ປະຊາຄົມອາຊຽນ ຕໍ່ ສປປລາວ

ປະຊາຄົມອາຊຽນ ມີຜົລປະໂຍດຢ່າງໃດ ຕໍ່ ສປປລາວ ແລະ ສປປລາວ ຈະໄດ້ຫຍັງແດ່ ຈາກການຮ່ວມກຸ່ມ ຂອງບັນດາ ປະເທດອາຊຽນ ໃຫ້ເປັນຕລາດ ອັນນື່ງອັນດຽວກັນ ເລີ້ມແຕ່ປີ 2015 ເປັນຕົ້ນໄປ.
ສິດນີ
2009.04.09
F-Chairman ການໃຫ້ສໍາພາດແກ່ສື່ມວນຊົນຂອງຜູ້ເຂົ້າຮ່ວມປະຊຸມອາຊຽນ
Photo: RFA

ປະຊາຄົມອາຊຽນ ຫລື ASEAN Community ຈະມີ ປະຊາກອນ ຮ່ວມທັງຫມົດກວ່າ 500 ລ້ານຄົນ ມີ 11 ປະເທດສມາຊີກ ອາຊຽນເຂົ້າຮ່ວມ ເປັນອັນນື່ງ ອັນດຽວກັນ ທີ່ຈະເປັນຕລາດ ການຄ້າລາຍໃຫຍ່ ໃນຂົງເຂດແບບ ສຫາພາບຢູໂຣບ ທີ່ອາຈໃຊ້ ເງີນສກຸນດຽວກັນ, ການລິເລີ້ມຈະມີ ຂື້ນໃນປີ 2015 ເປັນຕົ້ນໄປເທື່ອ ລະບາດກ້າວຈົນ ກວ່າຈະເກີດຜົລ ສຳເຣັດ.

ພາຣະຫນ້າທີ່ ຂັ້ນທຳອີດ ກໍ່ແມ່ນການຄ້າ ເສຣີຣະຫວ່າງກັນ ການລົບລ້າງກຳ ແພງພາສີ ການເຊື່ອມໂຍງທາງ ດ້ານການ ຄົມມະນາຄົມ ການຮັກສາຄວາມ ສງົບຮ່ວມກັນ ແລະບັນຫາອື່ນໆ ກໍ່ຈະຈັດໃຫ້ ເປັນຣະບົບຕາມ ກົດບັດອາຊຽນ ທີ່ໄດ້ວາງໃວ້.

ປະຊາຄົມ ອາຊຽນ ແມ່ນຫຍັງແລະ ຕັ້ງຂື້ນເມື່ອໃດ?

ປະຊາຄົມອາຊຽນ ທີ່ເອີ້ນກັນວ່າ Asean Community ນັ້ນແມ່ນການຮ່ວມ ກຸ່ມຂອງປະເທດ ສມາຊີກອາຊຽນ ທີ່ຈະເປັນຕລາດ ແຫ່ງດຽວກັນ ໃນອານາຄົດ. ປະຊາຄົມອາຊຽນ ຖືກຕັ້ງຂື້ນໃນ ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 9 ໃນເດືອນ ຕຸລາ ປີ 2003 ຕໍ່ມາກອງປະຊຸມ ສຸດຍອດອາຊຽນ ທີ່ນະຄອນຫລວງ ວຽງຈັນ ກໍ່ມີການສືບ ຕໍ່ຮ່າງກົດບັດ ຂອງປະຊາຄົມຄົມ ອາຊຽນ ຂື້ນໃນຖແລງ ການວຽງຈັນ ທີ່ເອີ້ນກັນວ່າ Vientiane Action Plan ຫລື VAT ບົນພື້ນຖານ 3 ຫັລກເສົາຄ້ຳ.

ຄືນື່ງ:ເພື່ອຄວາມປອດພັຍ ໃນຂົງເຂດທີ່ ເອີ້ນກັນວ່າ Asean Security Community. ສອງ:ເພື່ອຍົກຣະດັບ ແລະພັທນາທາງ ດ້ານເສຖກິດ ຮ່ວມກັນຫລື Asean Economic Community ແລະສາມ:ກໍ່ແມ່ນເພື່ອ ສົ່ງເສີມສັງຄົມ ແລະວັທນະທັມ ຣະຫວ່າງປະເທດ ສມາຊີກຫລື Asean Social-Culture community.

ສຳລັບຫນ່ວຍງານ ທີ່ກ່ຽວກັບຄວາມ ປອດພັຍຫລື Asean Security community ທີ່ເປັນເສົາຫລັກ ນັ້ນພາຣະສຳຄັນ ກໍ່ແມ່ນການສ້າງ ສເຖັຽຣະພາບ ໃນຂົງເຂດ ຍົກຣະດັບຄວາມ ປອດພັຍໃນ ປະເທດສມາຊີກ. ໃນນັ້ນກໍ່ຈະມີ ການຮັກສາຄວາມ ສງົບໃນເຂດ ນ່ານຮ່ວມກັນ ການຕ້ານກຸ່ມ ກໍ່ການຮ້າຍ ແຕ່ບໍ່ມີການ ຮ່ວມກຳລັງທາງ ທະຫານແບບ ສຫາພາບຢູໂຣບ.

ສຳລັບຫນ່ວຍງານ ໃນເສົາທີສອງຫລື Asean Economic Community ທີ່ກ່ຽວກັບການ ພັທນາເສຖກິດ ຮ່ວມກັນນັ້ນກໍ່ ຈະມີການຕັ້ງ ຕລາດການຄ້າຮ່ວມກັນ ເພື່ອການຄ້າແລະ ການລົງທືນໃນ ປະເທດສມາຊີກ ຮ່ວມດ້ວຍບັນຫາ ແຮງງານກອງທືນ ທີ່ຈະນໍາມາໃຊ້ ແຕ່ອາຈບໍ່ໃຊ້ ເງີນສກຸນດຽວກັນ ແບບສຫາພາບຢູໂຣບ.

ສຳລັບເສົາຄ້ຳ ອັນສຸດທ້າຍຫລື Asean social-cultural community ທີ່ກ່ຽວພັນກັບ ການແລກປ່ຽນ ວັທນະທັມແລະ ປະເພນີຣະຫວ່າງ ປະເທດສມາຊີກ ນັ້ນກໍ່ຈະຮ່ວມ ໄປດ້ວຍການ ປົກປ້ອງສພາບ ແວດລ້ອມແລະ ວິຖີຊີວິດ ຂອງປະຊາຊົນ ໃນຂົງ ເຂດນຳດ້ວຍ.

ທີ່ສຳຄັນ ທັງຫມົດທີ່ ປະຊາຄົມອາຊຽນ ຕັ້ງຂື້ນມາກໍ່ ແມ່ນເພື່ອຮ່ວມກັນ ສ້າງເສຖກິດເພື່ອ ຕ້ານກະແສແລະ ອຳນາດທາງດ້ານ ເສຖກີດທີ່ ກຳລັງກ້າວຫນ້າ ຂອງຈີນແລະອີນເດັຽ ໃນເວລານີ້.

ເປັນຫັຍງ ປະຊາຄົມອາຊຽນ ຈື່ງຕັ້ງຂື້ນມາ? ດ້ວຍເຫດຜົລຫລາຍ ປະການເຫດຜົລແຣກ ກໍ່ແມ່ນເພື່ອປ່ຽນ ໂສມຫນ້າໃຫມ່ຂອງ ສມາຄົມອາຊຽນ ໃຫ້ທັນກັບຊ່ວງ ກາຣະເວລາ ໃນປັດຈຸບັນ ຊື່ງພາຣະກິດ ເກົ່າຂອງ ສມາຄົມອາຊຽນ ທີ່ຕັ້ງຂື້ນໃນປີ 1973 ນັ້ນກໍ່ແມ່ນເພື່ອ ຮ່ວມກັນຕ້ານ ລັດທິ ຄອມມຸຍນີສ ສົງຄາມເຢັນກໍ່ ສີ້ນສຸດລົງແລ້ວ ການເປີດກວ້າງຂອງ ສັງຄົມໂລກກໍ່ ຂຍາຍຕົວຂື້ນ ກາຍເປັນໂລກທີ່ ໃຮ້ພົມແດນຫລື ທີ່ເອີ້ນກັນວ່າ ເປັນຍຸກ ໂລກາພິວັດ globalization ການຂຍາຍຕົວ ຂອງເສຖກິດ ຈີນ ແລະ ອີນເດັຍ ໃນຍຸກນີ້ເປັນ ພັຍນາບຂູ່ຕໍ່ ອາຊຽນ ຮ່ວມດ້ວຍເຫດ ວິກິດທາງດ້ານ ການເງີນ ເກີດຂື້ນເລືອ້ຍໆ ສີ່ງເຫລ່ົານີ້ພາ ໃຫ້ອາຊຽນປ່ຽນ ທ່າທີໃຫມ່ໃນ ການປະຕິບັດ ງານດ້ວຍການຫັນ ປ່ຽນເປັນ  ປະຊາຄົມອາຊຽນ ຈື່ງຈະສມາດ ແຂ່ງຂັນໄດ້ໃນ ອານາຄົດ.

ປະຊາຄົມອາຊຽນ ມີຄວາມສຳຄັນ ຫຍັງຕໍ່ ສປປລາວ ແລະລາວຈະໄດ້ ຮັບຜົລປະໂຍດ ຫຍັງແດ່ຈາກ ປະຊາຄົມອາຊຽນ? ສປປລາວ ຈະໄດ້ຮັບຜົລ ປະໂຍດຫລາຍຢ່າງ ຈາກປະຊາຄົມ ອາຊຽນ ສ່ວນໃຫຍ່ກໍຈະ ແມ່ນດ້ານການຄ້າ ການລົງທືນ ແລະການພັທນາ ປະເພດຕ່າງໆຈາກ ການເຊື່ອມໂຍງຂອງ ຖນົນຫົນທາງ ໃນການເຊື່ອມຕໍ່ ນັກລົງທືນກໍ່ ຈະມາລົງທືນ ໃນລາວຫລາຍຂື້ນ ຣະບຽບ ກົດເກນຕ່າງໆ ທີ່ລາວຈະໃຊ້ ໃນຣະບົບການ ຄ້າແລະການ ລົງທືນໃນລາວ ກໍ່ຈະໄດ້ ມາຕຖານຫລາຍຂື້ນ ເພາະປະຊາຄົມ ອາຊຽນຈະເປັນ ຜູ້ເບີ່ງແຍງ.

ສປປລາວ ຈະເປີດກວ້າງຕໍ່ ສັງຄົມພາຍນອກ ຫລາຍຂື້ນ ການທ່ອງທ່ຽວແລະ ການສ້າງສາ ປະເພດຕ່າງໆ ກໍ່ຈະຕາມມາ ຊື່ງໃນ ປັດຈຸບັນນີ້ ຄວາມຈເຮີນທີ່ ມີໃນລາວນັ້ນ ກໍ່ເນື່ອງມາຈາກ ການເຊື່ອມຕໍ່ຂອງ ໂຄງການຕ່າງໆຂອງ ປະຊາຄົມອາຊຽນ ນັ້ນເອງ ດັ່ງທາງຣົຖໄຟ ຖນົນສາຍສຳຄັນ ຂົວແລະ ເຂດເສຖກິດ ພິເສດ ການເຂົ້າອອກ ຣະຫວ່າງປະເທດ ສມາຊີກ ກໍ່ຈະສດວກ ສບາຍຫລາຍຂື້ນ ຫລາຍຢ່າງກໍ່ຈະ ມີການປ່ຽນແປງ ໃນລາວ.

ແຕ່ສີ່ງທີ່ຫນ້າ ເປັນຫ່ວງນັ້ນ ກໍແມ່ນວ່າ ສປປລາວ ຍັງຂາດ ບຸກຄຣາກອນ ໃນການຕຽມພ້ອມ ກັບການປ່ຽນແປງ ທີ່ຈະເກີດຂື້ນ ຫັລງຈາກກົດ ຣະບຽບຂອງ ປະຊາຄົມອາຊຽນ ຖືກປະຕິບັດ ຕາມປະເທດຕ່າງໆ ຮ່ວມດ້ວຍ ສປປລາວ ການຂາດ ບຸກຄຣາກອນ ນັກວີຊາການ ມືອາຊີບແລະ ແຮງງານທີ່ມີ ຄຸນນະພາບ ໃນຂແນງຕ່າງໆ ນັ້ນຈະພາໃຫ້ ລາວລ້າຫັລງໃນ ການພັທນາແລະ ການຍອມຮັບຂອງ ນັກລົງທືນທີ່ ຈະມາລົງທືນ ໃນລາວ ໃນອານາຄົດ.

ບັນດາດ້ານ ສິດທິມະນຸດ ໃນລາວກໍ່ເປັນ ບັນຫານື່ງທີ່ ລາວຈະຖືກ ປະນາມຈາກ ປະຊາຄົມອາຊຽນ ເພາະກົດບັດອາຊຽນ ກ່ຽວກັບ ສີດທິມະນຸດ ກໍ່ຈະຖືກ ປະຕິບັດ ໃຊ້ໃນລາວດັ່ງ ນັກເຂື່ອນໃຫວດ້ານ ສິດທິມະນຸດລາວ ທ່ານນື່ງ ກ່າວກ່ຽວກັບ ສີດທິມະນຸດ ໃນລາວວ່າ:ສຽງ---

ສປປລາວ ຄວນປົວແປງ ບັນຫາດ້ານ ສິດທິມະນຸດ ໃນລາວໃຫ້ດີ ກວ່ານີ້ ດ່ັງສີດເສຣີພາບ ໃນການປາກເວົ້າ ຂີດຂຽນ ການຊຸມນຸມປະທ້ວງ ແລະສິດທິພື້ນ ຖານຂອງປະຊາຊົນ ຮ່ວມດ້ວຍຄວາມສເມີ ພາບໃນການ ທຳມາຫາກີນ ວຽກງານຣັຖຫລື ເອກຊົນຫລື ດ້ານການບໍຣີການ ບໍ່ວ່າທາງດ້ານ ການສືກສາ ສາທາຣະນະສຸກ ແລະການເຄົາຣົບ ນັບຖືສາສນາ ໃນລາວກໍ່ຄວນ ມີການຍົກ ຣະດັບໃຫ້ດີ ກວ່ານີ້ຖ້າລາວ ຕ້ອງການຢາກໄດ້ ຮັບຜົລປະໂຍດຈາກ ປະຊາຄົມອາຊຽນ ໃນອານາຄົດ ບໍ່ດັ່ງນັ້ນ ສປປລາວ ກໍ່ຈະບໍ່ໄດ້ ຫຍັງຫລາຍຈາກ ຕລາດການຄ້າ ອາຊຽນ ເພາະລາວບໍ່ມີ ຜົລຜລີດທີ່ພໍ ຈະມາແຂ່ງໃນ ຕລາດແຫ່ງນີ້ ຮ້າຍໄປກວ່ານັ້ນ ລາວອາຈຂາດດຸນ ການຄ້າຫລາຍຂື້ນ ເພາະກຳແພງ ພາສີນຳເຂົ້າ ຈະມີການຍົກເລີກ ຣະຫວ່າງປະເທດ ສມາຊີກ. ນັກເຂື່ອນໃຫວທ່ານ ດຽວກັນນັ້ນ ກ່າວຕໍ່ໄປວ່າ:ສຽງ---

ເຖີງຢ່າງໃດກໍ່ດີ ໂດຍພາບຮວມແລ້ວ ສຳລັບ ສປປລາວ ການທີ່ ປະຊາຄົມອາຊຽນ ຮ່ວມກັນເປັນຕລາດ ນື່ງດຽວນັ້ນຈະ ໃຫ້ຜົລດີຕໍ່ລາວ ຫລາຍກວ່າຜົລເສັຽ ແຕ່ລາວຕ້ອງມີ ການຕຽມພ້ອມ ໃນການຍົກຣະດັບ ບຸກຄຣາກອນ ສີມືແຮງງານ ແລະໂຄງຮ່າງພືນ ຖານທາງດ້ານ ເສຖກິດຂອງລາວ ໃຫ້ດີກວ່າເກົ່າ ບໍດັ່ງນັ້ນ ນັກລົງທືນອາຈມອງ ຂ້າມລາວໄປລົງ ທືນທີ່ວຽດນາມ ໄທ ແລະກຳພູຊາ ຫລາຍກວ່າບໍ່ເວົ້າ ເຖີງຈີນ ແລະອີນເດັຍ ທີ່ເປັນແຫລ່ງ ລົງທືນຂອງ ນັກລົງທືນ ຕ່າງຊາດຢູ່ແລ້ວ ເພາະຊັພຍາກອນ ມະນຸດ ຂອງປະເທດ ເຫລ່ົານັ້ນມີການ ພຽບພ້ອມທຸກຢ່າງ. ສປປລາວ ກໍ່ຈະກາຍເປັນ ທາງຜ່ານເຫມືອນເດີມ ດັ່ງທີ່ເຄີຍເປັນມາ. ສບາຍດີ.




ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.