ບ້ານລາວໃນປະເທດໄທ (ຕອນ 28)


2007.11.20

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ

ໃນສັປະດາ ຜ່ານມາ ເຮົາໄດ້ສເນີ ເຣື້ອງ ຄົນລາວ ຢູ່ບ້ານໄຜ່ໜອງ ແຂວງ ອະຢຸດທະຍາ ມາເຖິງ ຕອນທີ່ວ່າ ຄົນລາວ ບ້ານໄຜ່ໜອງ ໄດ້ນຳເອົາ ມີດພ້າ ໄປຂາຍ ຢູ່ຕລາດ ອະຣັນຢິກ ແລະ ຍ້ອນວ່າ ເປັນມີດ ທີ່ມີ ຄຸນນະພາບ ດີ ຜູ້ຊື້ ໄປໃຊ້ ກໍພາກັນ ບອກຕໍ່ໆກັນ ວ່າ“ມີດອະຣັນຢິກນີ້ ດີແທ້ໆ”. ແລະນັບແຕ່ນັ້ນມາ ມີດຂອງຄົນລາວ ບ້ານໄຜ່ໜອງ ກໍຈຶ່ງໄດ້ຊື່ວ່າ “ມີດອະຣັນຢິກ”.

ແລະ ໃນສັປະດາ ນີ້ ເຮົາຈະຊີ້ແຈງ ຊູ່ທ່ານຟັງວ່າ “ອະຣັນຢິກ” ບໍ່ໝາຍເຖິງ ພຽງຊື່ມີດ ເທົ່ານັ້ນ ແຕ່ຍັງມີ ອັນອື່ນ ອີກຫຼາຍແນວ ທີ່ຖືກໃສ່ຊື່ “ອະຣັນຢິກ” ເຊັ່ນກັນ, ເຊີນຮັບຟັງໄດ້.

(ສຽງແຄນ)

ຄຳວ່າ “ມີດອະຣັນຢິກ” ບໍ່ແມ່ນແຕ່ ຈະເປັນ ທີ່ຮູ້ຈັກກັນ ສະເພາະ ຣະຫວ່າງ ຜູ້ທີ່ໄປທ່ຽວ,ໄປຫລິ້ນ ບ້ານອະຣັນຢິກ ຫຼື ບ້ານ ອ້ອມແອ້ມກັນ ເທົ່ານັ້ນ ແຕ່ຄຳວ່າ “ມີດອະຣັນຢິກ” ໄດ້ມີຊື່ສຽງ ໂດງດັງ ໄປທົ່ວປະເທດໄທ ກໍຍ້ອນວ່າ ມີດ ທີ່ຄົນ ບ້ານໄຜ່ໜອງ ນຳເອົາ ໄປຂາຍ ຢູ່ ບ້ານອະຣັນຢິກນັ້ນ ໄດ້ເປັນ ທີ່ຮູ້ຈັກກັນ ຢ່າງກວ້າງຂວາງ ຂອງຄົນໄທ ຊຶ່ງບໍ່ແມ່ນ ແຕ່ຄົນ ໃນພາກກາງ ຂອງໄທເທົ່ານັ້ນ ແຕ່ຄົນໄທ ທຸກພາກ ກໍຮູ້ຈັກ “ມີດອະຣັນຢິກ” ກັນເປັນຢ່າງດີ.

ຄົນ ທີ່ໄປທ່ຽວ-ໄປຫຼີ້ນ ບ້ານອະຣັນຢິກ ມັກຈະແນໃສ່ ການຊື້ “ມີດອະຣັນຢິກ” ເປັນຫລັກ ແລະ “ມີດອະຣັນຢິກ” ກໍເປັນ ສິນຄ້າຢ່າງດຽວ ທີ່ໄດ້ຊື່ ຫ້ອຍທ້າຍ ດ້ວຍຄຳວ່າ “ອະຣັນຢິກ” ເພາະບໍ່ປາກົດວ່າ ສິນຄ້າ ຫລື ເຄື່ອງແນວອື່ນ ໄດ້ນາມຍົດ ຕໍ່ທ້າຍວ່າ “ອະຣັນຢິກ” ຄື ມີດອະຣັນຢິກ ເລີຍ.

ການບອກກັນ ແບບ ປາກຕໍ່ປາກວ່າ “ມີດອະຣັນຢິກ” ເປັນມີດດີ ມີດຄົມ ມີດ ມີ ຄຸນນະພາບ ໄດ້ພາໃຫ້ ຄົນທົ່ວໆ ໄປພາກັນ ເຂົ້າໃຈຜິດ ວ່າ ມີດ ອະຣັນຢິກ ນັ້ນ ແມ່ນມີດ ທີ່ຜລິດຢູ່ “ບ້ານອະຣັນຢິກ” ທັ້ງໆ ທີ່ ໃນຄວາມເປັນຈິງ ແລ້ວ ໝູ່ບ້ານ ອະຣັນຢິກ ແທ້ໆ ນັ້ນ ບໍ່ມີ ຄົນຕີມີດ ເປັນພໍຄົນ.

“ຕາແສງບັນຢັດ” ຊຶ່ງ ນອກຈາກ ຈະເປັນລູກຫຼານ ບ້ານໄຜ່ໜອງ ແລະ ເປັນຊ່າງ ຕີມີດ ແລ້ວ, ຜູ້ກ່ຽວ ຍັງໄດ້ຕໍ່ສູ້ ເພື່ອແກ້ໄຂ ຄວາມ ເຂົ້າໃຈຜິດ ອັນນີ້ ຕລອດມາ ແລະ ຄັ້ງນີ້ ກໍຄືກັນ ຕາແສງ ບັນຢັດ ໄດ້ເວົ້າ ຢ້ຳ ວ່າ:

(ສຽງພໍ່ເຖົ້າ ບັນຢັດ)

ນອກຈາກ ຊື່ຕໍ່ທ້າຍ ຂອງມີດ ແລ້ວ ຄຳວ່າ “ອະຣັນຢິກ” ກໍຍັງ ຖືກເອົາໄປ ໃສ່ຊື່ ໃຫ້ກັບ ອັນອື່ນ ອີກຫຼາຍຢ່າງ, ທີ່ສຳຄັນ ແມ່ນ ຊື່ຂອງ “ສະຫະກອນ” ທີ່ ກຸ່ມ ນາຍຊ່າງ ຕີມີດ ບ້ານໄຜ່ໜອງ ໄດ້ຮ່ວມກັນ ຈັດຕັ້ງຂຶ້ນ ໃນປີ ຄ.ສ. 1949 ຫຼື ປີ ພ.ສ. 2492 ເພື່ອໃຫ້ເປັນ ອົງກອນ ທີ່ ທຳໜ້າທີ່ ຮັບຊື້ມີດ ຈາກ ນາຍຊ່າງ ຕີມີດ ແລ້ວ ນຳໄປ ຄ້າເອົາກຳໄຮ ແລະ ແບ່ງປັນ ຜົນປະໂຫຍດ ຢ່າງ ເປັນທັມ. ການຈັດຕັ້ງ ສະຫະກອນ ເປັນການ ເພີ່ມອຳນາດ ການຕໍ່ຮອງ ຜົນປະໂຫຍດ
ໃຫ້ແກ່ ກຸ່ມ ນາຍຊ່າງ ຕີມີດ ກັບ ອົງກອນ ຕ່າງໆ ທັງພາກຣັດ ແລະ ພາກ ເອກະຊົນ.

ເນື່ອງຈາກ ສະຫະກອນ ນີ້ ຖືກຈັດຕັ້ງຂຶ້ນ ເພື່ອ ຂາຍມີດ ອະຣັນຢິກ, ຕົວ ສະຫະກອນ ເອງ ກໍຈຶ່ງ ຖືກໃສ່ຊື່ ວ່າ  “ສະຫະກອນ ມີດອະຣັນຢິກ” ທັງໆ ທີ່ ມີດເຫຼົ່ານີ້ ເຮັດກັນ ຢູ່ ບ້ານໄຜ່ໜອງ ແລະ ຕົວສະຫະກອນ ເອງ ກໍຕັ້ງຢູ່ ບ້ານ ໄຜ່ໜອງ ດ້ວຍ ເຊັ່ນກັນ. ພໍ່ເຖົ້າ ບັນຢັດ ຊຶ່ງເຄີຍ ດຳຣົງ ຕຳແໜ່ງ ເປັນປະທານ ສະຫະກອນ ໃນໄລຍະ ນຶ່ງ ເວົ້າເຖິງ ທີ່ມາ ຂອງ ຊື່ ສະຫະກອນ ວ່າ:

(ສຽງພໍ່ເຖົ້າ ບັນຢັດ)

ດັ່ງນັ້ນ, ເມື່ອ ສະຫະກອນ ກໍໄດ້ຊື່ວ່າ  “ສະຫະກອນ ມີດອະຣັນຢິກ” ກໍຈຶ່ງ ເຮັດໃຫ້ ການຕໍ່ສູ້ ຂອງ ຕາແສງ ບັນຢັດ ນັ້ນ ເພື່ອໃຫ້ຄົນ ຮູ້ວ່າ ມີດ ທີ່ໃສ່ຊື່ວ່າ “ມີດອະຣັນຢິກ” ທີ່ຈິງແລ້ວ ປະດິດ ຄິດສ້າງຂື້ນ ຢູ່ ບ້ານໄຜ່ໜອງ ນັ້ນ ຍິ່ງ ແກ້ໄຂ ເປັນໄປໄດ້ ຍາກຂຶ້ນ ກວ່າເກົ່າ ອີກ.

(ສຽງແຄນ)

ເມື່ອ ການຄ້າມີດ ຂຍາຍຕົວ ກໍພາໃຫ້ ບ້ານໄຜ່ໜອງ ຈເຣີນຂຶ້ນ ເພື່ອ ຈະພັທນາ ດ້ານສາທາຣະນະສຸກ, ດ້ານຄຸນນະພາບ ຊີວິດ, ການອະນຸຣັກ ສິ່ງແວດລ້ອມ,   ຮວມທັງ ຮັກສາ ສີລປະ ແລະ ວັທນະທັມ ຂອງ ຊຸມຊົນ.  ຕໍ່ມາ ຈຶ່ງໄດ້ ຈັດຕັ້ງ ເປັນອົງກອນ ປົກຄອງ ສ່ວນທ້ອງຖິ່ນ ທີ່ມີ ຂນາດນ້ອຍ ກວ່າ “ເທດສະບານ” ຮ້ອງວ່າ “ສຸຂາພິບານ”. ແລ້ວ ສຸຂາພິບານ ທີ່ຈັດຕັ້ງ ກັນຂຶ້ນນີ້ ກໍໄດ້ຊື່ວ່າ “ສຸຂາພິບານ ອະຣັນຢິກ” ອີກ, ດັ່ງ “ຕາແສງບັນຢັດ” ໄດ້ເວົ້າ ເຖິງທີ່ມາ ຂອງການໃສ່ຊື່ ດັ່ງກ່າວວ່າ:

(ສຽງພໍ່ເຖົ້າ ບັນຢັດ)

ແລະຕໍ່ມາ ເມື່ອ ສຸຂາພິບານ ເຕີບໃຫຍ່ຂຶ້ນ ອີກ,  ກໍຈຶ່ງ ຖືກຍົກ ຖານະ ຂຶ້ນຈາກ ສຸຂາພິບານ ເປັນ “ເທດສະບານ” ເມື່ອວັນທີ 25 ພຶດສະພາ ຄ.ສ. 1999 ມີ ພື້ນທີ່ 35 Km2, ປະກອບດ້ວຍ 3 ຕຳບົນ ຫຼື ຕາແສງ ຄື ຕຳບົນ ທ່າຊ້າງ, ຕຳບົນ ພຣະນອນ ແລະ ຕຳບົນ ສາມໄຖ.

ດັ່ງນັ້ນ, ເມື່ອ ສຸຂາພິບານ ມີປະຊາກອນ ຫຼາຍຂຶ້ນ ແລະ ມີກົດໝາຍ ໃຫ້ຍົກ ສຸຂາພິບານ ຂຶ້ນເປັນ “ເທດສະບານ” ສຸຂາພິບານ ທີ່ມີ ຊື່ວ່າ “ສຸຂາພິບານ ອະຣັນຢິກ” ຈຶ່ງກາຍເປັນ “ເທດສະບານ ອະຣັນຢິກ”. “ຕາແສງບັນຢັດ” ເວົ້າເຖິງ ຄວາມປ່ຽນແປງ ດັ່ງກ່າວວ່າ:

(ສຽງພໍ່ເຖົ້າ ບັນຢັດ)

ເທດສະບານ ອະຣັນຢິກ ຊຶ່ງ ອາດຈະແມ່ນ ທດສະບານ ຣະດັບ ຕຳບົນ ພຽງແຫ່ງດຽວ ທີ່ມີ ຊື່ບໍ່ຄືກັນ ກັບຊື່ຕຳບົນ ແຕ່ຫາກ ໃຫ້ຊື່ມີດ ເປັນຊື່ ຕຳບົນ,  ດັ່ງຈະເຫັນໄດ້ ຈາກກາ ສັນຍະລັກ ຫຼື ໂລໂກ້ (logotype) ເປັນຮູປ ຄົນໂບຮານ ຕີມີດ ຢູ່ເທິງດາບ 2 ດວງ ທີ່ວາງໄຂວ້ ກັນຢູ່ຊຶ່ງມີ ຄວາມໝາຍ ວ່າເທດສະບານ ອະຣັນຢິກ ມີຄົນ ສ່ວນຫຼາຍ ປະກອບ ອາຊີບ ຕີມີດ ຈົນມີ ຊື່ສຽງ ສືບຕໍ່ມາ ຕັ້ງແຕ່ ສໄໝບູຮານ ຈົນຮອດ ປະຈຸບັນ.

(ສຽງແຄນ)

ທ່ານ ຜູ້ຟັງ ທີ່ຮັກແພງ, ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດ ລົງແລ້ວ. ເຊີນທ່ານ ຮັບຟັງເລື້ອງ “ບ້ານລາວໃນໄທ ແຕ່ອາດີດ ຫາປະຈຸບັນ” ໄດ້ໃໝ່ ໃນ ສັປະດາໜ້າ ຊຶ່ງ ຈະນຳພາ ທ່ານ ໄປພົບກັບ ສະພາບການ ຕົວຈິງ ໃນປະຈຸບັນ ຂອງ “ບ້ານອະຣັນຢິກ” ຊຶ່ງເປັນ ໝູ່ບ້ານ ຂອງ ຄົນມຸສລິມ ວ່າເປັນແນວໃດ.

ສຳລັບ ສັປະດານີ້, ຂໍໄດ້ຮັບ ຄວາມປຣາຖໜາ ດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.