ເຣື້ອງທີ່ເກັບບັນທຶກໄວ້
2010-10-27
ສປປລາວ ຕົກຢູ່ໃນ ອັນດັບທີ 154 ໃນຈຳນວນ 178 ປະເທດ ທີ່ມີ ການສໍ້ຣາສບັງຫລວງ ລາຍໃຫຍ່ໃນໂລກ ດີກວ່າປີທີ່ ຜ່ານມາເລັກນ້ອຍ ຈາກບົດລາຍງານ ປະຈຳປີ 2010 ຂອງອົງການ ໂປ່ງໃສ ສາກົນ ທີ່ພີມ ອອກເຜີຍແພ່ ໃນອາທີດນີ້.
2010-10-26
ຊາວລາວ ທັງພາຍໃນ ແລະຢູ່ຕ່າງປະເທດ ຍັງບໍ່ລືມ ແລະຍັງຈົດຈໍາ ວັນທີ່ 26 ຕຸລາ ປີ 1999 ຊຶ່ງເປັນວັນ ນັກສືກສາລາວ ຖືກປາບປາມ ຍ້ອນກະຕຽມ ປະທ້ວງ ຣັຖບາລ ສປປລາວ. ອາວະຣີ ຈະທົບທວນ ແລະເລົ່າຄວາມເປັນມາ ຂອງເຫດການນັ້ນ ສູ່ທ່ານຟັງອີກ ໃນອັນດັບຕໍ່ໄປ....
2010-10-01
ກອງປະຊຸມ ຄັ້ງໃຫຍ່ທີ່ສຸດ ຂອງພັກແຮງງານ ເກົາຫລີເໜືອ ໃນຮອບ 30 ປີ ໄດ້ດໍາເນີນ ໄປໃນວັນ ອັງຄານ ວັນດຽວ ແລະ ເລືອກໄດ້ ບຸກຄົນທີ່ຈະເປັນ ຜູ້ສືບທອດ ອຳນາດຄົນໃໝ່ ຂອງເກົາຫຼີເໜືອ ຕາມທີ່ໄດ້ມີ ການຄາດຄະເນ ກັນເອົາໄວ້.
2010-09-14
ຊາວແຂວງ ໄຊຍະບູຣີ ຕ່າງກໍຢາກເຫັນ ຄວາມຈະເຣີນ ຮຸ່ງເຮືອງ ຈາກກາຣພັທນາ ຖນົນຫົນທາງ ແລະຂົວຂ້າມ ແມ່ນໍ້າຂອງ ຫລາຍແຫ່ງ ແລະ ໃນຂນະດຽວກັນ ກໍເປັນຫ່ວງ ດ້ານຜົລກະທົບ ໃນທາງລົບ ທີ່ອາຈຕາມມາ ໃນພາຍຫລັງ ດັ່ງ ຫວາດ ສີມູນ ຈະນໍາມາ ສເນີ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-13
ພວກກໍ່ການຮ້າຍ Al Qaeda ບຸກໂຈມຕີ ສະຫະຣັຖ ເມື່ອວັນທີ 11 ກັນຍາ 2001. ມື້ນີ້ເປັນ ວັນຄົບຮອບ ເກົ້າປີ ຂອງເຫດການ ດັ່ງກ່າວ ຊາວອາເມຣິກັນ ແລະທາງການ ສະຫະຣັຖ ຈະຈັດພິທີ ໄວ້ອາລັຍ ແດ່ດວງວິນຍານ ຂອງຜູ້ເສັຍ ຊີວິດ ຢ່າງສົມກຽດ. ອາວະຣີ ມີຣາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-08
ອຸດສາຫະກັມ ຊີ້ນສຸນັກ ທີ່ຂຍາຍໂຕຂື້ນ ຢູ່ໃນ ວຽດນາມ ນໍາລາຍໄດ້ ທີ່ດີມາໃຫ້ ນັກທຸຣະກິດ ຊື້-ຂາຍ ຊີ້ນສຸນັກ ແຕ່ໃນສາຍຕາ ຂອງຄົນ ຫລາຍປະເທດ ເຫັນວ່າ ມັນເປັນການ ທໍຣະມານ ສັດລ້ຽງ ທີ່ຄົນ ຈໍານວນນຶ່ງ ຖືສຸນັກວ່າ ເປັນສ່ວນນຶ່ງ ຂອງສະມາຊີກ ຄອບຄົວ. ກ່ຽວກັບເຣື້ອງນີ້ ສົມເນ ມີຣາຍຣະອຽດ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-03
ນັກລົງທືນ ໃນລາວ ບາງກຸ່ມ ບໍ່ພັທນາ ພື້ນທີ່ ຫຼືໂຄງການ ທີ່ຕົນໄດ້ ສັມປະທານ ຈາກຣັຖບາລ ເພາະຕ້ອງການ ຂາຍຕໍ່ໃຫ້ ນັກລົງທືນ ຕ່າງປະເທດ ໃນຣາຄາສູງກວ່າ ເພື່ອຜົລກໍາໄຣ ສ້າງຄວາມເຊື່ອມເສັຍ ຕໍ່ການພັທນາ ເສຖກິດ ຂອງຊາດ ແລະຫລາຍໂຄງການ ຣັຖບາລ ກໍຖອນ ໃບອະນຸຍາດ ໄປແລ້ວ. ກ່ຽວກັບ ເຣື້ອງນີ້ ສິດນີ ມີຣາຍງານ ມາສເນີທ່ານ ໃນອັນດັບ ຕໍ່ໄປ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-08-25
ການສ້າງເຂື່ອນ ໄຟຟ້າ ຂນາດໃຫຍ່ ຂອງຈີນ ຢູ່ແມ່ນໍ້າຂອງ ຈະກົດດັນໃຫ້ 4 ປະເທດ ໃນເຂດລຸ່ມ ແມ່ນໍ້າຂອງ ປະຕິບັດ ຕາມແຜນ ຍຸທສາດ ຂອງຈີນ ຊຶ່ງພັກ ປະຊາຊົນ ປະຕິວັດ ລາວເອງ ເຄີຍໄດ້ເວົ້າວ່າ ເປັນຍຸທສາດ ເພື່ອຂຍາຍ ອໍານາດ ຢູ່ເອເຊັຍ ຕາເວັນອອກ ສ່ຽງໃຕ້. ຈໍາປາທອງ ມີລາຍງານ ກ່ຽວກັບ ເລື້ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-08-17
ກາຣທີ່ຍັງມີ ກາຣສົ່ງຂາຍ ຊ້າງລາວ ໄປຍັງ ສປຈີນ ແລະ ເກົາຫລີໃຕ້ ເຮັດໃຫ້ກຸ່ມ ອະນຸຮັກ ສັຕປ່າ ເປັນຫ່ວງ ແລະຢ້ານວ່າ ຈໍານວນ ຊ້າງ ໃນເມືອງລາວ ຍິ່ງຈະຫລຸດນ້ອຍ ລົງເລື້ອຍໆ ດັ່ງ: ຫວາດ ສີມູນ ຈະນໍາມາສເນີ ໃນອັນດັບ ຕໍ່ໄປ...
2010-08-06
ນັກຊ່ຽວຊານ ເວົ້າວ່າ ເຂື່ອນ ແມ່ນໍ້າຂອງ ຈະທໍາລາຍ ປາບຶກ ແລະ ປາ ຂນາດໃຫຍ່ ຊນິດອື່ນໆ. ອາວະຣີ ມີຣາຍງານ…
2010-07-19
ເຊີນທ່ານຮັບຟັງ ບົດຄວາມ ປະຈໍາສັປດາ ຊື່ງໃນມື້ນີ້ ຈະເວົ້າເຖິງ ການທ່ອງທ່ຽວຢູ່ ສປປລາວ. ເຖິ່ງແມ່ນວ່າ ສະພາບການ ເສຖກິດທົ່ວໄປ ຈະປະສົບກັບ ວິກິດການ ແລະເຮັດໃຫ້ ທຸຣະກິດ ການທ່ອງທ່ຽວ ໃນລາວ ໄດ້ຮັບຜົນສະທ້ອນ ໄປສ່ວນນຶ່ງກໍຕາມ ແຕ່ການທ່ອງທ່ຽວ ຍັງເປັນອີກ ຂະແໜງນຶ່ງ ຂອງເສຖກິດ ທີ່ນໍາລາຍໄດ້ ເປັນເງີນຕຣາ ຕ່າງປະເທດ ເຂົ້າຣັຖ ອັນດັບສອງຢູ່ ຊື່ງລຸດຈາກ ການຜລິດ ແລະຂາຍບໍ່ແຮ່. ສເນີໂດຍ: ພົງສວັນ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-16
ພຍາດຫມູ ຫູກໍ່າຫລືຫູຊໍ້າ ຣະບາດໃນ ເຂດເອເຊັຽໃຕ້ ແລະກໍ່ເປັນຄັ້ງ ທໍາອິດທີ່ ເກີດຂື້ນໃນລາວ ຫວ່າງອາທິດ ທີ່ຜ່ານມາ ທີ່ເຮັດໃຫ້ ຫມູຕາຍກວ່າ 200 ໂຕ ໃນເຂດ ນະຄອນຫລວງ ວຽງຈັນ ແລະ ອີກ 600 ໂຕ ຍັງມີອາການ ເຈັບໂຊ ຢູ່ໃນເວລານີ້. ການຣະບາດ ຂອງໂຣຄດັ່ງກ່າວ ທີ່ຈີນແລະວຽດນາມ ລະຍະຫລັງໆ ມານີ້ ເຮັດໃຫ້ຫມູ ຕາຍຫລາຍມື່ນໂຕ. ສາເຫດ ເກີດຈາກຫຍັງ ແລະ ຄວນປ້ອງກັນ ແບບໃດ? ສີດນີ ມີລາຍງານ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-05-12
ເມື່ຶອມໍ່ໆມານີ້ ສະຫະພັນ ເອເຊັຍ ເພື່ອ ປະຊາທິປະໄຕ ໃນສະຫະຣັດ ອະເມຣິກາ ຊຶ່ງປະກອບດ້ວຍ ອົງການຮ່ວມ ພະລັງລາວ ຕໍ່ສູ້ເພື່ອ ປະຊາທິປະໄຕ ໃນລາວ ອົງການ ຂເມນເສຣີ ອົງການ ວຽດນາມເສຣີ ແລະ ອົງການ ຈີນເສຣີ ໄດ້ມີການ ປະທ້ວງຂື້ນ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ເພື່ອທວງເອົາ ສິດເສຣີພາບ ແລະ ປະຊາທິປະໄຕ ຂອງ ປະຊາຊົນລາວ ໂດຍການນໍາ ຂອງທ່ານ ບຸນທັນ ຣັດທິຍາ ປະທານ ອົງການ ຮ່ວມພະລັງລາວ ທີ່ກຸງ ວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ. ຈໍາປາທອງ ມີລາຍງານ ມາສເນີທ່ານ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-05-11
ວັນທີ 11 ພຶສພາ 1947 ເປັນວັນ ປະກາດໃຊ້ ຣັຖທັມມະນູນ ສະບັບທຳອິດ ຂອງ ປະເທດລາວ ຊຶ່ງມາຮອດ ວັນທີ 11 ພຶສພາ ປີ 2010 ນີ້ ກໍເປັນວັນ ຄົບຮອບ 63 ປີທີ່ ປະຊາຊົນລາວ ຈົດຈຳວັນທີ່ ມີຄວາມໝາຍ ສໍາຄັນຂອງຊາດ. ເພື່ອເປັນການ ລະລຶກເຖິງ ວັນດັ່ງກ່າວ ມື້ນີ້ ຈຳປາທອງ ມີລາຍງານ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-05-05
ສປປລາວ ແມ່ນນຶ່ງ ໃນຈໍານວນ 40 ປະເທດໃນໂລກ ທີ່ອົງການຂ່າວ ບໍ່ມີພົມແດນ ບົ່ງຊື່ຜູ້ນຳວ່າ ເປັນຜູ້ກີດກັ້ນ ສິດເສຣີພາບ ດ້ານຂ່າວສານ ແລະສິດທິ ໃນການປາກເວົ້າ ແລະ ການສະແດງອອກ ທາງດ້ານການເມືອງ ປະເພດຕ່າງໆ. ສີດນີ ມີລາຍງານ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"