ບ້ານລາວໃນປະເທດໄທ (ຕອນ 23)
2007.11.20
ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ໃນສັປະດາ ທີ່ຜ່ານມາ ເຮົາໄດ້ສເນີ ເລື້ອງ ຄົນລາວ ຢູ່ ບ້ານ ໄຜ່ໜອງ ແຂວງ ອະຢຸດທະຍາ ມາເຖິງ ຕອນທີ່ວ່າ ຄົນລາວ ກຸ່ມນີ້ ມາເຖິງບ່ອນ ທີ່ຕັ້ງ ເປັນບ້ານ ໄຜ່ໜອງໃໝ່ໆ. ພວກເຂົາເຈົ້າ ໄດ້ພາກັນ ອາໄສ ຢູ່ໃນເຮືອແພ ໃນແມ່ນ້ຳປ່າສັກ ກ່ອນ, ເພາະວ່າ ພວກເຂົາເຈົ້າ ມີອາຊີບ ເປັນຊ່າງ ຕີເງິນ-ຕີຄຳ ຊຶ່ງ ນອກຈາກ ຈະສາມາດ ເຮັດຢູ່ ເທິງເຮືອແພ ໄດ້ແລ້ວ, ຍັງປອດໄພ ຈາກ ພວກຜູ້ຮ້າຍ ອ້າຍ ຂະໂມຍ ນຳອີກ. ດັ່ງນັ້ນ ໃນຊ່ວງ ທຳອິດ ຈຶ່ງບໍ່ມີ ຄົນລາວ ຜູ້ໃດ ຂຶ້ນໄປ ປຸກເຮືອນ ຢູ່ເທິງບົກ ເລີຍ.
ສັປະດານີ້ ເຮົາ ຈະພາທ່ານ ໄປພົບກັບ ສະພາບການ ຕົວຈິງ ຂອງຄວາມເປັນ ບ້ານ ນາຍຊ່າງ ຂອງ ບ້ານໄຜ່ໜອງ ຊຶ່ງເປັນ ຈຸດພິເສດ ຂອງຄົນ ເຊື້ອສາຍ ຊາວລາວ ບ້ານນີ້.
(ສຽງແຄນ)
ແຂວງ ຫລື ຈັງຫວັດ ອະຢຸດທະຍາ ຂອງໄທ ຫລື ກຣຸງສີ ອະຢຸດທະຍາ ເມືອງຫລວງ ຂອງ ສຍາມ ໃນອາດີດ ນັ້ນ, ຖືໄດ້ວ່າ ເປັນເມືອງ “ອູ່ເຂົ້າ-ອູ່ນ້ຳ” ແລະ ເປັນມາ ແຕ່ສະໄໝ ບູຮານພຸ້ນ.
ເຖິງແມ່ນວ່າ ໃນປະຈຸບັນ ອະຢຸດທະຍາ ຈະຖືກ ຮຸກຮານ ດ້ວຍ ໂຮງງານ ນ້ອຍໃຫຍ່ ຢ່າງຫລວງຫລາຍ ໂດຍສະເພາະ ໃນຕົວເມືອງ ແລະ ທີ່ ກະຈັດ ກະຈາຍ ຢູ່ຫລາຍ ອຳເພີ ຫລື ຫລາຍເມືອງ ເພາະ ອະຢຸດທະຍາ ເປັນແຂວງນຶ່ງ ທີ່ເປັນ ບ່ອນຕັ້ງ “ນິຄົມ ອຸດສາຫະກັມ” ຊຶ່ງເປັນເຖິງ ຈຸດໃຈກາງ ທີ່ໂຮມເອົາ ໂຮງງານ ເປັນຈຳນວນ ຮ້ອຍໆ ມາຕັ້ງ ຢູ່ບ່ອນດຽວ ເຊັ່ນ “ນິຄົມ ອຸດສາຫະກັມ ໂຣດຈະນະ” ຊຶ່ງຈະມີ ຜູ້ອອກແຮງງານ ເປັນຈຳນວນ ຫລາຍສິບພັນ ຄົນ ແລະ ມີຣົດ ຮັບສົ່ງ ຄົນງານ ແລ່ນເຂົ້າອອກ ເປັນຮ້ອຍໆ ຄັນ ໃນແຕ່ລະມື້ ກໍຕາມ.
ແຕ່ພື້ນທີ່ ອີກ 70% ໃນອຳເພີ ຫລື ເມືອງ ອ້ອມຮອບ ຕົວແຂວງ ອະຢຸດທະຍາ, ຣາຊະດອນ ສ່ວນຫລາຍ ກໍຍັງ ປະກອບ ອາຊີບ ເຮັດໄຮ່ ໃສ່ນາ ຄືກັນ ກັບຕັ້ງແຕ່ ສະໄໝອາດີດ ບໍ່ມີການ ປ່ຽນແປງ.ຈະຜິດໄປ ຈາກສະໄໝໂບຮານແດ່ ກໍແຕ່ວ່າ ວິທີ ການເຮັດນາ ເທົ່ານັ້ນ ຊຶ່ງໄດ້ປ່ຽນ ຈາກການໃຊ້ ແຮງງົວຄວາຍ ໃນການ ແກ່ໄຖ ມາເປັນ ການໄຖນາ ດ້ວຍຣົດໄຖນາ ຫລື ທີ່ຄົນໄທ ຮ້ອງວ່າ “ຣົດອີແຕ໋ນ”.
ຊາວນາ ໃນຂົງເຂດ ພາກກາງ ຂອງໄທ ຊຶ່ງເປັນ ເຂດ ຊົນລະປະທານ ທີ່ມີ ຮ່ອງນ້ຳ ສຳລັບໃຊ້ ໃນການກະເສດ ຢ່າງຫລວງຫລາຍ ນັ້ນ, ຈະເຮັດນາໄດ້ ເຖິງ 2 ຫາ 3 ເທື່ອ ຕໍ່ປີ, ຄື ເຮັດນາປີ ເທື່ອນຶ່ງ ແລ້ວກໍເຮັດ ນາແຊງ ໄດ້ ອີກເທື່ອນຶ່ງ ຫລື ລາງຄົນ ກໍສາມາດ ເຮັດໄດ້ອີກ ເຖີງ 2 ເທື່ອ.
ທັງນີ້ ກໍເນື່ອງຈາກວ່າ ພື້ນທີ່ຍ່ານນີ້ ເປັນພື້ນທີ່ລຸ່ມ ແລະ ທົ່ງພຽງ ດິນ ມີ ຄວາມອຸດົມ ສົມບູນ ເໝາະກັບ ການທຳນາ ນັ້ນເອງ. ແລະນອກຈາກນີ້ ແຂວງ ອະຢຸດທະຍາ ນີ້ ຍັງມີ ແມ່ນ້ຳ ຫລາຍສາຍ ໄຫລຜ່ານ, ເປັນຕົ້ນ ແມ່ນ ແມ່ນ້ຳ ເຈົ້າພຣະຍາ ຊຶ່ງຖືວ່າ ເປັນເສັ້ນເລືອດ ອັນສຳຄັນ ຂອງ ເຂດພາກກາງ ຂອງໄທ, ແລ້ວກໍຍັງມີ ແມ່ນ້ຳ ປ່າສັກ ຊຶ່ງໄຫລ ຈາກແຂວງເລີຍ ໃນພາກອີສານ ມາຕົກໃສ່ ແມ່ນ້ຳ ເຈົ້າພຣະຍາ ຢູ່ ອະຢຸດທະຍາ ແລະ ແມ່ນ້ຳປ່າສັກ ຍັງໄຫລຜ່ານ ບ້ານໄຜ່ໜອງ ບ່ອນທີ່ມີ ຄົນເຊື້ອສາຍລາວ ຢູ່ອາໄສ ນຳອີກ.
ດັ່ງນັ້ນ ອະຢຸດທະຍາ ກໍຈຶ່ງ ກາຍເປັນ “ອູ່ເຂົ້າອູ່ນ້ຳ” ມາແຕ່ສະໄໝ ໂບຮານ ຈົນຮອດ ປະຈຸບັນ. ແລະນີ້ ອາດຈະແມ່ນ ສາຍເຫດນຶ່ງ ທີ່ເຮັດໃຫ້ ອະຢຸດທະຍາ ຈະເຣີນ ຮຸ່ງເຮືອງ ຈົນກາຍມາເປັນ ເມືອງຫລວງ ຫລື ເປັນອານາຈັກ ຂອງສຍາມໄດ້ ໂດຍຍາດຊິງ ອຳນາດ ສູນກາງ ການປົກຄອງ ປະເທດ ມາຈາກ ສຸໂຂໄທ ຊຶ່ງເປັນ ເມືອງຫລວງ ທີ່ຕັ້ງຢູ່ ທາງເໜືອ.
ນັ້ນກໍເປັນ ເພາະວ່າ ອະຢຸດທະຍາ ມີອຳນາດ ໃນທາງ ເສດຖະກິດ, ຄື ນອກຈາກ ຈະອາໄສ ແມ່ນ້ຳ ເຈົ້າພຣະຍາ ເປັນເສັ້ນທາງ ຄົມະນາຄົມ ໃຫ້ເຮືອ ສະເພົາ ຂອງພໍ່ຄ້າ ຈາກຕ່າງປະເທດ ເຂົ້າໄປ ຄ້າຂາຍ ໄດ້ແລ້ວ, ອະຢຸດທະຍາ ກໍຍັງມີ ເຂົ້າມີນ້ຳ ຫລາຍກວ່າ ສຸໂຂໄທ, ຈຶ່ງເຮັດໃຫ້ ອະຢຸດທະຍາ ມີກຳລັງ ກ້າແຂງຂຶ້ນ ຫລາຍກວ່າ ສຸໂຂໄທ ຈົນໄດ້ກຳອຳນາດ ແລະ ໄດ້ເປັນ
ອານາຈັກ ໃໝ່ ຂອງ ສຍາມ.
ໂດຍພື້ນຖານ, ຊາວເມືອງ ອະຢຸດທະຍາ ຕັ້ງແຕ່ອະດີດ ຈົນເຖິງ ປະຈຸບັນ ຈຶ່ງເປັນ ພໍ່ໄຮ່ ພໍ່ນາ ຢ່າງຫລວງຫລາຍ; ແຕ່ບໍ່ແມ່ນ ຢູ່ບ່ອນນີ້ ຄື ບ້ານໄຜ່ໜອງ.
(ສຽງແຄນ)
ບ້ານໄຜ່ໜອງ ເປັນບ້ານ ບໍ່ໃຫຍ່ ແລະ ກໍບໍ່ນ້ອຍ ຄື ມີຄົວເຮືອນຢູ່ 253 ຄອບຄົວ, ມີປະຊາກອນຢູ່ 771 ຄົນ, ເປັນຜູ້ຊາຍ 382 ຄົນ ແລະ ເປັນແມ່ຍິງ ອີກ 389 ຄົນ ແລະ ພື້ນຖານ ຂອງຄອບຄົວ ທັງໝົດນີ້ ແມ່ນ ຄົນເຊື້ອສາຍລາວ ເປັນເຄົ້າ.
ແຕ່ໃນປະຈຸບັນ, ເນື່ອງຈາກ ໄດ້ມີ ການແຕ່ງດອງ ແດ່, ແລະ ມີຄົນທີ່ຍົກຍ້າຍ ມາຈາກຖິ່ນອື່ນ ມາອາໄສຢູ່, ເຊັ່ນ ຄົນໄທ ແລະ ຈີນ ຊຶ່ງມີ ຈຳນວນຫລາຍໆ ເທົ່າໆ ກັບ ຄົນໄທ ຈຶ່ງເຮັດໃຫ້ ບ້ານໄຜ່ໜອງ ມີ ການປະສົມກັນ ທາງເຊື້ອຊາດ ເກິດຂຶ້ນ.
ແຕ່ເຖິງຢ່າງໃດ ກໍດີ, ຄົນທີ່ມີ ເຊື້ອສາຍລາວ ຢູ່ບ້ານໄຜ່ໜອງ ກໍຍັງເປັນ ຄົນສ່ວນຫລາຍ ຢູ່ ຈະເຫັນໄດ້ ຈາກຜູ້ທີ່ເປັນ ນາຍບ້ານ ຫລື ຜູ້ໃຫຍ່ບ້ານນັ້ນ ຍັງເປັນລູກ ເປັນຫລານ ລາວຢູ່ ແລະ ເປັນແນວນີ້ ມາແຕ່ອາດີດ ຈົນຮອດ ປະຈຸບັນ ສືບຕໍ່ກັນມາ ບໍ່ຂາດສາຍ. ແມ່ນແຕ່ ຜູ້ໃຫຍ່ບ້ານ ຄົນປະຈຸບັນ ນີ້ ຄື “ຜູ້ໃຫຍ່ ປະຍົງ ແກ້ວກຸດັນ” ກໍຍັງເປັນ ລູກຫລານ ເປັນຄົນ ເຊື້ອສາຍລາວ, ເຖິງແມ່ນວ່າ ຜູ້ກ່ຽວ ຈະປາກລາວ ບໍ່ເປັນ ແລ້ວກໍຕາມ.
ແລະ ການທີ່ຈະແຍກ ວ່າ ໄຜ ມີເຊື້ອລາວ ຫລື ໄຜ ມີເຊື້ອສາຍ ເລືອດອື່ນນັ້ນ ຈະເຮັດແນວໃດ.
ການຈະໃຫ້ຮູ້ວ່າ ຄອບຄົວໃດ ເປັນຄົນລາວ ຫລື ໄທ ຫລື ຈີນ ນັ້ນ, ຢູ່ ບ້ານໄຜ່ໜອງ ເບິ່ງບໍ່ຍາກ ຈັກດີ້. ຄົນທີ່ມີ ເຊື້ອສາຍໄທ ນັ້ນ ຈະມີ ອາຊີບ ເປັນ ພໍ່ໄຮ່ ພໍ່ນາ, ຄື ເຮັດນາ ເປັນອາຊີບ ຫລັກ. ສ່ວນຄົນຈີນ ນັ້ນ ຈະເປັນພວກ ທີ່ມີ ອາຊີບ ຄ້າຂາຍ, ໂດຍສະເພາະແລ້ວ, ແມ່ນ ພວກທີ່ ປະກອບອາຊີບ ເປັນພໍ່ຄ້າ ມີດ.
ສ່ວນຄົນລາວ ນັ້ນ ຈະມີ ອາຊີບ ຢູ່ອາຊີບດຽວ ແລະ ເປັນອາຊີບ ທີ່ຢຶດຖືກັນມາ ຕັ້ງແຕ່ ອາດີດ, ຄື ອາຊີບ ຕີມີດ.
(ສຽງແຄນ)
ການທີ່ຈະເບິ່ງວ່າ ເຮືອນຫລັງໃດ ເປັນເຮືອນ ຄົນລາວ ຢູ່ ບ້ານໄຜ່ໜອງ ນັ້ນ, ເບິ່ງບໍ່ອອກ ຈາກຮູບຮ່າງ ຂອງເຮືອນ ເພາະເຮືອນ ຄົນລາວ ກໍເປັນ ຄືເຮືອນ ຄົນໄທ ທົ່ວໄປ, ບໍ່ມີຫຍັງ ເປັນ ຈຸດພິເສດ. ການທີ່ຈະຮູ້ວ່າ ເຮືອນຫລັງໃດ ເປັນເຮືອນ ຄົນລາວນັ້ນ, ຕ້ອງເບິ່ງວ່າ ເຮືອນໃດ ຄືເຮືອນ ທີ່ບໍ່ມີຄົນຢູ່, ເພາະ ເຮືອນຄົນລາວ ນັ້ນ ຈະອັດ ປະຕູເຮືອນໄວ້, ຄ້າຍຄື ກັບວ່າ ບໍ່ມີ ຄົນຢູ່ເຮືອນ. ເຮືອນຄົນລາວ ຈະບໍ່ມີ ຄົນຢູ່ໜ້າບ້ານ, ບໍ່ຄື ເຮືອນຄົນໄທ ຊຶ່ງມັກຈະມີ ຄົນເຮັດວຽກ ຢູ່ເດິ່ນບ້ານ ຫລື ຖ້າເປັນ ເຮືອນຄົນຈີນ ພວກກ່ຽວ ກໍ່ຈະ ທຳການ ຄ້າຂາຍ ໂດຍການເປິດເຮືອນ ເປັນຮ້ານຄ້າ ຕ້ອນຮັບ ລູກຄ້າ ທີ່ມາ ຊື້ເຄື່ອງ.
ເຮືອນຄົນລາວ ນັ້ນ ຈະມິດ ອິ້ມສິ້ມ ບໍ່ວ່າ ຈະເປັນ ກາງຄືນ ຫລື ກາງເວັນ ເພາະວ່າ ຄົນລາວ ຈະປະກອບ ອາຊີບ ເປັນນາຍຊ່າງ ຕີມີດ-ຕີພ້າ ຊຶ່ງ ມັກຈະມີ ບ່ອນຕີມີດ ຢູ່ ແຄມແມ່ນ້ຳ ຄື ແມ່ນ້ຳ ປ່າສັກ ຊຶ່ງເປັນ ທາງຫົວເຮືອນ ແລະ ຄົນ ຈາກພາຍນອກ ຈະ ບໍ່ສາມາດເຫັນ ການເຮັດວຽກ ຂອງເຂົາເຈົ້າ ໄດ້ ເພາະ ມີຕົວເຮືອນ ບັງຢູ່.
ດັ່ງນັ້ນ, ຄົນລາວ ຈຶ່ງຢູ່ ທາງຫົວເຮືອນ ຫລາຍກວ່າ ທາງໜ້າບ້ານ ເຮັດໃຫ້ ເຮືອນຄົນລາວ ຄ້າຍຄື ກັບວ່າ ບໍ່ມີຄົນຢູ່.
(ສຽງແຄນ)
ໃນເມື່ອ ຄົນລາວ ບ້ານໄຜ່ໜອງ ມີການ ຕີມີດ ເປັນ ອາຊີບຫລັກ ຈຶ່ງບໍ່ຕ້ອງ ໃຊ້ພື້ນທີ່ ຫລາຍ, ບໍ່ຄືກັບຄົນໄທ ທີ່ຕ້ອງມີ ພື້ນທີ່ ຢ່າງຫລວງຫລາຍ ເພື່ອ ການເຮັດນາ, ແຕ່ຄົນລາວ ບ້ານໄຜ່ໜອງ ບໍ່ມີໃຜ ເຮັດນາ ແລະ ຄົນ ເຊື້ອສາຍລາວ ຢູ່ບ້ານນີ້ ກໍບໍ່ມີໃຜ ເຮັດນາ ເປັນ.
ເພາະສະນັ້ນ, ຄົນລາວ ຈຶ່ງບໍ່ມີ ດິນດອນ ຕ່ອນຫຍ້າຫລາຍ ຄືກັບ ຄົນເຊື້ອສາຍ ອື່ນ, ມີແຕ່ພຽງ ຕົວເຮືອນ ຊຶ່ງມີ ພື້ນທີ່ ທາງຫົວເຮືອນ ຕິດກັບ ແມ່ນ້ຳ ປ່າສັກ ພໍໄດ້ເຮັດ ເປັນໂຮງງານ ນ້ອຍໆ ຄື ເປັນບ່ອນ ຕີມີດ ກໍພໍແລ້ວ. ແມ່ນແຕ່ ຄົນລາວ ທີ່ມີ ຖານະ ອ່າວຮັ່ງມີແດ່ ກໍຍັງມີ ທີ່ດິນ ຄອບຄອງ ບໍ່ຫລາຍ ຄື ຄົນເຊື້ອສາຍອື່ນ ຊຶ່ງນີ້ ກໍເປັນ ສາຍເຫດນຶ່ງ ທີ່ເຮັດໃຫ້ ຄົນລາວ ບໍ່ສົນໃຈ ຈະມີ ດິນຫລາຍ ເພາະບໍ່ມີ ຄວາມຈຳເປັນ ຫຍັງ ທີ່ຈະຕ້ອງໃຊ້ ທີ່ດິນ ເຮັດຢູ່ ທຳກິນ.
ແຕ່ສາຍເຫດ ທີ່ເຮັດໃຫ້ຄົນລາວ ບໍ່ມີດິນຫລາຍ ອີກຢ່າງນຶ່ງ ແລະ ຊຶ່ງມີ ຄວາມສຳຄັນ ເລິກແລບ ໄປກວ່ານັ້ນ ກໍຄື ລັກສະນະ ປະຈຳຕົວ ຂອງຄົນລາວ ທີ່ຝັງແໜ້ນ ຢູ່ໃນໃຈ ຄົນລາວ ແລະ ຍັງຖ່າຍທອດມາ ທາງສາຍເລືອດ ຈົນເຖິງ ທຸກມື້ນີ້ ອີກ, ນັ້ນກໍຄື ຍ້ອນວ່າ ຊີວິດ ພວກເຂົາເຈົ້າ ຕ້ອງ ອົບພະຍົບ ຍົກຍ້າຍ ຖິ່ນທີ່ຢູ່ ເລື້ອຍໆ. ເພາະສນັ້ນ, ຕ້ອງກຽມພ້ອມ ຢູ່ຕລອດເວລາ ເພື່ອອົບພະຍົບ ໄປຢູ່ບ່ອນອື່ນ ທີ່ມີ ຄວາມຊຸ່ມເຍັນ ກວ່າບ່ອນເກົ່າ.
ດັ່ງນັ້ນ, ຄົນລາວ ຈຶ່ງບໍ່ຊື້ດິນໄວ້ ຄືຄົນ ເຊື້ອສາຍອື່ນ ທີ່ພາກັນ ເປັນເສດຖີ ທີ່ດິນ, ຄ້າທີ່ດິນ ຫລື ເປັນເຈົ້າຂອງ ກິດຈະການ ການຄ້າຂາຍ ອະສັງຫາຣິມະຊັພ.
ທັ້ງນີ້ ກໍເປັນ ເພາະວ່າ ເວລາ ທີ່ພວກເຂົາເຈົ້າ ຈຳເປັນ ຕ້ອງອົບພະຍົບ ໄປບ່ອນໃໝ່ ພວກເຂົາເຈົ້າ ກໍຈະ ບໍ່ສາມາດ ຍົກດິນ ໄປນຳດ້ວຍ ນັ້ນເອງ.
ກ່ຽວກັບເລື້ອງນີ້ “ຕາແສງ ບັນຢັດ” ກ່າວເຖິງ ຄວາມເວົ້າ ຂອງ ບັນພະບູຣຸສ ຂອງຄົນລາວ ແທ້ໆວ່າ:
(ສຽງພໍ່ເຖົ້າ ບັນຢັດ ຄຳສີ)
ທ່ານຜູ້ຟັງ ທີ່ຮັກແພງ, ເວລາ ສຳລັບ ລາຍການ ຂອງເຮົາ ໃນ ສັປະດານີ້ ກໍໄດ້ ສິ້ນສຸດ ລົງແລ້ວ. ເຊີນທ່ານ ຮັບຟັງເລື້ອງ “ບ້ານລາວໃນໄທ ແຕ່ອາດີດ ຫາປະຈຸບັນ” ໄດ້ໃໝ່ ໃນສັປະດາໜ້າ ຊຶ່ງເຮົາ ຈະພາທ່ານ ໄປສຳພັດ ກັບຄວາມເປັນຢູ່ ຂອງຄົນລາວ ບ້ານໄຜ່ໜອງ ຕອນ ບ້ານໄຜ່ໜອງ ເປັນ ບ້ານຕີມີດ.
ສຳລັບສັປະດານີ້ ຂໍໄດ້ຮັບຄວາມປຣາຖໜາດີຈາກ ແສງແກ້ວ ແກ່ນທັມ ຜູ້ລຽບລຽງ, ແລະຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.