ບ້ານລາວໃນປະເທດໄທ (ຕອນ 26)


2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ

ໃນສັປະດາ ທີ່ຜ່ານມາ ເຮົາໄດ້ສເນີ ເລື້ອງ ຄົນລາວ ຢູ່ບ້ານໄຜ່ໜອງ ແຂວງ ອະຢຸດທະຍາ ມາເຖິງ ຕອນທີ່ວ່າ ເປັນຍ້ອນ ມີສີມື ແລະ ມີຊື່ສຽງ ດ້ານຕີມີດ-ຕີພ້າ ໃນຄາວ ທີ່ສເດັດໄປ ຮ່ວມຖວາຍ ພຣະເພີງ ຣັຊການທີ່ 2 ຂອງສຍາມ ພຣະເຈົ້າ ອານຸວົງ ໄດ້ຂໍເອົາ ຄົນລາວ ບ້ານໄຜ່ໜອງ ກັບຄືນ ໄປວຽງຈັນ ແຕ່ຄົນລາວ ກຸ່ມນີ້ ໄດ້ຕອບ ປະຕິເສດ ບໍ່ຍອມ ກັບຄືນ ປະເທດ ຕາມຄຳຂໍ ຂອງເຈົ້າ ອານຸວົງ. ການກະທຳ ຂອງ ຄົນລາວ ກຸ່ມ ບ້ານໄຜ່ໜອງ ເທື່ອນີ້ນັ້ນ ໄດ້ຕອກຍ້ຳ ໃຫ້ເຫັນວ່າ ພວກເຂົາເຈົ້າ ບໍ່ແມ່ນ ຄົນລາວ ກຸ່ມ ທີ່ຖືກ ກວາດຕ້ອນ ເຂົ້າສູ່ ສຍາມ ເພາະພວກເຂົາເຈົ້າ ບໍ່ໄດ້ ຄຽດແຄ້ນ ໃຫ້ສຍາມ ຈົນ ຂໍສະໝັກໃຈ ທີ່ຈະເປັນ ຄົນສຍາມ ແລະ ເປັນໝູ່ບ້ານ ຂອງ ນາຍຊ່າງ ຕີມີດ-ຕີພ້າ ນັບແຕ່ນັ້ນ ສືບມາ ຈົນຮອດ ທຸກມື້ນີ້.

ສັປະດານີ້ ເຮົາຈະພາທ່ານ ໄປພົບກັບ ຊີວິດ ຕົວຈິງ ໃນອາຊີບ ຕີມີດ ຂອງ ຄົນເຊື້ອລາວ ບ້ານໄຜ່ໜອງ ວ່າ ມີດ ທີ່ຄົນລາວ ບ້ານໄຜ່ໜອງ ຕີຂຶ້ນນັ້ນ ເປັນແນວໃດ ຈຶ່ງໄດ້ໃສ່ຊື່ວ່າ “ມີດອະຣັນຢິກ” ແລະ “ອະຣັນຢິກ” ແມ່ນຫຍັງ.

(ສຽງແຄນ)

ຢູ່ໃນຂົງເຂດ ອຳເພີ ນະຄອນຫຼວງ  ຫຼື ເມືອງ ນະຄອນຫຼວງ ແຂວງ ອະຢຸດທະຢາ ນັ້ນ ມີບ້ານ ທີ່ເປັນ ບ້ານຄົນລາວ ນອກຈາກ ບ້ານໄຜ່ໜອງ ແລະ ບ້ານຕົ້ນໂພ ແລ້ວ, ເລາະ ອ້ອມແອ້ມນັ້ນ ກໍຍັງມີ ອີກໝູ່ ບ້ານນຶ່ງ ທີ່ເປັນບ້ານ ຄົນລາວ ຄື ບ້ານທີ່ຖືກ ໃສ່ຊື່ວ່າ “ບ້ານ ຫົວຄຸ້ງລາວ”.

ຄຸ້ງ ໝາຍເຖິງດິນ ສ່ວນທີ່ ແວກເຂົ້າ ກົງກັນຂ້າມ ກັບຄຳວ່າ “ແຫຼມ” ຄືດິນສ່ວນ ທີ່ຍື່ນອອກ ໄປໃນນ້ຳ. ຫົວຄຸ້ ງກໍຄື ຫົວໂຄ້ງ ທີ່ນ້ຳ ຍື່ນເຂົ້າມາ ໃນດິນ ແລະ ເປັນບ່ອນ ຕັ້ງບ້ານ “ຫົວຄຸ້ງລາວ” ຊຶ່ງຢູ່ ແຄມນ້ຳ; ບ້ານຫົວຄຸ້ງ ລາວນີ້ ຕັ້ງຢູ່ບໍ່ໄກ ຈາກ ບ້ານໄຜ່ໜອງ ພໍເທົ່າໃດ ຄື ຕິດໄປ ທາງທິດໃຕ້ ຂອງ ບ້ານໄຜ່ໜອງ.

ນອກຈາກຈະມີ ບ້ານ ຫົວຄຸ້ງລາວ ແລ້ວ ອີກສົ້ນນຶ່ງ ຂອງຄຸ້ງ ຍັງມີບ້ານ ອີກບ້ານນຶ່ງ ທີ່ຖືກໃສ່ຊື່ ໃຫ້ພັດກັບ ບ້ານຫົວຄຸ້ງລາວ ຄື ບ້ານຫົວຄຸ້ງໄທ ຊຶ່ງແນ່ນອນວ່າ ບ້ານນີ້ ຄົນທີ່ຢູ່ ອາໄສຕ້ອງ ເປັນຄົນໄທ ຢ່າງບໍ່ຕ້ອງ ສົງໄສ. ບ້ານ ຫົວຄຸ້ງລາວ ກັບບ້ານ ໄຜ່ໜອງນັ້ນ ຖ້າບໍ່ມີທົ່ງນາ ມາຂັ້ນ ກໍເທົ່າກັບ ເປັນບ້ານດຽວກັນ ເພາະຢູ່ ໄກກັນ ພຽງແຕ່ ຫຼັກກິໂລແມັດ ດຽວ ເທົ່ານັ້ນ.

ແຕ່ເ ປັນໜ້າສັງເກດ ວ່າ ຄົນລາວ ບ້ານໄຜ່ໜອງ-ບ້ານຕົ້ນໂພ ກັບບໍ່ໄດ້ ຕິດຕໍ່ ສັມພັນກັນ ກັບຄົນ ບ້ານ ຫົວຄຸ້ງລາວ ເທົ່າທີ່ຄວນ ຈະເປັນ, ຊຶ່ງອາດຈະເປັນ ເພາະວ່າ ບ້ານໄຜ່ໜອງ-ຕົ້ນໂພ ເປັນບ້ານ ນາຍຊ່າງ ຕີມີດ ສ່ວນຄົນ ບ້ານ ຫົວຄຸ້ງລາວ ເປັນບ້ານ ພໍ່ໄຮ່-ພໍ່ນາ ວິຖີຊີວິດ ບໍ່ຄືກັນ ກໍເລີຍ ບໍ່ຄ່ອຍໄດ້ຕິດຕໍ່ກັນ. ຫຼື ບໍ່ດັ່ງນັ້ນ ກໍອາດຈະເປັນ ເພາະວ່າ ຄົນລາວ ບ້ານໄຜ່ໜອງ-ຕົ້ນໂພ ເປັນຄົນລາວ ທີ່ມາ ສຍາມ ຄົນລະເທື່ອກັນ ກັບຄົນລາວ ບ້ານ ຫົວຄຸ້ງ ລາວ, ຫຼື ບໍ່ດັ່ງນັ້ນ ກໍອາດຈະເປັນ ເພາະວ່າ ປະຫວັດ ທີ່ມາ ຂອງຄົນລາວ 2 ກຸ່ມນີ້ ແຕກຕ່າງກັນ ຄື ກຸ່ມ ບ້ານ ຫົວຄຸ້ງ ລາວ ອາດຈະເປັນ ຄົນລາວທີ່ມາ ຈາກບ່ອນອື່ນ ທີ່ຖືກ ກວາດຕ້ອນ ມາໄວ້ສຍາມ ບໍ່ແມ່ນ ອົບພະຍົບ ມາເອງ ຄື ຄົນລາວ ບ້ານໄຜ່ໜອງ.

ຖ້າເປັນ ດັ່ງນັ້ນ ກໍສແດງວ່າ ຄົນລາວນັ້ນ ເຖິງແມ່ນວ່າ ຈະເປັນລາວ ນຳກັນ ເມື່ອມາຢູ່ ສຍາມແລ້ວ ຖ້າບໍ່ແມ່ນ ຄົນ ກຸ່ມດຽວກັນ ກໍຈະ ບໍ່ຄົບຄ້າ ສະມາຄົມກັນ. ແລະ ຈະເຫັນວ່າ ຄົນລາວ ບ້ານໄຜ່ໜອງ-ຕົ້ນໂພ ກັບຄົນລາວ ບ້ານ ຫົວຄຸ້ງລາວ ບໍ່ໄດ້ມີ ຄວາມສັມພັນກັນ ດ້ານ ການແຕ່ງດອງ ເລີຍ ແຕ່ກັບໄປ ແຕ່ງດອງ ກັບຄົນໄທ ຫຼື ຄົນຈີນ ຫຼາຍກວ່າ.

ຖ້າໄດ້ຟັງ ຄຳເວົ້າ ຂອງພໍ່ເຖົ້າ ບັນຢັດ ຫຼື ຕາແສງບັນຢັດ ກ່ຽວກັບ ບ້ານຫົວຄຸ້ງລາວ ແລ້ວ ກໍຈະເຫັນວ່າ ຄົນລາວ 2 ກຸ່ມ ນີ້ ບໍ່ຄ່ອຍ ໄດ້ຕິດຕໍ່ກັນ ເລີຍ ດັ່ງຄຳເວົ້າ ຂອງຜູ້ກ່ຽວ ຕອນນຶ່ງວ່າ

(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)

ປະຈຸບັນນີ້ ຄົນບ້ານຫົວຄຸ້ງລາວ ໄດ້ກາຍເປັນຄົນໄທ ຢ່າງເຕັມຕົວແລ້ວ ໂດຍຈະຫາ ຜູ້ເຖົ້າ ຜູ້ແກ່ ທີ່ເປັນຄົນລາວ ທີ່ພໍຈະຮູ້ ປະຫວັດ ຄວາມເປັນມາ ຂອງໝູ່ບ້ານ ບໍ່ໄດ້ເລີຍ. ດັ່ງນັ້ນ, ກໍບໍ່ຕ້ອງ ສົງໄສຫຍັງ ວ່າ ໃນບ້ານຫົວຄຸ້ງລາວ ຈະບໍ່ມີຄົນ ທີ່ປາກເວົ້າ ພາສາລາວ ໄດ້ພໍຄົນ.

ແລະ ບໍ່ໜ້າຈະເປັນໄປໄດ້ ວ່າ ຊົ່ວແຕ່ພຽງໄລຍະທາງ ບໍ່ກາຍຫຼັກກິໂລແມັດດຽວ ເທົ່ານັ້ນ ຄົນລາວ 2 ກຸ່ມ ນີ້ ຈະບໍ່ຮູ້ຈັກກັນ ບໍ່ຕ້ອງເວົ້າເຖິງ ສະພາບ ການຕົວຈິງ ໃນປະຈຸບັນວ່າ ຄົນຮຸ່ນໃໝ່ ຊາວໜຸ່ມ ຂອງຄົນລາວ 2 ກຸ່ມນີ້ ຈະຮູ້ຈັກກັນ ຫຼືບໍ່?

ນອກຈາກ ບ້ານຫົວຄຸ້ງລາວ ແລ້ວ ໝູ່ບ້ານ ທີ່ຢູ່ອ້ອມຮອບ ບ້ານໄຜ່ໜອງ-ຕົ້ນໂພ ກໍບໍ່ມີ ບ້ານໃດ ທີ່ເປັນ ບ້ານຄົນລາວ ອີກເລີຍ. ແລະ ທີ່ໜ້າສັບສົນ ໄປກວ່ານັ້ນ ກໍຄື ນອກຈາກ ຄົນລາວ, ຄົນໄທ, ຄົນຈີນ ແລ້ວ ອ້ອມຮອບ ຍ່ານນັ້ນ ຍັງມີ ບ້ານຂອງຄົນມຸດສະລິມ (Muslim) ຫຼື ຄົນທີ່ນັບຖື ສາສນາ ອິດສະລາມ (Islamic) ອີກດ້ວຍ.

ສາຍເຫດ ທີ່ເຮັດໃຫ້ບໍຣິເວນນີ້ ເປັນທີ່ຮວມ ຂອງຄົນຫຼາຍເຜົ່າພັນ ກໍຍ້ອນວ່າ ໃນອາດີດນັ້ນ ຍ່ານນີ້ ເຄີຍເປັນບ່ອນຕັ້ງ ໂຮງພາສີອາກອນ ຊຶ່ງຮ້ອຍສ່ວນຮ້ອຍ ຂອງຜູ້ທີ່ເປັນ ນາຍພາສີ ຫຼື ທີ່ຄົນສຍາມ ພາກັນຮ້ອງວ່າ “ເຈົ້າພາສີ-ນາຍອາກອນ”ນັ້ນ ເປັນ “ຄົນຈີນ” ມີແຕ່ຄົນຈີນ ເທົ່ານັ້ນ ທີ່ເຮັດວຽກ ຄຶດໄລ່, ນຳເກັບພາສີ ຍ້ອນວ່າ ຄົນຈີນ ເປັນຄົນ ມີນິໄສຊູຊີ ຂຸ່ນຂ້ຽວ ຜູ້ອື່ນ ຊຶ່ງເໝາະກັບອາຊີບ “ເຈົ້າພາສີ-ນາຍອາກອນ” ເພາະລາງເທື່ອ ຄົນພວກນີ້ ກໍເຖິງຂນາດ ບັງຄັບຂູ່ເຂັນ ແລະ ນາບຂູ່ ໃຫ້ຢ້ານກົວ ເພື່ອຈະໃຫ້ ປະຊາຊົນ ໄປເສັຽພາສີ ແລ້ວຈຶ່ງຄ່ອຍເອົາເງິນພາສີ ນັ້ນໄປສົ່ງ ໃຫ້ຫຼວງ ຫຼື ໃຫ້ທາງຣາຊການ.

ແລະຄຽງຄູ່ ໄປກັບໂຮງພາສີ ກໍຈະຕ້ອງມີ ທຸຣະກິດຂອງຄົນຈີນ ອີກຢ່າງນຶ່ງ ຄື “ບ່ອນການພະນັນ” ຫຼື ທີ່ຮ້ອງວ່າ “ໂຮງບ່ອນເບັ້ຽ” ດັ່ງນັ້ນ ພວກເຈົ້າພາສີ-ນາຍອາກອນ ກໍຈຶ່ງ ຖືກໃສ່ຊື່ ອີກຊື່ນຶ່ງ ວ່າ “ນາຍອາກອນ-ບ່ອນເບັ້ຽ” ແລະ ທັງໂຮງພາສີ ແລະ ໂຮງບ່ອນເບັ້ຽ ຍ່ານນີ້ ຕັ້ງຢູ່ໝູ່ບ້ານນຶ່ງ ທີ່ມີຊື່ວ່າ “ບ້ານອະຣັນຢິກ”.

ບ້ານອະຣັນຢິກນີ້ ຢູ່ກາຍ ຈາກບ້ານໄຜ່ໜອງ ໄປທາງທິດເໜືອ 3 ຫຼັກ ໂດຍບ້ານອະຣັນຢິກ ຂຶ້ນກັບຕຳບົນ ຫຼື ຕາແສງທ່າເຮືອ ຊຶ່ງຢູ່ຄົນລະຕຳບົນ ກັບບ້ານໄຜ່ໜອງ ຄື ບ້ານໄຜ່ໜອງ ແລະ ບ້ານຕົ້ນໂພ ຂຶ້ນຢູ່ກັບຕຳບົນ ຫຼື ຕາແສງທ່າຊ້າງ.

ບ້ານອະຣັນຢິກ ມີຄວາມແຕກຕ່າງໄປ ຈາກບ້ານອື່ນ ທີ່ຢູ່ອ້ອມແອ້ມກັນ ຄື ບ້ານນີ້ ເປັນໝູ່ບ້ານ ຂອງຄົນ ມຸດສະລິມ (Muslim) ຫຼື ທີ່ຄົນໄທ ຮ້ອງວ່າ “ພວກແຂກ”. ແລະ ການທີ່ເປັນ ບ່ອນຕັ້ງໂຮງພາສີ ແລະ ໂຮງບ່ອນເບັ້ຽ ຈຶ່ງພາໃຫ້ ບ້ານອະຣັນຢິກ ເປັນຊຸມຊົນ ທີ່ມີ ການຄ້າການຂາຍ ມີທັງຄົນມາຄ້າຂາຍ, ມາຫຼີ້ນ ການພະນັນກັນ ຢ່າງຫຼວງຫຼາຍ ພາໃຫ້ ເສດຖະກິດ ຂອງບ້ານອະຣັນຢິກ ຟົດຟື້ນໄປດ້ວຍ.

(ສຽງແຄນ)

ຄວາມຟົດຟື້ນ ຂອງທຸຣະກິດ ໄດ້ພາໃຫ້ ອະຣັນຢິກ ກາຍເປັນຕລາດ ທີ່ມີຄົນໄທ ບ້ານອ້ອມແອ້ມ ເອົາສິນຄ້າ ພື້ນເມືອງ ເປັນຕົ້ນວ່າ ເຂົ້າປາອາຫານ ຜັກນາງອາງຫຍ້າ ເຄື່ອງຢູ່ເຄື່ອງກິນ ທີ່ຜລິດກັນໄດ້ ໃນພື້ນທີ່, ພາກັນຂົນສົ່ງ ມາທາງແມ່ນ້ຳປ່າສັກ ມາວາງຂາຍຢູ່ ບ້ານອະຣັນຢິກ.

ໃນອາດີດ ນອກຈາກ ແມ່ນ້ຳປ່າສັກ ຈະເປັນເສັ້ນທາງ ຄົມະນາຄົມ ສາຍສຳຄັນແລ້ວ  ການຄົມະນາຄົມ ສູ່ບ້ານອະຣັນຢິກ ຍັງມີອີກ ເສັ້ນທາງນຶ່ງ ທີ່ເຮັດໃຫ້ ຄົນຈາກທາງໄກ ໄດ້ຫຼັ່ງໄຫຼມາ ອັ່ງອໍກັນ ຢູ່ບ້ານອະຣັນຢິກ ຄື ທາງຣົຖໄຟ ຊຶ່ງສາຍສັ້ນໆ ແລ່ນຈາກບາງກອກ ມາເຖິງ ບ້ານອະຣັນຢິກ ຊຶ່ງປະຈຸບັນ ເສັ້ນທາງຣົຖໄຟນີ້ ໄດ້ຖືກຍົກເລີກໄປແລ້ວ. ນອກຈາກ ພວກພໍ່ຄ້າ ຊາວຂາຍ ທີ່ເປັນຄົນໄທ ບ້ານອ້ອມແອ້ມ ແລະ ພວກນັກຫຼີ້ນ ການພະນັນ ຄົນທີ່ເຂົ້າໄປ ບ້ານອະຣັນຢິກ ອີກພວກນຶ່ງ ຄື ກຸ່ມນາຍຊ່າງ ບ້ານຕີມີດ-ຕີພ້າ ບ້ານໄຜ່ໜອງ ຊຶ່ງຫາບ ເອາມີດພ້າ ໄປວາງຂາຍ ໃຫ້ແກ່ພວກຄົນ ມາທ່ອງທ່ຽວ ແລະ ຫຼີ້ນການພະນັນ.

ຕາແສງບັນຢັດ ເວົ້າເຖິງບັນຍາກາດ ຂອງບ້ານອະຣັນຢິກ ໃນສະໄໝນັ້ນ ໃຫ້ຮູ້ ວ່າ:

(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ ແລະ ສຽງແຄນ)

ທ່ານຜູ້ຟັງ ທີ່ຮັກແພງ ເວລາ ສຳລັບລາຍການຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງ “ບ້ານລາວໃນໄທ ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ ໃນສັປະດາໜ້າ ຊຶ່ງຈະພາທ່ານ ໄປຊອກຫາຄວາມຈິງວ່າ ເປັນຈັ່ງໃດ ມີດ ທີ່ຄົນລາວ ບ້ານໄຜ່ໜອງ ທີ່ຕີຂຶ້ນ ຈຶ່ງໄດ້ຊື່ວ່າ “ມີດອະຣັນຢິກ.”

ສຳລັບສັປະດານີ້ ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.