ບ້ານລາວໃນປະເທດໄທ (ຕອນ 34)


2007.11.20

ສະບາຍດີ ທ່ານ ຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ

ໃນສັປະດາ ຜ່ານມາ ເຮົາ ໄດ້ສເນີ ເລື້ອງ ຄົນລາວ ຢູ່ ບ້ານ ໄຜ່ໜອງ ແຂວງ ອະຢຸດທະຍາ ມາເຖິງ ຕອນທີ່ວ່າ ການໄຫວ້ຄູ ບູຊາເຕົາ ຂອງ ພວກ ນາຍຊ່າງ ຕີມີດ ຕີພ້າ ຂອງ ບ້ານ ໄຜ່ໜອງ ແລະ ບ້ານ ຕົ້ນໂພ ນັ້ນ,  ຈະຕັ້ງ ເຄື່ອງບູຊາ ພຣະພຸທ ກ່ອນ ແລ້ວ ຈຶ່ງຄ່ອຍ ທຳພິທີ ໄຫວ້ຄູ ຄື ໄຫວ້ ທ້າວ ເພັຊສະຫຼູກັມ ຊຶ່ງເປັນ ພິທີພຣາມ ໃນ ພາຍຫຼັງ. ຍ້ອນແນວນີ້ ເຮັດໃຫ ເຫັນວ່າ ຄົນລາວ ຍັງ ຢຶດໝັ້ນ ໃນ ສາສນາພຸທ, ບໍ່ວ່າ ຈະຕົກ ໄປຢູ່ບ້ານໃດ ເມືອງໃດ.

ພິທີ ໄຫວ້ຄູ ບູຊາເຕົາ ນີ້, ຍັງເຮັດໃຫ້ ເຫັນອີກວ່າ ບຸນສັງຂານ ຍັງຖືວ່າ ເປັນ ວັນຂຶ້ນ ປີໃໝ່ ຂອງ ຄົນເຊື້ອລາວ ກຸ່ມນີ້ ຢູ່. ເຖິງແມ່ນ ພວກເຂົາເຈົ້າ ຈະຕັດຂາດ ຈາກ ຄວາມເປັນລາວ ໄປເຫິງແລ້ວ ກໍຕາມ.

ໃນ ສັປະດານີ້ ຈະພາ ທ່ານ ໄປພົບກັບ ຂັ້ນຕອນ ສຸດທ້າຍ ຂອງ ການທຳພິທີ ໄຫວ້ຄູ ບູຊາເຕົາ ຂອງ ຄົນເຊື້ອລາວ ບ້ານໄຜ່ໜອງ  ວ່າ ຈະມີ ບັນຍາກາດ ເປັນຄື ແນວໃດ.

(ສຽງແຄນ)

ພໍ ປະມານວ່າ ທູບ ທີ່ຈູດບູຊາ ນັ້ນ ກຳລັງ ຈະໝົດດອກ ແລ້ວ, ຜູ້ເຖົ້າ ຜູ້ແກ່ ກໍຈະໄປ “ເສສັງ” ຫຼື ໄປລາພາເຂົ້າ ພຣະພຸທ ຊຶ່ງ ຖືວ່າ ເປັນຊ່ວງ ສຸດທ້າຍ ຂອງ ພິທີກັມ.

ໃນຊ່ວງນີ້, ພວກຜູ້ເຖົ້າ ເພິ່ນກໍ ຈະເອີ້ນບອກ ໃຫ້ ນາຍຊ່າງ ທຸກຄົນ ທີ່ ຢູ່ໃນ ພິທີ ນັ້ນ ໃຫ້ມາ ຊ່ວຍກັນ ຜູກ ຊວຍດອກໄມ້ ຕິດກັບ ເຄື່ອງມື ທຸກອັນ. ຈາກນັ້ນ ນາຍຊ່າງ ທຸກຄົນ ກໍຈະເອົາ ນ້ຳແປ້ງ ຊຶ່ງໄດ້ກຽມ ໄວ້ແລ້ວ ໂດຍການ ເອົາແປ້ງ ຝຸ່ນຫອມ ໄປ ຈານປະສົມ ກັບນ້ຳ ຈົນໄດ້ ນ້ຳແປ້ງ, ແລ້ວ ກໍເອົາ ນິ້ວລົງຈຸ່ມ ນ້ຳແປ້ງ, ແລ້ວກໍ ແຕ້ມລົງ ເຄື່ອງມື. ຄົນໄທ ຮ້ອງພິທີກັມ ນີ້ວ່າ “ເຈີມເຄື່ອງມື”.

ຕໍ່ຈາກນັ້ນ, ພວກເຂົາເຈົ້າ ກໍຈະພາກັນ ເອົາແຜ່ນຄຳ ໄປຕິດ ໂອບ ເຄື່ອງມື  ຄົນໄທ ຮ້ອງວ່າ “ປິດທອງ” ເພື່ອ ເປັນການ ສູ່ຂວັນ ເຄື່ອງມື ໃຫ້ເກິດ ສິຣິມຸງຄຸນ  ຊຶ່ງຖືວ່າ ເປັນຂັ້ນຕອນ ສຸດທ້າຍ ຂອງ ພິທີ ໄຫວ້ຄູ ບູຊາເຕົາ.

ພໍ່ເຖົ້າ ບັນຢັດ ອະທິບາຍ ເຖິງຂັ້ນຕອນ ນີ້ ວ່າ:

(ສຽງພໍ່ເຖົ້າ ບັນຢັດ)

ເຄື່ອງມື ທີ່ ຜ່ານການແຕ້ມ ດ້ວຍ ນ້ຳເຂົ້າແປ້ງ ແລະ ຕິດໂອບ ດ້ວຍຄຳ ນີ້, ຖືວ່າ ເປັນ ເຄື່ອງມື ທີ່ ເປັນ ສິຣິມຸງຄຸນ ເພາະ ເປັນ ເຄື່ອງມື ທີ່ໄດ້ຮັບ ການອຳນວຍ ອວຍພອນ ຈາກ ຄູບາ ອາຈານ ຄື ເທວະດາ ຜູ້ເປັນໃຫຍ່ ໃນ ວຽກງານຊ່າງ ຄື ທ້າວ ເພັຊສະຫຼູກັມ ຊຶ່ງຖືວ່າ ເປັນ ເທວະດາ ທີ່ສຳຄັນ ສູງສຸດ.   ເມື່ອຜ່ານ ການທຳພິທີ ແລ້ວ, ເຄື່ອງມື ເຫຼົ່ານີ້ ຈຶ່ງເປັນ ຂອງສັກສິດ.

ເມື່ອເປັນ ຂອງ ສັກສິດ, ກໍຈະ ນຳໃຊ້ ເຄື່ອງມື ຢ່າງ ໃຫ້ຄວາມເຄົາຣົບ ບໍ່ແມ່ນ ເຄື່ອງມື ທັມມະດາ ທົ່ວໆ ໄປ.ເມື່ອຈະຈັບບາຍ ຫຼື ນຳໃຊ້, ກໍຕ້ອງ ເຮັດ ດ້ວຍ ຄວາມເຄົາຣົບ ຍຳເກງ. ພວກນາຍຊ່າງ ຈະບໍ່ຂ້າມ ບໍ່ກາຍ ຫຼື ໃຊ້ຕີນ ຢຽບຍ່ຳ.  ດັ່ງນັ້ນ, ເມື່ອ ເຂົ້າທ່ຽວຊົມ ການຕີມີດ ຂອງ ນາຍຊ່າງ ບ້ານໄຜ່ໜອງ ນັກ ທ່ອງທ່ຽວ ຈະຕ້ອງ ເຂົ້າໃຈ ໃນເລື້ອງນີ້ ກ່ອນ. ບໍ່ດັ່ງນັ້ນ, ກໍ ຈະໄປຈັບ ໄປບາຍ ໂດຍຂາດ ຄວາມເຄົາຣົບ ເພາະເຫັນວ່າ ມັນເປັນ ເຄື່ອງມື ທັມມະດາ ເທົ່ານັ້ນ.

ຕາແສງ ບັນຢັດ ເວົ້າເຖິງ ຄວາມເຄົາຣົບ ຕໍ່ເຄື່ອງມື ຂອງ ພວກນາຍຊ່າງ ຕີມີດ ໃຫ້ເຫັນວ່າ: ຖ້າຜູ້ໃດ ໄດ້ໄປທ່ຽວຊົມ ການຕີມີດ ແລ້ວ, ຕ້ອງ ຣະມັດ ຣະວັງ ຫຍັງແດ່, ດັ່ງນີ້:

(ສຽງພໍ່ເຖົ້າ ບັນຢັດ)

ການໄຫວ້ ພຣະພຸທ ຫຼື ທີ່ຮ້ອງວ່າ ການເສສັງ ນັ້ນ ມີຄຳສູດ ເຕັມໆ ວ່າ “ເສສັງ  ມັງຄະລັງ ຢາຈາມິ” ມີຄວາມໝາຍ ວ່າ “ຂ້າພະເຈົ້າ ຂໍເສດເຫຼືອ ອັນເປັນ ມຸງຄຸນ ນີ້, ຂ້າພະເຈົ້າ ຂໍພັດຕະ ຫຼື ອາຫານເສດເຫຼືອ ທີ່ ເປັນມຸງຄຸນ ນີ້, ແດ່ຖ້ອນ”.

ເມື່ອເສສັງ ແລ້ວ, ກໍຖືວ່າ ເປັນອັນແລ້ວ ພິທີ ໄຫວ້ຄູ ບູຊາເຕົາ.  ແລ້ວ, ພວກເຂົາເຈົ້າ ກໍຈະ ຍໍເອົາຂັນບາສີ ໄປວາງ ໄວ້ກາງເຮືອນ, ແລ້ວ ຜູ້ເຖົ້າ ຜູ້ແກ່ ອັນໄດ້ແກ່ ປູ່ ຍ່າ ພໍ່ເຖົ້າ ແມ່ເຖົ້າ ແລະ ພໍ່ ແມ່ ຈະພາກັນ ຜູກຝ້າຍ ຜູກແຂນ ແລະ ໃຫ້ສິນ ໃຫ້ພອນ ແດ່ລູກຫຼານ ທີ່ເຂົ້າຮ່ວມ ພິທີ.

ບັນຍາກາດ ໃນຊ່ວງ ທີ່ແລ້ວພິທີ ນີ້, ຖືວ່າ ເປັນຊ່ວງ ທີ່ສ້າງ ຄວາມຮັກ ຄວາມແພງ ຣະຫວ່າງ ນາຍຊ່າງ, ອີກທັງ ຣະຫວ່າງ ພວກຊາວໜຸ່ມ ລູກຫຼານ ຢ່າງສຳຄັນ ເພາະຈະມີ ການເອົາ ເຄື່ອງຢູ່ ຂອງກິນ ທັງເຂົ້າຕົ້ມ ເຂົ້າໜົມ ມາໃຫ້ກັນ, ຂ້ອຍໃຫ້ເຈົ້າ ເຈົ້າໃຫ້ຂ້ອຍ ເຮືອນນັ້ນ ໃຫ້ເຮືອນນີ້ ເຮືອນນີ້ ໃຫ້ເຮືອນນັ້ນ ຈົນໝົດ ໝູ່ບ້ານ. ຂະນະ ດຽວກັນ ພໍ່ເຖົ້າ ແມ່ເຖົ້າ ກໍໃຫ້ສິນໃຫ້ພອນ ຜູກຂໍ້ ຕໍ່ແຂນ ກັນ.

ຕາແສງ ບັນຢັດ ເວົ້າເຖິງ ບັນຍາກາດ ແຫ່ງຄວາມຮັກແພງ ຂອງ ຄົນ ບ້ານໄຜ່ໜອງ ຕົ້ນໂພ ວ່າ:

(ສຽງພໍ່ເຖົ້າ ບັນຢັດ)

ສືບຕໍ່ ຈາກ ການຜູກຂໍ້ ຕໍ່ແຂນ ກັນນັ້ນ, ກໍຈະເປັນ ບັນຍາກາດ ຟົດຟື້ນ, ບໍ່ ເຄັ່ງຕຶງ ຄື ວຽກງານ ພິທີກັມ. ພາຂວັນ ທີ່ຖວາຍ ເປັນ ພາເຂົ້າ ເທວະດາ ຫຼື ທ້າວ ເພັຊສະຫຼູກັມ ກໍຈະຖືກ ຍໍລົງມາ ແລະ ອາຫານ ເສດເຫຼືອ ຈາກ ການ ສະເຫວີຍ  ຫຼື ເປັນເງື່ອນກິນ ຂອງ ເທວະດາ ຖືວ່າ ເປັນເຄື່ອງມຸງຄຸນ ແລະ ສັກສິດ, ໂດຍສະເພາະ ແມ່ນ “ເຫຼົ້າ”.

ເຫຼົ້າ ທີ່ເສດເຫຼືອ ຈາກ ການໄຫວ້ຄູ ນັ້ນ, ຖືວ່າ ເປັນ ນ້ຳອຳມະຣິດ ຄື ນ້ຳສັກສິດ ທີ່ ຄູບາອາຈານ ໄດ້ອຳນວຍ ອວຍພອນ ໃຫ້ແລ້ວ ແລະ ທຸກຄົນ ທີ່ຮ່ວມ ໃນພິທີ ຈະຕ້ອງ ໄດ້ດື່ມກິນ ທຸກຄົນ ເພື່ອໃຫ້ ການປະກອບ ວຽກງານ ຕີມີດ ປະສົບ ແຕ່ຄວາມສຳເຣັດ.

ຜູ້ເຖົ້າ ຜູ້ແກ່ ທຸກເຮືອນ ຈະບອກ ໃຫ້ລູກຫຼານ ໄປເອີ້ນ ຍາດພີ່ນ້ອງ ຜູ້ທີ່ ເຄົາຣົບ ນັບຖື ໃຫ້ມາກິນ ຢູ່ເຮືອນ ຂອງພວກເຂົາເຈົ້າ ເພື່ອເປັນ ສິຣິມຸງຄຸນ. ການຮ່ວມພາເຂົ້າ ພາເຫຼົ້າ ຍາມແລງ ຂອງ ແຂກ ກັບ ໄທເຮືອນ ນີ້ ຮ້ອງວ່າ “ມາຄ້ຳຄູນ” ຄື ເອົາຄວາມດີ ຄວາມງາມ ຄວາມສຳເຣັດ ໄປໃຫ້ກັນ ໂດຍ ເຈົ້າຂອງເຮືອນ ທຸກຄົນ ຈະຮັບຕ້ອນແຂກ ຢ່າງ ໜ້າຊື່ນ ຕາບານ, ຖືວ່າ ເປັນ ມື້ ວັນມຸງຄຸນ ສູງສຸດ.

ສະເພາະ ພວກຄໍເຫຼົ້າ ແລ້ວ ຖືວ່າ ຊ່ວງນີ້ ເປັນຊ່ວງ ທີ່ມີ ຄວາມສຸກທີ່ສຸດ ເພາະຂຶ້ນ ໄປເຮືອນໃດ, ກໍແມ່ນ ໄດ້ກິນ ເຫຼົ້າໂລດ. ແຕ່ເຖິງຢ່າງໃດ ກໍຕາມ, ເຖິງແມ່ນວ່າ ຈະມັກເຫຼົ້າ ພໍປານໃດ ກໍບໍ່ ສາມາດ ຈະຂຶ້ນເຮືອນ “ຄ້ຳຄູນ” ໄດ້ ເກີນ 3 ຫຼັງ ພໍຄົນ, ຕ້ອງໄດ້ລົ້ມ ຫົວຕີດິນ ກ່ອນທຸກ ລາຍ.

ພໍ່ເຖົ້າ ບັນຢັດ ເວົ້າເຖິງ “ຄືນຄ້ຳຄູນ” ຊຶ່ງ ໃນທຸກປີ ຜູ້ກ່ຽວ ໄດ້ເຊີນແຂກ ຈາກເ ມືອງລາວ ໃຫ້ໄປຮ່ວມ ຄ້ຳຄູນ ຢູ່ບໍ່ຂາດ ວ່າ:

(ສຽງພໍ່ເຖົ້າ ບັນຢັດ ແລະ ສຽງແຄນ)

ທ່ານ ຜູ້ຟັງ ທີ່ຮັກແພງ,  ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້,  ໄດ້ສ້ຽງສຸດ ລົງແລ້ວ. ເຊີນທ່ານ ຮັບຟັງ ເລື້ອງ ”ບ້ານລາວ ໃນໄທ ແຕ່ອາດີດ ຫາປະຈຸບັນ -” ໄດ້ໃໝ່ ໃນ ສັປະດາໜ້າ.  ເຮົາ ຈະພາ ທ່ານ ໃຫ້ຮູ້ວ່າ ວັດຖຸ ປະສົງ ອັນທີ່ແຝງເຝືອ ຢູ່ ໃນພິທີກັມ ໄຫວ້ຄູ ບູຊາເຕົາ ຊອງ ນາຍຊ່າງ ຕີມີດ ບ້ານໄຜ່ໜອງ ນັ້ນ, ແມ່ນແນວໃດ ແລະ ພາໄປ ຕິດຕາມ ວ່າ ຄົນ ເຊື້ອລາວ ບ້ານໄຜ່ໜອງ ໄດ້ນຳຮອຍ ພິທີ ໄຫວ້ຄູ ໄປຈົນຮອດ ວຽງຈັນ ນັ້ນ ເປັນແນວໃດ.

ສຳລັບສັປະດານີ້, ຂໍໄດ້ຮັບ ຄວາມປຣາຖໜາ ດີ ຈາກ ແສງແກ້ວ ແກ່ນທັມ ຜູ້ ຮຽບຮຽງ ແລະ ຂ້າພະເຈົ້າ ວຽງໄຊ, ຜູ້ສເນີ, ສະບາຍດີ.

ຄວາມເວົ້າຊອກຫາຂໍ້ມູນ: ບ້ານລາວໃນໄທ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.