ບ້ານລາວໃນປະເທດໄທ (ຕອນ 27)


2007.11.20

ສະບາຍດີ ປີໃໝ່ລາວ ທ່ານ ຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ

ໃນສັປະດາ ຜ່ານມາ ເຮົາໄດ້ ສເນີ ເລື້ອງ ຄົນລາວຢູ່ບ້ານໄຜ່ໜອງ ແຂວງອະຍຸດ ທະຍາ ມາເຖິງ ຕອນທີ່ວ່າ ມີໝູ່ບ້ານ ອີກໝູ່ບ້ານນຶ່ງ ຊື່ວ່າ “ບ້ານ ອະຣັນຢິກ”  ຢູ່ ກາຍຈາກ  ບ້ານໄຜ່ໜອງ ໄປທາງ ທິດເໜືອ 3 ຫຼັກ ກິໂລແມດ ໂດຍ ບ້ານດັ່ງກ່າວ ຂຶ້ນກັບ ຕາແສງ ທ່າເຮືອ ຊຶ່ງເປັນ ຄົນລະ ຕາແສງ ກັບ ບ້ານໄຜ່ໜອງ ແລະ ບ້ານຕົ້ນໂພ ທີ່ຂຶ້ນກັບ ຕາແສງ ທ່າຊ້າງ.

ໃນອາດີດ ບ້ານ ອະຣັນຢິກ ນີ້ ແມ່ນ ເປັນບ່ອນຕັ້ງ ໂຮງພາສີ ແລະ ໂຮງບ່ອນເບັ້ຽ ຈຶ່ງເຮັດໃຫ້ ໝູ່ບ້ານນີ້ ເປັນຊຸມຊົນໃຫຍ່ ເພາະມີ ຄົນ ມາຫຼີ້ນ ການພະນັນ ຢ່າງຫຼວງຫຼາຍ ແລະ ກໍເປັນຕລາດ ທີ່ມີ ຜູ້ເອົາ ສິນຄ້າ ພື້ນເມືອງ ແລະ ເຄື່ອງຢູ່ ເຄື່ອງກິນ ມາວາງຂາຍ. ແລ້ວ, ກຸ່ມນາຍຊ່າງ ບ້ານໄຜ່ໜອງ ກໍໄດ້ ຫາບມີດພ້າ ໄປວາງຂາຍ ໃຫ້ ພວກຄົນ ມາທ່ອງທ່ຽວ ແລະ ຫຼີ້ນການພະນັນ ດ້ວຍເຊັ່ນກັນ.

ແລະ ໃນສັປະດາ ນີ້ ເຮົາ ຈະພາທ່ານ ໄປຊອກຫາ ສາຍເຫດ ທີ່ເຮັດໃຫ້ ມີດ ຂອງຄົນລາວ ບ້ານໄຜ່ໜອງ ຖືກໃສ່ຊື່ ວ່າ “ມີດອະຣັນຢິກ”.

(ສຽງແຄນ)

ໂດຍ ປົກກະຕິ ແລ້ວ ນາຍຊ່າງ ຄົນລາວ ບ້ານໄຜ່ໜອງ ຈະຕີມີດ ແຕ່ພໍໃຫ້ໄດ້ ແລກປ່ຽນ  ເຄື່ອງກິນ ຂອງໃຊ້ ເທົ່ານັ້ນ ມີໜ້ອຍຄົນ ຈະເຮັດ ເພື່ອຊື້ ເພື່ອຂາຍ;  ແຕ່ພໍ ຫຼັງຈາກ ທີ່ຕລາດ ຢູ່ ບ້ານ ອະຣັນຢິກ ຟົດຟື້ນຂຶ້ນ ເນື່ອງຈາກ ມີ ໂຮງບ່ອນເບັ້ຽ ແລະ ໂຮງພາສີ ຊາວລາວ ບ້ານ ໄຜ່ໜອງ ຈຶ່ງນຳເອົາ ມີດພ້າ ຂອງພວກຕົນ ໄປຂາຍ ຢູ່ຕລາດ ອະຣັນຢິກ.

ເມື່ອ ອອກວາງຂາຍ, ມີດ-ພ້າ ຂອງຄົນລາວ ບ້ານໄຜ່ໜອງ ຈຶ່ງເປັນ ສິນຄ້າພິເສດ ເພາະ ສິນຄ້າ ທີ່ວາງຂາຍ ດ້ວຍກັນນັ້ນ ສ່ວນຫຼາຍ ແມ່ນເຄື່ອງກິນ ເຄື່ອງໃຊ້ ທີ່ຄົນທ້ອງຖິ່ນ ນຳໄປຂາຍ ແລະ ເປັນ ຫຼາຍສິນຄ້າ ກະສິກັມ  ຄື ສິນຄ້າ ທີ່ໄດ້ ຈາກ ການປູກຝັງ ພໍໄດ້ ຜົນຜລິດ ກໍເກັບເອົາ ໄປຂາຍ. ແຕ່ ມີດ-ພ້າ ຂອງ ບ້ານໄຜ່ໜອງ ເປັນສິນຄ້າ ທີ່ເກີດຈາກ ວຽກງານ ທີ່ຮ້ອງວ່າ “ຫັດຖະກັມ” ຄື ຕ້ອງໄດ້ໃຊ້ ສີມື ແລະ ສິລປະ ທາງຊ່າງ ເຮັດຂຶ້ນ. ດັ່ງນັ້ນ, ພ້າ ຂອງຄົນລາວ ບ້ານໄຜ່ໜອງ ຈຶ່ງໄດ້ ຮັບຄວາມນິຍົມ ຈາກລູກຄ້າ.

ອະຣັນຢິກ ເປັນໝູ່ບ້ານ ຈຸດໃຈກາງ ທີ່ມີຄົນ ຈາກພື້ນທີ່ ໄກໆ ເດີນທາງ ເຂົ້າໄປ ຊື້-ຂາຍ ເນື່ອງຈາກ ມີເສັ້ນທາງ ຄົມະນາຄົມ ສະດວກ ທັງ ທາງເຮືອ ຄື ໃຊ້ເຮືອ ລ່ອງມາ ຕາມ ແມ່ນ້ຳ ປ່າສັກ; ພິເສດ ໄປກວ່ານັ້ນ ກໍແມ່ນ ມີ ທາງຣົຖໄຟ ແລ່ນເຂົ້າ ສູ່ໝູ່ບ້ານ ອີກນຳ. ເມື່ອ ການຄົມະນາຄົມ ສະດວກ ແລະ ຍັງມີ ເຄື່ອງໃຊ້-ຂອງສອຍ ຂາຍຫຼາຍ ຈຶ່ງເຮັດໃຫ້ ຄົນຫຼັ່ງໄຫຼ ກັນມາ ອັ່ງອໍ ກິນຢູ່ຕລາດ ແຫ່ງນີ້ ຢ່າງອຶກະທຶກ.

(ສຽງແຄນ)

ຄົນທີ່ມາ ຈາກທາງໄກ ມັກຈະຊື້ ອາຫານ ການກິນ ກໍແຕ່ຍາມ ທີ່ ພວກເຂົາເຈົ້າ ຢູ່ ບ້ານ ອະຣັນຢິກ ເທົ່ານັ້ນ. ພໍເວລາ ຈະເດີນທາງ ກັບຄືນບ້ານ ພວກເຂົາເຈົ້າ ມັກຈະບໍ່ຊື້ ເຂົ້າປາ-ອາຫານ ເພາະ ເຄື່ອງແນວດັ່ງກ່າວ ມັກ ຈະບູດເນົ່າ ກາງທາງ, ພໍຮອດບ້ານ ກໍກິນບໍ່ໄດ້. ດັ່ງນັ້ນ, ເຂົາເຈົ້າ ຈຶ່ງເລືອກຊື້ ເອາແຕ່ສິນຄ້າ ທີ່ບໍ່ບູດ ບໍ່ເນົ່າ. ສິນຄ້ານັ້ນ ກໍແມ່ນ ມີດ-ພ້າ ຂອງພໍ່ຄ້າ ຈາກ ບ້ານໄຜ່ໜອງ ນັ້ນເອງ.

ມີດ-ພ້າ ບ້ານໄຜ່ໜອງ ເຮັດຈາກ ສີມື ຂອງ ພວກນາຍຊ່າງ ທີ່ເກີດມາ ກໍເພື່ອຈະເຮັດ ມີດ-ເຮັດພ້າ ເທົ່ານັ້ນ. ພວກກ່ຽວ ຄື ນາຍຊ່າງ ຕີມີດ ບ້ານໄຜ່ໜອງ, ເຮັດວຽກ ໜ້າດຽວ ຄື ຕີມີດ, ບໍ່ໄດ້ ປະກອບ ອາຊີບ ແນວອື່ນ ເຝືອຢູ່ນຳເລີຍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ ມີດ ບ້ານ ໄຜ່ໜອງ ເປັນມີດ ທີ່ ທັງແຂງ ແລະຄົມ, ໃຜໄດ້ ໄປໃຊ້ແລ້ວ ກໍຕິດໃຈ,  ແລ້ວ ກໍບອກ ກັນຕໍ່ໆໄປ.

ພໍ່ເຖົ້າ ບັນຢັດ ໄດ້ເວົ້າເຖິງ ການນຳເອົາ ມີດ-ພ້າ ໄປວາງຂາຍ ຢູ່ ບ້ານອະຣັນຢິກ ຂອງຄົນ ບ້ານໄຜ່ໜອງ ແລະ ຄວາມນິຍົມ ຂອງຜູ້ຄົນ ທີ່ມີ ຕໍ່ມີດ-ພ້າ ຈາກ ບ້ານໄຜ່ໜອງ ວ່າ:

(ສຽງພໍ່ເຖົ້າ ບັນຢັດ ຄຳສີ)

ນອກຈາກ ຄວາມຄົງທົນ ແລະ ຄົມດີແລ້ວ, ສິ່ງທີ່ພາໃຫ້ ຄົນທົ່ວໄປ ຕິດເອິກ ຕິດໃຈ ມີດ ຂອງ ບ້ານໄຜ່ໜອງ ອີກຢ່າງນຶ່ງ ກໍຄື ນາຍຊ່າງ ຄົນລາວ ບ້ານໄຜ່ໜອງ ນັ້ນ ມີ ຫົວຄິດ ປະດິດສ້າງ ໂດຍໄດ້ ຕີມີດ ຂຶ້ນ ຫຼາຍແບບ ຊຶ່ງແຕ່ລະແບບ ກໍເໝາະ ກັບການ ໃຊ້ວຽກ ແຕ່ລະຢ່າງ ແຕກຕ່າງກັນ ອອກໄປ.

ມີດ ທີ່ ນາຍຊ່າງ ບ້ານໄຜ່ໜອງ ປະດິດ ຂຶ້ນນັ້ນ ຖືກກັບ ກິດຈະກັມ ທີ່ຊາວບ້ານ ທົ່ວໄປ ໃນການ ດຳເນີນ ຊີວິດ ປະຈຳວັນ ຄື ມີທັງມີດ ສຳລັບ ແຕ່ງຢູ່ ຄົວກິນ ຫຼື ມີດ ທີ່ໃຊ້ ໃນເຮືອນຄົວ; ມີດ ຖາງຫຍ້າ ຫຼື ໃຊ້ຟັນໄມ້ ໄງ້ຂອນ ຄື ມີດ ສຳລັບ ວຽກໄຮ່-ງານນາ; ສ່ວນ ມີດສຳລັບ ວຽກງານ ສີມື ຄື ວຽກຈັກສານ ກໍມີ ມີດຈັກຕອກ; ແລະ ສຳລັບຄົນເຖົ້າ ຜູ້ຄ້ຽວໝາກ ກໍມີ ມີດສະນາກ ແລະ ມີດປາດໝາກ.

ແລະ ມີດ ສຳລັບ ນັກເດີນທາງ ຫຼື ນັກທ່ອງທ່ຽວ ຊຶ່ງ ສະພາບ ບ້ານເມືອງ ແຕ່ອາດີດ ນັ້ນ ຍັງເຕັມໄປດ້ວຍ ປ່າໄມ້ ຕຶບໜາ, ສັດສາ ວາສິ່ງ ແລະ ງູງ້ຽວ ຂ້ຽວຂໍ ທີ່ເປັນ ອັນຕະລາຍ ຢູ່ຫຼາຍ, ອີກທັງ ຜູ້ຮ້າຍ ອ້າຍຂະໂມຍ ທີ່ຖ້າ ປຸ້ນຈີ້ ກາງທາງ. ການເດີນທາງ ຈຶ່ງຕ້ອງ ມີອາວຸດ ສຳລັບ ປ້ອງກັນໄພ ຈາກ ສະພາບ ແວດລ້ອມ ທາງ ທັມມະຊາດ ແລະພວກຜູ້ຮ້າຍ ໂດຍສະເພາະ ແມ່ນ ໃນເຂດ ພາກກາງ ຂອງໄທ ນັ້ນ, ຖືວ່າ ເປັນຂົງເຂດ ທີ່ມີ ເສິກສົງຄາມ ຢູ່ບໍ່ຂາດ ຣະຍະ ເພາະພາກກາງ ຢູ່ໃກ້ກັບ ເຂດແດນ ປະເທດ ພະມ້າ ຊຶ່ງໃນສະໄໝ ອາດີດ ພະມ້າ ຖືວ່າ ເປັນສັດຕູ ສຳຄັນ ຂອງໄທ.

(ສຽງແຄນ)

ເຖິງແມ່ນວ່າ ບ້ານເມືອງ ຈະຜ່ານ ຍຸກເສິກເສືອ ເໜືອໃຕ້ ມາແລ້ວ ກໍຕາມ ແຕ່ ໃນເຂດ ພາກກາງ ຂອງໄທ ກໍໄດ້ ເກີດມີ ພວກໂຈນ ຜູ້ຮ້າຍຂຶ້ນ ຢ່າງຫຼວງຫຼາຍ ເພາະເກິດ ພາວະ “ເຂົ້າຍາກ-ໝາກແພງ” ຈຶ່ງເກີດມີ ຜູ້ຮ້າຍຂຶ້ນ. ປະກອບ ກັບ ການຄົມະນາຄົມ ບໍ່ສະດວກ ສະບາຍ ຄື ທຸກມື້ນີ້ ໄດ້ພາໃຫ້ ບ້ານເມືອງ ຫຼື ແຂວງ ທີ່ຢູ່ບໍ່ໄກ ຈາກ ບາງກອກ ພໍເທົ່າໃດ ກາຍເປັນ ບ້ານປ່າ ເມືອງເຖື່ອນ ຫຼື ທີ່ຄົນໄທ ຮ້ອງວ່າ “ໄກປືນທ່ຽງ” ຄື ໄກ ຈາກສຽງປືນ ໃນເມືອງຫຼວງ ທີ່ຍິງ ເປັນສັນຍານ ບອກໂມງ, ເມື່ອເຖິງ ຍາມທ່ຽງ ນັ້ນເອງ. ດ້ວຍເຫດນີ້ ໃນ ສະໄໝກ່ອນ, ຜູ້ປົກຄອງ ຫຼື ຂ້າຣາຊການ ຈຶ່ງມັກຈະໃຊ້ ອຳນາດ ຂົ່ມເຫງ ຣາສດອນ ແລະ ໃສ່ໂທດ ຢ່າງບໍ່ເປັນທັມ ເພາະຢູ່ ໄກຫູ ໄກຕາ ຜູ້ມີອຳນາດ ສ່ວນກາງ ຈຶ່ງໄດ້ ເກີດກຸ່ມຄົນ ທີ່ຖືກ ຂົ່ມເຫງ ເຕັງເຕັກ ຢ່າງບໍ່ເປັນທັມ ຂຶ້ນ.

ແລະ ກຸ່ມຄົນ ທີ່ຕໍ່ສູ້ ກັບ ອຳນາດ ອັນບໍ່ເປັນທັມ ຈຶ່ງໄດ້ຊື່ ເຊັ່ນກັນ ກັບ ພວກຜູ້ຮ້າຍ ຊຶ່ງຄົນໄທ ເອີ້ນວ່າ “ເສືອ”. ດັ່ງນັ້ນ, ເຂດພາກກາງ ຂອງໄທ ຈຶ່ງຂຶ້ນຊື່ວ່າ ມີເສືອຫຼາຍ ເປັນຕົ້ນ ເສືອຝ້າຍ, ເສືອໃບ, ເສືອມະເຫສວນ.

ເມື່ອເປັນດັ່ງນີ້ ຊາວບ້ານ ໃນເຂດ ພາກກາງ ຈຶ່ງຕ້ອງ ໄດ້ຖືອາວຸດ ເພື່ອ ປ້ອງກັນ ຊີວິດ ຊັບສິນ ແລະ ອາວຸດ ທີ່ ຊາວບ້ານ ພໍມີກຳລັງ ຊື້ໄດ້ ກໍແມ່ນ ມີດ ແລະ ດາບ ເທົ່ານັ້ນ.

ໃນໝູ່ ຊາວໜຸ່ມ ໄວຄະນອງ ຫຼື ໄວທີ່ມີ ພະລັງ ໃນຕົວຫຼາຍ ແລະ ມີ ຄວາມຮັກ ປະສາ ບ່າວ-ສາວ ຈຶ່ງເກີດມີ ການລອງ ກຳລັງ ກັນ ຄື ການຕີກັນ ຍ້ອນບໍ່ຖືກ ຊາຕາກັນ ຫຼື ຍາດຊິງ ຜູ້ສາວ ກັນ. ຊາວໜຸ່ມ ເຫຼົ່ານັ້ນ ຈຶ່ງນິຍົມ ໃຊ້ມີດ ເຊັ່ນ ມີດພົກ ຫຼື ມີດແຫຼມ ແລະ ມີດດາບ ເພື່ອໃຊ້ ສຳລັບ ປ້ອງກັນຕົວ ໃນຍາມ ໄປທ່ຽວ.

ຈະເຫັນໄດ້ວ່າ ມີດ-ພ້າ ໃນສະໄໝ ອາດີດ ນັ້ນ ຖືວ່າ ເປັນສິ່ງຂອງ ທີ່ຈຳເປັນ ສຳລັບ ວິຖີ ຊີວິດ ຂອງ ຄົນ ໃນສະໄໝ ນັ້ນ. ການຖືມີດ ຖືດາບ ຖືວ່າ ເປັນເລື້ອງ ປົກກະຕິ ໂດຍ ສະເພາະ ພວກ ໝູ່ຜູ້ຊາຍ ຖ້າແມ່ນຜູ້ໃດ ບໍ່ຖືມີດ ຖືພ້າ ຖືວ່າ ຜູ້ນັ້ນ ບໍ່ແມ່ນ ລູກຜູ້ຊາຍ.

ແລະຄຳວ່າ “ລູກຜູ້ຊາຍ” ຫຼື ຄຳວ່າ “ຜູ້ຊາຍ” ນັ້ນ ຄົນ ສະໄໝ່ກ່ອນ ຖືເປັນ ເລື້ອງສຳຄັນ ແທ້ໆ ເພາະ ສະພາບການ ສະໄໝນັ້ນ ຕ້ອງປົກປ້ອງ ຄຸ້ມຄອງ ເພດທີ່ອ່ອນແອ ຄື ແມ່ຍິງ ຫຼື ເດັກນ້ອຍໄດ້ ຈຶ່ງຈະຖືວ່າ ເປັນຜູ້ຊາຍ.

ດັ່ງທີ່ມີ ຄຳໂຕ່ງໂຕ່ຍ ວ່າ “ຊາຍ ກໍໃຫ້ເປັນຊາຍ ແທ້ ຢ່າແກມແກ ຫີນແຮ່ ຊາຍກໍໃຫ້ຊາຍແທ້ໆ ຕົມນັ້ນຢ່າໄດ້ມີ” ແລະ ຊາຍແທ້ ສຳລັບ ຄົນພາກກາງ ຂອງໄທ ຈຶ່ງຈຳເປັນ ຕ້ອງເປັນໝັດ ເປັນມວຍ ຫຼື ຟັນດາບເປັນ.  ໃນເຂດ ພາກກາງ ມີຄຳໂຕ່ງໂຕ່ຍ ສະເພາະອີກ ວ່າ “ເປັນຊາຍ ຕ້ອງຄົມ”   ຄົມ ຄືແນວໃດ ສັນຍະລັກ ຂອງ ຄວາມຄົມ ກໍແມ່ນ ມີດ ນັ້ນເອງ.

ດັ່ງນັ້ນ, ມີດ ຂອງຄົນລາວ ບ້ານໄຜ່ໜອງ ຈຶ່ງຂາຍດິບ ຂາຍດີ ເປັນພິເສດ ແລະ ຜູ້ທີ່ ຊື້ໄປແລ້ວ ກໍບໍຜິດຫວັງ ຈຶ່ງເວົ້າກັນຕໍ່ໆ ໄປ ວ່າ “ມີດອະຣັນຢິກ ນີ້ ດີແທ້ໆ” ແຕ່ບໍ່ມີໃຜ ເວົ້າພໍດີ້ ວ່າ “ມີດໄຜ່ໜອງ ນີ້ ດີແທ້ໆ”

(ສຽງແຄນ)

ທ່ານ ຜູ້ຟັງ ທີ່ຮັກແພງ ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງ ແລ້ວ. ເຊີນທ່ານ ຮັບຟັງ ເລື້ອງລາວຂອງ “ບ້ານລາວໃນໄທ ແຕ່ອາດີດຫາປະຈຸບັນ -” ໄດ້ໃໝ່ ໃນສັປະດາໜ້າ ຊຶ່ງຈະນຳພາ ທ່ານ ໄປພົບກັບ ຄຳວ່າ “ອະຣັນຢິກ” ບໍ່ແມ່ນແຕ່ໃຊ້ເປັນຊື່ມີດ ຂອງຄົນລາວ ບ້ານໄຜ່ໜອງ ເທົ່ານັ້ນ ຄຳວ່າ “ອະຣັນຢິກ” ຍັງມີ ອິດທິພົນ ແລະ ໃຊ້ເປັນຊື່ ແນວອື່ນ ຂອງຄົນ ບ້ານໄຜ່ໜອງ ນຳອີກ.

ສຳລັບ ສັປະດານີ້, ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.