ເຣື້ອງທີ່ເກັບບັນທຶກໄວ້
2010-11-10
ກອງປະຊຸມ ຄັ້ງທໍາອິດ ຂອງຣັຖພາຄີ ສົນທິສັນຍາ ກ່ຽວກັບ ຣະເບີດ ລູກຫວ່ານ ໄຂຂຶ້ນ ຂນະທີ່ລາວ ຍັງປະເຊີນ ກັບບັນຫາ ການເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ ຊຶ່ງຕົກຄ້າງ ມາແຕ່ສມັຍ ສົງຄາມ ວຽດນາມ ຍ້ອນ ງົບປະມານ ບໍ່ພຽງພໍ ແລະ ຜູ້ເຄາະຮ້າຍ ກໍຍັງມີ ຢູ່ຕໍ່ໄປ. ມະນີຈັນ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີ. ເຊີນທ່ານຮັບຟັງ ໄດ້ເລີຍ.
2010-11-06
ການເກັບກ່ຽວ ເຂົ້ານາປີ ຢູ່ແຖບເມືອງ ຈໍາປາສັກ ແຂວງຈໍາປາສັກ ໃນປີ 2010 ນີ້ ບໍ່ໄດ້ຮັບ ຜົລດີ ເທົ່າທີ່ຄວນ ຍ້ອນພັຍ ແຫ້ງແລ້ງ, ດຳນາຊ້າ ແລະ ຝົນ ກໍຕົກຮໍາ ຕອນກ່ຽວ ຈື່ງເຮັດໃຫ້ ຣາຄາເຂົ້າ ແພງຂື້ນ ກວ່າປີຜ່ານ ມາຫລາຍ. ຈຳປາທອງ ມີບົດສໍາພາດ ຊາວນາ ຢູ່ທີ່ນັ້ນ ມາເສນີທ່ານ.
2010-10-22
ກາຣທີ່ມີໂຄງກາຣ ສ້າງເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ ແລະຕາມ ລໍານໍ້າສາຂາ ຫລາຍແຫ່ງໃນລາວ ເຖິງຈະເປັນກາຣ ພັທນາ ເຮັດໃຫ້ ຣັຖບາລລາວ ມີຣາຍຮັບຢ່າງ ຫລວງຫລາຍກໍຕາມ ແຕ່ໃນຂນະດຽວກັນ ກໍເປັນກາຣທໍາລາຍ ຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ຢ່າງຫລວງຫລາຍ ນໍາດ້ວຍ.
2010-10-14
ນັກວິຊາການ ເຫັນວ່າ ການສ້າງເຂື່ອນ ໄຟຟ້າ ຢູ່ໃນທົ່ວໂລກ ມີຜົລກະທົບ ບໍ່ດີຕໍ່ ທັມມະຊາດ ສິ່ງແວດລ້ມ ແລະຕໍ່ ປະຊາຊົນ ຮວມທັງເຂື່ອນ ທີ່ສ້າງແລ້ວ ແລະທີ່ອາຈຈະສ້າງ ໃສ່ແມ່ນໍ້າຂອງ ໃນລາວ ເປັນຕົ້ນເຂື່ອນ ໄຊຍະບູລີ ເຂື່ອນດອນສະໂຮງ.
2010-08-05
ສະຖານທີ່ ບູຮານວັດຖຸ ເກົ່າແກ່ ຫລາຍແຫ່ງ ໃນເອເຊັຽ ຖືກສະຖາປະນາ ໃຫ້ເປັນ ພື້ນທີ່ ມໍຣະດົກ ໃນການ ຕັດສີນໃຈ ຂອງຄນະ ກັມມະການ ມໍຣະດົກໂລກ ອົງການ ສະຫະປະຊາຊາດ ໃນປີນີ້ ແຕ່ ທົ່ງໄຫຫີນ ທີ່ແຂວງ ຊຽງຂວາງ ຂອງລາວ ຍັງບໍ່ຖືກ ຮອງຮັບ ໃຫ້ເປັນ ມໍຣະດົກໂລກ ເທື່ອ. ເປັນຍ້ອນຫຍັງ? ສິດນີ ມີລາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-06-11
ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ເປັນຫ່ວງນໍາ ຫລາຍແຜນການ ພັທນາຂອງ ຣັຖບານລາວ ທີ່ຈະຍົກ ຣະດັບ ການເຕີບໂຕ ທາງດ້ານ ເສຖກິດໃຫ້ໄດ້ ປີລະຢ່າງນ້ອຍ 8% ໃນຣະຍະ 5 ປີຂ້າງຫນ້າ ໂດຍອາສັຍ ໂຄງການໃຫຍ່ໆ ທີ່ທໍາລາຍ ສິ່ງແວດລ້ອມ ແລະບໍ່ສ້າງ ວຽກເຮັດງານທໍາ ແບບຢືນຢົງ ໃຫ້ແກ່ ປະຊາຊົນ ເຊັ່ນການ ສ້າງເຂື່ອນໄຟຟ້າ ການຂຸດຄົ້ນ ແຮ່ທາດ ແລະການປູກຕົ້ນໄມ້ ເສຖກິດ ເປັນຕົ້ນ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-05-28
ສັດປ່າ ຮວມທັງ ຊ້າງປ່າ ເປັນຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ຂອງຊາດ ສໍາລັບຄວາມ ສົມດຸນຂອງ ສິ່ງແວດລ້ອມ ແລະ ການດໍາຣົງ ຊີວິດຂອງ ປະຊາຊົນ ດັ່ງນັ້ນຈຶ່ງ ມີຄວາມຈໍາເປັນ ທີ່ຈະຕ້ອງ ຄຸ້ມຄອງ ແລະຮັບປະກັນ ໃຫ້ສັດປ່າ ໄດ້ຮັບການ ຂຍາຍພັນ ຫລາຍຂຶ້ນ. ແຕ່ຢູ່ໃນໂລກ ເປັນຕົ້ນຢູ່ ສປປລາວ ເຖິງວ່າຈະມີ ກົດໝາຍ ທີ່ໄດ້ກໍານົດ ຫລັກການ ຣະບຽບການ ແລະ ມາຕການຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ກໍດີ ແຕ່ສັດປ່າ ເປັນຕົ້ນຊ້າງປ່າ ທີ່ມີຈຳນວນ ບໍ່ຫລາຍ ຢູ່ແລ້ວນັ້ນ ຫລຸດໜອຍຖອຍ ລົງທຸກມື້.
2010-05-26
ປ່າໄມ້ຢູ່ລາວ ແມ່ນ ຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ຂອງຊາດ ມັນເປັນສິ່ງ ຈໍາເປັນສໍາລັບ ປົກປັກຮັກສາ ສິ່ງແວດລ້ອມ ແລະ ການດໍາຣົງ ຊີວິດຂອງປະ ຊາຊົນລາວ ແຕ່ໃນ ສປປລາວ ມີການຕັດໄມ້ ທໍາລາຍປ່າ ເປັນຈໍານວນ ຫລວງຫລາຍ ຕັ້ງແຕ່ເໜືອ ຕລອດໃຕ້ ມາເປັນເວລາ ດົນນານ ຈົນມາເຖິງ ເວລາທີ່ ທາງການລາວ ໄດ້ອອກປະກາດ ແນະນໍາແຜນ ປູກຕົ້ນໄມ້ ແລະ ຟື້ນຟູປ່າ.
2010-05-21
ບໍຣິສັດ ຕ່າງປະເທດ ຂຸດຄົ້ນບໍ່ຄໍາ ບໍ່ທອງ ແລະ ບໍ່ໂລຫະອື່ນໆ ຢູ່ປະເທດລາວ ບໍ່ພຽງແຕ່ ຈະເຮັດໃຫ້ ຊັພຍາກອນ ທັມມະຊາດ ອັນອູດົມ ສົມບູນ ນັ້ນໝົດສີ້ນໄປ ຊຶ່ງ ບັນພະບູຣຸດ ໄດ້ຕໍ່ສູ້ ປົກປັກຮັກສາ ດ້ວຍເລືອດເນື້ອ ແລະຊີວິດ. ໂດຍທີ່ທາງ ການລາວເອງ ກໍບໍ່ໄດ້ຮັບ ຜົນປະໂຫຍດ ທີ່ກຸ້ມຄ່າ ແຕ່ຫາກຍັງ ເປັນພິດ ທໍາລາຍຊີວິດ ປະຊາຊົນລາວ ພ້ອມທັງສັດ ສາວາສິ່ງ ແລະສ້າງຄວາມ ເສັຍຫາຍ ໃຫ້ແກ່ປ່າໄມ້ ແລະແຫລ່ງນໍ້າ ຮວມທັງ ເຊກະໝານ ຢູ່ແຂວງ ອັດຕະປື ນຳດ້ວຍ.
2010-04-30
ພຍາດໄຂ້ຍຸງ ເປັນພຍາດ ອັນຕະລາຍ ຊນິດນຶ່ງທີ່ ປະຊາຊົນລາວ ຫລາຍ ກວ່າເຄິ່ງນຶ່ງ ຂອງປະຊາກອນ ທັງໝົດ ໃນທົ່ວປະເທດ ຊຶ່ງມີປະມານ 6 ລ້ານຄົນ ມີຄວາມສ່ຽງ ຕໍ່ການຕິດເຊື້ອ ເປັນໄຂ້ຍຸງ ແລະ ຢູ່ໃນທົ່ວໂລກ ກໍມີຄວາມສ່ຽງ ຫລາຍເຊັ່ນດຽວກັນ ໃນປັດຈຸບັນນີ້. ຈໍາປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-06
ໃນຂະນະທີ່ ປະຊາຊົນ ວຽດນາມ ຕໍ່ຕ້ານແຜນການ ຂອງຣັຖບານ ຢ່າງເປີດເຜີຽ ທີ່ອະນຸມັດ ໃຫ້ຕ່າງປະເທດ ສັມປະທານທີ່ດິນ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ປະຊາຊົນລາວ ກໍເລີ້ມຮ້ອງທຸກ ຕໍ່ທາງການ ແບບສຸພາບໆ ທີ່ສຸດຫລັງຈາກ ເສັຽທີ່ດິນປູກຝັງ ໃຫ້ແກ່ ບໍຣິສັດຕ່າງ ປະເທດ. ສົມເນ ມີລາຍງານມາ ສະເໜີທ່ານ.
2010-04-01
ຢູ່ ສປປລາວ ໃນປັດຈຸບັນນີ້ ມີໂຄງການພັທນາ ໃຫຍ່ໆຫລາຍໆຢ່າງ ເປັນຕົ້ນໂຄງການ ສ້າງເຂື່ອນຜລິດໄຟຟ້າ, ການຂຸດຄົ່ນບໍ່ແຮ່, ແລະການສັມປະທານ ພື້ນທີ່ດິນ ເພື່ອການກະເສຕ. ນອກຈາກຈະສ້າງ ປະໂຫຍດແລ້ວ ໂຄງການພັທນາ ເຫລົ່ານີ້ ກັບສ້າງຄວາມ ເດືອດຮ້ອນ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ ໂດຍການທຳລາຍ ຊັພຍາກອນ ທັມມະຊາດ ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ໂພໄຊສວັດ ມີລາຍງານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-26
ການຂຸດຄົ້ນແຮ່ທາດ ໃນລາວ ໂດຍສະເພາະ ກຸ່ມທີ່ລັກຂຸດຄົ້ນ ບໍ່ໄດ້ຮັບ ອະນຸຍາດຈາກ ຣັຖບານ ໃນຫລາຍພື້ນທີ່ ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ວິຖີຊີວີດຂອງ ປະຊາຊົນ ທ້ອງຖີ່ນ ຢ່າງໃຫຍ່ຫລວງ. ສິດນີ ລາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-23
ເນື່ອງໃນໂອກາດ ວັນນໍ້າໂລກ 22 ມິນາ ສປປລາວ ຮຽກຮ້ອງໃຫ້ມີການ ປົກປັກຮັກສາ ແຫລ່ງນໍ້າ ໃຫ້ຍືນຍົງຕລອດໄປ ໃນຂະນະທີ່ ແມ່ນໍ້າຂອງບົກແຫ້ງ ປະຊາຊົນຂາດເຂີນ ນໍ້າສະອາດໃຊ້ ແລະມີການຕັດໄມ້ ທໍາລາຍປ່າ ແບບຕາມໃຈຂອງ ຜູ້ມີອໍານາດ. ຈໍາປາທອງ ມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-03-19
ການລັກຕັດໄມ້ ທໍາລາຍປ່າ ຍັງປະຕິບັດກັນຢູ່ ຢ່າງກວ້າງຂວາງ ໃນລາວ ແລະການສັມປະທານ ທີ່ດີນ ເພື່ອໂຄງການພັທນາ ບາງແຫ່ງ ໃນລາວ ກວມເອົາດິນຫລວງ ປ່າສງວນແລະປ່າຫວງຫ້າມ ອຸທຍານແແຫ່ງຊາດ. ສິດນີ ມີລາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"