ບ້ານລາວໃນປະເທດໄທ (ຕອນ 25)
2007.11.20
ສະບາຍດີ ທ່ານ ຜູ້ຟັງທີ່ເຄົາຣົບ ແລະ ຮັກແພງ
ໃນສັປະດາ ຜ່ານມາ ເຮົາໄດ້ສເນີເລື້ອງ ຄົນລາວຢູ່ບ້ານໄຜ່ໜອງ ແຂວງ ອະຢຸດທະຍາ ມາເຖິງ ຕອນທີ່ວ່າ ຫຼັງຈາກ ພາກັນຂຶ້ນ ຈາກເຮືອແພ ມາຢູ່ ເທິງບົກແລ້ວ ນອກຈາກ ຈະຕີເງິນ-ຕີຄຳ ຄົນເຊື້ອລາວ ບ້ານໄຜ່ໜອງ ຍັງໄດ້ຫັນໄປ ຕີມີດ-ຕີພ້າ ນຳອີກ ຈົນຮອດ ປີ ຄ.ສ. 1822 ຈຶ່ງໄດ້ເຊົາ ຕີເງິນ-ຕີຄຳ ແລະ ຫັນໄປຕີມີດ-ຕີພ້າ ພຽງຢ່າງດຽວ.
ນັບແຕ່ນັ້ນມາ ບ້ານໄຜ່ໜອງ ກໍໄດ້ຊື່ວ່າ ເປັນບ້ານຕີມີດ ທີ່ມີຊື່ສຽງ ໄປທົ່ວ ຣາຊອານາຈັກໄທ ຈົນຮອດ ທຸກມື້ນີ້.
ແລະໃນສັປະດານີ້ ຈະໄດ້ພາທ່ານ ໄປພົບກັບ ຊີວິດຕົວຈິງໃນອາຊີບຕີມີດ ຂອງ ຄົນເຊື້ອລາວ ບ້ານໄຜ່ໜອງ.
(ສຽງແຄນ)
ຕັ້ງແຕ່ປີ ຄ.ສ. 1822 ຫຼື ພ.ສ. 2365 ທີ່ຄົນເຊື້ອລາວ ບ້ານໄຜ່ໜອງ ໄດ້ປະກອບ ອາຊີບ ຕີມີດ-ຕີພ້າ ແຕ່ພຽງ ຢ່າງດຽວ ຊົ່ວຣະຍະ ເວລາ ແຕ່ພຽງ 3 ປີ ເທົ່ານັ້ນ ຄື ໃນປີ ຄ.ສ. 1825 ຊຶ່ງເປັນປີ ທີ່ພຣະເຈົ້າ ອານຸວົງ ໄດ້ກອບກູ້ ອິດສະຣະພາບ ຈາກສຍາມ. ຊື່ສຽງຂອງ ບ້ານໄຜ່ໜອງ ໃນຖານະ ເປັນບ້ານລາວ-ບ້ານນາຍຊ່າງ ຕີມີດ ກໍໂດ່ງດັງ ຈົນເປັນ ທີ່ຮູ້ຈັກກັນ ທົ່ວໄປ ໃນການໄປ ຖວາຍພຣະເພີງ ຫຼື ງານເຜົາສົບ ຂອງຣັຊການທີ 2. ເຈົ້າອານຸວົງ ໄດ້ຂໍເອົາ ຄົນລາວ ວຽງຈັນ ກັບຄືນ ປະເທດນັ້ນ ພຣະອົງ ກໍໄດ້ຂໍເອົາ ຄົນລາວ ວຽງຈັນ ກຸ່ມ ບ້ານໄຜ່ໜອງ ນີ້ນຳ.
ການທີ່ ພຣະເຈົ້າ ອານຸວົງ ໄດ້ບົ່ງເອົາວ່າ ຈະຂໍເອົາ ຄົນລາວ ບ້ານໄຜ່ໜອງ ກໍໜ້າຈະເປັນ ເພາະວ່າ ຄົນລາວ ກຸ່ມນີ້ ໄດ້ມີ ຊື່ສຽງ ຈົນເປັນ ທີ່ຮູ້ຈັກກັນດີ ແລະ ການທີ່ ເຮັດໃຫ້ຄົນ ຮູ້ຈັກນັ້ນ ກໍເປັນ ເພາະວ່າ ຄົນລາວ ກຸ່ມນີ້ ເຄີຍໄປສແດງ ການຕີມີດ ຢູ່ ບາງກອກ ໃນບຸນໃດ ບຸນນຶ່ງ ທີ່ທາງ ພຣະເຈົ້າ ແຜ່ນດິນ ສຍາມ ໄດ້ຈັດໃຫ້ມີຂຶ້ນ. ປາກົດວ່າ ຄົນລາວ ວຽງຈັນ ກຸ່ມບ້ານໄຜ່ໜອງນີ້ ບໍ່ຍອມ ກັບຄືນ ປະເທດ ຕາມຄຳຂໍ ຂອງເຈົ້າອານຸວົງ ແຕ່ສະໝັກໃຈ ທີ່ຈະຢູ່ ໃນແຜ່ນດິນ ສຍາມ ສືບຕໍ່ໄປ.
ການຕອບ ປະຕິເສດ ຂອງຄົນລາວ ບ້ານໄຜ່ໜອງ ຄົງເປັນ ເພາະວ່າ ຄົນລາວ ກຸ່ມນີ້ ບໍ່ໄດ້ມີ ຈິດໃຈ ຄຽດແຄ້ນ ໃຫ້ສຍາມ ຊຶ່ງ ອາດຈະເປັນ ເພາະວ່າ ພວກເຂົາເຈົ້າ ບໍ່ເຄີຍ ຖືກກວາດຕ້ອນ ເຂົ້າໄປຢູ່ ສຍາມຄື ຄົນລາວ ກຸ່ມອື່ນ ຫຼື ອາດຈະເປັນ ເພາະວ່າ ຄົນລາວ ກຸ່ມນີ້ ໄດ້ລົງຫຼັກ ປັກຖານ ຈົນໝັ້ນແກ່ນ ດີແລ້ວ ເລີຍບໍ່ຢາກ ຈະຍົກຍ້າຍ ໄປບ່ອນອື່ນ ອີກ.
ດັ່ງນັ້ນ ຄຳເວົ້າ ຂອງ “ຕາແສງ ບັນຢັດ” ຜູ້ຕາງໜ້າ ບ້ານໄຜ່ໜອງ ທີ່ ເປັນຜູ້ໃຫ້ ຂໍ້ມູນ ກັບເຮົາ ຫຼື ຂໍ້ມູນ ທີ່ຄົນ ບ້ານໄຜ່ໜອງ ໄດ້ຂຽນ ເປັນປຶ້ມ ທີ່ບົ່ງວ່າ ຄົນລາວ ບ້ານໄຜ່ໜອງ ບໍ່ໄດ້ ຖືກກວາດ ຕ້ອນມາ ແຕ່ເປັນ ການຍົກຍ້າຍ ເພື່ອເຂົ້າໄປ ເຮັດຢູ່ທຳກິນ ໃນສຍາມ ເອງນັ້ນ ອາດຈະແມ່ນ ຄວາມຈິງ. “ຕາແສງບັນຢັດ” ເວົ້າເຖິງເລື້ອງນີ້ວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)
ຄຳເວົ້າ ຂອງ “ຕາແສງບັນຢັດ” ກ່ຽວກັບເລື້ອງນີ້ ເຖິງວ່າ ຈະຂັດແຍ້ງ ກັບເອກະສານ ຄື ປຶ້ມທີ່ມີຊື່ວ່າ “ຕົ້ນຕະກູນ ໝູ່ບ້ານ ໄຜ່ໜອງ” ທີ່ຂຽນໂດຍ ປະສິດ ພັນໜອງ ທີ່ວ່າ ຄົນ ບ້ານໄຜ່ໜອງ ໄດ້ໄປສແດງ ສາທິດ ການຕີມີດ ທີ່ ທາງຣາຊການ ໄດ້ຈັດ ໃຫ້ມີ ບຸນສແດງ ສິລະປະກັມ ຢູ່ວັດ ເບັນຈະມະບໍພິດ ຢູ່ບາງກອກ ຢູ່ ໃນສະໄໝຂອງ ຣັຊການທີ 5 ຂອງສຍາມ ບໍ່ແມ່ນ ສະໄໝ ຣັຊການທີ່ 3 ຊຶ່ງ ເປັນໄລຍະ ເວລາ ທີ່ ພຣະເຈົ້າ ອານຸວົງ ໄດ້ສະເດັດ ໄປເຜົາສົບ ຣັຊການທີ່ 2 ຂອງສຍາມ.
ແຕ່ຢ່າງໃດກໍດີ ສິ່ງຢັ້ງຢືນໄດ້ ແນ່ນອນ ກໍຄືວ່າ ຄົນລາວ ກຸ່ມນີ້ ບໍ່ໄດ້ ຫຍຸ້ງກ່ຽວ ກັບ ການເມືອງ ບໍ່ວ່າ ຈະເປັນການເມືອງ ຂອງລາວ ຫຼື ການເມືອງ ຂອງສຍາມ ແຕ່ຄົນກຸ່ມນີ້ ສະໝັກໃຈ ທີ່ຈະເປັນ ໝູ່ບ້ານ ທີ່ດຳລົງ ຄົງຕົວ ເຮັດຢູ່ ທຳກິນ … ເປັນບ້ານ ຂອງນາຍຊ່າງ ຕີມີດ-ຕີພ້າ ເທົ່ານັ້ນ.
(ສຽງແຄນ)
ມີດ-ພ້າ ທີ່ຄົນ ບ້ານໄຜ່ໜອງ ຕີ ໃນໄລຍະ ທຳອິດ ນັ້ນ ບໍ່ໄດ້ຕີ ໄປເພື່ອຂາຍ ເປັນສິນຄ້າ ແຕ່ຕີເອົາໄວ້ ສຳລັບ ແລກເຂົ້າ ແລກນ້ຳ ແລກເຄື່ອງກິນ ແລະ ເຄື່ອງໃຊ້ ຂອງສອຍ ໃນຊີວິດ ປະຈຳວັນ ເທົ່ານັ້ນ. ດັ່ງ “ຕາແສງບັນຢັດ” ໄດ້ເວົ້າເຖິງ ສະພາບ ຂອງວິຖີຊີວິດ ຂອງບັນພະບຸຣຸສ ຂອງຕົວເອງ ວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ ແລະ ສຽງແຄນ)
ຕໍ່ມາ ຄອບຄົວ ຄົນລາວ ບ້ານໄຜ່ໜອງ ໄດ້ຂຍາຍຕົວ ອອກໄປ ເພາະໄດ້ ພາກັນ ມີລູກເຂີຍ ລູກໃພ້ ຊຶ່ງເຮັດໃຫ້ ມີແຮງງານ ໃນການ ຕີມີດ-ຕີພ້າ ເພີ່ມຂຶ້ນ. ແຕ່ຂະນະ ດຽວກັນ ການຕີມີດ ຂອງຄົນ ບ້ານໄຜ່ໜອງ ກໍບໍ່ໄດ້ມີ ຂອບເຂດ ຈຳກັດ ຢູ່ ແຕ່ກັບຄົນເຊື້ອລາວ ອີກຕໍ່ໄປ. ເພາະວ່າ ຜູ້ມາເປັນໃພ້ ເປັນເຂີຍນັ້ນ ມີບາງສ່ວນ ທີ່ເປັນຄົນ ເຊື້ອສາຍອື່ນ ຊຶ່ງເປັນ ຄົນໄທແດ່ ແລະ ມີຫຼາຍ ຄອບຄົວ ກໍມີໃພ້-ເຂີຍ ເປັນຄົນຈີນ ເພາະວ່າ ໃນຍ່ານ ອ້ອມແອ້ມນັ້ນ ມີຊຸມຊົນ ຄົນຈີນ ປົນເຝືອ ຢູ່ນຳ. ດັ່ງນັ້ນ ການຕີມີດ ຈຶ່ງຂຍາຍໄປ ສູ່ຄົນ ເຊື້ອສາຍ ອື່ນ ໄປພ້ອມໆກັນ ກັບການຂຍາຍ ຄອບຄົວ.
ຕໍ່ມາ ເມື່ອຄອບຄົວ ຂຍາຍຕົວ ກໍເຮັດໃຫ້ ບ້ານໄຜ່ໜອງ ອັ່ງແໜ້ນ ຄົນລາວ ບ້ານໄຜ່ໜອງ ຈຶ່ງ ໄດ້ຂຍາຍ ໝູ່ບ້ານ ໄປຢູ່ບ່ອນໃໝ່ ຊຶ່ງໃກ້ຄຽງກັນ ໄປທາງທິດ ຕາເວັນຕົກ ຂອງ ບ້ານໄຜ່ໜອງ. ໝູ່ບ້ານໃໝ່ ທີ່ຄົນລາວ ໄປສ້າງນີ້ ມີຊື່ບ້ານວ່າ “ບ້ານຕົ້ນໂພ” ແລ້ວ ການຕີມີດ ກໍຂຍາຍ ໄປສູ່ ບ້ານຕົ້ນໂພ ອີກບ້ານນຶ່ງ. ພໍ່ເຖົ້າ ບັນຢັດ ຫຼື ຕາແສງ ບັນຢັດ ໄດ້ເວົ້າເຖິງຄົນ ບ້ານຕົ້ນໂພວ່າ:
(ສຽງພໍ່ເຖົ້າ ບັນຢັດ ຄຳສີ - ບ້ານຕົ້ນໂພ)
ການຂຍາຍຕົວ ຂອງອາຊີບ ຕີມີດ ໄປສູ່ ຄົນເຊື້ອສາຍອື່ນ ບໍ່ແມ່ນ ແຕ່ການຂຍາຍ ສູ່ລູກໃພ້-ລຼກເຂີຍ ເທົ່ານັ້ນ ເພາະຄົນລາວ ບາງສ່ວນ ໄດ້ຈ້າງ ຄົນເຊື້ອສາຍອື່ນ ມາຕີມີດ ຊ່ອຍ ຊຶ່ງລູກຈ້າງ ຂອງຄົນລາວ ສ່ວນຫຼາຍ ກໍແມ່ນ ຄົນໄທ ທີ່ເປັນ ພໍ່ໄຮ່ ພໍ່ນາ ນັ້ນເອງ ຈຶ່ງເຮັດໃຫ້ ການຕີມີດ ຂຍາຍໄປ ສູ່ຄົນໄທ ທີ່ເຄີຍເຮັດ ແຕ່ໄຮ່ ແຕ່ນາ ໄດ້ຫັນປ່ຽນ ອາຊີບ ມາຕີມີດ ອີກດ້ວຍ.
ແລະນັບແຕ່ນັ້ນ ເປັນຕົ້ນມາ ບ້ານຕົ້ນໂພ-ໄຜ່ໜອງ ຫຼື ໄຜ່ໜອງ-ຕົ້ນໂພ ກໍຈຶ່ງເປັນ ບ້ານຄົນລາວ ທີ່ມີ ສີມື ແລະ ຊື່ສຽງ ທາງດ້ານ ການຕີມີດ ແລະ ມີດຈາກ 2 ໝູ່ບ້ານນີ້ ກໍ ມີຊື່ສຽງ ໄປທົ່ວ ປະເທດໄທ ຊຶ່ງຄົນໄທ ທັງປະເທດ ມັກໄດ້ໃຊ້ ຫຼື ໄດ້ຍິນ ຊື່ມີດ ຂອງຄົນລາວ ທີ່ຊື່ວ່າ “ມີດອະຣັນຢິກ”
(ສຽງແຄນ)
ທ່ານຜູ້ຟັງ ທີ່ຮັກແພງ ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດ ລົງແລ້ວ. ເຊີນທ່ານ ຮັບຟັງ ເລື້ອງລາວຂອງ “ບ້ານລາວ ໃນໄທ ແຕ່ອາດີດ ຫາ ປະຈຸບັນ” ໄດ້ໃໝ່ ໃນສັປະດາໜ້າ ຊຶ່ງຈະພາທ່ານ ໄປພົບກັບ ປະຫວັດ ຄວາມເປັນມາ ຂອງຊື່ມີດ ທີ່ມີຊື່ສຽງ ໄປທົ່ວ ປະເທດໄທ ທີ່ຊື່ວ່າ “ມີດອະຣັນຢິກ”
ສຳລັບ ສັປະດານີ້ ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.