ເຣື້ອງທີ່ເກັບບັນທຶກໄວ້
2009-12-24
ກອງປະຊຸມກຸງ Copenhagen ຈົບລົງດ້ວຍຄວາມຫລົ້ມແຫລວ ຫລັງຈາກທີ່ຖົກຖຽງກັນ ເປັນເວລາດົນນານເຖິງ 2 ອາທິດ. ອັນດັບຕໍ່ໄປ ວຽງໄຊ ມີຣາຍງານມາສເນີ ວ່າເປັນຫຍັງຈຶ່ງເປັນແນວນັ້ນ ແລະແມ່ນຫຍັງຈະເກີດຂຶ້ນ ໃນຂັ້ນຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-15
ທາງການລາວ ພຍາຍາມທີ່ຈະສ້າງ ເຂື່ອນໄຟຟ້ານ້ຳຕົກ ໃຫ້ໄດ້ຫລາຍຂື້ນຕື່ມ 14 ແຫ່ງ ໃນປີ 2015 ຈາກ 10 ແຫ່ງ ທີ່ກໍາລັງໃຊ້ງານຢູ່ ແລະ ໃນປັດຈຸບັນ ມີການກໍ່ສ້າງ 9 ແຫ່ງເພື່ອຂາຍກະແສໄຟຟ້າ ໃຫ້ຕ່າງປະເທດ ໃນຂນະທີ່ປະເທດ ທີ່ເປັນລູກຄ້ານັ້ນ ກໍຈະຜລິດກະແສໄຟຟ້າ ດ້ວຍພະລັງງານນິວເຄຼັຽ ດ້ວຍແສງອາທິດ ດ້ວຍພະລັງລົມ ແລະ ທັງມີສັນຍາ ຊື້-ຂາຍ ກະແສໄຟຟ້າ ກັບປະເທດອື່ນ. ຈຳປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-01
ທະນາຍຄວາມ ຂອງຫົວໜ້າຄຸກໃຫຍ່ Tuol Sleng ຮຽກຮ້ອງໃຫ້ຜູ້ພິພາກສາ ຜ່ອນໂທສໜັກໃຫ້ເປັນເບົາ ແກ່ນາຍ Kaing Guek Eav ໄດ້ສາຣະພາບຜິດ ແລະແສດງຄວາມກິນແໜງ ທີ່ໄດ້ປະຕິບັຕຕາມຄຳສັ່ງ ຂອງຜູ້ເປັນນາຍ ແຕ່ບັນດາຍາຕພີ່ນ້ອງ ຂອງຜູ້ເສັຽຊີວີຕວ່າ ບໍ່ຄວນຈະມີກາຣໂຍະຍານ ເພາະເປັນກາຣເຂັ່ນຂ້າ ທີ່ໂຫດຫ້ຽມທີ່ສຸດ ໃນປວັຕສາຕຂອງກັມພູຊາ.
2009-11-18
ຕາມຄຳພັງເພີຍວ່າ ເຫັນຄວັນ ແມ່ນມີໄຟ ແຕ່ກໍມີອັນທີ່ວ່າ ມີໄຟ ແຕ່ບໍ່ເຫັນຄວັນ. ກ່ຽວກັບເລື່ອງນີ້ ຈຳປາທອງ ຈະນຳເອົາ ຂະບວນການເຄື່ອນໃຫວ ຂອງປະຊາຊົນລາວ 2 ພຶສຈິກາ ທີ່ມີເປົ້າໝາຍຮຽກຮ້ອງ ໃຫ້ຣັຖບານ ສປປລາວ ແກ້ໄຂບັນຫາເສຖກິດ ແລະ ສັງຄົມທີ່ກຳລັງ ຫຍຸ້ງຍາກສັບສົນ ຢູ່ໃນປັດຈຸບັນນີ້ ມາເປັນຕົວຢ່າງ ສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-10-27
ຊາວລາວ ທີ່ປະເທດຝຣັ່ງເສດ ເຊີດຊູວິຣະກັມ ຂອງຂະບວນລຸກຮື້ 26 ຕຸລາ 1999 ຄົບຮອບ 10 ປີ ພ້ອມຍັງໄດ້ ພາກັນສືກສາ ເຖິງສຖານນະພາບ ຂອງດ້ານສິດທິມະນຸດ ໃນ ສປປລາວ. ບັນດາສັກ ຈາກກຸງປາຣີ ມີຣາຍງານ ມາສເນີທ່ານ....
2009-10-19
ໃນກອງປະຊຸມ ສມັຍສາມັນ ຄັ້ງທີ 7 ຂອງສະພາແຫ່ງຊາຕ ສປປລາວ ຊຸດທີ 6 ໄດ້ຮັບເອົາ ກົດໝາຍໃຫມ່ ສະບັບນຶ່ງ ວ່າດ້ວຍ ”ແນວລາວສ້າງຊາຕ” ຊຶ່ງມີຈຸດໝາຍ ອໍານວຍການ ປະກອບສ່ວນ ຂອງຄົນລາວ ໃນຕ່າງປະເທດ ເຂົ້າຮ່ວມໃນການ ພັທນາປະເທດ. ຣາຍລະອຽດ ແລະ ພາກປະຕິບັດ ຕົວຈິງເປັນແນວໃດ ພົງສວັນ ໄດ້ຮິບໂຮມຂໍ້ມູນ ຊຶ່ງວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ...
2009-10-14
ຄວາມໂລພມາກໂລພາ ຂອງມວລມະນຸສ ມີສ່ວນເຮັດໃຫ້ ເກີດພັຍພິບັຕ ດັ່ງທີ່ເກີດຂື້ນ ໃນທົ່ວໂລກ ປັຈຈຸບັນ ທີ່ທາງກາຣ ກ່ຽວຂ້ອງ ແຕ່ລະປະເທສ ຄວນຈະເອົາໃຈໃສ່ ແກ້ໄຂຮ່ວມກັນ ດັ່ງ: ຫວາດ ສີມູນ ຈະນຳມາສເນີ ໃນອັນດັບຕໍ່ໄປ..
2009-10-14
ນັບເປັນເວລາ 30 ກວ່າປີ ທີ່ໄດ້ມີການ ສະຖາປະນາ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະວ່າ ຈະສ້າງໃຫ້ເປັນ ຣັດແຫ່ງກົດໝາຍ, ເຮັດໃຫ້ສັງຄົມ ມີຄວາມສງົບ ແລະ ປະຊາຊົນ ມີຊີວິດ ການເປັນຢູ່ຢ່າງ ສັນຕິນັ້ນ ທາງການລາວ ມີຄວາມຮັບ ຜິດຊອບຄືແນວໃດ ໃນເມື່ອຢູ່ໃນ ສັງຄົມລາວ ປັດຈຸບັນ ເກີດມີຫຼາຍສິ່ງ ຫລາຍຢ່າງ ແນວບໍ່ດີ ຮວມທັງມີຄະດີ ຂ້າ, ປຸ້ນຈີ້, ງັດແງະ ແລະ ສໍ້ໂກງຕ່າງໆ.... ຈຳປາທອງ ມີບົດຄວາມ ກ່ຽວກັບເຣື້ອງນີ້ ມາສເນີທ່ານ.
2009-10-02
ຈີນ ສລອງຄົບຮອບ 60ປີ ຂອງການສ້າງຕັ້ງ ພັກຄອມມິວນິດ ຢ່າງໃຫຍ່ໂຕ ເພື່ອສະແດງໃຫ້ໂລກ ຮູ້ເຖິງຄວາມຮັງມີ ອຸດົມສົມບູນ ທາງດ້ານເສຖກິດ, ເຂັ້ມແຂງທາງດ້ານ ການທະຫານ ພາຍໃຕ້ການປົກຄອງ ແບບພັກດຽວຂອງຈີນ, ຄ່ຽງຄູ່ໄປກັບ ການຮັກສາ ຄວາມສງົບ ຢ່າງເຂັ້ງງວດ.
2009-10-01
ສປປລາວ ມີທັງ ຣັຖທັມມະນູນ ແລະກົດໝາຍ, ຣັຖບັນຍັດ, ດຳຣັດຕ່າງໆ ຊຶ່ງທາງການລາວ ບອກວ່າມີໄວ້ ເພື່ອຄຸ້ມຄອງຣັດ ຄຸ້ມຄອງສັງຄົມ ແຕ່ຄົນສ່ວນຫລາຍ ເຂົ້າໃຈວ່າ ສິ່ງດັ່ງກ່າວ ແມ່ນມີໄວ້ເພື່ອ ສິດ ແລະຜົນປະໂຫຍດ ຂອງຄນະນຳ ພັກ-ຣັດ ຫລາຍກວ່າ. ຄວາມເຂົ້າໃຈ ທີ່ວ່ານັ້ນ ມາຈາກສາເຫດ ອັນໃດ? ຕົ້ນຕໍອັນໃດ? ຈຳປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ
2009-08-22
ມື້ນີ້ ຈຳປາທອງ ຈະນຳສເນີທ່ານ ກ່ຽວກັບການ ຜລິດພືດພັນ ເປັນຕົ້ນແມ່ນການ ຜລິດພັນເຂົ້າ ຊະໜິດໃໝ່ ແລະການປູກເຂົ້າ ຢູ່ປະເທດລາວ ຮວມທັງການຊ່ວຍເຫລືອ ແລະການລົງທຶນ ຂອງຕ່າງປະເທດ ການຊື້-ຂາຍ ແລະຣາຄາເຂົ້າ ຊຶ່ງເປັນບັນຫາ ທີ່ບໍ່ແນ່ນອນນັ້ນ ມາສເນີທ່ານ ເຊີນທ່ານຮັບຟັງໄດ້………
2009-08-13
ປະຊາຊົນລາວ ໃຫ້ຄຳເຫັນວ່າ ການສໍ້ຣາສບັງຫລວງ ໃນລາວ ຍັງມີຫລາຍຢູ່ຄືເກົ່າ ຍ້ອນຂາດການ ປະຕິບັດກົດຫມາຍ ຕ້ານການສໍ້ຣາສບັງຫລວງ ຢ່າງເຂັ້ມງວດຈາກ ທາງຣັຖບານ, ຈຶ່ງເຮັດໃຫ້ການ ສໍ້ຣາສບັງຫລວງ ໃນລາວ ກາຍເປັນໂຣຄຊຳເຮື້ອ ເທົ່າທຸກວັນນີ້ ແຕ່ເຈົ້າຫນ້າທີ່ຣັຖ ພັດເວົ້າວ່າ ການສໍ້ຣາສບັງຫລວງ ໃນລາວຜ່ອນລົງແດ່ແລ້ວ ຍ້ອນມີຫນ່ວຍງານ ກວດສອບໃນ ແຕ່ລະແຂວງ.
2009-08-11
ສປປລາວ ຈະເປັນເຈົ້າພາບ ຈັດງານມະຫາກັມ ກິລາຊີເກມ ໃນທ້າຍປີນີ້. ປະເທດລາວ ຈະມີຜົນໄດ້ ແລະຜົນເສັຍແນວໃດ ຈາກການຈັດງານ ແຂ່ງຂັນກິລາດັ່ງກ່າວ. ອາວະຣີ ຈະສເນີ ຄຳອະທິບາຍ ຕອບຂໍ້ຂ້ອງໃຈນັ້ນ ໃນອັນດັບຕໍ່ໄປ.
2009-04-16
ສປປລາວ ປະກາດໃຊ້ ກົດໝາຍວ່າດ້ວຍ ການກວດສອບ ການເງິນຂອງຣັຖ ແຕ່ຈົນເຖິງ ປັດຈຸບັນ ກໍຍັງບໍ່ສາມາດ ປະຕິບັດ ໄດ້ດີເທົ່າທີ່ຄວນ ການສໍ້ຣາສບັງຫລວງ ຍັງແຜ່ຣະບາດ.
2009-04-09
ປະຊາຄົມອາຊຽນ ມີຜົລປະໂຍດຢ່າງໃດ ຕໍ່ ສປປລາວ ແລະ ສປປລາວ ຈະໄດ້ຫຍັງແດ່ ຈາກການຮ່ວມກຸ່ມ ຂອງບັນດາ ປະເທດອາຊຽນ ໃຫ້ເປັນຕລາດ ອັນນື່ງອັນດຽວກັນ ເລີ້ມແຕ່ປີ 2015 ເປັນຕົ້ນໄປ.