ບັນຫາຊາວອົບພະຍົບມົ້ງທີ່ປະເທດໄທ


2007.09.07
  ;   ;   ;   ;

ບັນຫາຊາວອົບພະຍົບມົ້ງ   ; ທີ່ປະເທດໄທ   ; ເປັນບັນຫາໃຫຍ່ສຳຣັບສປປລາວ ແລະປະເທດໃກ້ຄຽງ   ; ເປັນບັນຫາຍຸ້ງຍາກສັບສົນ   ; ຍາກຈະແກ້ໄຂໄດ້;   ; ແຕ່ລະຝ່າຍ ກໍມີທ່າທີແລະວິທີແກ້ໄຂແຕກຕ່າງກັນ.

ຫລັງຈາກກຳລັງແນວລາວຮັກຊາດ ຍຶດອຳນາດໃນລາວເມື່ອປີ 1975 ປະຊາຊົນ ລາວຫລາຍແສນຄົນ ໄດ້ພາກັນອົບພະຍົບຫລົບໜີໄປຢູ່ປະເທດໄທ ແລະຕໍ່ມາ ເກືອບທັງໝົດ ກໍໄດ້ໄປຕັ້ງຖິ່ນຖານຖາວອນ ຢູ່ປະເທດທີ່ສາມ ຍັງເຫຼືອແຕ່ຊາວເຜົ່າ ມົ້ງສ່ວນນຶ່ງ ຖືກຕົກຄ້າງຢູ່ໄທ ແລະໃນເວລາຕໍ່ໆມາ ກໍມີຊາວເຜົ່າມົ້ງ ຫລາຍພັນຄົນ ຫລົບໜີມາຈາກສປປລາວ ເຂົ້າມາສົມທົບຕື່ມ ຈົນປັດຈຸບັນ ມີຊາວເຜົ່າມົ້ງ ອາໃສ ຢູ່ ໃນເຂດ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດສະບູນຂອງໄທ ປະມານ 6,500 ຄົນ.

ແຕ່ໃດມາ ເຈົ້າໜ້າທີ່ທາງການລາວ ກ່າວຢູ່ສເມີວ່າ ສປປລາວ ບໍ່ມີບັນຫາຊາວອົບ ພະຍົບມົ້ງແລ້ວ; ບັນຫາອົບພະຍົບລາວຢູ່ໄທຖືກແກ້ໄຂໄປແລ້ວເມື່ອສີ່ຫ້າປີກ່ອນ. ແມ້ແຕ່ຊາວມົ້ງທີ່ອາໃສ ແຂວງເພັດສະບູນ ຂອງໄທ ໃນປັດຈຸບັນ ທາງການລາວ ກໍ ປະຕິເສດວ່າ ບໍ່ແມ່ນມົ້ງລາວ. ແຕ່ເມື່ອວັນຈັນທີ່ຫາກໍຜ່ານມາ ທ່ານ ຫຽມ ພົມມະ ຈັນ ອາດີດເອກອັກຄະຣາຊທູດລາວປະຈຳປະເທດໄທ ໄດ້ກ່າວກ່ຽວກັບຊາວມົ້ງເຫຼົ່າ ນັ້ນວ່າ   ; ( ກະຣຸນາ ຟັງສຽງປະກອນ )   ; ຄຳກ່າວນັ້ນ ສະແດງໃຫ້ເຫັນວ່າ ທາງການລາວ ຍອມຮັບວ່າ ສປປລາວ ມີບັນຫາ ມົ້ງ ແລະກໍຍັງມີຊາວເຜົ່າມົ້ງ ໂຕນໜີໄປປະເທດໄທຢູ່; ສ່ວນສາເຫດທີ່ພາໃຫ້ມີການ ໂຕນໜີນັ້ນ ເປັນຍ້ອນນາຍພົນວັງປາວ ແລະຊາວລາວເຜົ່າມົ້ງທີ່ສະຫະຣັຖອະເມຣິ ກາເປັນຜູ້ຕົ້ວະຍົ້ວະ. ບັດນີ້ ພວກເຮົາມາສຶກສາເບິ່ງຕື່ມວ່າ ມີສາເຫດຫຍັງແດ່ ທີ່ພາໃຫ້ຊາວລາວເຜົ່າມົ້ງ ຍັງໂຕນໜີອອກຈາກປະເທດ ສືບຕໍ່ມາ ແລະແຕ່ລະຝ່າຍທີ່ກ່ຽວຂ້ອງ ຈະແກ້ໄຂແນວ ໃດ?

ກ່ອນອື່ນໝົດ ສາເຫດໃຫຍ່ ກໍແມ່ນສົງຄາມ. ໃນສມັຍສົງຄາມເມື່ອ 30-40 ປີກ່ອນ ຣັຖບານ ຣາຊອານາຈັກລາວ ແລະສະຫະຣັຖອະເມຣິກາ ໃຊ້ກຳລັງທະຫານມົ້ງຕໍ່ສູ້ກັບ ຝ່າຍແນວລາວຮັກຊາດ ຫຼືຄອມມຸຍນິສ. ແຕ່ຝ່າຍຣາຊອານາຈັກລາວແລະສະຫະຣັຖ ເປັນຜູ້ປະລາໄຊ; ຝ່າຍແນວລາວຮັກຊາດ ຈຶ່ງຍຶດອຳນາດເມື່ອປີ 1975. ຈາກນັ້ນ ມາ ຊາວເຜົ່າມົ້ງສ່ວນນຶ່ງ ກໍຍັງຖືວ່າ ຝ່າຍແນວລາວຮັກຊາດ ຊຶ່ງເປັນຣັຖບານກຳອຳ ນາດມາຈົນເຖິງປັດຈຸບັນນີ້ ຍັງເປັນສັດຕຣູຂອງພວກຕົນຢູ່ ຍັງຣະແວງສົງໃສ ຢ້ານ ຖືກປາບປາມ ຍັງລີ້ຊ່ອນຢູ່ພູຜາປ່າໄມ້ ແລະກໍຕໍ່ສູ້ຫຼືປະທະກັບກຳລັງທະຫານຣັຖ ບານລາວຢູ່ເລື້ອຍໆ ອັນເປັນເຫດໃຫ້ຊາວເຜົ່າມົ້ງເຫຼົ່ານັ້ນ ຕົກຢູ່ໃນສະພາບທຸກຍາກ ຂາດເຂີນຢ່າງແຮງ ແລະຫລາຍຄົນ ກໍເສັຍຊີວິດ ຍ້ອນຖືກປາບປາມແລະຍ້ອນຂາດ ເຂີນອາຫານການກິນ. ສະນັ້ນຊາວເຜົ່າມົ້ງແລະພໍ່ແມ່ພີ່ນ້ອງ ຂອງພວກເຂົາເຈົ້າ ຈຶ່ງ ພາກັນໂຕນໜີອອກຈາກລາວຢ່າງບໍ່ຢຸດຢັ້ງ ດັ່ງ ຫົວໜ້າຊາວເຜົ່າມົ້ງ ໃນ ເຂດບ້ານ ຫ້ວຍນ້ຳຂາວ ໄດ້ກ່າວຕອນນຶ່ງວ່າ   ; ( ກະຣຸນາ ຟັງສຽງປະກອນ )   ; ນັ້ນແມ່ນສາເຫດໃຫຍ່ ທີ່ພາໃຫ້ ມີຊາວອົບພະຍົບມົ້ງ ໃນປະເທດໄທ.

ແຕ່ແນ່ນອນວ່າ ກໍມີສາເຫດອື່ນໆນຳ ເຊັ່ນ ຍ້ອນພວກເຂົາເຈົ້າ ມີຄວາມຫວັງວ່າ ຈະໄດ້ໄປຕັ້ງຖິ່ນ ຖານຢູ່ສະຫະຣັຖອະເມຣິກາ ເໝືອນກັບຊາວເຜົ່າມົ້ງຊຸດກ່ອນໆ. ປັດຈຸບັນ ຊາວເຜົ່າ ມົ້ງ ທີ່ ບ້ານຫ້ວຍນ້ຳຂາວ ໄດ້ສ້າງບັນຫາ ຍຸ້ງຍາກໃຫ້ແກ່ທາງການລາວແລະໄທ. ອົງການແລະຣັຖບານ ຕ່າງປະເທດ ກໍຕຳນິຕິຕຽນຣັຖບານລາວ ວ່າຍັງປາບປາມຊາວ ເຜົ່າມົ້ງ ແລະຝ່າຍໄທ ກໍບໍ່ໃຫ້ການ ຊ່ວຍເຫຼືອ ແກ່ພວກເຂົາເຈົ້າຢ່າງບໍ່ເປັນທັມ. ໃນຣະຍະຜ່ານມາ ຫລາຍໆຝ່າຍທີ່ກ່ຽວຂ້ອງກໍມີວິທີແກ້ໄຂ ແຕກຕ່າງກັນ ເຊັ່ນ ທາງ ການລາວ ດັ່ງທີ່ທ່ານ ຫຽມ ພົມມະຈັນ ໄດ້ສເນີໄປແລ້ວ ວ່າ ຣັຖບານລາວ ບໍ່ແມ່ນ ຕົ້ນເຫດພາໃຫ້ຊາວເຜົ່າມົ້ງໂຕນໜີອອກຈາກປະເທດ; ແຕ່ແມ່ນນາຍພົນວັງປາວ ແລະຊາວເຜົ່າມົ້ງ ຢູ່ສະຫະຣັຖອະເມຣິກາ ເປັນຜູ້ຕົວະຍົວະ ແລະພວກທີ່ເປັນຕົ້ນເຫດ ນັ້ນ ກໍເປັນສັນຊາດອະເມຣິກັນແລ້ວ. ສະນັ້ນ ຜູ້ແກ້ໄຂ ກໍຕ້ອງແມ່ນອະເມຣິກາ ຊຶ່ງໝາຍເຖິງທາງການສະຫະຣັຖ. ສ່ວນ ທາງການສະຫະຣັຖ ເອງຄິດວ່າ ຕົນໄດ້ ຊ່ວຍແກ້ໄຂໄປແລ້ວ ຄືໄດ້ຮັບເອົາຊາວເຜົ່າມົ້ງປະມານ 15,000 ຄົນ ໄປຕັ້ງຖິ່ນ ຖານຢູ່ສະຫະຣັຖເມື່ອບໍ່ດົນຜ່ານມາ; ແຕ່ປະກົດວ່າ ການຮັບເອົານັ້ນ ພັດຍິ່ງພາໃຫ້ ຊາວເຜົ່າມົ້ງໂຕນໜີ ຈາກລາວເຂົ້າມາປະເທດໄທຕື່ມອີກຕລອດມາ.

ທາງດ້ານອົງການຈັດຕັ້ງຊາວເຜົ່າມົ້ງໃນຕ່າງປະເທດ ເປັນຕົ້ນໃນສະຫະຣັຖອະເມຣິກາ ພັດຮຽກຮ້ອງໃຫ ້ ້ຣັຖບານລາວ ກ່ອນອື່ນໝົດ ໃຫ້ຢຸດຕິການເຂັນຂ້າປາບປາມ ຊາວ ເຜົ່າມົ້ງຢູ່ໃນລາວ ແລ້ວເປີດໃຫ້ ້ເຈົ້າໜ້າທີ່ອົງການຕ່າງປະເທດເຂົ້າໄປໃຫ້ການ ຊ່ວຍເຫຼືອແລະສຳຣວດເບິ່ງ ສະພາບການເປັນຢູ່ ຂອງພວກເຂົາເຈົ້າ. ຕໍ່ຄຳສເນີດັ່ງ ກ່າວ ອົງການສະຫະປະຊາຊາດແລະຣັຖບານສະຫະຣັຖ ກໍສນັບສນູນ ແຕ່ຖືກທາງ ການລາວ ປະຕິເສດ.

ສ່ວນທາງການໄທ ໄດ້ພະຍາຍາມຢ່າງເຕັມທີ່ ຢາກພົບປະເຈຣະຈາກັບທາງການ ລາວ ແລະຢາກໃຫ້ ້ທາງຝ່າຍລາວ ຮັບເອົາຊາວເຜົ່າມົ້ງເຫຼົ່ານັ້ນກັບຄືນປະເທດລາວ. ແຕ່ຈົນເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ມີວິແວວວ່າ ຈະຍອມພົບປະເຈຣະຈາ ກັບຝ່າຍໄທ. ໃນຣະຍະຜ່ານມາ ໄທຖືວ່າຊາວເຜົ່າມົ້ງເຫຼົ່ານີ້ ເປັນຜູ້ລັກລອບເຂົ້າ ເມືອງຢ່າງຜິດກົດໝາຍ ສະນັ້ນ ທາງການໄທ ຈຳເປັນຕ້ອງຜັກດັນພວກເຂົາເຈົ້າກັບ ຄືນປະເທດລາວ; ເມື່ອຕົ້ນປີນີ້ ເຈົ້າໜ້າທີ່ໄທ ກໍໄດ້ຈັດສົ່ງຊາວເຜົ່າມົ້ງ ຊຶ່ງສ່ວນ ຫລາຍກໍແມ່ນ ເດັກນ້ອຍ ເຍົາວະຊົນ ກັບຄືນປະເທດລາວ ໂດຍທີ່ທາງຝ່ານລາວ ບໍ່ຮູ້ ບໍ່ເຫັນນຳ. ປັດຈຸບັນ ເຈົ້າໜ້າທີ່ໄທ ກໍຂູ່ເລື້ອຍໆ ວ່າ ຈະຜັກດັນຊາວເຜົ່າມົ້ງທີ່ແຂວງ ເພັດສະບູນນັ້ນກັບຄືນລາວໃຫ້ໄດ້ໃນໄວໆນີ້.

ມາເຖິງຕອນນີ້ ເຮົາຈະພໍສລູບໄດ້ວ່າ ທາງການຂອງປະເທດທີ່ກ່ຽວຂ້ອງ ຕ່າງກໍມີທ່າທີ ແລະວິທີແກ້ໄຂ ແຕກຕ່າງກັນ. ທາງການລາວ ຍອມຮັບວ່າ ຊາວເຜົ່າມົ້ງຂອງຕົນ ໄດ້ໂຕນໜີອອກຈາກປະເທດແທ້ ແຕ່ຕົນບໍ່ແມ່ນຕົ້ນເຫດ ສະນັ້ນ ຈຶ່ງບໍ່ມີສ່ວນຮັບຜິດ ຊອບໃນການແກ້ໄຂ. ສ່ວນຝ່າຍໄທ ກໍພະຍາຍາມ ພົບປະເຈຣະຈາກັບທາງການລາວ; ແຕ່ກໍບໍ່ໄດ້ຮັບການຮ່ວມມືເທົ່າທີຄວນ; ວິທີແກ້ໄຂສະເພາະໜ້າ ກໍຄື ຜັກດັນຫຼືບັງຄັບ ສົ່ງກັບຄືນປະເທດລາວເທົ່ານັ້ນ.

ສເນີທ່ານໂດຍ: ອະວະຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.