ການເຮັດຣັຖປະຫານຢຶດອຳນາດໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ


2007.09.07
  ;   ;
Thai_coup175X200.jpg
ການເຮັດຣັຖະປະຫານໂຄ້ນລົ້ມຣັຖບານ ຂອງ ທ່ານ ທັກສິນ Photo by: AFP

ໃນມື້ວັນພະຫັດນີ້ ຫົວໜ້າສະມາຄົມນຳທ່ຽວແຫ່ງປະເທດໄທກ່າວວ່າ ການກໍ່ຣັຖປະຫານເພື່ອໂຄ່ນລົ້ມ ຣັຖບານຂອງນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ຈະມີຜົນກະທົບຕໍ່ອຸສາຫະກັມການທ່ອງທ່ຽວຂອງໄທ ໃນລະຍະສັ້ນ ແຕ່ຈະສາມາດຟື້ນໂຕຄືນໄດ້ບໍ່ດົນຫລັງຈາກນັ້ນ. ທ່ານອະພິຊາດ ສັນກາຣີ ປະທານສະມາຄົມນຳທ່ຽວຂອງໄທກ່າວຕໍ່ ພວກນັກຂ່າວວ່າໄດ້ມີພວກນັກທ່ອງທ່ຽວຍົກເລີກ ຂ້ອນຂ້າງໃນອັດຕຣາສູງ ລຸນຫລັງການກໍ່ຣັຖປະຫານໃນວັນທີ 19 ກັນຍາໄປຈົນຮອດທ້າຍເດືອນນີ້ ໂດຍສະເພາະແລ້ວແມ່ນພວກນັກທ່ອງທ່ຽວຈາກຈີນ ແລະຍີ່ປຸ່ນ. ທ່ານເວົ້າວ່າ ຈາກຈີນນັ້ນໄດ້ມີການຍົກເລີກໃນອັດຕຣາສູງເຖິງ 90 ສ່ວນຮ້ອຍ ສ່ວນຈາກຍີ່ປຸ່ນ ປະມານ 50 ສ່ວນຮ້ອຍ ຂະນະທີ່ອັດ ຕຣາການ ຈອງໂຮງແຮມ ທີ່ບາງກອກ ໄດ້ຫລຸດລົງ 23 ສ່ວນຮ້ອຍ ໄປຈົນໝົດເດືອນນີ້.

ສະພາບການຢູ່ປະເທດໄທ ແລະ ການທ່ອງທ່ຽວຂອງໄທ ຈະມີຜົນກະທົບ ໂດຍກົງຕໍ່ອຸສາຫະກັມການທ່ອງທ່ຽວ ຂອງລາວ

ການທ່ອງທ່ຽວຂອງ ສປປ ລາວ ມີການຕິດພັນຢ່າງໃກ້ຊິດກັບສະຖານະການ ຢູ່ທີ່ປະເທດໄທ ທັງນີ້ກໍຍ້ອນ ພວກນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ຽວຢູ່ລາວນັ້ນ ສ່ວນໃຫຍ່ແລ້ວ ແມ່ນເປັນພວກນັກທ່ອງທ່ຽວທີ່ມາຈາກໄທ ສຳລັບພວກນັກທ່ອງທ່ຽວ ຕ່າງປະເທດທີ່ບໍ່ແມ່ນຄົນໄທ ທາງເຂົ້າ ທີ່ສຳຄັນຂອງພວກນັກທ່ອງທ່ຽວເຫລົ່ານີ້ກໍແມ່ນຜ່ານປະເທດໄທຄືກັນ ດັ່ງນັ້ນ ສະພາບການຢູ່ປະເທດໄທ ແລະການທ່ອງທ່ຽວຂອງໄທ ຈະມີຜົນກະທົບ ໂດຍກົງ ຕໍ່ອຸສາ ຫະກັມການທ່ອງທ່ຽວຂອງລາວ ຊຶ່ງໃນປີກາຍນີ້ ໄດ້ນຳ ເງິນຕຣາຕ່າງປະເທດ ເຂົ້າລາວ ເກືອບ 150 ລ້ານໂດລາສະຫະຣັດ ແລະ ຜູ້ຄົນມີວຽກເຣັດງານທຳຫລາຍກວ່າ 30 ພັນຄົນໃນອຸສາຫະກັມ ທ່ອງທ່ຽວ ຂອງລາວ.

ນອກນັ້ນແລ້ວ ລາຍງານຂອງອົງການຂ່າວ AFP ທີ່ອ້າງຄຳເວົ້າ ຂອງ ເຈົ້າໜ້າທີ່ໄທ ກ່າວວ່າ ດ່ານ ຂ້າມຊາຍແດນຣະຫວ່າງໄທກັບພະມ້າ ແລະຣະຫວ່າງໄທ ກັບລາວໄດ້ປິດ. ແຕ່ຂະນະດຽວກັນ ລາຍງານຂ່າວທີ່ໄດ້ອ້າງ ຄຳເວົ້າທ່ານຢົ້ງ ຈັນທະລັງສີ ໂຄສົກກະຊວງ ການຕ່າງປະເທດ ຂອງລາວ ທີ່ກ່າວວ່າ ດ່ານຂ້າມຊາຍແດນຣະຫວ່າງ ລາວກັບໄທຍັງເປີດເປັນປົກກະຕິຢູ່ຮວມ ທັງດ່ານຂົວມິຕພາບ ວຽງຈັນ-ໜອງຄາຍ ແລະໃນການຕິດຕໍ່ໄປຍັງເຈົ້າໜ້າ ທີ່ກ່ຽວຂ້ອງຢູ່ຂົວມິຕພາບ ທາງຝັ່ງໄທໄດ້ຄວາມວ່າມີການເພີ້ມການຮັກສາຄວາມປອດພັຍຫຼາຍຂຶ້ນ ລຸນຫລັງທີ່ໄດ້ມີການປະກາດ ກົດອັຍການເສິກໂດຍຄະນະປະຕິຮູບ ແຕ່ບໍ່ມີການປິດດ່ານ.

ເຈົ້າໜ້າທີ່ກ່ຽວຂ້ອງຂອງໄທກ່າວວ່າ ສະພາບການທົ່ວໄປຕາມບໍຣິເວນຊາຍແດນກໍຍັງຢູ່ໃນອາການປົກກະຕິ ບໍຣິເວນຊາຍແດນບໍ່ມີບັນຫາຫຍັງ ການຄ້າຂາຍກໍຍັງເປັນປົກກະຕິ ແຕ່ກໍຕ້ອງມີຄວາມເຂັ້ມງວດ ທາງດ້ານ ຄວາມປອດພັຍ ການດູແລສະຖານທີ່ກໍຕ້ອງຮ້ອຍສ່ວນຮ້ອຍ ໃນກໍຣະນິມີສະຖານະການຜິດປົກກະຕິ ກໍໃຫ້ ຜູ້ບັງຄັບ ບັນຊາຊາບຕາມສາຍງານ ແລະວ່າ ເຖິງແມ່ນສະຖານະການຈະມີຄວາມເປັນປົກກະຕິກໍຕາມ ແຕ່ ກໍໄດ້ເພີ້ມການຮັກ ສາຄວາມປອດພັຍຂຶ້ນຫລາຍກວ່າເກົ່າ.

ນັກສັງເກດການທ່ານນຶ່ງເວົ້າວ່າ ຖ້າມີການປິດດ່ານຂົວມິຕພາບລາວ-ໄທແທ້ ການທ່ອງທ່ຽວຂອງລາວ ຍິງຈະໄດ້ຮັບຜົນກະທົບຢ່າງໜັກເພາະຂົວມິຕພາບເປັນທາງເຂົ້າອອກທີ່ພວກນັກທ່ອງທ່ຽວໃຊ້ຫລາຍທີ່ສຸດ ໃນການເດີນທາງໄປທ່ຽວລາວ.

ແນວໃດກໍຕາມທ່ານອະພິຊາດເວົ້າວ່າ ທ່ານຄິດວ່າ ສະຖານະການຈະດີຂຶ້ນຖ້າຄະນະປະຕິຮູບຫາກສາມາດ ຈັດຕັ້ງຣັຖ ບານໄດ້ພາຍໃນ 2 ອາທິດຊຶ່ງຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ພວກນັກທ່ອງທ່ຽວ ແລະເຮັດໃຫ້ ພວກນັກທ່ອງທ່ຽວ ກັບໄປທ່ຽວປະເທດໄທອີກ.

ພົນເອກສົນທິ ບຸນຍະຣັດກະລິນ ຜູ້ບັນຊາການທະຫານບົກໄທ ໃນຖານະຫົວໜ້າຄະນະປະຕິຮູບການປົກຄອງ ໃນຣະບອບປະຊາທິປະໄຕຊຶ່ງມີພຣະມະຫາກະສັດຊົງເປັນປະມຸກກ່າວວ່າ ພວກຕົນບໍ່ມີຈຸດປະສົງທີ່ຈະເຂົ້າ ກຳອຳນາດເອງ:

ນາຍພົນສົນທິເວົ້າວ່າ ຄະນະປະຕິຮູບການປົກຄອງໃນຣະບອບປະຊາທິປະໄຕອັນມີພຣະມະຫາກະສັດ ຊົງເປັນ ປະມຸກ ຂໍຢືນຢັນວ່າ ບໍ່ມີເຈດຕະນາຈະເຂົ້າມາເປັນຜູ້ບໍຣິຫານຣາຊການແຜ່ນດິນເອງ ແລະຈະຄືນ ອຳນາດ ການປົກຄອງຣະບອບປະຊາທິປະໄຕ ອັນມີພຣະມະຫາກະສັດຊົງເປັນປະມຸກ ກັບຄືນສູ່ປວງຊົນຊາວໄທ ໂດຍໄວທີ່ ສຸດ.

ນາຍພົນສົນທິກ່າວຕື່ມວ່າ ຄະນະປະຕິຮູບຈະແຕ່ງຕັ້ງຄະນະຣັຖບານແລະນາຍົກຣັຖມຸນຕຣີໃໝ່ພາຍໃນ 2 ອາທິດແລະຈະຟື້ນຟູປະຊາທິປະໄຕພາຍໃນເວລານຶ່ງປີ ໂດຍຄາດວ່າອາດຈະມີການເລືອກຕັ້ງໃນເດືອນຕຸລາ ປີ 2007.

ກ່ຽວກັບການເຂົ້າຢຶດອຳນາດໃນໄທນັ້ນ ສປປລາວ ກໍຄືກັນກັບຫລາຍໆປະເທດຖືວ່າ ເຣື່ອງດັ່ງກ່າວນີ້ ເປັນກິຈການພາຍໃນຂອງໄທ. ລາຍງານຂ່າວທີ່ອ້າງຄຳເວົ້າຂອງທ່ານຢົ້ງຈັນທະລັງສີ ໂຄສົກກະຊວງ ການຕ່າງປະ ເທດ ສປປ ລາວທີ່ກ່າວວ່າ ລາວໄດ້ຕິດຕາມສະຖານະການຢູ່ໃນປະເທດໄທຢ່າງໃກ້ຊິດ ແຕ່ບໍ່ຍອມໃຫ້ຄວາມເຫັນໃດໆ ຍ້ອນຖືເປັນກິຈການພາຍໃນຂອງໄທ.

ຂະນະດຽວກັນປະຊາຊົນລາວ ຊຶ່ງເປັນປະເທດທີ່ມີຊາຍແດນຕິດຕໍ່ກັບໄທຫລາຍກວ່າ 1800 ຫລັກ ກິໂລແມັດ ກ່າວວ່າ ພວກຕົນກໍໄດ້ຕິດຕາມເບິ່ງສະຖານະການໃນປະເທດໄທຢ່າງໃກ້ຊິດ ທັງທາງໂທຣະທັດ ແລະໜັງ ສືພິມ. ຊາວລາວຄົນນຶ່ງທີ່ແຂວງຄຳມ່ວນ ຊຶ່ງຕັ້ງກົງກັນຂ້າມກັບແຂວງນະຄອນພະນົມຂອງໄທ ກ່າວວ່າ ຕົນໄດ້ຕິດ ຕາມຂ່າວດັ່ງກ່າວດ້ວຍຄວາມສົນໃຈ.

( ສຽງປະກອບ ) ກຳລັງເບິ່ງກັນຢູ່ນຳທ້ອງຕະລາດ ຢູ່ນຳບ້ານ ກະເບິ່ງກັນມາຕັ້ງແຕ່ຄືນນີ້ ພໍປານກັບ ເບິ່ງເຕະບານໂລກ ແລະກຳລັງເບິ່ງຂ່າວການຖແຫລງການ.

ຊາວລາວທີ່ແຂວງຄຳມ່ວນຄົນນີ້ກ່າວຕື່ມວ່າຄົນລາວຢູ່ຕາມຫົວເມືອງຕ່າງໆໄດ້ພາກັນຕິດຕາມເບິ່ງ ການເຮັດຣັຖປະຫານຢູ່ໄທ ແລະກໍໂສເລ່ກັນວ່າຈະມີຜົນກະທົບແນວໃດຕໍ່ລາວ ແນວໃດກໍຕາມທ່ານເວົ້າວ່າ ຢາກໃຫ້ເຫດ ການດັ່ງກ່າວຈົບລົງດ້ວຍດີ.

( ສຽງປະກອບ ) ກະຢາກໃຫ້ຈົບລົງໂດຍດີຮັ້ນແຫລະ ບໍ່ຢາກໃຫ້ມີການນອງເລືອດ ຢາກໃຫ້ເປັນໄປ ແບບປົກະຕິ ແລະມີປະຊາທິປະໄຕ ສ່ວນໃຫຍ່ແຫລະກະຢາກໃຫ້ປະຊາຊົນເປັນຜູ້ເລືອກຂື້ນເອງ ນາຍຍົກຄົນໄໝ່

ນອກຈາກການທ່ອງທ່ຽວແລ້ວ ການປັກຫລັກໝາຍຊາຍແດນທັງທາງນ້ຳແລະທາງບົກ ຊຶ່ງຄາດວ່າ ຈະ ໃຫ້ແລ້ວພາຍໃນປີນີ້ນັ້ນ ຈະມີການຊັກຊ້າ ຂະນະທີ່ການຮ່ວມມືຫລາຍໆດ້ານ ອາດຈະໃຊ້ເວລາ ເພີ້ມຕື່ມໃນການທົບ ທວນເບິ່ງການປະຕິບັດງານຂອງຣັຖບານທ່ານທັກສິນ ກ່ອນຈະກັບຄືນເຂົ້າສູ່ສະພາບ ປົກກະຕິໄດ້.

ສ່ວນໃນເຣື່ອງຊາວມົ້ງນັ້ນ ໃນການປະຊຸມກັນທີ່ບາງກອກໃນວັນທີ 19 ກັນຍາຜ່ານມານີ້ ອະນຸກັມມະການ ຮ່ວມມືຮັກສາຄວາມສະງົບຮຽບຮ້ອຍຕາມບໍຣິເວນຊາຍແດນທົ່ວໄປລາວ-ໄທ ໄທ-ລາວ ຝ່າຍໄທຂໍໃຫ້ຝ່າຍລາວ ໃຫ້ຄວາມຮ່ວມມືໃນການຊອກຫາຊາວມົ້ງ 27 ຄົນທີ່ຖືກຜັກດັນໄປແລ້ວ ແລະສົ່ງໃຫ້ຝ່າຍໄທ, ພ້ອມ ດຽວກັນກໍໄດ້ ຮຽກຮ້ອງໃຫ້ທາງການລາວ ຮ່ວມມືສະກັດກັ້ນແລະແກ້ໄຂບັນຫາຊາວມົ້ງ 6000 ກວ່າຄົນ ທີ່ບ້ານຫ້ວຍນ້ຳຂາວໃນ ເຂດເມືອງເຂົາຄໍ້ແຂວງເພັຊບູນຂອງໄທ ອີງຕາມຖແລງຂ່າວຂອງລາວທີ່ອອກ ໃນວັນທີ 21 ກັນຍານີ້.

ໃນການຖແລງຂ່າວຊຶ່ງຈັດຂຶ້ນໂດຍນາຍພົນບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວທີ່ກົມຂ່າວກະຊວງການຕ່າງປະເທດກ່າວກ່ຽວກັບເຣື່ອງນີ້ວ່າ ລາວ ຍິນດີທີ່ຈະໃຫ້ຄວາມ ຮ່ວມມືໃນ ເຣື່ອງຊາວມົ້ງ 27 ຄົນ ແຕ່ຢາກໄດ້ຂໍ້ມູນເພີ້ມຕື່ມ ຮວມທັງຈຳນວນຊາວມົ້ງ ທີ່ໄທໄດ້ຈັບ ແລະຜັກດັນຂ້າມມາລາວ ພ້ອມທັງບ່ອນຈັບ ບ່ອນສົ່ງຂ້າມ ແລະຈຸດປະສົງໃນການສົ່ງເດັກນ້ອຍ 27 ຄົນ ມາລາວ ພ້ອມດຽວກັນລາວກໍຍິນດີທີ່ຈະຮ່ວມມືກັບໄທແລະຊ່ອຍສະກັດກັ້ນບໍ່ໃຫ້ຊາວມົ້ງເດີນທາງໄປ ຫ້ວຍນ້ຳຂາວ ແຕ່ຢາກຮູ້ຈຳນວນຊາວມົ້ງທີ່ນັ້ນວ່າ ເປັນມົ້ງຈາກລາວທໍ່ໃດແທ້ ຈາກຖ້ຳກະບອກທໍ່ໃດ ແລະວ່າເວລາໃດໄດ້ຮັບຂໍ້ມູນຈາກໄທແລ້ວ ຝ່າຍລາວໄດ້ສເນີໃຫ້ ເປີດກອງປະຊຸມພິເສດຂຶ້ນ.

ນອກນັ້ນແລ້ວ ການຢຶດອຳນາດທາງການເມືອງໂດຍກອງທັບໃນໄທຄັ້ງນີ້ ເຈົ້າໜ້າທີ່ກະຊວງການຕ່າງປະເທດໄທ ທ່ານນຶ່ງເວົ້າວ່າ ອາດຈະສົ່ງຜົນກະທົບຕໍ່ແຜນການຮ່ວມມືທີ່ອະດີດຣັຖບານໄທ ຂອງທ່ານທັກສິນໄດ້ເຮັດໄວ້ ກັບປະເທດເພື່ອນບ້ານຫລາຍສົມຄວນຊຶ່ງທ່ານເວົ້າວ່າ ໂດຍສະເພາະແລ້ວແມ່ນແຜນການຮ່ວມມືທາງດ້ານ ເສຖກິດທີ່ເອີ້ນວ່າ ຍຸດສາດການຮ່ວມມືຣະຫວ່າງປະເທດໃນເຂດລຸ່ມແມ່ນ້ຳຂອງ ເຈົ້າພະຍາແລະອີຣະວະດີ ຫລື AC-MECS ຊຶ່ງເປັນຄວາມຮ່ວມມືຣະຫວ່າງໄທ ລາວ ພະມ້າ ກຳພູຊາແລະວຽດນາມ ຖ້າຫາກຄະນະ ປະຕິຮູບຂອງໄທ ໄດ້ຈັດຕັ້ງຄະນະກັມມະການສະເພາະກິດຂຶ້ນມາກວດສອບການໃຊ້ງົບປະມານຂອງຣັຖບານ ທ່ານທັກສິນວ່າຖືກຕ້ອງ ຕາມກົດໝາຍຫລືບໍ່?

ຜົນກະທົບທີ່ມີຕໍ່ລາວນັ້ນ ອາດຈະບໍ່ຈຳກັດຢູ່ສະເພາະແຕ່ໂຄງການພັທນາຕ່າງໆທີ່ຣັຖບານທ່ານທັກສິນ ໄດ້ອະນຸມັດງົບປະມານເງິນກູ້ແລະໃຫ້ຄວາມຊ່ອຍເຫລືອແກ່ລາວໄປແລ້ວຊຶ່ງຄິດເປັນມູນຄ່າ 3300 ກວ່າລ້ານ ທໍ່ນັ້ນ ຫາກຍັງຈະສົ່ງຜົນກະທົບຕໍ່ເນື່ອງໄປເຖິງແຜນການທີ່ອະດີດຣັຖບານທ່ານທັກສິນ ຈະຮັບຊື້ກະແສໄຟຟ້າ ແລະສິນຄ້າ ກະເສດຈາກລາວຫລາຍຂຶ້ນໃນລະຍະຕໍ່ໄປອີກດ້ວຍ.

ໄພສານ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.