ບ້ານລາວໃນປະເທດໄທ (ຕອນ 17)
2007.11.20
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ
ໃນບົດກ່ອນ, ເຮົາໄດ້ເວົ້າເຖິງ ການຍ້າຍຖິ່ນ ຂອງຄົນລາວ ໃນສະໄໝ ກຣຸງຣັດຕະນະໂກສິນ ໃນຣັຊການທີ 2, ແລະວ່າ ໄດ້ມີ ເຫດການ ສຳຄັນ ຄືການກະບົດ ຫລື ການກອບກູ້ ອິດສະຣພາບ ຢູ່ຫົວເມືອງລາວ ໂດຍການນຳພາ ຂອງ “ເຈົ້າຜູ້ມີບຸນສາກຽດໂງ້ງ” ຊຶ່ງ ການປາບ ໃນຄັ້ງນັ້ນ ໄດ້ເຮັດໃຫ້ ເຈົ້າອະນຸວົງ ມີໂອກາດ ຂຍາຍກຳລັງ ແລະ ອຳນາດ ລົງໄປ ທາງພາກໃຕ້ ຂອງລາວ ເພີ່ມຕື່ມຂຶ້ນ.
ສັປະດານີ້ ເຮົາຈະໄດ້ ກ່າວເຖິງ ການຍົກຍ້າຍຖິ່ນ ຂອງຄົນລາວ ພູຄັງ ແລະ ລາວອາສາ ປາກນ້ຳ ຫລື ລາວ ເມືອງນະຄອນພະນົມ ໃນຣັຊການທີ 2 ຂອງສຍາມ.
(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ບາງກອກ ໄດ້ໃຊ້ ນະໂຍບາຍ ການຄວບຄຸມ ຫົວເມືອງລາວ ແບບເກົ່າ ຄື ໃຫ້ວຽງຈັນ ທຳໜ້າທີ່ ປະຕິບັດ ນະໂຍບາຍ ຄວບຄຸມ ຫົວເມືອງລາວ ໃຫ້ອ່ອນຍອມ ຕໍ່ສຍາມ ແລະ ທຳໜ້າທີ່ ເຕົ້າໂຮມສ່ວຍ ແລະ ຄົວລາວ ສົ່ງໄປ ບາງກອກ. ດັ່ງນັ້ນ ໃນປີ ຄ.ສ. 1815 ເຈົ້າເມືອງ ວຽງຈັນ ຈຶ່ງໄດ້ ສົ່ງຄົວລາວ ເມືອງພູຄັງ ລົງໄປ ບາງກອກ ແລະ ພຣະບາທ ສົມເດັດ ພຣະພຸທທະເລີດຫລ້າ ນະພາໄລ ເຈົ້າມະຫາຊີວິດ ຣັຊການທີ 2 ຂອງສຍາມ ໄດ້ໃຫ້ ໄປຕັ້ງຊຸມຊົນ ຢູ່ເມືອງ ນະຄອນໄຊສີ ຢູ່ໃນແຂວງ ນະຄອນປະຖົມ ຂອງໄທ ໃນປະຈຸບັນ ໂດຍໃຫ້ ໄປພ້ອມກັນ ກັບຄົວລາວ ເມືອງຄູກລາງ ທີ່ຖືກ ສົ່ງເຂົ້າໄປ ກ່ອນນັ້ນ ຊຶ່ງເຈົ້າມະຫາຊີວິດ ຂອງສຍາມ ໄດ້ພຣະຣາຊທານ ໄມ້, ໃບຈາກ ສຳລັບມຸງ ຫລັງຄາ ແລະ ໃຫ້ຄົນ ໄປຊ່ວຍ ປຸກເຮືອນ ອີກດ້ວຍ.
ເມືອງພູຄັງ ເປັນເມືອງ ທີ່ຢູ່ ໃນປະເທດລາວ ຢູ່ຝັ່ງຊ້າຍ ຂອງແມ່ນ້ຳຂອງ. ກອງທັບ ຂອງສຍາມ ເຄີຍຍົກ ໄປຕັ້ງ ຖານທີ່ໝັ້ນ ທີ່ເມືອງນີ້ ຄາວທີ່ ໄປທຳ ສົງຄາມ ກັບຂະເມນ ແລະ ວຽດນາມ. ເມືອງພູຄັງນີ້ ໜ້າຈະເປັນເມືອງ ທີ່ມີ ຄວາມສຳຄັນ ທາງດ້ານ ທີ່ເປັນ ປະໂຫຍດ ແກ່ຝ່າຍ ຂ້າເສິກ ຂອງສຍາມ ແລະ ໜ້າຈະມີ ປະຊາຊົນ ເປັນຈຳນວນ ຫລາຍນຳດ້ວຍ, ເພາະວ່າ ຄົວລາວ ຈາກເມືອງ ພູຄັງ ໄດ້ຖືກ ກວາດຕ້ອນ ລົງໄປ ສຍາມ ຫລາຍຄັ້ງ ຫລາຍຄາວ ດ້ວຍກັນ.
ການກວາດຕ້ອນ ຄົນລາວ ຈາກເມືອງພູຄັງນີ້ ໄດ້ເອົາໄປ ພັກເຊົາ ຢູ່ ເມືອງ ພິດສະນຸໂລກ ຂອງ ສຍາມກ່ອນ, ຈາກນັ້ນ ຈຶ່ງຈະສົ່ງ ຕໍ່ໄປ ຍັງບາງກອກ ອີກຕໍ່ນຶ່ງ. ແຕ່ປາກົດວ່າ ພໍແຕ່ ໄດ້ພັກເຊົາ ຢູ່ເມືອງ ພິດສະນຸໂລກ ຄົນລາວ ໄດ້ພາກັນ ພາຍໜີ ກັບໄປ ຍັງວຽງຈັນ ແລະ ເຈົ້າເມືອງ ວຽງຈັນ ກໍຈຶ່ງ ຄວບຄຸມ ສົ່ງລົງໄປອີກ ຈຳນວນ ນຶ່ງ ແລະ ຍັງມີ ຜູ້ທີ່ເຈັບປ່ວຍ ຕ້ອງໄດ້ປິ່ນປົວ ຢູ່ວຽງຈັນ ອີກ ເຖິງ 700 ຄົນ.
ເຈົ້າມະຫາຊີວິດ ຂອງສຍາມ ຈຶ່ງໃຫ້ ເກນຄົນ ເມືອງພູຂຽວ, ເມືອງຂອນແກ່ນ ແລະ ເມືອງຊົນນະບົດ ຮ່ວມກັນ ກັບທາງວຽງຈັນ ຄຸມຄົນ ແລະ ຊ້າງ ຂຶ້ນໄປ ຮັບເອົາ ຄົວລາວ ພູຄັງ ລົງໄປສົ່ງໃຫ້ ບາງກອກ ເມື່ອປີ ຄ.ສ. 1817 ໂດຍໃຫ້ ໄປຢູ່ກັບ ຄົວລາວ ພູຄັງ ຢູ່ ເມືອງ ນະຄອນໄຊສີ.
(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ນອກຈາກ ການກວາດຕ້ອນ ຄົວລາວ ຈາກເມືອງພູຄັງ ນີ້ແລ້ວ, ໃນສະໄໝ ຂອງ ຣັຊການທີ 2 ຂອງກຣຸງ ຣັດຕະນະໂກສິນ ຂອງສຍາມ ຍັງມີຄົວລາວ ທີ່ໄດ້ ຫລັ່ງໄຫລ ກັນລົງໄປ ສຍາມອິກ, ຄືກຸ່ມຄົນລາວ ຈາກເມືອງ ນະຄອນ ພະນົມ; ແຕ່ການຫລັ່ງໄຫລ ຄັ້ງນີ້ ບໍ່ແມ່ນ ການຖືກ ກວາດຕ້ອນ ແຕ່ຢ່າງໃດ, ຫາກເປັນ ການສມັກໃຈ ຂອງຄົວລາວ ທີ່ຕ້ອງການ ຈະໄປຂໍເພິ່ງ ອຳນາດ ຂອງສຍາມ ຄື ໃນປີ ຄ.ສ. 1809.
ເມືອງ ນະຄອນພະນົມ ເປັນ ຫົວເມືອງນຶ່ງ ທີ່ສຳຄັນ ຂອງ ຫົວເມືອງລາວ ທີ່ຕັ້ງຢູ່ ຝັ່ງຂວາ ຂອງ ແມ່ນ້ຳຂອງ. ເຄີຍມີບົດ ບາດ ສຳຄັນ ໃນຄວາມສັມພັນ ຣະຫວ່າງ ສຍາມ ກັບລາວ ໃນສະໄໝ ຣັຊການ ທີ 1 ຂອງກຣຸງ ຣັດຕະນະ ໂກສິນ ຫລືບາງກອກ ຄື ຄັ້ງນັ້ນ ເຈົ້ານັນທະເສນ ເຈົ້າເມືອງ ວຽງຈັນ ໄດ້ຮ່ວມກັບ ກົມ ພຣະບໍຣົມມະຣາຊາ (ພົມມາ) ເຈົ້າເມືອງ ນະຄອນ ພະນົມ ຈະກໍ່ກະບົດ ຕໍ່ສຍາມ ຫລື ກອບກູ້ ອິດສະຣພາບ ຈາກສຍາມ; ແຕ່ໄດ້ຖືກ ເຈົ້າອະນຸຣຸທ ແຫ່ງ ຫລວງພະບາງ ນຳຄວາມ ໄປສັບສໍ່ ບາງກອກ ເສັຍກ່ອນ. ເຈົ້ານັນທະເສນ ແລະ ພຣະບໍຣົມມະຣາຊາ ຈຶ່ງຖືກ ນຳຕົວລົງໄປ ສອບສວນ ຢູ່ບາງກອກ ແລະທັງສອງ ບໍ່ສາມາດ ຈະແກ້ ຂໍ້ກ່າວຫາ ນັ້ນໄດ້ ຈຶ່ງຖືກກັກຂັງ ຢູ່ບາງກອກ.
ແລະ ອີກຄັ້ງນຶ່ງ ຄື ໃນປີ ຄ.ສ. 1826 ໃນສະໄໝ ຣັຊການທີ 3 ຂອງ ບາງກອກ ເຈົ້າເມືອງ ນະຄອນພະນົມ ໄດ້ສນັບສນູນ ເຈົ້າອະນຸວົງ ໃນການກອບກູ້ ເສຣີພາບ ຈາກສຍາມ ໂດຍເຈົ້າເມືອງ ນະຄອນພະນົມ ມີໜ້າທີ່ ຄວບຄຸມ ກອງທັບ ເມືອງ ນະຄອນພະນົມ ສນັບສນູນ ໃຫ້ແກ່ກອງທັບ ຂອງ ເຈົ້າອຸປະຣາດ (ຕິດສະ). ເມື່ອກອງທັບ ວຽງຈັນ ຢຶດ ເມືອງ ນະຄອນຣາຊສີມາ ໄດ້, ເຈົ້າເມືອງ ນະຄອນ ພະນົມ ກໍໄດ້ເປັນ ຜູ້ຮັກສາເມືອງ ໄວ້.
ນັ້ນຄື ບົດບາດ ສຳຄັນ ຂອງເມືອງ ນະຄອນພະນົມ ທີ່ມີ ຕໍ່ປະວັດສາດ ແລະ ມີຄວາມສຳຄັນ ທີ່ເປັນຄື ຂໍ້ຕໍ່ ອັນສຳຄັນ ໃຫ້ແກ່ລາວ ໃນການຕໍ່ສູ້ ກັບສຍາມ.
(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ປີ ຄ.ສ. 1809 ອັນເປັນ ປີທີ່ຄົນລາວ ເມືອງ ນະຄອນພະນົມ ໄດ້ພາກັນ ຫລັ່ງໄຫລ ເຂົ້າເພີ່ງ ອຳນາດ ຂອງສຍາມ ນັ້ນ ເປັນປີທຳອິດ ທີ່ພຣະບາດ ສົມເດັດ ພຣະພຸທທະເລີດຫລ້າ ນະພາໄລ ຫລື ຣັຊການ ທີ 2 ຂອງບາງກອກ ຂຶ້ນຄອງ ຣາຊະສົມບັດ. ສາຍເຫດ ທີ່ຄົນ ຈາກເມືອງ ນະຄອນພະນົມ ຕ້ອງອົບພະຍົບກັນ ໄປເພີ່ງສຍາມ ກໍເພາະວ່າ ອຸປະຣາດ ຂອງເມືອງ ນະຄອນພະນົມ ຊື່ “ທ້າວໄຊ” ໄດ້ຖືກ ບ່າວໄພ່ ຍາດຊີງ ອຳນາດ, ຈຶ່ງໄດ້ ຮິບໂຮມ ພັກພວກ, ລູກເຕົ້າ ແລະ ທ້າວ ເພັຽ ປະມານ 2,000 ກວ່າຄົນ ແລ້ວ ພາກັນ ອົພຍົບ ລົງໄປ ບາງກອກ ທາງເຮືອ.
ເມື່ອຄົນທັງໝົດ ຮອດບາງກອກ, ຣັຊການທີ 2 ຂອງບາງກອກ ຈຶ່ງໃຫ້ ໄປຕັ້ງ ເຮືອນຊານ ຢູ່ ຄອງມະຫາຫົງ ເມືອງ ສະໝຸດປາການ ໂດຍມີ ການຂຶ້ນ ບັນຊີ ຊາຍສະກັນ ໄດ້ 860 ຄົນ.
ເຈົ້າມະຫາຊີວິດ ຂອງສຍາມ ໄດ້ແຕ່ງຕັ້ງ “ທ້າວ ອິນທະຣະພິສານ” ລູກຊາຍກົກ ຂອງອຸປຣາດ ໃຫ້ເປັນ ປະຫລັດ ເມືອງສະໝຸດປາການ ເພື່ອຈະໃຫ້ ເບິ່ງແຍງ ຄົວລາວ ບໍ່ໃຫ້ຖືກ ກົມມະການ ຂອງສຍາມ ຂົ່ມເຫັງ ເຕັງເຕັກ ເອົາໄດ້.
ນອກຈາກນີ້ ຍັງແຕ່ງຕັ້ງ ຄົນລາວ ກຸ່ມນີ້ ເປັນ “ລາວອາສາປາກນ້ຳ” ໂດຍໃຫ້ ຂຶ້ນກັບ ກົມທ່າ ທັ້ງນີ້ ເນື່ອງຈາກວ່າ ເມືອງ ສະໝຸດປາການ ເປັນເມືອງ ໜ້າດ່ານ ທາງທະເລ ຂອງສຍາມ ແລະ ຕັ້ງຢູ່ໄກ້ກັບ ປາກອ່າວໄທ ຊາວບ້ານທັມມະດາ ຈຶ່ງຮ້ອງຊື່ເມືອງນີ້ວ່າ “ເມືອງປາກນ້ຳ” ດັ່ງນັ້ນ ຄົນລາວທີ່ ໄດ້ເປັນລາວ ອາສາ ກໍຈຶ່ງໄດ້ຊື່ວ່າ “ລາວອາສາປາກນ້ຳ” ຄືກັນກັບຊື່ເມືອງ.
(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ຕໍ່ມາໃນ ຄ.ສ. 1838 ສະໄໝ ຣັຊການທີ 3 ຂອງບາງກອກ ພວກຄົນລາວ ອາສາປາກນ້ຳ ໄດ້ພາກັນ ອ້າງວ່າ ເມືອງປາກນ້ຳ ຢູ່ແລ້ວ ບໍ່ຄ່ອຍ ສະບາຍ ແລະໄດ້ຂໍໄປ ຢູ່ເມືອງ ພຣະຣົດ. ພຣະບາດສົມເດັດ ພຣະນັ່ງເກົ້າ ເຈົ້າຢູ່ຫົວ ກໍໄດ້ ອະນຸຍາດ ໃຫ້ໄປ ແລະ ຍັງໄດ້ ຕັດພື້ນທີ່ ບາງສ່ວນ ຂອງເມືອງ ຊົນບູຣີ ກັບເມືອງ ສະເຊີງເຊົາ ແລ້ວຕັ້ງເປັນ ເມືອງຂຶ້ນ ໂດຍ ຕັ້ງຊື່ເມືອງໃໝ່ ນີ້ວ່າ “ເມືອງພະນັດນິຄົມ”. ແລະ ເຈົ້າເມືອງ ພະນັດນິຄົມ ກໍແມ່ນຄົນລາວ ຄື “ພຣະອິນທະຣະອາສາ”
ພາຍຫລັງ ຈາກທີ່ມີ ການປາບ ກະບົດ ເຈົ້າອະນຸວົງ ຊຶ່ງຄົນລາວ ຮ້ອງວ່າ ການກອບກູ້ຊາດ ໃນປີ ຄ.ສ. 1839 ພຣະອິນທະຣະອາສາ ເຈົ້າເມືອງ ພະນັດນິຄົມ ກໍໄດ້ຂຶ້ນໄປ ເມືອງນະຄອນພະນົມ ແລ້ວກ້ຽວກ່ອມ ເອົາຊາວເມືອງ ນະຄອນພະນົມ ໃຫ້ອົບພະຍົບ ໄປຢູ່ບ້ານ ນຳກັນ ກັບຜູ້ກ່ຽວ ແລະ ໄດ້ເຣັດໃຫ້ ມີຄົວລາວ ຈາກນະຄອນພະນົມ ຍ້າຍຖິ່ນໄປ ຢູ່ເມືອງພະນັດນິຄົມ ອີກຮຸ່ນນຶ່ງ.
(Music : ສຽງເສບດົນຕຼີ ຫຼື ແຄນກໍໄດ້)
ທ່ານຜູ້ຟັງທີ່ຮັກແພງ, ເວລາ ສຳລັບລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສິ້ນສຸດລົງ ແລ້ວ. ເຊີນທ່ານ ຮັບຟັງເລື້ອງລາວຂອງ “ບ້ານລາວໃນໄທຍ- ແຕ່ອາດີດຫາປະຈຸບັນ” ໄດ້ໃໝ່ ໃນສັປດາໜ້າ ຊຶ່ງຈະກ່າວ ຢ່າງລະອຽດ ເຖິງ ການຍ້າຍ ຖິ່ນຖານ ຂອງຄົນລາວ ໃນສະໄໝ ກຣຸງຣັດຕະນະໂກສິນ ໃນຣັຊການທີ 3.
ຂໍໄດ້ຮັບ ຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ລຽບລຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.