ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.


2007.09.07

ສປປ ລາວກ່າວວ່າ ຕົນຍັງບໍ່ທັນພ້ອມເທື່ອທີ່ຈະລົງນາມໃນສົນທິສັນຍາຫ້າມໃນການນຳໃຊ້ ສະສົມຜລິດ ແລະໂອນຕລອດທັງທຳລາຍຣະເບີດຕໍ່ຕ້ານບຸກຄົນ ສະບັບປີ 1997 ຫລືເປັນທີ່ຮູ້ກັນໃນອີກຊື່ນຶ່ງວ່າ ສົນທິສັນຍາ OTTAWA . ທ່ານ ມາລິຍະ ໄຊຍະວົງຜູ້ອຳນວຍຄະນະກັມມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາຣະເບີດຕົກ ຄ້າງຢູ່ ສປປ ລາວກ່າວວ່າ ສ່ວນໃຫຍ່ແລ້ວລາວກໍບໍ່ມີບັນຫາ ເຊັ່ນວ່າໃນດ້ານຜລິດ ການຈຳໜ່າຍເພາະລາວກໍບໍ່ໄດ້ ເຮັດຍ້ອນເປັນປະເທດທີ່ທຸກຍາກ ແຕ່ບັນຫາທີ່ ລາວມີກໍຄືການປະຕິບັດພັນທະຂອງສັນຍາ. ທ່ານມາລິຍະໃຫ້ການຊີ້ ແຈງກ່ຽວກັບເຣື່ອງນີ້ວ່າ:

ບັນຫາ ການປະຕິບັດພັນທະຂອງສັນຍາ ວ່າດຽວນີ້ຄັນຊິອີງໃສ່ ການຫ້າມການຜລິດນັ້ນ ກໍບໍ່ມີບັນຫາ ເພາະລາວເປັນປະເທດທຸກຍາກ ບໍ່ມີຄວາມສາມາດຈະຜລິດ ແລະຈະຂາຍລະເບີດ ແຕ່ບັນຫາແມ່ນ ການປະຕິບັດສັນຍາ ເພາະຢູ່ໃນສັນຍາ ບາງຂໍ້ ມັນຢາກເຂັ່ງຂັດ ທາງດ້ານຕົວຈຣິງ ແລະເທັກນິກ ທາງລາວຍັງບໍ່ສາມາດປະຕິບັດໄດ້.

ທ່ານ ມາລິຍະ ໃຫ້ທັສນະດັ່ງກ່າວໃນຣະຫວ່າງໄປຮ່ວມກອງປະຊຸມເຜີຍແຜ່ລາຍງານ ວ່າດ້ວຍຣະເບີດຝັງດິນ LANDMINE MONITOR REPORT ປີ 2006 ຊຶ່ງຈັດຂຶ້ນຢູ່ທີ່ບາງກອກໂດຍຄະນະກັມມະການ ປຸກຣະດົມນາໆຊາດເພື່ອຕໍ່ຕ້ານຣະເບີດຝັງດິນທີ່ມີຊື່ຫຍໍ້ວ່າ ICBL ແລະຄະນະກັມມະການປຸກຣະດົມ ຕໍ່ຕ້ານຣະເບີດຝັງດິນຂອງໄທ. ໃນພິທີດັ່ງກ່າວນີ້ມີຮອງນາຍົກຣັຖມຸນຕຣີໄທ ບັນດາຜູ້ຕາງໜ້າສະຖານທູດຕ່າງໆ ອົງການຈັດຕັ້ງນາໆ ຊາດ 70 ກວ່າທ່ານເຂົ້າຮ່ວມ.

ທ່ານ ມາລິຍະ ເວົ້າວ່າ ບັນຫາສຳຄັນທີ່ກຳລັງປະເຊີນໜ້າລາວໃນປັດຈຸບັນນີ້ກໍຄືຣະເບີດທີ່ບໍ່ທັນແຕກ ຫລື ທີ່ເອີ້ນກັນວ່າ UXO ຊຶ່ງມີການຝັງຊະຊາຍຢູ່ໃນຫລາຍໆແຂວງທົ່ວປະເທດ ຖ້າເກັບກູ້ກໍຕ້ອງໄດ້ໃຊ້ເວລາ ບໍ່ຕ່ຳກວ່າ 100 ປີ ແລະຕ້ອງໃຊ້ງົບປະມານຈຳນວນມະຫານ. ທ່ານ ວ່າ ນີ້ກໍເປັນພາລະໃຫຍ່ແລ້ວ ທີ່ເຣັດໃຫ້ລາວ ຍັງບໍ່ທັນເວົ້າ ເຖິງເຣື່ອງການລົງນາມໃນສົນທິສັນຍາ OTTAWA ເທື່ອ.

ນອກຈາກການປະຕິບັດພັນທະຂອງສັນຍາທີ່ໄດ້ເປັນບັນຫາແລ້ວ ລາວຍັງເຫັນວ່າຣະເບີດຝັງດິນ ຍັງມີ ຄວາມຈຳເປັນ ໃນການປົກປັກຮັກສາຄວາມປອດພັຍແລະຄວາມສະງົບຂອງປະເທດ ດັ່ງເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງ ຂອງລາວໄດ້ກ່າວໃຫ້ການຊີ້ແຈງແກ່ເອເຊັຽເສຣີກ່ຽວກັບເຣື່ອງນີ້ວ່າ:

ຄວາມຈິງນີ້ ລະເບີດຝັງດິນນິ ສຳຫລັບລາວເຮົານິ ໃນລະຍະສະເພາະໜ້ານິ ມັນກໍມີຄວາມຈຳເປັນຢູ່ ເພື່ອຮັກສາໃວ້ໃນການທີ່ວ່າ ປ້ອງກັນຄວາມປອດພັຍຂອງຕົນເອງ ເພາະວ່າຊາຍແດນກໍກວ້າງຍາວ ພ້ອມກັນນັ້ນຮັ້ນ ເຂດຄຸ້ມຄອງ ຫລື ເຈົ້າໜ້າທີ່ກວດກາ ກໍມີທົ່ວໄປ ແຕ່ວ່າມັນກໍຕ້ອງໄດ້ອາໄສອັນນີ້ ຊ່ວຍເຫລືອແດ່.

ເວລານີ້ ມີ 151 ປະເທດໄດ້ເຂົ້າເປັນສະມາຊິກຫລືເປັນພາຄີຂອງສົນທິສັນຍາ OTTAWA. ສະມາຊິກ ທີ່ເຂົ້າໃໝ່ໃນຮອບປີຜ່ານມາກໍມີບຣູນາຍ, ໝູ່ເກາະຄຸກ, ເຮຕິແລະຢູເຄຣນ ນອກນັ້ນຍັງ ມີອີກ 3 ປະເທດໄດ້ລົງ ນາມໄປແລ້ວ ແຕ່ຍັງບໍ່ທັນໃຫ້ສັຕຍາບັນເທື່ອ ປະກອບດ້ວຍອິນໂດເນເຊັຽ ໝູ່ເກາະ MARSHALL ແລະໂປແລນ ສ່ວນປະເທດທີ່ບໍ່ທັນໄດ້ເຂົ້າເປັນສະມາຊິກກໍມີ 40 ປະເທດ ຮວມທັງສະຫຣັດ, ຣັດເຊັຽ, ຈີນ, ສປປ ລາວ, ວຽດ ນາມແລະອື່ນໆ.

ສຳລັບປະເທດ ທີ່ເຂົ້າເປັນສະມາຊິກແລະເກັບກູ້ຣະເບີດທຸກຊະນິດສຳເຣັດເປັນທີ່ຮຽບຮ້ອຍ ໃນຮອບປ ຜ່ານມາກໍມີປະເທດ GUATEMALA ແລະ SURINAM ແຕ່ຂະນະດຽວກັນຍັງມີອີກ 29 ປະເທດ ທີ່ເຂົ້າເປັນສະ ມາຊິກ ແຕ່ຕ້ອງໄດ້ເກັບກູ້ຣະເບີດໃຫ້ແລ້ວທັນຕາມກຳນົດເວລາພາຍໃນປີ 2009 ຫລື 2010 ແລະມີບາງປະເທດອາດຈະບໍ່ແລ້ວທັນຕາມກຳນົດຮວມທັງ BOSNIA HERZEGOVINA, ກຳພູຊາ, MOZAMBIQUE ແລະໄທ. ນາງ JODY WILLIAMS ເອກອັຄຣາຊທູດຂອງອົງການ ICBL ຊຶ່ງເຄີຍໄດ້ຮັບລາງວັນໂນແບລມາແລ້ວກ່າວຊີ້ ແຈງກ່ຽວກັບເຣື່ອງນີ້ວ່າ:

ເວລານີ້ມີ 13 ໃນຈຳນວນ 29 ປະເທດຄາດວ່າຈະບໍ່ສາມາດເກັບກູ້ຣະເບີດໃຫ້ແລ້ວທັນຕາມເສັ້ນຕາຍ ທີ່ໄດ້ກຳນົດໄວ້ 10 ປີ ຊຶ່ງກຳນົດເວລາດັ່ງກ່າວຈະມາເຖິງໃນປີ 2009 ແລະ 2010 ນີ້ກໍເປັນບັນຫາສຳຄັນ ໂດຍສະເພາະແລ້ວ ຖ້າພວກເຮົາເບິ່ງໄປຍັງເຣື່ອງເງິນສນັບສນຸນ ທີ່ພວກເຮົາໄດ້ຮັບຫລຸດລົງນີ້ ແມ່ນ ເທື່ອທຳອິດ ທີ່ເງິນສນັບ ຫລຸດລົງ ຄືໃນປີຜ່ານມານີ້ໄດ້ຫລຸດລົງ 23 ລ້ານໂດລາສະຫະຣັດ.

ຂະນະດຽວກັນ ລາຍງານວ່າດ້ວຍຣະເບີດຝັງດິນປີ 2006 ຍັງແຈ້ງວ່າ ໃນຮອບປີຜ່ານມາຣັຖບານ ແລະ ກຸ່ມກະບົດໃນປະເທດຕ່າງໆ ໄດ້ໃຊ້ຣະເບີດຕໍ່ຕ້ານບຸກຄົນໜ້ອຍລົງ ແລະພ້ອມດຽວກັນ ກໍໄດ້ມີການເກັບກູ້ ູ້ ຣະເບີດ ອອກຈາກທີ່ດິນຫລາຍເປັນປະວັດການ. ກ່ຽວກັບການໃຊ້ຣະເບີດນັ້ນທ່ານ STEVE GOOSE ຜູ້ອຳນວຍການບໍຣິຫານ ກ່ຽວກັບເຣື່ອງອາວຸດຂອງກຸ່ມປົກປ້ອງສິດທິມະນຸດ HUMAN RIGHTS WATCH ກ່າວວ່າ:

ມີການໃຊ້ຣະເບີດຕໍ່ຕ້ານບຸກຄົນຫລຸດໜ້ອຍລົງທັງໂດຍຣັຖບານຂອງປະເທດຕ່າງໆ ແລະກຸ່ມກະບົດ ໃນປີ 2005 ຜ່ານມາ ແລະ 6 ເດືອນທຳອິດຂອງປີ 2006 ໃນລະຍະນີ້ມີການຢືນຢັນວ່າ ມີແຕ່ຣັຖບານ ຂອງ 3 ປະ ເທດທໍ່ນັ້ນທີ່ໄດ້ໃຊ້ຣະເບີດຕໍ່ຕ້ານບຸກຄົນຄືພະມ້າ, ເນປາລ ແລະຣັດເຊັຽ ປະທັງ 3 ນີ້ ສົມຄວນຖືກປະນາມທີ່ໄດ້ໃຊ້ ຣະເບີດດັ່ງກ່າວ. ທ່ານວ່າ ປະເທດທີ່ໃຊ້ຫລາຍກວ່າໝູ່ກໍແມ່ນພະມ້າ ທີ່ມີ ລາຍງານວ່າພວກທະຫານໄດ້ຫ້າງຣະເບີດ ເພື່ອເຮັດໃຫ້ປະຊາຊົນຢ້ານກົວ.

ແນວໃດກໍຕາມ ລາຍງານແຈ້ງວ່າໃນຮອບປີຜ່ານມາ ຍັງມີຣະເບີດຝັງດິນຝັງຊະຊາຍຢັ່ງຢາຍຢ ໃນ 78 ປະເທດ ແລະດິນແດນ 7 ບ່ອນ.

ສຳລັບ ສປປ ລາວແລ້ວເຖິງແມ່ນຍັງບໍ່ທັນເປັນພາຄີຂອງສົນທິສັນຍາ OTTAWA ເທື່ອໃນເວລານີ້ ກໍຈິງ ແຕ່ ກໍເວົ້າວ່າຕົນມີຄວາມປະສົງທີ່ຈະເຂົ້າເປັນພາຄີຂອງສົນທິສັນຍາດັ່ງກ່າວ ເວລາໃດສະພາບການ ຫາກເໝາະສົມ ແລະມີສິ່ງທົດແທນໃນການຮັກສາຄວາມປອດພັຍ ເຈົ້າໜ້າທີ່ລາວທ່ານດຽວກັນນີ້ໃຫ້ການ ຊີ້ແຈງຕື່ມວ່າ:

ລັກສະນະຍາຍນານແລ້ວ ແນ່ນອນທາງສປປລາວ ກໍຈະໄດ້ຄົນຄວ້າ ພິຈະຣະນາ ເຖິງຄວາມອາດສາມາດ ທີຈະເຂົ້າເປັນພາຄີ ແລະເມື່ອໃດເຫັນວ່າ ສຸກງອມ ອາດຈະມີສິງທົດແທນ ເພື່ອຮັປະກັນຄວາມປອດພັຍ

ຂະນະດຽວກັນລາຍງານວ່າດ້ວຍຣະເບີດຝັງດິນປີ 2006 ແຈ້ງວ່າ ໃນຮອບປີຜ່ານມາລາວໄດ້ຢືນຢັນ ເຖິງຄວາມໝັ້ນໝັ້ນຕັ້ງໃຈໃນການທີ່ຈະເຂົ້າເປັນພາຄີຂອງສົນທິສັນຍາ OTTAWA ໃນອະນາຄົດຂ້າງໜ້າ ໂດຍໄດ້ ຕັ້ງຜູ້ອຳນວຍການຄະນະກັມມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາຣະເບີດຕົກຄ້າງ ເປັນເທື່ອທຳອິດແລະການປະຕິບັດງານຂອງຄະນະເກັບກູ້ຣະເບີດທີ່ບໍ່ທັນແຕກກໍໄດ້ຜົນເພີ້ມຂຶ້ນ ຄືສາມາດ ເກັບຣະເບີດອອກຈາກພື້ນທີ່ 15.7 ກິໂລແມັດມົນທົນ. ມີອົງການເກັບກູ້ຣະເບີດໃໝ່ 2 ຈຸໄດ້ຮັບອະນຸຍາດ ໃຫ້ປະຕິບັດໜ້າທີ່ເກັບກູ້ຣະເບີດໄດ້ ໃນປີ 2005 ຜ່ານມາ ແລະອີກຈຸນຶ່ງໃນຕົ້ນປີ 2006 ນີ້ ຂະນະທີ່ມີ ີຜູ້ບາດເຈັບ ລົ້ມຕາຍທັງໝົດ 164 ກໍຣະນີ ຈາກອຸບັດ ຕິເຫດ 91 ຄັ້ງ ໃນນັ້ນ 54 ສ່ວນຮ້ອຍ ຂອງ ພວກເຄາະຮ້າຍ ແມ່ນເປັນເດັກນ້ອຍ.

ໄພສານ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.