ປາບຶກໃນນໍ້າຂອງ ຈະສູນພັນ
2010.08.06
ໃນຂນະ ທີ່ ຣັຖບານ ສປປລາວ ກຳລັງ ວາງແຜນສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳ ຂອງຫລາຍໆ ແຫ່ງຢູ່ນີ້ ນັກວິທຍາສາດ ແລະ ອົງການຮັກສາ ສິ່ງແວດລ້ອມ ໄດ້ສະແດງ ຄວາມວິຕົກ ກັງວົນ ຢ້ານເຂື່ອນຈະ ທຳຣາຍປາ ໂດຍສະເພາະ ປາບຶກ ແລະປາໃຫຍ່ ຊນິດອື່ນໆ ໃນແມ່ນ້ຳຂອງ ປາບາງຊນິດ ກຳລັງສູນພັນ ຢູ່ແລ້ວ.
ທ່ານ Zeb Hogan ນັກນິເວດ ວິທຍາ ທາງນ້ຳຢູ່ ສະຫະຣັຖ ອະເມຣິກາ ທີ່ເຄີຍຣາຍງານ ການສູນພັນ ຂອງປາ ຫລາຍຊນິດ ໃນວາຣະສານ National Geographic ຊຶ່ງເປັນ ວາຣະສານ ທາງດ້ານ ທັມມະຊາດ ທີ່ມີຊື່ສຽງ ໂດງດັງໃນໂລກ. ເມື່ອບໍ່ດົນ ຜ່ານມາ ທ່ານ Hogan ໄດ້ສຶກສາ ຄົ້ນຄວ້າ ກ່ຽວກັບການ ເປັນຢູ່ຂອງ ປາບຶກ ແມ່ນ້ຳຂອງ ແລະພິມເຜີຍແຜ່ ຜົນຂອງສຶກສາ ຄົ້ນຄວ້ານັ້ນ ເມື່ອວັນທີ່ 2 ສິງຫາປີ 2010.
ບົດຣາຍງານນັ້ນ ມີເນື້ອໃນ ໃຈຄວາມວ່າ ແຕ່ກ່ອນ ແມ່ນ້ຳຂອງ ມີປາບຶກ ແລະ ປາຂນາດໃຫຍ່ ຊນິດອື່ນໆ ຫລາຍ ເພາະແມ່ນ້ຳຂອງ ເປັນແມ່ນ້ຳ ທີ່ໃຫຍ່ ມີບ່ອນຢູ່ ອາໄສຢ່າງ ກວ້າງຂວາງ ແລະອາຫານ ການກິນ ຢ່າງອຸດົມ ສົມບູນ ສຳລັບ ປາບຶກແລະ ປາໃຫຍ່ ຊນິດອື່ນໆ. ແຕ່ປັດຈຸບັນ ປາໃຫຍ່ເຫລົ່ານີ້ ນັບມື້ນັບມີ ຈຳນວນຫລຸດ ໜ້ອຍລົງເລື້ອຍໆ ເປັນຍ້ອນຫຍັງ? ທ່ານ Hogan ຕອບວ່າ ເປັນຍ້ອນປາ ຂາດເຂີນບ່ອນ ຢູ່ອາໄສ ແລະ ອາຫານການກິນ. ນັກວິທຍາສາດ ທ່ານນີ້ ອະທິບາຍວ່າ ໃນເມື່ອກ່ອນ ປະຊາຊົນ ຫລາຍ ສິບລ້ານຄົນ ຫາປາຈັບປາ ຕາມລຳ ແມ່ນ້ຳຂອງ ເພື່ອລ້ຽງຊີບ ມາເປັນເວລາ ຫລາຍເຊັ່ນຄົນ ແຕ່ປະກົດວ່າ ປາບໍ່ໄດ້ ຫາຍສາບສູນ ຫລືມີຈຳນວນ ຫລຸດໜ້ອຍ ຖອຍລົງຍ້ອນ ພໍເທົ່າໃດ ໝາຍຄວາມວ່າ ປາບໍ່ໄດ້ດັບ ຍ້ອນຄົນຫາປາ ແຕ່ດັບຍ້ອນ ສະພາບແວດລ້ອມ ບ່ອນຢູ່ອາໄສ ແລະ ອາຫານການກິນ ຂອງພວກມັນ ຖືກທຳລາຍ ຫລາຍກວ່າ. ທ່ານ Hogan ກ່າວເໜັ້ນວ່າ ການສ້າງເຂື່ອນ ໄຟຟ້າ ຕາມລຳ ແມ່ນ້ຳຂອງ ຢູ່ລາວແລະຈີນ ຍິ່ງຈະທຳລາຍ ບ່ອນຢູ່ອາໄສ ແລະ ອາຫານການກິນ ຂອງປາບຶກ ແລະ ປາຊນິດອື່ນໆ ຢ່າງບໍ່ຕ້ອງ ສົງໄສ ແນ່ນອນວ່າ ປາບຶກ ຈະສູນພັນ ແລະປາຊນິດ ອື່ນໆຈະມີ ຈຳນວນໜ້ອຍ ລົງເລື້ອຍໆ.
ທ່ານ Zeb Hogan ສຶກສາ ຮູ້ອີກວ່າ ປາບຶກ ເປັນປາທີ່ ມັກເຄື່ອນຍ້າຍ ໃນຍາມຝົນ ພວກມັນມັກ ຂື້ນໄປໄຂ່ ແລະ ອອກແມ່ແພ່ລູກ ຢູ່ພາກເໜືອ ຂອງແມ່ນ້ຳຂອງ ໃນບໍຣິເວນ ຣະຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ແລະ ໃນຍາມແລ້ງ ຈະກັບໄປ ຢູ່ອາໄສ ແລະຫາກິນ ຢູ່ທາງພາກໃຕ້ ທີ່ເປັນບ່ອນ ຢູ່ອາໄສ ທີ່ກວ້າງ ຂວາງກວ່າ. ສະນັ້ນ ຖ້າມີການ ສ້າງເຂື່ອນທີ່ ແຂວງໄຊຍະບຸຣີ ແລະ ຫລວງພະບາງ ແນ່ນອນວ່າ ເຂື່ອນເຫລົ່ານັ້ນ ຈະຕັນທາງ ເຂື້ອນລົງຂອງ ປາບຶກ ແລະ ປາຊນິດອື່ນໆ. ປາບຶກ ຈະບໍ່ສາມາດ ມີຊີວິດຢູ່ ຕໍ່ໜ້າ ເຂື່ອນຕລອດໄປໄດ້. ເຖິງແມ້ວ່າ ບໍຣິສັດ ສ້າງເຂື່ອນ ຈະສ້າງທາງ ຂື້ນລົງໃຫ້ປາ ກໍຕາມ ແຕ່ປາບຶກ ກໍຍັງຈະບໍ່ ສາມາດ ລອຍຂື້ນລົງໄດ້ ເພາະປາຊນິດນີ້ ເປັນປາໃຫຍ່ ອາດມີນ້ຳ ໜັກເຖິງ 300 ກິໂລກຣາມ ແລະ ຍາວເຖິງ ສາມແມັດ.
ໃນບົດຣາຍງານ ທາງອິນເຕີແນັດ ຂອງທ່ານ Hogan ທ່ານ Hogan ໄດ້ເວົ້າເຖິງ ລັກສນະຂອງ ປາໜັງຊນິດ ນີ້ວ່າ: ທ່ານເວົ້າວ່າ... ນີ້ແມ່ນປາບຶກ ແມ່ນ້ຳຂອງ ຊຶ່ງເປັນປາ ນ້ຳຈືດ ທີ່ໃຫຍ່ທີ່ສຸດ ໃນໂລກ ແລະກໍເປັນປາ ທີ່ກຳລັງສູນພັນ ໃນນ້ຳ ຫາເບິ່ງຍາກ ລັກສນະພິເສດ ຂອງປາບຶກ ປາຊນິດນີ້ ມີຫົວໃຫຍ່ ສາມາດມີ ນ້ຳໜັກເຖິງ 650 ປອນ ຫລືປະມານ 300 ກິໂລກຣາມ ແລະຍາວເຖິງ 10 ຟູດ ຫລືປະມານ 3 ແມັດ.
ທ່ານ Hogan ສຶກສາ ສຳຣວດຮູ້ ຕື່ມວ່າ ປັດຈຸບັນ ເຖິງຍັງບໍ່ມີ ການສ້າງເຂື່ອນ ໄຟຟ້າ ໃສ່ແມ່ນ້ຳຂອງ ໃນປະເທດລາວ ປາບຶກ ກໍເລິ້ມມີ ຈຳນວນ ໜ້ອຍລົງແລ້ວ. ສາເຫດໃຫຍ່ ແມ່ນການປ່ຽນແປງ ຂອງ ສະພາບແວດລ້ອມ ພາໃຫ້ປາບຶກ ຂາດບ່ອນຢູ່ ອາໄສ ແລະຂາດເຂີນ ອາຫານການກິນ ຍາມແລ້ງ ແມ່ນ້ຳຂອງ ບົກແຫ້ງ ເກີນໄປ ໂງ່ນຫິນ ແລະແກ້ງຫລື ຕາດຕ່າງໆ ຖືກທຳຣາຍ ແກ້ງເປັນບ່ອນ ລີ້ຊ່ອນຂອງ ປາບຶກ ແລະເປັນບ່ອນ ຜລິດອາຫານ ໃຫ້ແກ່ປາບຶກ ປາບຶກ ກິນໄຄຫິນ ແລະ ຫຍ້າທີ່ເກີດ ຕາມໂງ່ນຫິນ ໃຕ້ນ້ຳ. ບໍ່ເທົ່ານັ້ນ ນັກວິທຍາສາດ ຍັງເຊື່ອວ່າ ບໍຣິເວນ ແກ້ງຕາດເປັນບ່ອນ ອອກແມ່ແພ່ລູກ ຂອງປາບຶກ. ເມື່ອປະມານ ສາມປີກ່ອນ ຈີນ ທັບມ້າງໂງ່ນຫິນ ແລະ ແກ້ງຫລາຍໆແຫ່ງ ໃນແມ່ນ້ຳຂອງ ໃນບໍຣິເວນ ແຂວງບໍ່ແກ້ວ ເພື່ອຂາຍທາງເດີນ ເຮືອສິນຄ້າ ແລະ ນັບແຕ່ນັ້ນມາ ຈຳນວນປາບຶກ ກໍເລິ້ມ ຫລຸດໜ້ອຍລົງ. ໃນເມື່ອກ່ອນ ຊາວບ້ານສາມາດ ຈັບປາບຶກ ໄດ້ນັບສິບໂຕ ຕໍ່ປີ ແຕ່ປັດຈຸບັນ ບາງປີ ຈັບບໍ່ໄດ້ເລີຍ.
ນອກຈາກ ປາບຶກ ທ່ານ Zeb Hogan ຍັງສືກສາ ພົບວ່າ ປາໃຫຍ່ຊນິດນຶ່ງ ອີກກຳລັງ ສູນພັນ ໃນແມ່ນ້ຳຂອງ ປາຊນິດນັ້ນ ກໍແມ່ນ ປາປາກດຳ ເຊັ່ນດຽວກັນ ກັບປາບຶກ ປາ ປາກດຳໂຕໃຫຍ່ ອາດມີນ້ຳນັກ ເຖິງ 300 ກິໂລ ແລະຍາວ 3 ແມັດ ຕ່າງແຕ່ວ່າ ປາປາກ ເປັນປາມີເກັດ. ເມື່ອຫລາຍປີກ່ອນ ນັກວິທຍາສາດ ໄດ້ຕິດເຄື່ອງ ໝາຍເອເລັກໂຕຣນຶກ ໃສ່ປາປາກດຳ ໄວ້ຫລາຍໂຕ ໃນທະເລສາບ ໃນກຳພູຊາ ຊຶ່ງເປັນອ່າງນ້ຳ ໃຫຍ່ຕິດກັບ ແມ່ນ້ຳຂອງ ໃນເວລານັ້ນ ປາປາກດຳ ທີ່ຖືກໝາຍໄວ້ ຍັງນ້ອຍຢູ່ ແລະປະກາດ ຫ້າມຈັບຫ້າມຂ້າ. ເມື່ອບໍ່ດົນ ຜ່ານມາ ນັກວິທຍາສາດ ໄດ້ສຳຣວດ ພົບວ່າ ປັດຈຸບັນ ປາປາກດຳ ເຫລົ່ານັ້ນໄດ້ ເຕີບໃຫຍ່ໝົດ ແລ້ວ ມີຄວາມຍາວ ເຖິງສາມແມັດ. ແຕ່ໃນຂນະ ດຽວກັນ ນັກວິທຍາສາດ ກໍສຳຣວດ ພົບວ່າ ປາປາກດຳ ທີ່ບໍ່ຖືກໝາຍ ໄວ້ມີຈຳນວນ ໜ້ອຍລົງຫລາຍ ແລະຍັງເຫລືອ ແຕ່ໂຕນ້ອຍໆ ສະນັ້ນ ນັກວິທຍາສາດ ຈຶ່ງສລຸບວ່າ ປາໃຫຍ່ ແມ່ນ້ຳຂອງ ຊນິດນີ້ກໍ ກຳລັງສູນພັນ ເຊັນກັນ ກັບປາບຶກ ແລະປາຄ່າ.
ກ່ອນທ່ານ Hogan ອອກບົດຣາຍງານ ຂອງທ່ານ ນັກວິທຍາສາດ ຄົນອື່ນໆກໍໄດ້ ສຶກສາສຳຣວດ ເບິ່ງຜົນກະທົບ ຕໍ່ປາຈາກການ ສ້າງເຂື່ອນ ແມ່ນ້ຳຂອງ ອີກເຂື່ອນ ນຶ່ງ ຄືເຂື່ອນ ດອນສະໂຮງ ໃນພາກໃຕ້ ຂອງລາວ. ນັກວິທຍາສາດ ສຶກສາຮູ້ວ່າ ເຂື່ອນດອນສະໂຮງ ຈະຕັນຮູນ້ຳ ທີ່ຊາວບ້ານ ເອິ້ນວ່າ ຮູສະໂຮງ ຮູສະໂຮງ ເປັນທາງ ຂື້ນລົງຂອງປາ ປາຈະຂື້ນລົງ ເປັນປະຈຳ ທຸກໆປີ ນັກວິທຍາສາດ ເອິ້ນການ ເຄື່ອນຍ້າຍນີ້ວ່າ ເປັນວົງຈອນ ຊີວິດຂອງປາ. ໃນຍາມຝົນ ທັງປານ້ອຍ ປາໃຫຍ່ ຈະຂື້ນໄປ ໄຂ່ຢູ່ທາງ ພາກເໜືອຂອງ ຄອນພະເພັງ ແລະໃນຍາມແລ້ງ ຈະລົງໄປ ອາໄສ ຢູ່ທາງໃຕ້ ຫລີ່ຜີ. ຮູສະໂຮງ ເປັນທາງຂື້ນລົງ ຂອງປາ ທາງດຽວໃນ ບໍຣິເວນ ຄອນພະເພັງ. ສະນັ້ນ ຖ້າສ້າງເຂື່ອນ ດອນສະໂຮງ ຕັນຮູດັ່ງກ່າວ ປາກໍຈະບໍ່ ສາມາດ ຂື້ນລົງໄດ້ ແລະ ໃນທີ່ສຸດ ກໍຕ້ອງສູນພັນ. ນາງ Aviva Imhoff ເຈົ້າໜ້າທີ່ ແມ່ນ້ຳສາກົນ ທີ່ມີ ສຳນັກງານໃຫຍ່ ຢູ່ຣັຖ ຄາລີຟໍເນັຍ ສະຫະຣັຖ ອະເມຣິກາ ອະທິບາຍ ກ່ຽວກັບຜົນ ສະທ້ອນຂອງ ການສ້າງເຂື່ອນ ດອນສະໂຮງ ແຫ່ງນີ້ຕື່ມວ່າ … ນາງເວົ້າວ່າ ອົງການ ແມ່ນ້ຳສາກົນ ມີຄວາມເປັນ ຫ່ວງຕໍ່ການ ສ້າງເຂື່ອນ ທຸກແຫ່ງໃສ່ ແມ່ນ້ຳຂອງ ເພາະການສ້າງ ເຂື່ອນນັ້ນ ຈະຕັນທາງ ຂື້ນລົງຂອງປາ ແລະ ສະເພາະ ເຂື່ອນດອນສະໂຮງ ເຂື່ອນຈະຕັນທາງ ນ້ຳໄຫລ ທີ່ສຳຄັນ ທີ່ເປັນທາງ ຂື້ນລົງ ຂອງປາຣະຫວ່າງ ກຳພູຊາ ແລະລາວ ໂດຍສະເພາະ ໃນຍາມແລ້ງ ທາງນ້ຳ ດັ່ງກ່າວ ຈະເປັນທາງ ເສັ້ນດຽວ ທີ່ປາສາມາດ ຂື້ນລົງໄດ້.
ພາກໃຕ້ຂອງລາວ ເຄີຍຂື້ນ ຊື່ລີຊາວ່າ ເປັນເຂດທີ່ ອຸດົມສົມບູນ ໄປດ້ວຍປາ ນານາຊນິດ ແຕ່ຖ້າສ້າງ ເຂື່ອນດອນສະໂຮງ ຄວາມ ອຸດົມສົມບູນ ນັ້ນຈະ ສູນຫາຍໄປ ຢ່າງແນ່ນອນ.
ຣັຖບານລາວ ມີໂຄງການ ຈະສ້າງເຂື່ອນ ໄຟຟ້າ ໃສ່ແມ່ນ້ຳຂອງ ຢ່າງໜ້ອຍ ເກົ້າແຫ່ງ ຄືໃນພາກເໜືອ ເຂື່ອນນ້ຳແບງ ເຂື່ອນ ຫລວງພະບາງ ເຂື່ອນ ໄຊຍະບຸຣີ ເຂື່ອນປາກລາຍ ເຂື່ອນຊະນະຄາມ ແລະ ເຂື່ອນປາກຊົມ ໃນພາກໃຕ້ ກໍມີເຂື່ອນ ທ່າຄໍ້ ແລະ ເຂື່ອນ ດອນສະໂຮງ.