ບ້ານລາວໃນປະເທດໄທ (ຕອນ 19)


2007.11.20

ໃນບົດກ່ອນ ເຮົາໄດ້ ​ເວົ້າເຖິງ ການຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ກຣຸງ ຣັດຕະນະ ໂກສິນ, ໃນ ຣັຊການ ທີ 3 ຂອງ ສຍາມ, ເຖິງຕອນທີ່ ເຈົ້າ ອະນຸວົງ ໄດ້ກອບກູ້ ອິສະຣພາບ ເປັນຄັ້ງທີ່ 2 ໂດຍໄດ້ ສັ່ງໃຫ້ ທະຫານ ເອົາປືນ ໄປຍິງ ນາຍທັບ ແລະ ທະຫານ ຂອງສຍາມ ຈົນຕາຍ ເກືອບ​ເໝິດ ກອງທັບ. ກອງທັບ ສຍາມ ໄດ້ຖອຍ ໄປຕັ້ງຢູ່ ເມືອງ ຍະໂສທອນ ແລະ ກອງທັບ ທັງສອງ ກໍໄດ້ ຮົບກັນ ຢູ່ ບ້ານ ບົກຫວານ, ຈົນ ກອງທັບລາວ ແຕກພ່າຍ ໄປ ແລະ ກອງທັບ ສຍາມ ກໍໄດ້ ໄລ່ຕີ ຈົນເຖິງ ວຽງຈັນ ແລະ ຢຶດ ວຽງຈັນ ໄດ້ ໃນທີ່ສຸດ. ຕໍ່ມາ ເຈົ້າອະນຸວົງ ຖືກຈັບ ແລະ ຖືກຄຸມຕົວ ລົງໄປ ບາງກອກ, ຈົນ​ພຣະອົງ ສ​ເດັດ ສຸຣະຄົດ ຢູ່ ນະ​ທີ່​ນັ້ນ.

ສຍາມ ໄດ້ມ້າງເພ ປ້ອມ ກຳແພງ ເມືອງວຽງຈັນ ລົງຈົນໝົດສ້ຽງ ບໍ່ໃຫ້​ເປັນບ້ານ ເປັນເມືອງ ໄດ້ອີກ ຕໍ່ໄປ. ພ້ອມກັນນັ້ນ ຍັງໄດ້ ກວາດຕ້ອນ ​ເອົາຄົວລາວວຽງຈັນ ລົງໄປໄວ້ ບາງກອກ.

ສັປະດາ ນີ້ ​ເຮົາ ຈະໄດ້ ກ່າວເຖິງ ການຍ້າຍຖິ່ນຖານ ຂອງຄົນລາວ ໃນສະໄໝ ກຣຸງ ຣັດຕະ ນະໂກສິນ ໃນ ຣັຊການ ທີ 3 ຕໍ່ເນື່ອງ ເຖິງ ຣັຊການທີ 4 ຂອງສຍາມ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ສຍາມ ໄດ້ມ້າງເພ ປ້ອມກຳແພງ ເມືອງວຽງຈັນ ລົງຈົນໝົດສິ້ນ ເພື່ອບໍ່ໃຫ້ ເປັນບ້ານ ເປັນເມືອງ ໄດ້ອີກ. ສິ່ງທີ່ ພໍຫລົງ​ເຫລືອ ຢູ່ຄ້າງ ແຜ່ນດິນ ກໍແມ່ນ ພຽງວັດວາ ອາຮາມ; ແຕ່ ພາຍໃນວັດ ສິ່ງມີຄ່າ ແລະ ພຣະພຸດ ທະຮູບ ຖືກ ກວາດ ຖືກສົ່ງ ໄປໝົດ, ຈະມີ​ເຫລືອແດ່ ກໍແມ່ນ ພຣະ ທີ່ມີ ຄວາມ ສຳຄັນ ຕໍ່ບ້ານເມືອງ ຊຶ່ງ ຊາວເມືອງ ໄດ້ພາກັນ ນຳ​ໄປ ເຊື່ອງໄວ້.

ພາກສ່ວນ ທີ່ເປັນ ກຳລັງ ສຳຄັນ ທີ່ສຸດ ຂອງບ້ານ ຂອງເມືອງ ຢ່າງນຶ່ງ ກໍແມ່ນ ກຳລັງຄົນ. ດັ່ງນັ້ນ, ສຍາມ ຈຶ່ງບໍ່ຍອມ ໃຫ້ມີ ຄົນລາວ ​ເຫລືອ​ຄ້າງ ວຽງຈັນໄວ້ ຄືເກົ່າອີກ ຢ່າງເດັດຂາດ ເພາະເຄີຍໄດ້ ບົດຮຽນ ອັນເຈັບ​ແສບ ມາແລ້ວ. ດັ່ງນັ້ນ ຈຶ່ງເຮັດໃຫ້ ມີການ ກວາດຕ້ອນ ຄົນລາວ ເຂົ້າສູ່ ສຍາມ ຄັ້ງຍິ່ງໃຫຍ່ ໃນ ປະວັຕສາດ ລາວ ແລະ ບໍ່ແມ່ນ ແຕ່ພຽງ ຄົນລາວ ຢູ່ວຽງຈັນ ເທົ່ານັ້ນ ຫາກໄດ້ ກວາດຕ້ອນ ເອົາຄົນລາວ ຈາກທົ່ວ ດິນລາວ ໄປ ພ້ອມກັນ.

ຄົວລາວ ຈາກ ວຽງຈັນ ຖືກກວາດຕ້ອນ ມາໂຮມກັນ ໄວ້ທີ່ ເມືອງ ພັນພ້າວ ເພື່ອກຽມ ສົ່ງລົງ ​ບາງກອກ ໃນເດືອນ 12 ຂອງປີ ຄ.ສ. 1828 ໃນປີຕໍ່ມາ ທາງ ເມືອງ ຫຼວງພະບາງ ກໍຕ້ອງສົ່ງ ຄົວລາວ ລົງມາໄວ້ ທີ່ເມືອງ ພິດສະນຸໂລກ ຂອງ ສຍາມ ເພື່ອ ຈະຈັດສົ່ງ ລົງບາງກອກ ອີກເທື່ອນຶ່ງ . ຄົວລາວ ກຸ່ມນີ້ ເປັນຄົວ ມາຈາກ ເມືອງ ສາມມິ່ນ, ເມືອງ ເພວິງ, ເມືອງເລີຍ ແລະ ເມືອງ ແກ່ນທ້າວ ຮວມທັງໝົດ ເກືອບ 700 ຄົນ ແລະ ເມື່ອສົ່ງ ລົງໄປຮອດ ກຣຸງເກົ່າ ຫລື ອະຍຸດທະຍາ ແລ້ວ, ເຈົ້າມະຫາ ຊີວິດ ຂອງສຍາມ ກໍໃຫ້ ສົ່ງໄປ ຢູ່ກັບ ຄົນລາວ ທີ່ເປັນ ພີ່ນ້ອງ ຈຸດຽວກັນ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ສ່ວນຄົວລາວ ນະຄອນ ພະນົມ ​ໄດ້ເອົາໄປ ພັກເຊົາໄວ້ ທີ່ເມືອງ ສະຣະບູຣີ,  ຈາກນັ້ນ ກໍສົ່ງໄປ ກຣຸງເກົ່າ, ແລ້ວ ສົ່ງຕໍ່ ໃຫ້ໄປ ຕັ້ງເຮືອນ ຢູ່ທີ່ ວັດໂບດ ແລະ ວັດຫລວງ, ແຂວງສະເຊີງເຊົາ, ຊຶ່ງບໍຣິເວນນັ້ນ ມີ ພວກລາວ ອາສາ ປາກນ້ຳ ໄປຕັ້ງບ້ານ ຢູ່ກ່ອນແລ້ວ. ກຸ່ມນີ້ ມີທັງ ຊາຍຍິງ ລວມກັນ 800 ຄົນ.ປີ ຄ.ສ. 1829 ເມືອງ ຫລວງພະບາງ ໄດ້ສົ່ງ ຄົວລາວ ເມືອງຈັນ ແລະ ເມືອງກາງ ໄປໄວ້ ເມືອງພົມ, ກ່ອນຈະສົ່ງໄປ ບ້ານອາຣະຍິກ ແລະ ບາງກອກ ແລະ ໃນປີ 1830 ຫລວງພະບາງ ສົ່ງໄປອີກ 7 ຄັ້ງ.

ພາຍຫລັງ ທີ່ສຍາມ ປາບ ເຈົ້າອະນຸວົງ ​ແລ້ວ, ຫົວເມືອງ ທີ່ເຄີຍ ຂຶ້ນກັບ ວຽງຈັນ, ເຊັ່ນ ຫົວ​ເມືອງ ທັ້ງຫ້າ ທັ້ງຫົກ ​ແລະ ​ເມືອງ​ພວນ ​ໄດ້​ກາຍເປັນ ບັນຫາ ໃຫ້ເກີດ ສົງຄາມ ຣະຫວ່າງ ສຍາມ ກັບ ວຽດນາມ, ເນື່ອງຈາກ ເມືອງເລົ່ານີ້ ຢູ່​ໄກ້ ກັບດິນ ວຽດນາມ, ຊຶ່ງວຽດນາມ ໄດ້ເຂົ້າ ປົກຄອງ ຣະຫວ່າງ ສຍາມ ທຳສົງຄາມ ກັບເຈົ້າອະນຸວົງ. ຕໍ່ມາ​ໄດ້ເກີດ ກະບົດ ໃນວຽດນາມ, ຣັຊການ ທີ່ 3 ຂອງ ສຍາມ ຈຶ່ງ​ໄດ້ ຍົກກອງທັບ ໄປຈາກ ບາງກອກ ​ເພື່ອສົມທົບ ກັບກອງທັບ ຝ່າຍເໜືອ ເຂົ້າຕີ ເມືອງພວນ, ເມືອງແຖງ ແລະ ຫົວພັນ ທັງຫ້າ ທັງຫົກ. ເມື່ອ ສຍາມ ມີໄຊຊະນະ ໃນປີ ຄ.ສ. 1835 ຈຶ່ງກວດຕ້ອນ ຄົນລາວພວນ ແລະ ລາວຊົງດຳ ຫລື ໄທດຳ ມາໄວ້ ບາງກອກ.

ນອກຈາກ ນີ້ແລ້ວ ໃນປີ ຄ.ສ. 1839 ເມືອງ ຫລວງພະບາງ ຍັງສົ່ງ ຄົວໄທດຳ ທີ່ກວາດຕ້ອນ ມາຈາກ ເມືອງແຖງ ໄປຖວາຍ ບາງກອກ ແລະ ໃນປີ ຄ.ສ. 1844 ພະຍາ ມະຫາສົງຄາມ ແລະ ເຈົ້າ ອຸປະຮາດ ວຽງຈັນ ໄດ້ຄຸມ ຄົວລາວ ວຽງຈັນ ແລະ ເມືອງວັງ ໄປສົ່ງ ບາງກອກອີກ ເກືອບ 100 ຄົນ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ໃນປີ ຄ.ສ. 1841 ກ່ອນ ຈະສິ້ນ ພຣະຊົນ ພຣະບາດ ສົມເດັດ ພຣະນັ່ງເກົ້າ ເຈົ້າຢູ່ຫົວ ຣັຊການ ທີ່ 3 ຂອງ ສຍາມ ໄດ້ເວົ້າ ເອົາໄວ້ວ່າ “ການເສິກ ສົງຄາມ ຂ້າງແກວ ​ພະມ້າ ເຫັນຈະ ບໍ່ມີແລ້ວ, ຈະມີຢູ່ ກໍແຕ່ ຂ້າງຝຣັ່ງ. ໃຫ້ຣະວັງ ໃຫ້ດີ, ຢ່າໃຫ້ ເສັຍທີ ເຂົາໄດ້.  ວຽກງານ ສ່ວນໃດ ຂອງເຂົາ ທີ່ຄິດ ຄວນຈະຮຽນ ເອົາໄວ້, ກໍໃຫ້ເອົາ ຢ່າງເຂົາ; ແຕ່ຢ່າ ໃຫ້ນັບຖື ເຫລື້ອມໃສ ເກີນໄປ”

ຄຳເວົ້ານີ້ ສືບຕໍ່ມາ ພາຍລຸນ ກໍໄດ້ ພິສູດ ໃຫ້ເຫັນ ແລ້ວວ່າ ເລື້ອງ ທີ່ຣັຊການ ທີ່ 3 ເປັນຫ່ວງ ກັງວົນນັ້ນ ກາຍເປັນ ຄວາມຈິງ ເພາະຫລັງຈາກ ສ້ຽງສຸດ ຣັຊການ ຂອງ ພຣະອົງ ແລ້ວ, ສຍາມ ກໍຕ້ອງ ຜະເຊີນໜ້າ ກັບສັດຕູ ຕົວໃໝ່ ຄື ຊາດ ຕາເວັນຕົກ ທີ່ກຳລັງ ລ້າ ຫົວເມືອງຂຶ້ນ.

ສຍາມ ຕ້ອງຖືກ ບັງຄັບ ໃຫ້ເປີດ ປະເທດ ໂດຍຮັບເອົາ ຂໍ້ຕົກລົງ ທີ່ເປັນ ຝ່າຍເສັຍປຽບ ໃຫ້ຊາດ ຕາເວັນຕົກ, ​ໂດຍສະເພາະ ແມ່ນ ສົນທິ ສັນຍາ ທີ່ມີ ຜົນສະທ້ອນ ຕໍ່ ການຄຸ້ມຄອງ ທາງສານ, ດ້ານເສຖກິດ, ການເມືອງ ແລະ ດ້ານສັງຄົມ ຂອງໄທ, ຈົນເຖິງ ທຸກມື້ນີ້. ນັ້ນກໍຄື ສົນທິ ສັນຍາ ບາວຣິງ (Bowring Treaty) ຊຶ່ງ ເຮັດຂຶ້ນ ຣະຫວ່າງ ສຍາມ ກັບ ອັງກິດ ໃນປີ ຄ.ສ. 1855 ເມື່ອ ທ່ານ ເຊີ ຈອນ ບາ​ວຣິງ (Sir John Bowring) ຂ້າຫລວງໃຫຍ່ ຂອງອັງກິດ ປະຈຳ​ ຮົງກົງ ​ໄດ້ເຕືອນ ສຍາມ ໃຫ້ຄຶດ ໃຫ້ດີ ກ່ຽວກັບ ອຳນາດ ຂອງອັງກິດ ແລະ ໃນເວລາ ໃກ້ຄຽງ ກັນນັ້ນ, ນາຍພົນ ​ແພຣີ (M.C. Perry) ກໍເອົາ ກອງເຮືອດຳນ້ຳ ແຫ່ງ ສະຫະຣັດ ອາເມຣິກາ ເຂົ້າບີບ ບັງຄັບ ຢີ່ປຸ່ນ, ຍິ່ງເຮັດໃຫ້ ສຍາມ ຕ້ອງ ຮີບຕັດສິນໃຈ.

ສາເຫດ ທີ່ປະເທດ ມະຫາ ອຳນາດ ໃຊ້ ກອງກຳລັງ ເຂົ້ານາບຂູ່ ປະເທດຕ່າງໆ ກໍເນື່ອງຈາກວ່າ ປະເທດ ພວກກ່ຽວ ບໍ່ຍອມ ເປີດປະຕູ ການຄ້າ ໃຫ້ແກ່ ມະຫາ ອຳນາດ ນັ້ນເອງ.

ໃນຣະຍະ ທີ່ ສຍາມ ພວມກັງວົນ ແລະ ຕ້ອງ ຄອຍຣະວັງ ໄພຕາເວັນຕົກ ຢູ່ນັ້ນ, ໄດ້ເຮັດໃຫ້ ສຍາມ ປ່ອຍມື ຈາກ ປະເທດ ຫົວເມືອງຂຶ້ນ ຂອງຕົນ ຊຶ່ງໄດ້ ເຮັດໃຫ້ ການທຳສົງຄາມ ແລະ ການກວາດຕ້ອນ ປະຊາຊົນ ຄື ແຕ່ເກົ່າ ຫລຸດຜ່ອນ ລົງ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ຈະເຫັນໄດ້ວ່າ ການຍົກຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ພຣະ ສົມເດັດ ພຣະຈອມເກົ້າ ເຈົ້າຢູ່ຫົວ ຣັຊການ ທີ່ 4 ຂອງສຍາມ ມີ ຫລັກຖານ ຢັ້ງຢືນ ແຕ່ພຽງວ່າ ຣັຊການ ທີ່ 4 ໄດ້ສັ່ງໃຫ້ ເອົາຊາວລາວ ໄປຈາກວຽງຈັນ,  ໃຫ້ ຂຸນສຸວັນ ພະລາກອນ ແລະ ຂຸນຮັກສາ ສຸວັນ ເປັນ ນາຍກອງ ຄວບຄຸມ ຄົນລາວ ໄປໄວ້ ທີ່ເມືອງ ພະນົມ ສາຣະຄາມ ຢູ່ໃນ ແຂວງ ສະເຊີງເຊົາຂອງໄທ, ປະຈຸບັນ ໃຫ້ໄປຢູ່ ໃນຖານະໄພ່, ຢູ່ໃນ ຄວາມຄວບຄຸມ ຂອງ ເຈົ້າເມືອງ ພະນົມ ສາຣະຄາມ ຄື ພຣະພະນົມ ສານະຣິນ ຊຶ່ງ ຈຳນວນ ຄົນລາວ ດັ່ງກ່າວ ຄົງຈະບໍ່ຫລາຍ ເທົ່າໃດ ເພາະ ຈົດໝາຍ ຂອງ ຣັຊການ   ທີ່ 4 ຂຽນ​ໄວ້​ວ່າ “ຄອບຄົວລາວ ທີ່ຕັ້ງເຮືອນ ລົງໃໝ່ນັ້ນ ກໍເບີ່ງ ຄືອຸ່ນໜາ ຝາຄັ່ງຢູ່” ສແດງ ໃຫ້ເຫັນວ່າ ໜ້າຈະມີ ຄົວລາວ ຈຳນວນຫລາຍ ພໍສົມຄວນ.

ຫລັງຈາກ ນັ້ນແລ້ວ ກໍບໍ່ ປາກົດ ຫລັກຖານ ເອກະສານໃດ ວ່າ ໄດ້ມີ ການຍົກຍ້າຍຖິ່ນ ຂອງຄົນລາວ ເຂົ້າມາຕັ້ງ ຊຸມຊົນ ອີກ​ໃໝ່ ໃນ ຣັຊການ ນີ້ເລີຍ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ທ່ານ ຜູ້ຟັງ ທີ່ຮັກແພງ

ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດ ລົງແລ້ວ,  ເຊີນທ່ານ ຮັບຟັງ ເລື້ອງບ້ານລາວໃນໄທ - ແຕ່ອາດີດຫາປະຈຸບັນ” ​ໄດ້ໃໝ່ ໃນສັປດາໜ້າ, ຊຶ່ງນັບແຕ່ ສັປະດາ ຕໍ່ໜ້ານີ້ ເປັນຕົ້ນໄປ ຈະເປັນ ການນຳພາ ທ່ານຜູ້ຟັງ ລົງພື້ນຖານ ຊູ່ ​ບ້ານລາວ ໃນແຂວງ ຕ່າງໆ ຂອງ​ປະ​ເທດ​ໄທ.

ສຳລັບ ສັປະດານີ້ ຂໍ​​ໄດ້ຮັບຄວາມປຣາຖໜາດີຈາກ ​​ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.