ຄວາມສຳພັນແບບພິເສດລະຫ່ວາງລາວແລະວຽດນາມ
2007.09.07
ສປປລາວ ມີຄວາມສຳພັນອັນໃກ້ຊິດແລະຖານພິເສດກັບວຽດນາມ ໃກ້ຊິດ ຫລາຍ ຈົນຫລາຍໆຄົນຄິດວ່າ ລາວ ໄດ້ກາຍເປັນ ປະເທດທີ່ຢູ່ພາຍໃຕ້ອິດທິພົນຂອງ ວຽດນາມຫລາຍເກີນໄປ. ອາວະຣີ ຣາຍງານ
ຄະນະຜູ້ນຳລາວປັດຈຸບັນ ມີຄວາມສຳພັນອັນໃກ້ຊິດກັບຄະນະຜູ້ນຳວຽດນາມ. ໃນ ສມັຍສົງຄາມ ຜູ້ນຳທັງສອງປະເທດ ສັງກັດຢູ່ໃນພັກການເມືອງດຽວກັນ ຄື ພັກ ຄອມມຸຍນິສອິນໂດຈີນ ຮ່ວມກັນຕໍ່ສູ້ກັບກຳລັງທະຫານຝຣັ່ງເສດແລະສະຫະຣັຖອະ ເມຣິກາ. ໃນເວລາຕໍ່ສູ້ນັ້ນ ທະຫານວຽດນາມນັບແສນຄົນ ໄດ້ເຂົ້າໄປປະຈຳການ ຢູ່ລາວ. ຕໍ່ມາເມື່ອເຖິງເວລາໃກ້ຈະຍຶດອຳນາດ ພັກດັ່ງກ່າວ ກໍແຍກອອກເປັນສອງ ພັກ ຄືພັກປະຊາຊົນປະຕິວັດລາວແລະພັກຄອມມຸຍນິສວຽດນາມ. ຫລັງຈາກຍຶດອຳ ນາດແລ້ວ ພັກທັງສອງ ກໍກຳອຳນາດຢູ່ໃນປະເທດຂອງໃຜມັນແຕ່ຜູ້ນຳຂອງສອງພັກ ; ແລະສອງປະເທດກໍຍັງມີຄວາມສຳພັນກັນ ຢ່າງໄກ້ຊິດກັນຕລອດມາ; ໃນສມັຍນີ້ຍິ່ງໃກ້ຊິດຢ່າງເປັນທາງການຫລັງຈາກຜູ້ນຳຂອງລາວ ແລະວຽດນາມ ໄດ້ເຊັນສັນຍາ ມິດຕະພາບ ແລະການຮ່ວມມື ຣະຫວ່າງກັນເມື່ອປີ 1977; ສັນຍາສະ ບັບນີ້ ບົ່ງໄວ້ວ່າ ສປປລາວແລະສສວຽດນາມ ເປັນປະເທດ ທີ່ມີຄວາມສຳພັນກັນ ຖານພິເສດແລະຢ່າງເລິກເຊິງ ຈະສາມັກຄີກັນຕລອດໄປ ຢ່າງແໜ້ນແຟ້ນ ແລະຍາວ ນານ ຮ່ວມມືແລະຊ່ວຍເຫຼືອຊຶ່ງກັນແລະກັນໃນຮອບດ້ານ ຍຶດໝັ້ນໃນລັດທິມາກສ໌ ເລນິ່ນເພື່ອສ້າງຣະບອບ ສັງຄົມ ນິຍົມໃນລາວແລະວຽດນາມ.
ໃນພາກປະຕິບັດຕົວຈິງ ຄະນະຜູ້ນຳທັງສອງປະເທດ ກໍໄດ້ປະຕິບັດຕາມສັນຍາສະ ບັບນັ້ນຢ່າງແທ້ຈິງ. ຜູ້ນຳໄດ້ໄປຢ້ຽມຢາມຖາມຂ່າວກັນເລື້ອຍໆ ເລື້ອຍໆຫລາຍຈົນ ປັດຈຸບັນ ຜູ້ນຳລາວແລະວຽດນາມ ບໍ່ເອີ້ນວ່າ ເປັນການໄປຢ້ຽມຢາມແບບທັມມະດາ ແລ້ວ ພວກເພິ່ນເອີ້ນວ່າ ເປັນການໄປຢ້ຽມຢາມແລະເຮັດວຽກ ເຊັ່ນ ໃນຂະນະນີ້ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະປະທານ ປະເທດສປປລາວ ກຳລັງຢ້ຽມຢາມວຽດນາມຢ່າງເປັນທາງການຢູ່ ແລະເຈົ້າໜ້າທີ່ທາງການ ລາວແລະວຽດນາມ ກໍເອີ້ນການໄປຢ້ຽມຢາມນັ້ນວ່າ ເປັນການໄປຢ້ຽມ ຢາມແລະເຮັດວຽກ ຢູ່ວຽດນາມຂອງຜູ້ນຳລາວ. ເມື່ອວັນຈັນ ທ່ານ ຈູມມະລີ ໄຊຍະ ສອນ ໄດ້ພົບປະຫາລືກັບ ທ່ານ ທ່ານ ນອງດຶກໝັ້ນ ເລຂາທິການໃຫຍ່ຂອງພັກ ຄອມມຸຍນິສ ແລະທ່ານ ຈັນດຶກເລື່ອງ ປະທານປະເທດວຽດນາມ; ໃນໂອກາດນີ້ ຜູ້ນຳລາວແລະວຽດນາມ ໄດ້ຕົກລົງກັນວ່າ ທັງສອງພັກ ສອງປະເທດແລະສອງປະ ຊາຊົນ ຈະປັບປຸງຄວາມສຳພັນຖານພິເສດນັ້ນໃຫ້ຍິ່ງແໜ້ນແຟ້ນຂື້ນ. ເປັນທີ່ສັງເກດ ອີກວ່າ ຫລັງຈາກໄດ ້ຮັບຕຳແໜ່ງໃໝ່ໆ ທ່ານ ຈູມມະລີ ໄຊຍະສອນ ກໍໄປຢ້ຽມຢາມ ວຽດນາມໃນທັນທີ່ທັນໃດ ກ່ອນໄປປະເທດອື່ນໆ.
ໃນດ້ານນະໂຍບາຍ ຣັຖບານຂອງສອງປະເທດ ກໍມີນະໂຍບາຍຄ້າຍຄືກັນ; ຕົວ ຢ່າງ ນະໂຍບາຍຕ່າງປະເທດ ຖ້າວຽດນາມສນັບສນູນປະເທດໃດ ລາວ ກໍສນັບສນູນເຊັ່ນກັນ; ເຊັ່ນດຽວກັນ ນະໂຍບາຍພາຍໃນປະເທດ ທັງສອງ ກໍມີແຜນ ການພັທນາເສຖກິດແລະສັງຄົມເພື່ອຫລຸດຜ່ອນຍາກຈົນຄືກັນ. ທາງດ້ານກົດໝາຍ ກ່ອນຜູ້ນຳແລະສະມາຊິກສະພາແຫ່ງຊາດລາວ ຈະອອກກົດໝາຍສະບັບໃດ ກໍຕ້ອງໄປຢ້ຽມຢາມວຽດນາມ. ທັງສອງປະເທດອອກກົດໝາຍແລະມີກົດໝາຍ ຄ້າຍຄືກັນໃນຫລາຍດ້ານໆ ເປັນຕົ້ນໃນດ້ານຮັກສາປອດໄພ ການປາບປາມຢາເສບ ຕິດແລະການສໍ້ຣາຊບັງຫລວງ.
ອີກຢ່າງນຶ່ງ ພາຍໃຕ້ສັນຍາມິດຕະພາບນັ້ນ ວຽດນາມ ໄດ້ສົ່ງນັກຊ່ຽວຊານໃນເກືອບ ທຸກໆດ້ານໄປຊ່ວຍລາວ ເຊັ່ນໃນກະຊວງປ້ອງກັນປະເທດຂອງລາວ ກໍມີນັກຊ່ຽວ ຊານທາງດ້ານທະຫານຂອງວຽດນາມປະຈຳການຢູ່ ເພື່ອໃຫ້ຄວາມແນະນຳແລະ ຊ່ວຍເຫຼືອ. ໃນດ້ານການສຶກສາ ຣັຖບານລາວ ກໍສົ່ງນັກສຶກສາລາວ ໄປສຶກສາຕໍ່ຢູ່ ວຽດນາມປີນຶ່ງຫລາຍຮ້ອຍຄົນ; ວຽດນາມຊ່ວຍໃຫ້ມີການສອນພາສາວຽດນາມຢູ່ລາວ; ໃນດ້ານເຖສກິດການຄ້າແລະການລົງທຶນ ຣັຖບານລາວ ກໍມີນະໂຍບາຍພິເສດ ໃຫ້ຄວາມສະດວກສະບາຍແກ່ວຽດນາມ ເຊັ່ນ ວຽດນາມມີສິດພິເສດໃນການຊື້ໄມ້ ຈາກລາວ ມີສິດເຊົ່າທິດິນໃນຣະຍະຍາວແລະຖືກໆເພື່ອລົງທຶນປູກພຶດກະສິກັມຕ່າງໆ. ແນ່ນອນວ່າ ຄວາມສຳພັນຖານພິເສດນີ້ ກໍເປັນຜົນປະໂຍດອັນດີສຳຣັບທັງສອງປະເທດ ເຊັ່ນຄະນະຜູ້ນຳລາວກ່າວຢູ່ເລື້ອຍໆວ່າ ຍ້ອນໄດ້ຮັບການຊ່ວເຫຼືອແລະຮ່ວມມື ຈາກວຽດນາມ ລາວຈຶ່ງສາມາດມີສະພາບການທາງດ້ານການເມືອງແລະການທະຫານທຸ່ນທ່ຽງດີປະຊາຊົນລາວ ມີໂອກາດສ້າງສາພັທນາ. ໂຮງຮຽນໂຮງໝໍຫລາຍໆ ຫລັງ ຖືກສ້າງຂື້ນໃໝ່ໆ ກໍຍ້ອນການຊ່ວຍເຫຼືອຂອງວຽດນາມ ຫຼືສຳນັກງານໂທຣະ ທັດແຫ່ງຊາດລາວ ກໍແມ່ນວຽດນາມເປັນຜູ້ສ້າງໃຫ້ ດັ່ງນີ້ເປັນຕົ້ນ. ແຕ່ວ່າໃນສາຍຕາຂອງຫລາຍໆຄົນ ພັດເຫັນວ່າ ການມີຄວາມສຳພັນອັນໃກ້ຊິດເກີນໄປກັບວຽດນາມ ໄດ້ເຮັດໃຫ້ສປປລາວ ເບິ່ງຄືວ່າຢູ່ພາຍໃຕ້ອິດທິພົນ ແລະການຄອບ ງຳຂອງວຽດນາມ ບໍ່ຕ່າງຫຍັງກັບໃນສມັຍກ່ອນຍຶດອຳນາດ ທີ່ຄະນະຜູ້ນຳເຮັດການປະຕິວັດ ທັງລາວແລະວຽດນາມເອງເອີ້ນວ່າ ການເປັນຫົວເມືອງແບບໃໝ່ຂອງຕ່າງ ຊາດ ເວົ້າສະເພາະໃນກໍຣະນີລາວແລະວຽດນາມ ກໍເວົ້າວ່າ ເປັນຫົວເມືອງຂື້ນແບບ ໃໝ່ຂອງສະຫະຣັຖ.
ໂດຍທົ່ວໄປ ປະຊາຊົນລາວ ທີ່ບໍ່ມັກການເປັນຫົວເມືອງຂື້ນແບບໃໝ່ຫຼືການຢູ່ພາຍ ໃຕ້ອິດທິພົນຂອງຕ່າງຊາດ ກໍມີຫລາຍ ໂດຍສະເພາະອິດທິພົນຂອງວຽດນາມ. ແນ່ ນອນວ່າ ຊາວລາວຫລາຍໆຄົນ ທີ່ອົບພະຍົບຫລົບໜີໄປຢູ່ຕ່າງປະເທດ ກໍບໍ່ເຫັນດີ ເຫັນພ້ອມໃຫ້ປະເທດລາວ ຂື້ນກັບວຽດນາມຫລາຍເກີນໄປ; ຕົວຢ່າງ ນັກຮຽນຮູ້ປັນ ຍາຊົນລາວທ່ານນຶ່ງຢູ່ສະຫະຣັຖອະເມຣິກາ ໄດ້ກ່າວຕອນນຶ່ງວ່າ ກະຣຸນາຟັງສຽງ ເຊັ່ນດຽວກັນນັກການທູດແລະນັກຊ່ຽວຊານຕ່າງປະເທດກໍເຫັນວ່າຜູ້ນຳລາວຍັງຢູ່ພາຍໃຕ້ອິດທິພົນຂອງ ວຽດນາມຕລອດມາຕົວຢ່າງນັກການທູດຫລາຍໆທ່ານໄດ້ໃຫ້້ຂໍ້ສັງເກດໃນເວລາມີກອງປະຊຸມ ພັກປະຊາຊົນປະຕິວັດລາວ ແລະໃນເວລາມີ ການເລືອກຕັ້ງຢູ່ລາວວ່າ ເຖິງວ່າຈະມີການເລືອກຕັ້ງເອົາຜູ້ນຳໃໝ ່ຢູ່ລາວກໍຕາມ ລາວ ກໍຈະບໍ່ມີການປະຕິຮູບງ່າຍໆ ການປະຕິຮູບທຸກຢ່າງ ກໍຕ້ອງຂື້ນກັບວຽດນາມ ຖ້າ ວຽດນາມ ມີການປ່ຽນແປງ ລາວກໍອາດຈະມີການປ່ຽນແປງເຊັ່ນກັນ. ຊາວລາວເຜົ່າມົ້ງ ເປັນຕົ້ນຊາວອົບພະຍົບໄປຕັ້ງ ຖິ່ນຖານຢູ່ສະຫະຣັຖ ອະເມຣິກາ ຍັງ ຕູ່ຫາວຽດນາມວ່າ ວຽດນາມຍັງສົ່ງກຳລັງທະຫານເຂົ້າໄປປາບປາມ ຊາວເຜົ່າມົ້ງຢູ່ ລາວຢູ່.
ສ່ວນປະຊາຊົນລາວຢູ່ພາຍໃນປະເທດ ກໍມີເຊັ່ນກັນ ທີ່ມີແນວຄິດຂັດຄ້ານການຢູ່ ພາຍໃຕ້ອິດທິພົນຂອງວຽດນາມ; ແຕ່ພວກເຂົາເຈົ້າ ບໍ່ກ້າປາກບໍ່ກ້າເວົ້າ ເພາະວ່າ ຖ້າຜູ້ໃດກ້າປາກກ້າເວົ້າແດ່ ກໍຢ້ານຖືກປາບປາມ.ພວກທ ີ່ຂັດ ຄ້ານ ການມີຄວາມສຳພັນອັນໃກ້ຊິດກັບວຽດນາມເກີນໄປ ໃຫ້ເຫດຜົນວ່າ ລາວເສັຍປຽບວຽດນາມ ຫລາຍຄົນກໍຄິດວ່າ ຢ້ານວຽດນາມລັກໂລບເອົາດິນດອນ ຕ່ອນຫຍ້າຕລອດເຖິງຊັບພະຍາກອນທັມມະຊາດອັນລ້ຳຄ່າຂອງລາວ ຫຼືບາງຄົນກໍ ເວົ້າວ່າ ການຢູ່ພາຍໃຕ້ອິດທິພົນຂອງວຽດນາມ ຊຶ່ງກໍເປັນປະເທດທີ່ດ້ອຍພັທນາເຊັ່ນກັນຈະບໍ່ຊ່ວຍສ້າງສາ ພັທນາປະເທດລາວໃຫ້ຈະເຣີນກ້າວໜ້າໄວເທົ່າທີຄວນ. ນັກປະຫວັດສາດລາວທ່ານນຶ່ງ ໃຫ້ທັສນະກ່ຽວກັບ ຄວາມສຳພັນຣະຫວ່າງລາວແລະ ວຽດນາມນີ້ວ່າ ປັດຈຸບັນມີແຕ່ຄະນະຜູ້ນຳເທົ່ານັ້ນມີຄວາມສຳພັນອັນໃກ້ຊິດກັນ ສ່ວນ ປະຊາຊົນແລ້ວ ບໍ່ຄ່ອຍສນິດສນົມກົມກຽວກັນພໍເທົ່າໃດ ເພາະວ່າລາວແລະວຽດນາມ ມີພາສາ ປະເພນີ ວັທນະທັມແຕກຕ່າງກັນ. ສລຸບແລ້ວ ເຖິງວ່າຈະມີຜູ້ຂັດຄ້ານແນວໃດກໍຕາມ ຄະນະຜູ້ນຳລາວແລະວຽດນາມ ກໍ ຍັງຈະມີຄວາມສຳພັນອັນໃກ້ຊິດພິເສດນີ້ຕລອດໄປ ແລະຈະແໜ້ນແຟ້ນຍິ່ງໆຂື້ນ.
ຣາຍການອື່ນໆ
ບົດວິເຄາະ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ເມື່ອໃດສປປລາວຈະໄດ້ເປັນສະມາຊິກຂອງອົງການຄ້າໂລກ
- ຫລັງຈາກການເລືອກຕັ້ງ, ; ສະພາແຫ່ງຊາດລາວ ຈະຕ້ອງປະຕິບັດຕາມຂັ້ນຕອນຫຍັງແດ່ເພື່ອເລືອກ ປະທານປະເທດ ; ແລະແຕ່ງຕັ້ງນາຍົກຣັຖມົນຕຣີ.
- ການປ່ຽນແປງຄະນະຜູ້ນຳລະດັບກົມການເມືອງແລະລະດັບ ສູນກາງພັກຂອງພັກປະຊາຊົນປະຕີວັດລາວຈະສາມາດ ແກ້ໄຂບັນຫາໃດແດ່ທີ່ ; ສປປ ; ລາວກຳລັງປະເຊີນຢູ່
- ການເລືອກຕັ້ງ ; ໃນ ; ສປປລາວ
- ການໂຄສະນາຫາສຽງໃນການເລືອກຕັ້ງຢູ່ລາວ
- ການປະກາດ ; ບໍ່ຮັບຕຳແນ່ງນາຍົກຣັຖະມົນຕຣີ ; ຕໍ່ໄປຂອງ ທ່ານ ; ທັກສິນ ; ຊິນນະວັດ ; ນາຍົກຣັຖະມົນຕຣີຂອງໄທ ຄົນປັດຈຸບັນ
- ພັກປະຊາຊົນປະຕິວັດໄດ້ແຕ່ງຕັ້ງຜູ້ນຳຄົນໄໝ່
- ຫລາຍປະເທດທີ່ໃຫ້ການຊອ່ຍເຫລືອລາວກຳລັງຈະຫມົດ ຄວາມອົດທົນທີ່ຈະໃຫ້ການຊອ່ຍເຫລືອລາວອີກຕໍ່ໄປ
- ທັສນະຂອງນັກວິເຄາະທາງດ້ານການເມືອງຊາວຕ່າງປະເທດຕໍ່ກອງປະຊຸມຫລວງ
- ການເລືອກຕັ້ງຢູ່ໃນລາວເທື່ອນີ້ ຈະເປັນການເລືອກຕັ້ງທີ່ເສຣີ ແລະມີປະຊາທິປະໄຕບໍ່?
- ກອງປະຊຸມຫລວງຂອງພັກຄັ້ງທີ 8 ຈົບລົງດ້ວຍຄວາມຕົກຕະລຶງໃນການທີ່ມີ ການແຕ່ງຕັ້ງຄົນກຸ່ມນ້ອຍເຂົ້າຮັບຕຳແໜ່ງສຳຄັນ
- ທັສນະຂອງຊາວລາວທ່ານນຶ່ງ ຕໍ່ການຫລັ່ງໄຫຼເຂົ້າມາຕັ້ງຖິ່ນຖານ ຢ່າງຫລວງຫຼາຍໃນລາວ ຂອງຊາວຈີນ ແລະຊາວວຽດນາມ
- ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກປະຊາຊົນປະຕິວັດລາວ ຈະໄຂຂຶ້ນມື້ໃດແທ້?
- ປັດຈຸບັນ ນັກທືນຈາກໄທໄດ້ຫລັ່ງໄຫຼກັນໄປລົງທືນໃນລາວ ຍ້ອນເຫດຜົລຫລາຍ ປະການ, ເຫດຜົນສຳຄັນ ກໍແມ່ນມາໃຊ້ລິກະສິດ ຫລື ໂຄຕ້າ ຂອງລາວ ເພື່ອຜລິດແລະສົ່ງອອກໄປຂາຍຕ່າງປະເທດ
- ຫລາຍໆຄົນມີຂໍ້ຂ້ອງໃຈຢາກຮູ້ວ່າພັກປະຊາຊົນປະຕິວັດລາວ ເປັນພັກການເມືອງແນວໃດ ; ມີຈຸດປະສົງຫຍັງ ; ແລະຈະເຮັດ ໃຫ້ປະເທດຊາດຈະເຣີນບໍ່?
- ການໂຮມຊຸ່ມນຸ່ມ ; ເພື່ອປະທ້ວງຣັຖບານ ; ໃນ ພະຣາຊອານາຈັກໄທ
- ເພື່ອຫຼີກເວັ້ນຄວາມຮຸນແຮງຈາກການປະທ້ວງຣັຖບານ ທ່ານທັກສິນ ; ຊິນນະວັດ ; ຈຶ່ງໄດ້ຍຸບສະພາຜູ້ແທນຣາຊດອນ ແລະຈະຈັດໃຫ້ມີການເລືອກຕັ້ງໃໝ່
- ທາງການລາວວ່າ ; ການຂາດດຸນງົປະມານ ຂອງຣັຖະບານລາວມີມາໄດ້ຫລາຍປີແລ້ວ
- ຍຸດທະສາດແຜນການຫລຸດຜ່ອນຄວາມຍາກຈົນ ຂອງຣັຖະບານລາວມີຄືແນວໃດແດ່?
- ການໄປທຳງານຢູ່ປະເທດໄທຂອງຄົນງານລາວ ນັ້ນມັນກຸ້ມຄ່າບໍ?
- ການທີ່ຣັຖະບານລາວພິມເງິນໃບ  50 ,000 ; ກີບ ; ອອກ ມາໄຊ້ຈະເຮັດໃຫ້ຄ່າຂອງເງີນກີບຂອງລາວຕົກຕ່ຳບໍ?
- ຣັຖບານ ; ສປປລາວ ; ແລະຣັຖບານໄທ ; ມີໜ້າທີ່ຄຸ້ມຄອງ ເດັກນ້ອຍມົ້ງ  26 ; ຄົນທີ່ຖືກທາງການໄທສົ່ງຂ້າມຂອງ ໄປຝັ່ງລາວ
- ໃຜຂ້າທ້າວສົມອົກ ; ສີຫາຣາດ ; ແລະພັນລະຍາ ຢູ່ແຂວງໜອງຄາຍຂອງໄທ? ; ຂ້າເພື່ອຫັຽງ?