ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້


2006.09.12

911_tragic200X175.jpg
ສະພາບເພພັງຂອງຕຶກທີ່ຖືກທຳລາຍ ໃນ ມື້ ວັນທີ 11 ເດືອນ ກັນຍາ ປີ 2001 ທີ ນະຄອນ ນິວຍອກ ສະຫະຣັດ ອະເມຣິກາກ. photo by: AFP

ເພື່ອລະລຶກເຖິງວັນຄົບຮອບ 5 ປີ ຂອງການກໍ່ວິນາສກັມ ຕໍ່ສະຫະຣັດອາເມຣິກາ ເມື່ອ ວັນທີ 11 ເດືອນກັນຍາ ປີ 2001 ຊຶ່ງໄດ້ເຮັດໃຫ້ມີຄົນເສັຍຊີວິດເກືອບເຖິງ 3,000 ຄົນນັ້ນ ປະທານາທິບໍດີສະຫະຣັດ ທ່ານ George W. Bush ໄດ້ໄປ ວາງພວງມາລາໃສ່ບໍຣິເວນຕຶກແຝດສູງທີ່ຖຶກໂຈມຕີ ຢູ່ນະຄອນ Newyork, ໃສ່ບ່ອນເຮືອບິນໂດຍສານຕົກທີ່ເມືອງ Shanksville, ຣັດແພນຊອນເວເນັຍ ແລະໃສ່ຕຶກກະຊວງປ້ອງກັນປະເທດ The Pentagon ທີ່ກຸງວໍຊິງຕັນ. ແລະຕໍ່ມາ ໃນຕອນຫົວຄ່ຳ ຂອງມື້ວັນຈັນທີ 11 ກັນຍາ ປະທານາທິບໍດີ Bush ກໍໄດ້ກ່າວ ຄຳປາໄສ ຕໍ່ປະຊາຊົນຊາວອາເມຣິກັນ ແລະຊາວໂລກຜ່ານທາງໂທຣະທັດຈາກ ທຳນຽບຂາວ.

ຄຳປາໄສຂອງປະທານາທິບໍດີ Bush ເລີ້ມດ້ວຍປໂຢກທີ່ສະທ້ອນຄວາມຮູ້ສຶກ ຂອງຄົນ ອາເມຣິກັນວ່າ:

“ເມື່ອ 5 ປີກ່ອນ ໃນວັນທີ 11 ເດືອນກັນຍາ ການໂຈມຕີຢ່າງປ່າເຖື່ອນ ຫາແນວປຽບ ບໍ່ໄດ້ໃນປວັດສາດຂອງສະຫະຣັດ ຍັງສຽບແທງຄວາມຊົງຈຳ ຂອງຄົນອາເມຣິກັນຢູ່. ພວກເຂົາໄດ ສັງຫານຄົນທຸກຜິວພັນ, ທຸກສາສນາ ແລະທຸກສັນຊາດ ແລະ ພວກເຂົາ ໄດ້ເຮັດສົງຄາມ ຕໍ່ໝົດທັງໂລກ. ນັບແຕ່ມື້ນັ້ນມາ ສະຫະຣັດອາເມຣິກາແລະພັນທະມິດ ກໍໄດ້ເຮັດສົງຄາມບຸກລຸກໂຈມຕີພວກກໍ່ການຮ້າຍຊຶ່ງບໍ່ເໝືອນສົງຄາມທີ່ສະຫະຣັດ ເຄີຍໄດ້ເຮັດແຕ່ກ່ອນ. ດຽວນີ້ ພວກເຮົາ ມີຄວາມປອດໄພຫຼາຍກວ່າເກົ່າ ແຕ່ກໍຍັງບໍ່ມີຄວາມປອດໄພແທ້ໆ.”

ເປັນທີ່ຊາບກັນແລ້ວ ວ່າ ໃນຕອນເຊົ້າຂອງວັນທີ 11 ເດືອນກັນຍາ ປີ 2001 ພວກກໍ່ການ ຮ້າຍ 19 ຄົນ ໂດຍມີນາຍ Osama bin Laden ເປັນຜູ້ບັນຊາການຢູ່ເບື້ອງຫຼັງ ໄດ້ຈີ້ຍົນໂດຍສານ 4 ລຳ ບຸກໂຈມຕີສະຫະຣັດ_ 2 ລຳ ບິນໄປຕຳແລະທຳລາຍຕຶກແຝດສູງ ທີ່ ນະຄອນ Newyork ລຳນຶ່ງບິນໄປຕົກຢູ່ນອກໂຕເມືອງ Shanksville, ຣັດແພນຊອນເວເນັຍ ຍ້ອນມີການຕໍ່ສູ້ກັນໃນເຮືອບິນ ຣະຫວ່າງຜູ້ໂດຍສານ ຜູ້ທີ່ມີຄວາມກ້າຫານ ແລະຜູ້ກໍ່ການຮ້າຍຈີ້ເຮືອບິນ ແລະອີກລຳນຶ່ງ ບິນໄປຕຳ ກະຊວງປ້ອງກັນປະເທດ The Pentagon ຂອງສະຫະຣັດ ທີ່ກຸງວໍຊິງຕັນ ຊຶ່ງເຮັດໃຫ້ມິຜູ້ເສັຍຊີວິດ ຮວມທັງໝົດເກືອບເຖິງ 3,000 ຄົນ ເວົ້າແຕ່ສະເພາະຕຶກແຝດສູງ World Trade Center ນັ້ນ ມີ 2,700 ກວ່າຄົນເສັຍຊີວິດ.

ຄົນອາເມຣິກັນ ເອີ້ນວັນໂສກນາຕກັມແລະວັນກໍ່ວິນາສກັມນີ້ ວ່າ “September 11”” ຫຼື “Nine-Eleven” ຊຶ່ງແປວ່າ ວັນ “11 ກັນຍາ” ແລະຊຶ່ງເມື່ອເອີ່ຍເຖິງວັນດັ່ງກ່າວນີ້ແລ້ວ ກໍເຂົ້າໃຈກັນໂລດວ່າແມ່ນຫຍັງ. ສຳລັບທ່ານ Bush, ວັນ“11 ກັນຍາ” ເປັນວັນທີ່ສະຫະຣັດ ຮູ້ຈັກມານຮ້າຍ ເປັນວັນຂີ້ດຽດ ແລະ ກໍເປັນວັນທີ່ ສະແດງໃຫ້ເຫັນວ່າ ຄົນອາເມຣິກັນ ມີສິ່ງພິເສດ ແບບອາເມຣິກັນ ຄື ບາງຄັ້ງບາງຄາວຄົນທັມມະດາສາມັນ ຮູ້ຈັກລຸກຂຶ້ນຕໍ່ສູ້ ແລະຕອບໂຕ້ດ້ວຍຄວາມ ກ້າຫານເປັນພິເສດ. ດັ່ງທ່ານໄດ້ໃຫ້ຂໍ້ສັງເກດໃນຄຳປາໄສວ່າ:

“ນັບຕັ້ງແຕ່ 11 ກັນຍາ ເປັນຕົ້ນມາ ພວກເຮົາຮູ້ຈັກທາດແທ້ຂອງສັຕຣູ ພວກເຮົາຮູ້ຈັກວ່າພວກມານຮ້າຍ ຂ້າຄົນໂດຍບໍ່ມີຄວາມປານີ ໂດຍມີເປົ້າໝາຍແນວໃດແນວນຶ່ງ ພວກເຮົາຮູ້ວ່າ ພວກເຂົາໄດ້ຈັດຕັ້ງເຄືອຂ່າຍ ທົ່ວໂລກ ທີ່ປະກອບດ້ວຍຄົນຫົວຮຸນແຮງ ໂດຍອາໄສການແປ ຫຼັກທັມຂອງສາສນາອິສລາມໄປໃນທາງຜິດ, ອາໄສອຸດົມການເບັດເສັດຜະເດັດການ ທີ່ຈົງກຽດຈົງຊັງອິສຣະພາບ, ປະຕິເສດການຜ່ອນສັ້ນຜ່ອນຍາວ ແລະ ດູຖູກທຸກໆ ຄົນ ທີ່ບໍ່ຄຶດຄືພວກເຂົາ.”

ສຳລັບທ່ານ Bush ນັ້ນ ການເຮັດສົງຄາມຕໍ່ສູ້ກັບພວກກໍ່ການຮ້າຍນີ້ ເປັນສົງຄາມໃຫຍ່ກວ່າກໍຣະນີພິພາດ ທາງດ້ານທະຫານ ມັນເປັນການຕໍ່ສູ້ດ້ານອຸດົມການຂອງສັຕວັດທີ່ 21 ແລະເປັນການຕໍ່ສູ້ຂອງຊົນຊາວ ອາເມຣິກັນ ຮຸ່ນປັດຈຸບັນ. ແລະສຳລັບທ່ານ Bush ສົງຄາມດັ່ງກ່າວ ບໍ່ແມ່ນສະຫະຣັດເປັນຜູ້ເລີ້ມ ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“ສະຫະຣັດ ບໍ່ຢາກເຮັດສົງຄາມທີ່ວ່ານີ້ ຄົນອາເມຣິກັນແຕ່ລະຄົນ ປາຖນາ ຢາກໃຫ້ສົງຄາມ ຍຸຕິລົງ. ຂ້າພະເຈົ້າເອງ ກໍມີຄວາມປາຖນາແນວນີ້ຄືກັນ ຫາກແຕ່ວ່າສົງຄາມນີ້ ຈະຍຸຕິລົງໄດ້ ກໍຕໍ່ເມື່ອ ພວກເຮົາ ຫຼື ພວກຫົວຮຸນແຮງ ເປັນຜູ້ຊະນະສົງຄາມ. ຖ້າພວກເຮົາປາບສັຕຣູບໍ່ໄດ້ ໃນວັນນີ້ ຕໍ່ໄປ ພວກລູກ-ຫຼານ ຂອງພວກເຮົາ ກໍຈະພະເຊີນໜ້າ ກັບສະຖານະການໃນຕາເວັນອອກກາງ ທີ່ຖຶກປະເທດກໍ່ການຮ້າຍ ແລະ ບັນດານັກຜະເດັດການ ໃຊ້ອາວຸດນິວຄະເລັຍ ເຂົ້າຢຽບຍ້ຳປະຊາຊົນ.”

ຢ່າງໃດກໍຕາມ ປະທານາທິບໍດີ Bush ຍອມຮັບວ່າ ການເຮັດສົງຄາມຕໍ່ສູ້ກັບພວກກໍ່ການຮ້າຍນັ້ນ ບໍ່ແມ່ນເລື້ອງງ່າຍ ແຕ່ເຖິງຈະຍາກລຳບາກປານໃດກໍຕາມ ສະຫະຣັດກໍຈະເອົາຊະນະໃຫ້ໄດ້ໃນທີ່ສຸດ ທ່ານ Bush ເຕືອນໃຫ້ນາຍ Osama bin Laden ພ້ອມດ້ວຍພວກກໍ່ການຮ້າຍທີ່ຍັງລີ້ຊ່ອນໂຕຢູ່ນັ້ນວ່າ:

“ພວກເຮົາຂໍປະກາດ ໃຫ້ພວກເຂົາຊາບຢ່າງແຈ່ມແຈ້ງວ່າ ເຖິງຈະໃຊ້ເວລາດົນປານໃດ ກໍຕາມ ສະຫະຣັດອາເມຣິກາ ຈະຕິດຕາມຈັບພວກເຂົາໃຫ້ຈົນໄດ້ ແລະນຳພວກເຂົາມາຂຶ້ນສານ.”

ກ່ຽວກັບເລື້ອງການເຮັດສົງຄາມ Irag ຊຶ່ງຊາວອາເມຣິກັນສ່ວນນຶ່ງບໍ່ເຫັນພ້ອມນຳ ແລະຕຳນິຕິຕຽນທ່ານນັ້ນ ທ່ານ Bush ເວົ້າວ່າ: ຈະເປັນຄວາມຜິດພາດ ຫຼື ບໍ່ຜິດພາດ ທີ່ພວກເຮົາໄດ້ເຮັດສົງຄາມ Irag ແຕ່ ຄວາມຜິດພາດທີ່ຮ້າຍແຮງທີ່ສຸດ ກໍຄື ຄວາມຄຶດທີ່ວ່າ ພວກເຮົາຖອນກຳລັງທະຫານ ອອກຈາກ Irag ແລະໃນເມື່ອພວກເຮົາ ເຊົາເຮັດສົງຄາມ Irag ແລ້ວ ພວກກໍ່ການຮ້າຍຈະເຊົາກໍ່ກວນພວກເຮົາ. ຄວາມຈິງກໍຄື ພວກເຂົາຈະບໍ່ເຊົາໂຈມຕີພວກເຮົາ. ພວກເຂົາຈະນຳໂຈມຕີພວກເຮົາຢູ່ບໍ່ເຊົາ.

ພວກເຂົາເປັນສັຕຣູທີ່ອັນຕະລາຍ ທີ່ໄດ້ປະກາດເຈດຕະນາລົມແລ້ວວ່າ ພວກເຂົາຈະທຳລາຍວິຖີຊີວິດ ຂອງພວກເຮົາ.

ມະໂນທັມ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.