2007 ຫລືໃນປີໜ້ານີ້.
ພ້ອມດຽວກັນນີ້ ຄະນະມົນຕຣີຄວາມໝັ້ນຄົງແຫ່ງຊາຕຊື່ງນຳໂດຽທ່ານພົລເອກ ສົນທິ ບຸນຍະຣັຕກລິນ ກໍວ່າຍັງຈະມີສ່ວນຢູ່ເບື້ອງຫລັງຂອງຄະນະຣັຖບາລຊົ່ວຄາວຊຸດໃໝ່ເປັນຣະຍະ 1 ປີ ຢູ່ຕໍ່ໄປ ອັນເປັນເຫຕ ໃຫ້ທາງດ້ານສື່ມວນຊົນ ແລະຜູ້ນຳບັນດາປະເທດຕ່າງໆໃນເອເຊັຽ ຕ່າງກໍມີຄວາມເປັນຫ່ວງ ໂດຽສະເພາະ ທີ່ ທ່ານ ສຸຣະຍຸທ ຈຸລານົນ ທີ່ນອກຈາກເຄີຽເປັນຜູ້ນຳໃນກອງທັບມາກ່ອນແລ້ວນັ້ນ ທ່ານເອງຍັງຈະເປັນ ນາຍົກ ຂອງນາຍທະຫານຢູ່ຄືເກົ່າ ດັ່ງທີ່ຍານາງ Helen Clark ນາຍົກຣັຖມົນຕຣີຂອງປະເທດນິວຊີແລນ ໄດ້ໃຫ້ຄຳເຫັນເປັນການຮຽກທວງວ່າ: ຢາກໃຫ້ທາງການທະຫານ ໄດ້ມອບອຳນາຈການປົກຄອງ ໃຫ້ແກ່ ປະຊາຊົນ ແລະຈັດໃຫ້ມີການເລືອກຕັ້ງແບບໂປ່ງໃສ ແລະປະຕິບັຕຕາມກົດຣັຖທັມນູນແຫ່ງຊາຕ ຢ່າງຮີບດ່ວນ ແລະສິ່ງທີ່ເປັນຫ່ວງຫລາຍທີ່ສຸດນັ້ນກໍຄືການຫ້າມບໍ່ໃຫ້ມີການຊຸມນຸມຂອງປະຊາຊົນ ເກີນ ຈຳນວນ 5 ຄົນ ພ້ອມທັງການຂາດສິທທິເສຣີພາບທາງດ້ານສື່ມວນຊົນ ແລະການບໍ່ໃຫ້ສະມາຊິກ ຂອງ ພັກການເມືອງເກົ່າ ເຂົ້າຫຍຸ້ງກ່ຽວນຳການບໍຣິຫານປະເທດຊາຕໃນຄັ້ງນີ້ແຕ່ຢ່າງໃດນັ້ນ.
ສ່ວນປະເທດຍີ່ປຸ່ນ ແລະ ສປຈີນ ຕ່າງກໍແສດງຄວາມເປັນຫ່ວງ ແລະຢາກໃຫ້ທາງການໄທຽ ໄດ້ກັບຄືນ ສູ່ສະພາບຄວາມໝັ້ນຄົງ ເໝືອນດັ່ງທີ່ເຄີຽມີມາແຕ່ຄາວກ່ອນນັ້ນເຊັ່ນກັນ. ໃນຂະນະດຽວກັນນີ້ ທ່ານ ຂຽວ ກັນຫາຣິດ ໂຄສົກຣັຖບາລກັມພູຊາ ກໍວ່າ: ທາງການກັມພູຊາແມ່ນບໍ່ເຫັນພ້ອມນຳການຂື້ນກຳອຳນາຈ ຂອງຝ່າຍທະຫານແຕ່ຢ່າງໃດ ຈື່ງໄດ້ຮຽກທວງໃຫ້ທາງຣັຖບາລ ໄດ້ຫັນປ່ຽນໃຫ້ໄປສູ່ຣະບົບການ ທີ່ມີ ປະຊາທິປະໄຕຢ່າງແທ້ຈີງ.
ໃນຂະນະດຽວກັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈາກສະຖານທູດ ສປປລາວ ປະຈຳກຸງວໍຊີງຕັນ ດີ ຊີ ກໍວ່າ: ທາງການລາວຖືວ່າເປັນບັນຫາພາຍໃນຂອງໄທຽ ຈື່ງບໍ່ໃຫ້ຄຳເຫັນໄດ້ ແຕ່ວ່າ: ສະເພາະທາງດ້ານການຄ້າ ຂາຍຣະຫວ່າງຕາມເຂຕຊາຍແດນລາວ-ໄທຽນັ້ນ ຍັງດຳເນີນຕາມປົກຕິ…ບໍ່ມີການປ່ຽນແປງແຕ່ຢ່າງໃດ.
ເຖີງຢ່າງໃດກໍຕາມ ພາຍຫລັງທີ່ຂື້ນດຳຣົງຕຳແຫນ່ງຢ່າງເປັນທາງການໃນມື້ວັນອາທິດນີ້ແລ້ວ ນາຍພົລເອກ ສຸຣະຍຸທ ຈຸລານົນ ກໍໄດ້ກ່າວຕໍ່ປະຊາຊົນໂດຽຜ່ານທາງສື່ມວນຊົນໃນຕອນໜື່ງວ່າ:
“ ໜ້າທີ່ຂອງຂ້າພະເຈົ້າກໍຄືວ່າເປັນຫົວໜ້າຝ່າຍບໍຣິຫານ ກໍຄົງຈະພຍາຍາມປະຕິບັຕໜ້າທີ່ຢ່າງ ເຕັມກຳລັງ ຄວາມສາມາດພາຍໃນຂອບຂອງຣະຍະເວລາທີ່ຣັຖທັມນູນຊົ່ວຄາວໄດ້ກຳໜົດໄວ້ ເປັນເວລາ 1 ປີ ເມື່ອ ໝົດກຳໜົດແລ້ວ ກໍເປັນໜ້າທີ່ຂອງພີ່ນ້ອງປະຊາຊົນຊາວໄທຽທຸກຄົນທີ່ຈະ ໄດ້ມີການເລືອກຕັ້ງເອົາຜູ້ທີ່ ເໝາະສົມ ເຂົ້າມາປະຈຳໜ້າທີ່ບໍຣິຫານປະເທດຊາຕຕໍ່ໄປຕາມ ຄວາມປະສົງຂອງພີ່ນ້ອງຊາວໄທຽທຸກໆຄົນ. ”
ທ່ານໄດ້ເນັ້ນໃນຕອນໜື່ງອີກວ່າ: ກ່ຽວກັບບັນຫາທີ່ເກີດຂື້ນໃນຣະຍະຜ່ານມາທີ່ ປະເທດໄທຽ ເຖີງຂັ້ນເກີດ ມີຣັຖປະຫານນັ້ນ ພໍສຣຸບໄດ້ວ່າ: ຄົງຈະແມ່ນເກີດຈາກ ຄວາມບໍ່ເປັນທັມໃນສັງຄົມໄທຽ ທີ່ເປັນຕົ້ນເຫຕ ເຮັດໃຫ ້ເກີດບັນຫາທາງການເມືອງ ແລະອີກປະການໜື່ງຄົງດ້ວຍຄວາມບໍ່ສງົບ ທີ່ເກີດຂື້ນໃນເຂຕແຂວງ ພາຄໃຕ ້ຂອງປະເທດໄທຽນັ້ນເອງ. ເພາະສະນັ້ນ ທ່ານຈື່ງໄດ້ຮຽກຮ້ອງເພື່ອຂໍຄວາມຮ່ວມມືຈາກປະຊາຊົນ ຊາວໄທຽ ທຸກໆຄົນເພື່ອຊ່ວຍກັນແກ້ໄຂບັນຫາດັ່ງກ່າວນີ້.
ວາດສີມູນ ຣາຍງານ
ຂ່າວກ່ຽວກັບການໂຄ້ນລົ້ມຣັຖບານໃນປະເທດໄທ
ບົດວິເຄາະ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ
- ພັຍອັນຕລາຍຈາກການກໍ່ການຮ້າຍໃດ້ສ້າງຄວາມແຕກຕື່ນອີກຄັ້ງໃຫມ່
- ບັນຫາຊາວອົບພະຍົບມົ້ງ ; ທີ່ ; ປະເທດໄທ
- ສປປລາວ ; ມີການປະຕິຮູບທາງດ້ານການເມືອງ ; ແທ້ ຫລື ; ບໍ?
- ທາງການລາວອອກຣະບຽບການໃໝ່ເພື່ອໃຫ້ ມີການປະຢັດບໍ່ໃຫ້ໃຊ້ຈ່າຍເງິນຫລືຊັບສິນຂອງຫລວງ ໄປໃນທາງທີ່ບໍ່ຖືກຕ້ອງ
- ຜູ້ນຳລາວເລີ້ມນິຍົມຊົມຊອບຈີນຫລາຍຂື້ນ
- ຄວາມສຳພັນແບບພິເສດລະຫ່ວາງ ; ລາວ ; ແລະ ; ວຽດນາມ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ເມື່ອໃດສປປລາວຈະໄດ້ເປັນສະມາຊິກຂອງອົງການຄ້າໂລກ
- ຫລັງຈາກການເລືອກຕັ້ງ, ; ສະພາແຫ່ງຊາດລາວ ຈະຕ້ອງປະຕິບັດຕາມຂັ້ນຕອນຫຍັງແດ່ເພື່ອເລືອກ ປະທານປະເທດ ; ແລະແຕ່ງຕັ້ງນາຍົກຣັຖມົນຕຣີ.
- ການປ່ຽນແປງຄະນະຜູ້ນຳລະດັບກົມການເມືອງແລະລະດັບ ສູນກາງພັກຂອງພັກປະຊາຊົນປະຕີວັດລາວຈະສາມາດ ແກ້ໄຂບັນຫາໃດແດ່ທີ່ ; ສປປ ; ລາວກຳລັງປະເຊີນຢູ່
- ການເລືອກຕັ້ງ ; ໃນ ; ສປປລາວ
- ການໂຄສະນາຫາສຽງໃນການເລືອກຕັ້ງຢູ່ລາວ
- ການປະກາດ ; ບໍ່ຮັບຕຳແນ່ງນາຍົກຣັຖະມົນຕຣີ ; ຕໍ່ໄປຂອງ ທ່ານ ; ທັກສິນ ; ຊິນນະວັດ ; ນາຍົກຣັຖະມົນຕຣີຂອງໄທ ຄົນປັດຈຸບັນ
- ພັກປະຊາຊົນປະຕິວັດໄດ້ແຕ່ງຕັ້ງຜູ້ນຳຄົນໄໝ່
- ຫລາຍປະເທດທີ່ໃຫ້ການຊອ່ຍເຫລືອລາວກຳລັງຈະຫມົດ ຄວາມອົດທົນທີ່ຈະໃຫ້ການຊອ່ຍເຫລືອລາວອີກຕໍ່ໄປ