ບ້ານລາວໃນປະເທດໄທ (ຕອນ 21)
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ
ສັປະດາ ຜ່ານມາ ເຮົາກໍໄດ້ສເນີ ເລື້ອງ ບ້ານຄົນລາວ ຢູ່ ບ້ານໄຜ່ໜອງ, ຊຶ່ງ“ບ້ານໄຜ່ໜອງ” ຂຶ້ນກັບ ຕາແສງ ທ່າຊ້າງ ເມືອງ ນະຄອນຫລວງ ແຂວງ ພຣະນະຄອນສີອາຢຸດທະຍາ ຫລື ກຣຸງສີອະຢຸດທະຍາ ເມືອງຫລວງເກົ່າ ຂອງສຍາມ. ຄົນລາວ ບ້ານໄຜ່ໜອງ ມີອາຊີບ ຕີມີດ ແລະ ມີດ ຂອງເຂົາເຈົ້າ ກໍມີ ຊື່ສຽງ ເປັນທີ່ ຮູ້ຈັກ ກັນດີ ຂອງ ຄົນໄທ ທັງປະເທດ ໃນນາມ “ມີດອະຣັນຢິກ”.
ສາເຫດ ທີ່ບັນພະບຸຣຸສ ຂອງຄົນລາວ ກຸ່ມນີ້ ໄດ້ເລືອກ ເອົາບ່ອນນີ້ ເປັນບ່ອນ ຕັ້ງບ້ານ ກໍເພາະວ່າ ມີ ໄມ້ໄຜ່ຫລາຍ ເພາະໄມ້ໄຜ່ ເປັນໄມ້ ທີ່ມີ ຄວາມສຳຄັນ ຕໍ່ອາຊີບ ຊ່າງຕີມີດ ຫຼາຍ, ອີກທັງ ມີ ແມ່ນ້ຳ ປ່າສັກ ທີ່ມີນ້ຳ ຢູ່ຕລອດປີ, ຈຶ່ງພາກັນ ຕັ້ງເປັນບ້ານ ເປັນເມືອງຂຶ້ນ ແລະ ເນື່ອງຈາກ ຢູ່ມໍ່ໆ ມີໜອງນ້ຳ, ກໍເລີຍ ໃສ່ຊື່ ບ້ານວ່າ “ບ້ານໄຜ່ໜອງ”.
ສັປະດານີ້ ເຮົາ ຈະພາທ່ານ ໄປພົບກັບ ຄວາມເປັນມາ ແລະ ສາເຫດ ທີ່ເຮັດໃຫ້ ຄົນລາວ ກຸ່ມນີ້ ຕ້ອງອົບພະຍົບ ຍົກຍ້າຍຖິ່ນ ມາຢູ່ ບ້ານໄຜ່ໜອງ ວ່າ ມີຂໍ້ມູນ ຢັ້ງຢືນ ຫລື ມີ ທັດສະນະ ແນວໃດແດ່.
(ສຽງແຄນ)
ຄວາມເປັນມາ ແລະ ເລື້ອງລາວ ຂອງ ການອົບພະຍົບ ຍົກຍ້າຍຖິ່ນ ຂອງຄົນລາວ ທີ່ມາ ຕັ້ງຖິ່ນຖານ ຢູ່ ບ້ານໄຜ່ໜອງ ກຸ່ມນີ້ ຍັງມີ ການຂັດແຍ້ງ ກັນຢູ່, ບາງກະແສ ເວົ້າວ່າ ຄົນລາວ ກຸ່ມນີ້ ໄດ້ເດີນທາງ ເຂົ້າສຍາມ ທາງ ແຂວງເພັຊບູນ, ຊຶ່ງເປັນ ແຂວງ ທາງ ພາກເໜືອ ຂອງໄທ, ແລ້ວໃຊ້ ເຮືອແພ ລ່ອງລົງມາ ຕາມແມ່ນ້ຳ ປ່າສັກ ຈົນມາຮອດ ບໍຣິເວນ ດັ່ງກ່າວ.
ແຕ່ຄຳເຫັນນີ້ ບໍ່ມີ ຫລັກຖານ ເອກະສານຫຍັງ ຢັ້ງຢືນ, ເປັນແຕ່ພຽງ ມີຄົນ ເວົ້າກັນ ຕໍ່ໆມາ ຊຶ່ງສາເຫດ ທີ່ມີ ການເວົ້າກັນ ແນວນີ້ ອາດຈະ ເປັນເພາະວ່າ ບ້ານໄຜ່ໜອງ ຕັ້ງຢູ່ ແຄມ ແມ່ນ້ຳ ປ່າສັກ ແລະ ການຄົມະນາຄົມ ໃນສະໄໝ ບູຮານ ລຳບາກຫລາຍ, ຍ້ອນວ່າ ບໍ່ມີ ຖນົນ ຫົນທາງ ສະດວກ ສະບາຍ ຄືທຸກມື້ນີ້ ແລະ ການທີ່ ແມ່ນ້ຳ ປ່າສັກ ໄຫລມາ ແຕ່ທາງ ແຂວງເພັຊບູນ ກໍເລີຍ ມີຜູ້ໃຫ້ ທັດສະນະ ວ່າ ຄົນລາວ ກຸ່ມນີ້ ໜ້າຈະ ໃຊ້ເສັ້ນທາງ ຕາມ ແມ່ນ້ຳ ປ່າສັກ ຊຶ່ງເປັນ ວິທີ ທີ່ສະດວກ ກວ່າ ການເດີນທາງ ດ້ວຍວິທີອື່ນ.
ສ່ວນອີກ ກະແສນຶ່ງ ພັດກ່າວວ່າ ຄົນລາວ ກຸ່ມນີ້ ແມ່ນຄົນລາວ ທີ່ຖືກ ກວາດຕ້ອນມາ ພ້ອມກັບ ຄົນລາວ ທີ່ຖືກ ກວາດຕ້ອນ ຕັ້ງແຕ່ ສະໄໝ ອະຢຸດທະຍາ ຫລື ສະໄໝ ກຣຸງທົນບູຣີ, ຊຶ່ງຄຳເຫັນນີ້ ອາດເປັນ ເພາະວ່າ ບ້ານໄຜ່ໜອງ ຢູ່ໃນ ແຂວງພຣະນະຄອນ ສີອະຢຸດທະຍາ ຊຶ່ງເປັນ ເມືອງຫລວງເກົ່າ ຂອງສຍາມ ກໍເລີຍ ເຮັດໃຫ້ ຄິດໄປວ່າ ຄົນລາວ ກຸ່ມນີ້ ໜ້າຈະ ເປັນຄົນລາວ ກຸ່ມທີ່ຖືກ ກວາດຕ້ອນ ຄ້າຍຄື ຄົນລາວ ທົ່ວໄປ ໃນສະໄໝນັ້ນ ເພາະຄົນລາວ ໃນຍຸກສະໄໝນັ້ນ ຈະເຂົ້າ ສູ່ສຍາມໄດ້ ກໍມີ ແຕ່ພຽງ ການຖືກກວາດຕ້ອນ ເທົ່ານັ້ນ.
ແຕ່ຄວາມເຫັນ ຂອງ ປະສິດ ພັນໜອງ, ຊຶ່ງເປັນ ຜູ້ຂຽນປຶ້ມ ທີ່ມີຊື່ວ່າ “ດາບຄຸນປູ່ທວດ ຂຸນນະຣາບໍຣິຣັກ - ຕົ້ນຕະກູນ ໝູ່ບ້ານໄຜ່ໜອງ” (ປະສິດ. ສະບັບແກ້ໄຂ. 2002.), ບົ່ງໄວ້ວ່າ “ຊາວບ້ານ ໄຜ່ໜອງນີ້ ມີຖິ່ນຖານ ເປັນຊາວວຽງຈັນ, ໄດ້ອົບພະຍົບມາ ໃນສະໄໝ ຣັຊການທີ່ 2, ແຜ່ນດິນ ຂອງ ສົມເດັດພຣະພຸດ ທະເລິດຫລ້າ ນະພາໄລ” ແລະ “ຕາແສງ ບັນຢັດ ຄຳສີ” ຊຶ່ງເປັນ ຜູ້ແກ້ໄຂ ເນື້ອໃນ ຂອງປຶ້ມ ຫົວດັ່ງກ່າວ ໃນການພິມຂຶ້ນ ເທື່ອ ຫລ້າສຸດ ໄດ້ອະທິບາຍ ໃຫ້ເຫັນ ພາບພົດ ຂອງ ການອົບພະຍົບ, ຕາມຄວາມເຫັນ ຂອງຜູ້ເຖົ້າ ຜູ້ແກ່ ທີ່ເລົ່າກັນ ສືບຕໍ່ມາ ວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)
ແລະ ເພື່ອເປັນ ການຢັ້ງຢືນ ຄຳເຫັນ ຂອງຕົນ ວ່າ ຄົນລາວ ບ້ານໄຜ່ໜອງ ບໍ່ແມ່ນ ກຸ່ມຄົນລາວ ທີ່ຖືກກວາດຕ້ອນ ແຕ່ເປັນ ການຍົກຍ້າຍ ບ້ານມາເອງ ເພື່ອມາຊອກ ບ່ອນເຮັດຢູ່ ທຳກິນແຫ່ງໃໝ່ ເທົ່ານັ້ນ. “ຕາແສງ ບັນຢັດ ຄຳສີ” ໄດ້ໃຫ້ ທັດສະນະ ໂດຍ ອີງຕາມ ຫລັກຖານ ທີ່ປາກົດ ຢູ່ ບ້ານໄຜ່ໜອງໃຫ້ຟັງ ດັ່ງນີ້:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)
ຈາກ ສະພາບການ ຄວາມເປັນຢູ່ ຮວມທັງ ການປະກອບ ອາຊີບ ຂອງຄົນລາວ ກຸ່ມນີ້, ຊຶ່ງໝົດບ້ານ ລ້ວນແຕ່ເປັນ ຊ່າງສີມື ນັ້ນ, ຍ່ອມຈະສແດງ ໃຫ້ເຫັນ ໄດ້ວ່າ ຄົນກຸ່ມນີ້ ອົບພະຍົບ ມານຳກັນ ເປັນກຸ່ມ ເປັນກ້ອນ, ບໍ່ໄດ້ ປະປົນ ກັບຄົນ ກຸ່ມອື່ນ ຊຶ່ງຕ່າງໄປ ຈາກ ສະພາບການ ຂອງການຖືກ ກວາດຕ້ອນ.
ດັ່ງທີ່ ເຮົາໄດ້ເລົ່າ ໃນບົດ ຜ່ານມາ ສະພາບ ຂອງ ການຖືກ ກວາດຕ້ອນ ນັ້ນ, ຄົນລາວ ຈະຖືກ ເອົາໄປຊັບປົນ ກັບຄົນ ກຸ່ມອື່ນ, ບໍ່ສາມາດ ເລືອກວ່າ ໃຜຈະໄດ້ຢູ່ກັບໃຜ. ອຳນາດ ສິດທິ ທັງໝົດ ຂຶ້ນຢູ່ກັບ ຜູ້ຄວບຄຸມ ບັງຄັບ. ຜູ້ຖືກ ກວາດຕ້ອນ ບໍ່ມີທາງ ຈະເລືອກໄດ້ ຕາມໃຈ.
ນອກຈາກນີ້ ສະພາບ ຕົວຈິງ ຂອງ ຊີວິດ ຄົນລາວ ທີ່ຖືກ ກວາດຕ້ອນ ນັ້ນ ຈະຖືກ ຂົ່ມເຫັງ, ເຕັງເຕັກ, ຕີ, ຂ້າ, ທໍຣະມານ, ດັ່ງຈະເຫັນ ໄດ້ວ່າ ມີການ ພ່າຍໜີ ຂອງຄົນລາວ ທີ່ຖືກ ກວາດຕ້ອນ ຢູ່ເລື້ອຍໆ, ຈົນເຮັດໃຫ້ ຈຳນວນ ຂອງຄົນລາວ ຫລຸດລົງ ຢ່າງຫລວງຫລາຍ. ເຖິງແມ່ນ ຈະເດິນທາງ ໄປຮອດ ບາງກອກ ແລ້ວ ກໍຍັງມີ ລົ້ມຕາຍ ຢູ່ອີກ ຊຶ່ງກໍ ເປັນ ເພາະວ່າ ຜູ້ຖືກ ກວາດຕ້ອນ ອິດເມື່ອຍ ແລະ ໄດ້ຮັບຄວາມທຸກ ທໍຣະມານ ໃນຣະຫວ່າງ ການເດິນທາງ.
ດັ່ງນັ້ນ ຈຳນວນ ຄົນລາວ ທີ່ຖືກ ກວາດຕ້ອນມາ ໃນສະໄໝ ກຣຸງທົນບູຣີ ຂອງສຍາມ ຈຶ່ງເຫລືອ ບໍ່ຫລາຍ ເທົ່າກັບ ຈຳນວນ ຕົວຈິງ ທີ່ຖືກ ກວາດ ຕ້ອນມາ. “ຕາແສງບັນຢັດ” ໄດ້ກ່າວຢ້ຳ ທັດສະນະ ວ່າ:
(ສຽງ ພໍ່ເຖົ້າ ບັນຢັດ ຄຳສີ)
ຈາກບັນທຶກ ຂອງພວກ ບາດຫລວງ ຫລື ພຣະ ສອນສາສນາ ຄຣິສຕ໌ ສແດງ ໃຫ້ເຫັນວ່າ ຄົນລາວ ທີ່ຖືກ ກວາດຕ້ອນ ມີຈຳນວນ ຫລວງຫລາຍ ທີ່ຕາຍ ຢູ່ກາງທາງ, ໂດຍຜູ້ທີ່ຕາຍ ນັ້ນ ມີຈຳນວນ ຫລາຍກວ່າ ຜູ້ທີ່ ລອດຊີວິດ ເຖິງ 2 ເທົ່າ.
ທີ່ສຳຄັນ ຄື ບໍ່ມີ ເອກະສານໃດ ອ້າງວ່າ ຄົນລາວ ທີ່ຖືກ ກວາດຕ້ອນໄປ ໄດ້ມາ ຕັ້ງບ້ານເຮືອນ ຢູ່ ບ້ານໄຜ່ໜອງ ແລະ ເມື່ອ ພິຈາຣະນາ ເບິ່ງຣະຍະທາງ ຈາກ ບາງກອກ ເຖິງ ບ້ານໄຜ່ໜອງ ນັ້ນ, ຢູ່ໄກກັນຫລາຍ ຄື ໄກເຖິງ 93 ຫລັກ ກິໂລແມັດ ຊຶ່ງ ເປັນໄປ ບໍ່ໄດ້ ທີ່ຄົນລາວ ກຸ່ມນີ້ ຈະຖືກ ກວາດຕ້ອນ ໃນສະໄໝ ກຣຸງທົນບູຣີ ຫລື ກຣຸງຣັດຕະນະໂກສິນ ເພາະຢູ່ໄກກັນເກິນໄປ.
(ສຽງແຄນ)
ທ່ານຜູ້ຟັງ ທີ່ຮັກແພງ, ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດລົງ ອີກແລ້ວ ເຊີນທ່ານ ຮັບຟັງ ເລື້ອງລາວ ຂອງ “ບ້ານລາວໃນໄທ - ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ ໃນສັປະດາໜ້າ ຊຶ່ງຈະນຳທ່ານ ໃຫ້ຮູ້ຈັກ ກັບ ຄວາມເປັນຢູ່ ຂອງຄົນລາວ ບ້ານໄຜ່ໜອງ.
ສຳລັບ ສັປະດານີ້, ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ, ຜູ້ລຽບລຽງ, ແລະ ຂ້າພະເຈົ້າ ວຽງໄຊ, ຜູ້ສເນີ, ສະບາຍດີ.