ບ້ານລາວໃນປະເທດໄທ (ຕອນ 18)


2007.11.20

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ

ໃນບົດກ່ອນນີ້ ເຮົາໄດ້ ກ່າວເຖິງ ການຍົກຍ້າຍ ຖິ່ນຖານ ຂອງ ຄົນລາວພູຄັງ ແລະ ລາວອາສາ ປາກນ້ຳ ຫລື ລາວ ເມືອງ ນະຄອນພະນົມ ໃນຣັຊການ ທີ 2 ຂອງ ສຍາມ. ໃນສະໄໝນັ້ນ ວຽງຈັນ ໄດ້ປະຕິບັດ ນະໂຍບາຍ ຂອງ ສຍາມ ໂດຍ ເຕົ້າໂຮມ ຄົວລາວ ສົ່ງໄປ ບາງກອກ, ຊຶ່ງ ເຈົ້າມະຫາຊີວິດ ຂອງ ສຍາມ ໄດ້ໃຫ້ ຄົວລາວ ພູຄັງ ໄປຕັ້ງ ຊຸມຊົນ ຢູ່ ເມືອງ ນະຄອນໄຊສີ ຢູ່ແຂວງ ນະຄອນປະຖົມ ຂອງໄທ ໃນປະຈຸບັນ.

ແລະໃນສະໄໝ ດຽວກັນນັ້ນ ຍັງມີ ກຸ່ມຄົນລາວ ຈາກ ເມືອງ ນະຄອນພະນົມ ຫລັ່ງໄຫລ ລົງໄປ ຂໍເພີ່ງ ອຳນາດ ຂອງ ສຍາມ ອີກດ້ວຍ ແລະ ເຈົ້າຊີວິດ ສຍາມ ກໍໄດ້ ໃຫ້ໄປ ຕັ້ງບ້ານ ຢູ່ ເມືອງ ສະໝຸດປາການ ຕໍ່ມາ ໄດ້ຂໍຍ້າຍ ໄປຢູ່ “ເມືອງ ພະນັດນິຄົມ” ຢູ່ ແຂວງຊົນບູຣີ ຂອງ ໄທ ໃນປະຈຸບັນ.

ສັປະດານີ້ ເຮົາ ຈະໄດ້ກ່າວເຖິງ ການຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ກຣຸງ ຣັດຕະນະໂກສິນ ໃນຣັຊການ ທີ 3.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ສະພາບການ ໃນສະໄໝ ກຣຸງ ຣັດຕະນະໂກສິນ ໃນ ຣັຊການ ຂອງສົມເດັດ ພຣະນັ່ງເກົ້າ ເຈົ້າຢູ່ຫົວ ທີ 3 ຂອງ ສຍາມ. ເຈົ້າອະນຸວົງ ເຈົ້າເມືອງ ວຽງຈັນ ໄດ້ກອບກູ້ ອິດສະຣະພາບ ບໍ່ຍອມ ເປັນເມືອງຂື້ນ ຕໍ່ສຍາມ;  ແຕ່ສຍາມ ຮ້ອງ ການກະທຳ ນີ້ວ່າ ການກະບົດ. ອັນທີ່ຈິງ ແລ້ວ ຄວາມພະຍາຍາມ ຂອງ ຝ່າຍລາວ ທີ່ຈະເອົາ ປະເທດຊາດ ອອກຈາກ ການເປັນ ເມືອງຂຶ້ນ ຂອງ ສຍາມ ມີມາ ຫລາຍຄັ້ງ ແລ້ວ ຕັ້ງແຕ່ ສະໄໝ ຂອງ ເຈົ້າ ນັນທະເສນ, ສະໄໝ ເຈົ້າອິນທະວົງ ແລະ ສະໄໝ ເຈົ້າອະນຸວົງ ຄືແຕ່ປີ ຄ.ສ. 1782-1804.

ເມື່ອ ເຈົ້າ ອະນຸວົງ ຂຶ້ນເປັນ ເຈົ້າເມືອງ ວຽງຈັນ ໃນປີ ຄ.ສ. 1804 ກໍໄດ້ ສືບຕໍ່ ແນວຄິດ ອັນນີ້ ໂດຍ ພຣະອົງ ໄດ້ກະກຽມການ ມິດໆ ແລະ ແຜນການ ໄດ້ຖືກ ປະຕິບັດ ຢ່າງຈິງຈັງ ເມື່ອ ພຣະອົງ ຂໍເອົາ ຄົວລາວ ວຽງຈັນ ທີ່ຖືກ ກວາດຕ້ອນ ເທື່ອທຳອິດ ໄປຢູ່ເມືອງ ສະຣະບູຣີ ຊຶ່ງ ເປັນຊຸມຊົນລາວ ທີ່ໃຫຍ່ ທີ່ສຸດ ຕັ້ງແຕ່ ສະໄໝ ກຣຸງ ທົນບູຣີ ນັ້ນ, ບໍ່ສຳເຣັດ ແລ້ວ ເຈົ້າ ອະນຸວົງ ກໍຈຶ່ງໄດ້ສູ້ ດ້ວຍ ອາວຸດ ໃນປີ ຄ.ສ. 1826 ໂດຍນຳ ກອງທັບ ວຽງຈັນ ແລະ ຈຳປາສັກ ເຂົ້າຕີຢຶດ ເອົາເມືອງ ນະຄອນຣາຊສີມາ ດິນແດນ ທົ່ງພຽງ ຝັ່ງຂວາ ຂອງ ແມ່ນ້ຳຂອງ ໄວ້ໄດ້ ທັງໝົດ.

ມີຫຼາຍ ເມືອງ ທີ່ອ່ອນຍອມ ຕໍ່ວຽງຈັນ ເຊັ່ນ ເມືອງ ຊົນນະບົດ, ເມືອງ ຂອນແກ່ນ, ເມືອງ ສີ່ມຸມ, ເມືອງ ສຸວັນນະພູມ, ເມືອງ ຮ້ອຍເອັດ, ເມືອງ ພູຂຽວ, ເມືອງ ອຸບົນ ແລະ ເມືອງ ຂຸຂັນ. ແຕ່ກໍມີ ຫົວເມືອງລາວ ອີກຫລາຍເມືອງ ທີ່ບໍ່ອ່ອນຍອມ ໃຫ້ ກອງທັບລາວ ຊຶ່ງ ສ່ວນຫລາຍແລ້ວ ເປັນເມືອງ ທີ່ ປົກຄອງ ໂດຍ ຄົນລາວ ຍ້ອນວ່າ ບາງກອກ ສນັບສນູນ ໃຫ້ຂຶ້ນ ມາມີ ອຳນາດ ເຊັ່ນ ເມືອງ ກາລະສິນ, ເມືອງ ຍະໂສທອນ, ເມືອງ ເຂມມະລາດ ແລະ ຫົວເມືອງ ຂະເມນ ປ່າດົງ ບາງສ່ວນ ເຊັ່ນ ເມືອງ ສຸຣິນ, ເມືອງ ສີສະເກດ, ເມືອງ ຕະລຸງ, ເມືອງ ສັງຂະ ຊຶ່ງໄດ້ ຕໍ່ຕ້ານ ເຈົ້າອະນຸວົງ ຢ່າງສຸດ ກຳລັງ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ການທີ່ ກອງທັບ ວຽງຈັນ ແລະ ຈຳປາສັກ ສາມາດຢຶດ ເມືອງ ນະຄອນ ຣາຊສີມາ ແລະ ຫົວເມືອງລາວ ບໍຣິເວນ ທົ່ງພຽງ ຝັ່ງຂວາ ຂອງ ແມ່ນ້ຳຂອງ ໄວ້ໄດ້ນັ້ນ ກອງທັບ ວຽງຈັນ ໄດ້ພາ ຄົວລາວ ຕາມ ຫົວເມືອງ ເລົ່ານັ້ນ ກັບຄືນ ໄປໄວ້ ວຽງຈັນ ເປັນຈຳນວນ ຫລວງຫລາຍ ເຊັ່ນ ຄົວລາວ ເມືອງ ນະຄອນ ຣາຊສີມາ ປະມານ 180,000 ຄົນ, ຄິດໄລ່ ເປັນຊາຍ ສະກັນ ໄດ້ 8,000 ຄົນ ນອກນັ້ນ ແມ່ນ ແມ່ຍິງ, ເດັກນ້ອຍ, ຜູ້ເຖົ້າ ແລະ ພຣະສົງ; ເມືອງ ໄຊຍະພູມ 300 ຄອບຄົວ; ເມືອງ ຊົນນະບົດ 200 ຄົວ ເປັນຕົ້ນ.

ນອກຈາກນີ້ແລ້ວ ກອງທັບ ວຽງຈັນ ແລະ ຈຳປາສັກ ຍັງໄດ້ ລົງໄປ ກວາດຕ້ອນ ເອົາຄົວລາວ ໃນຫົວເມືອງ ຊັ້ນໃນ ໂດຍ ເຈົ້າ ຣາຊວົງ (ເຫງົ້າ) ຄຸມ ກອງທັບ ຍົກລົງໄປ ກວາດຕ້ອນ ເອົາຄົວລາວ ຢູ່ ເມືອງ ສະຣະບູຣີ ອີກໝື່ນປາຍ,  ໃນ ຈຳນວນນັ້ນ ມີທັງ ຄົວລາວ ວຽງຈັນ, ລາວຫົວເມືອງ ລ້ານນາ ທີ່ຮ້ອງວ່າ “ລາວພຸງດຳ” ໂດຍບອກ ເຫດຜົນ ກັບຄົນລາວ ພວກກ່ຽວວ່າ ເຈົ້າເມືອງ ວຽງຈັນ ໄດ້ຂາບທູນ ຂໍພຣະຣາຊທານ ຄົວລາວ ນຳ ເຈົ້າ ມະຫາຊີວິດ ສຍາມ ແລະ ເຈົ້າມະຫາຊີວິດ ສຍາມ ກໍໄດ້ ອານຸຍາດ ໃຫ້ແລ້ວ ເຈົ້າເມືອງ ວຽງຈັນ ຈຶ່ງໄດ້ ໃຫ້ ເຈົ້າ ຣາຊວົງ ມາຄຸມ ໄປວຽງຈັນ.

ຈາກ ຄຳໃຫ້ການ ຂອງ ຜູ້ທີ່ບໍ່ໄດ້ ຖືກກວາດຕ້ອນ ເພາະວ່າ ມີວຽກ ໄປ ຕ່າງເມືອງ. ປາກົດວ່າ ໝູ່ບ້ານລາວ ຢູ່ສະຣະບູຣີ ໃນເວລານັ້ນ ບໍ່ມີຄົນ ຫລົງເຫລືອ ຢູ່ເລີຍ ແລະ ຜູ້ທີ່ຖືກ ກວາດຕ້ອນໄປ ໃນເທື່ອນີ້ ບໍ່ແມ່ນ ແຕ່ຄົວລາວ ສະຣະບູຣີ ເທົ່ານັ້ນ ແຕ່ຄົວລາວ ຢູ່ ອະຢຸດທະຍາ ເຊັ່ນ ບ້ານອາຣະຍິກ, ບ້ານອ້ອຍ, ບ້ານກ້ວຍ ແລະ ບ້ານທ່າງາມ ກໍເກັບຂອງ ມ້ຽນເຄື່ອງ ໄປນຳໝູ່.

ເອກະສານ ບາງສບັບ ເວົ້າວ່າ ໃນການ ໄປກວາດຕ້ອນ ເທື່ອນີ້ ເຈົ້າ ຣາຊວົງ ໄດ້ບອກ ກັບນາຍໝວດ ນາຍກອງລາວ ວ່າ ແກວ ກັບອັງກິດ ໄດ້ຍົກທັບ ໄປຕີ ບາງກອກ ຈຶ່ງໃຫ້ ຄົວລາວ ໜີໄປວຽງຈັນ ນຳກັນ. ແລະ ຂະນະທີ່ ຄົວລາວ ຖືກກວາດຕ້ອນ ຄືນໄປວຽງຈັນ ນີ້ ໄດ້ມີ ຄົວລາວ ສ່ວນນຶ່ງ ລັກໜີ  ຈົນຕົກຄ້າງ ຢູ່ກາງທາງ ຕາມຫົວເມືອງ ຕ່າງໆ. ເມື່ອເສິກ ແລ້ວໆ ຄົວລາວເຫລົ່ານີ້ ກໍຖືກ ກວາດຕ້ອນ ໃຫ້ກັບຄືນ ໄປຢູ່ ຫົວເມືອງ ຊັ້ນໃນ ຂອງສຍາມ ອີກຄືເກົ່າ.   

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ສ່ວນທາງ ດ້ານຫົວເມືອງ ລ້ານນາ ຫລື ທາງພາກເໜືອ ຂອງໄທ ໃນປະຈຸບັນ ເຈົ້າອະນຸວົງ ໄດ້ໄປຊວນ ຫົວເມືອງ ລ້ານນາ ເຕົ້າໂຮມ ກຳລັງເຂົ້າ ກັບລາວ ປະກາດ ອິດສະຣະພາບ ບໍ່ຂຶ້ນ ກັບບາງກອກ ທັ້ງນີ້ ກໍເພື່ອ ຈະເພີ່ມ ຄວາມ ຫຍຸ້ງຍາກ ສັບສົນ ໃຫ້ແກ່ ບາງກອກ ຂະນະ ດຽວກັນ ກໍເພື່ອສ້າງ ຄວາມສັມພັນ ກັບຫົວເມືອງ ລ້ານນາ ເພື່ອປ້ອງກັນ ບໍ່ໃຫ້ ຫົວເມືອງ ລ້ານນາ ຍົກກອງທັບ ໄປສນັບສນູນ ບາງກອກ ຫລື ເປັນທັບ ຂະໜາບ ຕີວຽງຈັນ ທາງເໜືອ ໄດ້.

ປາກົດວ່າ ຫົວເມືອງ ລ້ານນາ ໃຫ້ການຊ່ວຍເຫລືອ ສນັບສນູນ ກອງທັບລາວ ເປັນຢ່າງດີ ເມືອງ ທີ່ໃຫ້ ການຊ່ວຍເຫລືອ ກອງທັບລາວ ໄດ້ແກ່ ເມືອງ ແພ່ ແລະ ເມືອງ ນ່ານ. ສ່ວນວ່າ ເມືອງ ຊຽງໃໝ່, ເມືອງ ລຳພູນ, ເມືອງ ລຳປາງ ຍັງບໍ່ທັນ ເຂົ້າຮ່ວມເທື່ອ ເພາະຍັງບໍ່ໄດ້ ໝັ້ນໃຈ ໃນແຜນການ ຂອງ ເຈົ້າ ອະນຸວົງ ວ່າ ຈະສູ້ ບາງກອກ ໄດ້ ຫລື ບໍ່ ຈຶ່ງບໍ່ຍອມ ເຂົ້າຮ່ວມ ເຕັມກຳລັງ ພຽງແຕ່ ບໍ່ຍອມ ສົ່ງທັບ ໄປຊ່ວຍ ບາງກອກ ເມື່ອບາງກອກ ມີຄຳຂໍ ໃຫ້ເກນ ກອງທັບ ໄປສົມທົບ.

ຕໍ່ມາ ໄດ້ເຮັດໃຫ້ ເມືອງ ແພ່ ແລະ ເມືອງ ນ່ານ ທີ່ເຂົ້າຮ່ວມ ກັບກອງທັບ ລາວຢ່າງ ເຕັມກຳລັງ ເອົາຕົວຢ່າງ ເມື່ອໄດ້ຮູ້ວ່າ ກອງທັບ ສຍາມ ຜາບແພ້ ເໜືອ ກອງທັບ ຫົວເມືອງລາວ ທີ່ຢູ່ ຝ່າຍເຈົ້າອະນຸ ພວກຫົວເມືອງ ລ້ານນາ ທັງໝົດ ກໍຫັນອ່ວຍ ເອົາໃຈ ອອກຫ່າງ ໂດຍໄດ້ສົ່ງ ກອງທັບ ໄປຕີ ວຽງຈັນ ຊ່ວຍກອງທັບ ສຍາມ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ທາງບາງກອກ ໄດ້ສົ່ງ ກອງທັບ ໄປຕີປາບ ເຈົ້າອະນຸວົງ ເຖິງ 4 ກອງທັບ ໂດຍມີ ກຣົມ ພຣະຣາຊວັງບໍວອນ ເປັນແມ່ທັບຫຼວງ ແລະ ສາມາດ ຕີວຽງຈັນ ແລະ ຫົວເມືອງລາວ ທີ່ເຂົ້າກັບ ວຽງຈັນໄດ້.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ຜົນທີ່ເກີດ ຈາກສົງຄາມ ໃນຄັ້ງນັ້ນ ໄດ້ມີ ການຍ້າຍຖິ່ນ ຂອງຄົນລາວ ຄັ້ງໃຫຍ່, ມີການກວາດຕ້ອນ ຄົນລາວ ທັງສອງຝັ່ງ ຂອງແມ່ນ້ຳຂອງ ໂດຍ ສະເພາະ ແມ່ນຄົນລາວ ທັງຝັ່ງຊ້າຍ ແມ່ນ້ຳຂອງ. ເພາະວ່າ ທາງບາງກອກ ຢ້ານວ່າ ຫົວເມືອງ ເຫຼົ່ານີ້ ຈະເປັນ ກຳລັງ ໃຫ້ວຽດນາມ.

ພຣະບາດ ສົມເດັດ ພຣະນັ່ງເກົ້າ ເຈົ້າຢູ່ຫົວ ຣັຊການທີ່ 3 ຂອງ ສຍາມ ມີ ນະໂຍບາຍ ໃຫ້ກວາດຕ້ອນ ຄົນລາວ ຈາກ ຝັ່ງຊ້າຍ ຂອງແມ່ນ້ຳຂອງ ໃຫ້ ຫລາຍ ທີ່ສຸດເທົ່າທີ່ ຈະກວາດຕ້ອນ ເອົາໄປໄດ້. ສ່ວນນຶ່ງ ສົ່ງລົງໄປ ບາງກອກ ອີກສ່ວນນຶ່ງ ຕັ້ງເຮືອນຊານ ຢູ່ຝັ່ງຂວາ ຂອງ ແມ່ນ້ຳຂອງ ໂດຍໃຫ້ຢູ່ ໃນຄວາມຄວບຄຸມ ຂອງ ເມືອງ ນະຄອນຣາຊສີມາ.

ການກວາດຕ້ອນ ໂດຍເນັ້ນ ສະເພາະ ຊາວເມືອງ ວຽງຈັນ ແລະ ຫົວເມືອງ ອ້ອມແອ້ມ ເຮັດໃຫ້ ເຫັນວ່າ ບາງກອກ ມີນະໂຍບາຍ ຈະໃຫ້ ວຽງຈັນ ບໍ່ມີວັນ ຈະຕັ້ງ ບ້ານເມືອງ ຂຶ້ນໃໝ່ ໄດ້ອີກ ເພື່ອເປັນ ການກຳຈັດ ສ້ຽນໜາມ ຢ່າງ ຖາວອນ. ເຖິງແມ່ນວ່າ ວຽງຈັນ ຈະເປັນ ແຫລ່ງຜູ້ຄົນ ຊ້າງມ້າ ແລະ ສະບຽງ ອາຫານ ກັບຍັງເປັນ ກອງທັບ ສນັບສນູນ ຍາມສຍາມ ທຳສົງຄາມ ກັບ ປະເທດ ອື່ນ; ແຕ່ ຖ້າວຽງຈັນເອົາໃຈ ອອກຫ່າງ ມື້ໃດ ກໍຈະເປັນ ອັນຕະລາຍ ແກ່ສຍາມ ມື້ນັ້ນ. ທາງທີ່ດີ ສຍາມ ຈຶ່ງຕ້ອງ ເຮັດໃຫ້ ວຽງຈັນ ຮາບກ້ຽງ ບໍ່ມີຜູ້ ບໍ່ມີຄົນ.

(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)

ທ່ານຜູ້ຟັງທີ່ຮັກແພງ ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດາ ນີ້ ໄດ້ສິ້ນສຸດ ລົງແລ້ວ. ເຊີນທ່ານ ຮັບຟັງ ເລື້ອງ “ບ້ານລາວໃນໄທ-ແຕ່ອາດີດ ຫາປະຈຸບັນ” ໄດ້ໃໝ່ ໃນສັປດາໜ້າ ຊຶ່ງຈະກ່າວ ຢ່າງລະອຽດ ເຖິງການຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ກຣຸງ ຣັດຕະນະໂກສິນ ໃນຣັຊການ ທີ 3 ແລະ ຣັຊການ ທີ 4.

ສຳຣັບມື້ນີ້, ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.