ບ້ານລາວໃນປະເທດໄທ (ຕອນ 32)
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນສັປະດາຜ່ານມາ ເຮົາໄດ້ສເນີເລື້ອງລາວຂອງ ຄົນລາວຢູ່ບ້ານໄຜ່ໜອງ ແຂວງອະຢຸດທະຍາ ມາເຖິງຕອນທີ່ວ່າ ບ້ານໄຜ່ໜອງ ເປັນບ້ານຂອງພວກນາຍຊ່າງ ຄື ຊ່າງຕີມີດ-ຕີພ້າ, ຄົນລາວບ້ານນີ້ ບໍ່ໄດ້ມີວຽກງານສີລະປະ ວັທນະທັມອື່ນໃດ ບໍ່ມີການຮ້ອງ-ການລຳ ບໍ່ມີແມ່ນແຕ່ສຽງເສບງັນດົນຕຣີທີ່ຈະຮ້ອງໄດ້ວ່າ ບ້ານນີ້ເປັນບ້ານຄົນລາວ ທັງນີ້ ບໍ່ຕ້ອງເວົ້າເຖິງການຟ້ອນ-ການແອ່ວ.
ຍ້ອນພວກເຂົາເຈົ້າເປັນບ້ານນາຍຊ່າງ ວຽກງານທີ່ພໍຈະຮ້ອງໄດ້ວ່າ ແມ່ນວຽກງານສີລະປະ ຫຼືວຽກງານວັທນະທັມ ມີຢູ່ແຕ່ພຽງຢ່າງດຽວ ຄື ການໄຫວ້ຄູ-ບູຊາເຕົາ ຊຶ່ງບໍ່ແມ່ນແຕ່ຈະເປັນພິທີສະເພາະຜູ້ມີອາຊີບເປັນນາຍຊ່າງຕີມີດເທົ່ານັ້ນ ປະຈຸບັນ ການໄຫວ້ຄູ-ບູຊາເຕົາ ໄດ້ກາຍມາເປັນບຸນຂອງບ້ານໄຜ່ໜອງ ແລະບ້ານຕົ້ນໂພໄປແລ້ວ.
ໃນສັປະດານີ້ຈະພາທ່ານໄປພົບກັບ ພິທີໄຫວ້ຄູ-ບູຊາເຕົາ ຊຶ່ງເປັນບຸນແລະພິທີທີ່ສຳຄັນ ຂອງນາຍຊ່າງຕີມີດ ຄົນເຊື້ອລາວບ້ານໄຜ່ໜອງ.… ເຊີນຮັບຟັງ.
(ສຽງແຄນ)
ວຽກງານຊ່າງນັ້ນ ຈະຢືນຢົງຄົງຕົວຢູ່ໄດ້ ນອກຈາກຈະໄດ້ວັດຖຸດິບທີ່ມີຄຸນນະພາບແລ້ວ ສິ່ງສຳຄັນກວ່າອື່ນໃດໝົດກໍແມ່ນ “ສີມື” ສີມືໄດ້ມາຈາກການສືບສ້າງກັນມາຢ່າງຕໍ່ເນື່ອງ ນັບເປັນເຊັ່ນຄົນ; ທວດສິດສອນໃຫ້ປູ່, ປູ່ຖອດຖອນບົດຮຽນໃຫ້ພໍ່ ແລະພໍ່ກໍ່ຖ່າຍທອດລົງມາສູ່ລູກ.
ຫາກນາຍຊ່າງຂາດສີມືແຕ່ພຽງຢ່າງດຽວ ເຖິງຈະໃຊ້ວັດຖຸດິບມີຄຸນນະພາບເທົ່າໃດ ກໍຈະເຮັດໃຫ້ຜລິດຕະພັນທີ່ອອກມາບໍ່ມີຄ່າມີລາຄາ.
ຄົນລາວນັ້ນ ຖືວ່າຄູບາອາຈານເປັນສິ່ງສຳຄັນສຸດ ແມ່ນຈະທຳວຽກງານສິ່ງໃດ ຫາກມີຄູແລ້ວ ກໍຈະສຳເຣັດໂດຍງ່າຍ ຈຶ່ງໄດ້ມີຄຳເວົ້າ ວ່າ “ປີ້ງປາມີຄູ ຈີ່ກະປູມີວາດ” ຄື ການທີ່ຈະເຮັດວຽກງານສິ່ງໃດ ບໍ່ວ່ານ້ອຍຫຼືໃຫຍ່ ຖ້າມີຄູມີອາຈານສິດສອນແລ້ວ ກໍຈະໄດ້ຜົນງານທີ່ຈົບຄ່ອງງາມ ຮ້ອງວ່າ “ມີວາດ-ມີຊົງ”.
ໂດຍສະເພາະແມ່ນວຽກງານຊ່າງຕີມີດ ຊຶ່ງສາມາດດຳຣົງຄົງຕົວ, ກຸ້ມຕົວເອງ ແລະເປັນທີ່ຍອມຮັບຂອງລູກຄ້າ ລ້ຽງເກືອຄອບຕົວໄດ້ຈົນມາ ຮອດເຊັ່ນລູກເຊັ່ນຫຼານມາເປັນຮ້ອຍໆ ປີ ນັ້ນ ກໍຍິ່ງຕ້ອງມີຄູບາອາຈານຫຼາຍກວ່າອາຊີບອື່ນ.
ນາຍຊ່າງຕີມີດບ້ານໄຜ່ໜອງ ຈຶ່ງຈັດໃຫ້ມີການລະນຶກເຖິງຄຸນຄູບາອາຈານ ທີ່ສິດສອນວິຊາຕີມີດ-ຕີພ້າ ຫຼືຮ້ອງວ່າ “ການໄຫວ້ຄູ” ຂຶ້ນຢູ່ທຸກປີ ໂດຍບໍ່ມີປີໃດເວັ້ນບາເລີຍແມ່ນແຕ່ປີດຽວ ນັ້ນໝາຍຄວາມວ່າ ພິທີໄຫວ້ຄູນີ້ ໄດ້ຖືກປະຕິບັດມານັບເປັນຮ້ອຍໆ ປີແລ້ວນັ້ນເອງ.
ແຕ່ກ່ອນນີ້ພິທີໄຫວ້ຄູຂອງນາຍຊ່າງບ້ານໄຜ່ໜອງ ແລະບ້ານຕົ້ນໂພນັ້ນ ຈະຈັດພິທີ ໂດຍການໂຮມກັນຢູ່ບ່ອນດຽວ ແຕ່ໄລຍະຫຼັງ ຫຼັງຈາກທີ່ມີຄົນຈາກຖິ່ນອື່ນຍົກຍ້າຍກັນເຂົ້າມາຢູ່ ບ້ານໄຜ່ໜອງແລະຕົ້ນໂພ ກໍຈຶ່ງເຮັດໃຫ້ພິທີໄຫວ້ຄູເຮັດຢູ່ກະຈາກກະຈາຍກັນ ເຮືອນໃຜ ເຮືອນລາວ ໂຮມກັນບໍ່ໄດ້ ຍົກເວັ້ນບ້ານໄຜ່ໜອງ ໝູ່ທີ່ 7 ຊຶ່ງເປັນໝູ່ຂອງ “ຕາແສງບັນຢັດ” ທີ່ຍັງມີຄົນເຊື້ອລາວຢູ່ກັນໜາແໜ້ນ ຍັງມີການໄຫວ້ຄູໂຮມກັນຢູ່ຄືໃນສະໄໝກ່ອນ.
ໃນປີ ຄ.ສ. 1993 ຫຼື ປີ ພ.ສ. 2536 ໄດ້ມີອາຈານແລະນັກສຶກສາຈາກສຖາບັນການສຶກສາ ຊັ້ນສູງ ຄື ມີການຮຽນ ແຕ່ຊັ້ນປຣິນຍາໂທ ຫາ ປຣິນຍາເອກ ໄດ້ພາກັນເຂົ້າໄປສຶກສາ ແລະທຳການວິໄຈ ຊີວິດຄວາມເປັນຢູ່ຂອງຄົນເຊື້ອລາວບ້ານໄຜ່ໜອງ ສຖາບັນນີ້ມີຊື່ວ່າ “ສຖາບັນບັນດິດພັທນະບໍຣິຫານສາດ ຫຼື ນິດ້າ ຊຶ່ງເປັນຄຳຫຍໍ້ຂອງຄຳອັງກິດ ວ່າ National Institute of Development and Administration – (NIDA) ຄະນະນັກສຶກສານີ້ ນຳໂດຍ ອາຈານ ສະແຫວງ ຣັດຕະນະມົງຄົນມາດ ຊຶ່ງເປັນອາຈານທີ່ມີຄວາມຮູ້ເລື້ອງການເມືອງຂອງໄທເປັນຢ່າງດີ ແລະຜູ້ກ່ຽວມັກຈະພາຄະນະ ນັກສຶກສາລົງພື້ນຖານໄປໃຊ້ຊີວິດຢູ່ກັບຊາວບ້ານໃນຫຼາຍພາກສ່ວນຂອງໄທ.
ອາຈານສະແຫວງ ຍັງເປັນຜູ້ສ້າງຕັ້ງ “ມະຫາວິທຍາໄລຊາວນາ” ຢູ່ແຂວງອຸບົນຣາຊທານີ ຊຶ່ງເປັນມະຫາວິທຍາໄລດຽວ ທີ່ໃນມະຫາວິທຍາໄລມີຝູງໝູ່ຄວາຍຍ່າງກັນສ່ວນສົນ ໃນປັດຈຸບັນນີ້ອາຈານສະແຫວງໄດ້ເສັຍຊີວິດແລ້ວ.
ເມື່ອຄະນະນັກສຶກສາຈາກນິດ້າໄດ້ລົງພື້ນຖານພໍສົມຄວນ
ກໍຈຶ່ງໃຫ້ຄວາມຄິດກັບຊາວບ້ານ ບ້ານໄຜ່ໜອງ
ວ່າ ພິທີການໄຫວ້ຄູນີ້ ໜ້າຈະຍົກຣະດັບໃຫ້ເປັນພິທີກັມທີ່ສ້າງຄວາມສົນໃຈ ໃຫ້ແກ່ຜູ້ຄົນພາຍນອກໄດ້ດີ
ເມື່ອຊາວບ້ານເຫັນພ້ອມ ກໍຈຶ່ງຕໍ່ຊື່ພິທີຂຶ້ນໃໝ່ ຈາກທີ່ມີແຕ່ຄຳວ່າ “ໄຫວ້ຄູ” ກໍເພີ່ມຕື່ມເປັນ
“ໄຫວ້ຄູ-ບູຊາເຕົາ”.
ແລະນັບແຕ່ນັ້ນ ພິທີໄຫວ້ຄູ-ບູຊາເຕົາຂອງນາຍຊ່າງຕີມີດບ້ານໄຜ່ໜອງແລະຕົ້ນໂພ ຈຶ່ງໄດ້ກາຍເປັນງານບຸນປະເພນີ ທີ່ມີນັກທ່ອງທ່ຽວຈາກພາຍນອກເຂົ້າ ໄປທ່ຽວຊົມຢ່າງຫຼວງຫຼາຍ ແລະກາຍມາເປັນຄຳຂວັນ (motto) ຂອງເທດສະບານອະຣັນຢິກ ວ່າ “ຫັດຖະກັມມີດລືລັ່ນ ບູຮານສຖານວັດໃຫຍ່ເທບນິມິດ ວິຖີຊີວິດສອງຝັ່ງແມ່ນ້ຳປ່າສັກ ເອກກະລັກປະເພນີໄຫວ້ຄູ ບູຊາເຕົາ”.
ຕາແສງບັນຢັດໄດ້ເວົ້າເຖິງທີ່ມາຂອງພິທີໄຫວ້ຄູ-ບູຊາເຕົາຂອງບ້ານໄຜ່ໜອງ ວ່າ:
ສຽງ: “ຄຳວ່າບູຊາເຕົານີ່ມາປ່ຽນແປງເມື່ອປີ 2536 ກໍຄະນະນັກສຶກສານິດ້ານີ່ເພີ່ນມາຈັດພິທີ ໄຫວ້ຄູຮ່ວມຊາວບ້ານ ຈະເຮັດຈັ່ງໃດໃຫ້ພິທີໄຫວ້ຄູນີ່ມີຄວາມສຳຄັນມີຄວາມສັກສິດມີຄວາມໝາຍຂຶ້ນກໍເລີຍມາປຶກສາກັນວ່າເຮົາເພີ້ມການໄຫວ້ຄູເສີຍໆ ນີ່ເຂົ້າເປັນໄຫວ້ຄູບູຊາເຕົາເພີ່ມໄປ ມັນຈຶ່ງເປັນໄຫວ້ຄູບູຊາເຕົາ ກໍ່ເຮັດຄືເກົ່າ ແຕ່ມັນມາປ່ຽນຊື່ຕອນປີ 36 ນີ້.”
ປະເພນີໄຫວ້ຄູ ຈະຈັດໃຫ້ມີຂຶ້ນຫຼັງຈາກທີ່ໄດ້ທຳບຸນສັງຂານ ຫຼືບຸນສົງການແລ້ວໆ ໂດຍຜູ້ຫຼັກຜູ້ໃຫຍ່ ຜູ້ເຖົ້າຜູ້ແກ່ໃນບ້ານຈະໄດ້ປະຊຸມກັນ ເພື່ອຫາມື້ຫາເວັນ ຫຼືຫາມື້ສັນວັນດີທີ່ຈະທຳພິທີ ແລະມື້ສັນວັນດີທີ່ຈະທຳພິທີໄດ້ນັ້ນ ຈະຕ້ອງ ເປັນມື້ ວັນພະຫັດ ເທົ່ານັ້ນ ເພາະວັນພະຫັດຖືວ່າເປັນວັນຄູ ແລະເປັນວັນພະຫັດຂອງເດືອນຫົກ ແລະມື້ວັນພະຫັດນັ້ນຈະຕ້ອງເປັນມື້ຂຶ້ນ ຈະເປັນມື້ແຮມບໍ່ໄດ້.
ເມື່ອປຶກສາຫາລືກັນຈົນເຫັນພ້ອມກັນ ແລະໄດ້ມື້ໄດ້ເວັນໄດ້ແລ້ວ ກໍຈະປະກາດໃຫ້ນາຍຊ່າງ ທັງສອງບ້ານກຽມຕົວຈັດທຳພິທີຕໍ່ໄປ.
ດັ່ງພໍ່ເຖົ້າບັນຢັດໄດ້ອະທິບາຍເຖິງການເລືອກມື້ເລືອກເວັນສຳລັບທຳພິທີ ວ່າ:
ສຽງ: “ກ່ອນທີ່ຈະມີການໄຫວ້ຄູບູຊາເຕົາ ກ່ອນທີ່ພິທີເຮົາຈະເຮັດນີ່ ເຮົາຕ້ອງກຳໜົດມື້ກ່ອນຈະປະກອບພິທີເຮົາຕ້ອງມາປືກສາຫາລືກັນ ເພີ່ນຈະຖືເອົາວັນພະຫັດຂ້າງຂຶ້ນເດືອນ 6 ແລະວັນພະຫັດນີ່ເປັນວັນຄູ ແລ້ວເພີ່ນກໍເລືອກເອົາເດືອນ 6 ຂ້າງຂຶ້ນ
ກ່ອນຈະເຖິງກຳນົດມື້ວັນພະຫັດ ອັນເປັນມື້ທຳພິທີ “ໄຫວ້ຄູ-ບູຊາເຕົາ” ມື້ນຶ່ງຫຼືສອງມື້ ຄື ມື້ວັນອັງຄານ ຫຼືມື້ວັນພຸດ ມື້ໃດມື້ນຶ່ງ ນາຍຊ່າງທຸກຫຼັງຄາເຮືອນ ກໍຈະໄດ້ຮິບໂຮມເອົາເຄື່ອງໄມ້ເຄື່ອງມື ທີ່ໃຊ້ໃນການຕີມີດ-ຕີພ້າຂອງພວກເຂົາເຈົ້າ ອອກມາອະນາໄມ ຫຼືລ້າງສວ່າຍເຊັດຖູ.
ຫຼັງຈາກອະນາໄມເຄື່ອງມືແລ້ວໆ ພວກເຂົາເຈົ້າກໍຈະນຳເອາເຄື່ອງມືດັ່ງກ່າວ ໄປວາງໄວ້ໃນທີ່ອັນຄວນ ຄື ວາງໄວ້ບ່ອນທີ່ຈະສແດງວ່າ ພວກເຂົາເຈົ້າໃຫ້ຄວາມເຄົາຣົບຕໍ່ເຄື່ອງມືເຫຼົ່ານັ້ນ.
ນອກຈາກນີ້ແລ້ວ ພວກເຂົາເຈົ້າກໍຍັງຈະສຳຣວດເຕົາເຜົາເຫຼັກຂອງພວກເຂົາເຈົ້າອີກນຳ ວ່າ ຍັງມີສະພາບດີຫຼືບໍ່ ຖ້າແມ່ນເຕົາເຜົາເຫັຼກເປື່ອຍເພ ກໍຈະຕ້ອງໄດ້ຊ່ອມແປງໃຫ້ຢູ່ໃນສະພາບດີ ຫຼືຖ້າຫາກວ່າ ເຕົານັ້ນເພຫຼາຍ ກໍຕ້ອງໄດ້ປັ້ນເຕົາຂຶ້ນໃໝ່ ແລະປັ້ນໃຫ້ແລ້ວກ່ອນຈະເຖິງມື້ວັນພິທີ.
ຕາແສງບັນຢັດເວົ້າເຖິງກິດຈະກັມຂອງພວກນາຍຊ່າງຕີມີດໃນມື້ກ່ອນເຖິງມື້ທຳພິທີ ວ່າ:
ສຽງ: “ກ່ອນທີ່ຈະເຖິງມື້ຍົກຄູນີ່ ວັນພຸດນີ່ ເພີ່ນຈະຕ້ອງຢຸດງານແຕ່ລະບ້ານເພີ່ນຕ້ອງຢຸດໝົດແລ້ວເກັບເອົາເຄື່ອງໄມ້ເຄື່ອງມືນີ່ມາຕວດສອບ ອັນໃດທີ່ມັນຊຳຣຸດມັນເສັຍຫາຍບໍ່ດີໃຊ້ບໍ່ໄດ້ນີ່ເພີ່ນຈະຮີບມາຊ່ອມ ມາທາສີ ມາປັບປຸງໃໝ່ ມາປັ້ນເຕົາທີ່ມັນຈະພັງຢູ່ນີ່ ເຮົາມາປັ້ນໃໝ່ທາສີທາສັນໃຫ້ມັນສວຍງາມ ຕົກແຕ່ງເຄື່ອງໃຫ້ມັນດີນ່ະ ອັນອຸປະກອນທີ່ເຮົາໃຊ້ນີ່ເຮົາຈະຕ້ອງຮວບຮວມມາໝົດ ການປະກອບເຄື່ອງມືທີ່ເຮົາຈະເຮັດກໍຄືເຄື່ອງໄມ້ເຄື່ອງມືທີ່ເຮັດມີດຢູ່ປະຈຳ ສ່ວນໃຫຍ່ຈະເຮັດທີ່ໜ້າເຕົາ ແຕ່ບາງຄົນເຂົາກໍເຮັດຢູ່ເທິງເຮືອນ ແລ້ວເວລາໄຫວ້ເຂົາກໍລົງມາໄຫວ້ຢູ່ເຕົາ.”
(ສຽງແຄນ)
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການຂອງເຮົາໃນສັປະດານີ້ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງເລື້ອງລາວຂອງ “ບ້ານລາວໃນໄທຍ ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ໃນສັປະດາໜ້າ ຊຶ່ງຈະນຳພາທ່ານສືບຕໍ່ ພິທີໄຫວ້ຄູ-ບູຊາເຕົາ ຊຶ່ງເປັນບຸນແລະພິທີທີ່ສຳຄັນຂອງນາຍຊ່າງຕີມີດຄົນເຊື້ອລາວບ້ານໄຜ່ໜອງ.
ສຳລັບສັປະດານີ້ ຂໍໄດ້ຮັບຄວາມປຣາຖໜາດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.