ການທີ່ຣັຖບານ ວຽດນາມ ອະນຸມັດ ໃຫ້ຕ່າງປະເທດ ສໍາປະທານທີ່ດິນ ເພື່ອປູກຕົ້ນໄມ້ ອຸດສາຫະກັມ ໄດ້ກາຍເປັນບັນຫາ ທີ່ຂັດແຍ້ງທີ່ສຸດ ຕໍ່ຈິດໃຈ ແລະຄວາມມຸ້ງ ໝາຍຂອງປະຊາຊົນ ຢູ່ໃນ ປະເທດວຽດນາມ ຢູ່ໃນແຂວງພາກຕະເວັນ ອອກສ່ຽງເໜືອ.
ປະຊາຊົນທີ່ໄດ້ ຮັບຜົນກະທົບ ຈາກໂຄງການ ສັມປະທານ ໄດ້ລຸກຂື້ນເວົ້າ ເພື່ອບອກໃຫ້ ຣັຖບານຮູ້ວ່າ ເຂົາເຈົ້າຫວງແຫນ ແຜ່ນດິນຕອນນີ້ໄວ້ ເພື່ອເປັນບ່ອນ ຫາຢູ່ ຫາກິນ ຂອງເຂົາເຈົ້າ.
ເພື່ອຄວາມເຂົ້າໃຈ ບັນຫາຂັດແຍ້ງ ນີ້ໃຫ້ຄັກໆ ນັກຂ່າວຂອງໜັງ ສືພິມ VietnamNet Bridge ໄດ້ເດີນທາງອອກ ໄປແຂວງກວາງນິນ ພາກຕະເວັນອອກ ສ່ຽງເໜືອ ຂອງປະເທດ ບ່ອນທີ່ຣັຖບານ ອະນຸມັດດິນ ໃຫ້ຕ່າງປະເທດ ສັມປະທານ ເພື່ອສືບສວນຫາ ຄວາມຈິງ ຫລັງຈາກສືບສວນແລ້ວ ນັກຂ່າວພົບວ່າ ຊາວພູດອຍ ອາໃສ ປ່າໄມ້ເປັນບ່ອນ ທໍາມາຫາກິນ ແລະມີຄວາມເປັນຫ່ວງ ທີ່ສຸດທີ່ຣັຖບານ ອະນຸມັດໃຫ້ ຕ່າງປະເທດ ສັມປະທານທີ່ດິນ ເນື່ອງຈາກວ່າ ມັນມີຜົນສະທ້ອນ ຕໍ່ຊີວິດການ ເປັນຢູ່ຂອງເຂົາເຈົ້າ ເກີນກ່ວາທີ່ ເຈົ້າໜ້າທີ່ທາງການ ຄາດຄິດໄວ້. ຜູ້ທີ່ອອກສຽງ ຕໍ່ຕ້ານໂຄງການນີ້ ບໍ່ແມ່ນແຕ່ ປະຊາຊົນ ໃນທ້ອງຖິ່ນເທົ່ານັ້ນ ແຕ່ຮ່ວມດ້ວຍ ອາດີດ ນາຍພົນຂອງກອງທັບ ວຽດນາມ ທີ່ອອກກິນ ເບັ້ຽບໍານານ ແລ້ວທີ່ສະແດງ ຄວາມເປັນຫ່ວງວ່າ ທີ່ດິນທີ່ອະນຸມັດ ໄປນັ້ນ ເປັນປ່າໄມ້ດັ້ງເດີມ ປ່າໄມ້ ຫ້ວຍນໍ້າລໍາທານ ແລະມີຄວາມສໍາຄັນ ທາງດ້ານຍຸທສາດ ເຂດຊາຍແດນ.
ນັກຂ່າວລາຍງານວ່າ ຢູ່ໃນປະເທດ ວຽດນາມ ຣັຖບານໄດ້ ອະນຸມັດໃຫ້ ນັກລົງທືນຕ່າງ ປະເທດສັມປະທານ ທີ່ດິນຢູ່ໃນ 10 ແຂວງ ຂອງວຽດນາມ ໃນພື້ນທີ່ 305,000 ha. ມາຮອດປັດຈຸບັນ ຫລາຍແຂວງ ກໍໄດ້ອະນຸມັດ ທີ່ດິນປ່າໄມ້ ໃຫ້ນັກລົງທືນ ໄປແລ້ວ ຄິດເປັນເນື້ອທີ່ ທັງໝົດ 33,800 ha. ຍັງບໍ່ເທົ່ານັ້ນ ນັກຂ່າວ ຍັງເດີນທາງໄປ ສືບສວນເຣື້ອງນີ້ ຢູ່ແຂວງ ລັງເຊີນ, ກວາງນິນ, ເງອານ, ແລະກວາງນາມ. ຢູ່ແຂວງກວາງນິນ ທາງການວຽດນາມ ອະນຸມັດ ໃຫ້ບໍຣິສັດ ຈາກ ຮົງກົງ ປູກຕົ້ນໄມ້ ໃນເນື້ອທີ່ 100,000 ha ແລະໄດ້ປູກຕົ້ນ ຢູກາລິບຕັສ ໄປແລ້ວ 2,000 ha. ບໍຣິສັດນີ້ ໄດ້ດໍາເນີນໂຄງການ ປູກຕົ້ນໄມ້ຢູ່ ໃນເຂດ 6 ເມືອງ.
ນັກຂ່າວພົບວ່າ ເຂດນີ້ ເປັນເຂດທີ່ມີ ປະຊາຊົນ ຕໍ່ຕ້ານການໃຫ້ ສັມປະທານທີ່ດິນ ແກ່ນັກລົງທືນ ຕ່າງປະເທດ ຫລາຍທີ່ສຸດ ເກືອບຈະເວົ້າໄດ້ວ່າ ເຂົ້າໄປໃກ້ບໍ່ໄດ້ ພຸ້ນລະ ປະຊາຊົນ ຈະຕ້ອງຕໍ່ສູ້ໂລດ. ຊາວບ້ານພາກັນ ເວົ້າສຽງດຽວວ່າ ພວກເຂົາຈະບໍ່ ມີຊີວິດຢູ່ໄດ້ ຖ້າບໍ່ມີປ່າໄມ້. ນັກຂ່າວໄດ້ຖາມ ຄວາມເຫັນຂອງ ຊາວບ້ານ
ຫລາຍໆຄົນ. ຊາວບ້ານຜູ້ນື່ງຊື່ວ່າ Tang Coong Ven ຈາກເມືອງ ຕຽນເຢັນບອກກັບ ນັກຂ່າວວ່າ "ແນ່ນອນທີ່ສຸດ ພວກເຮົາບໍ່ເຫັນ ດີນໍາການໃຫ້ ສັມປະທານທີ່ດິນ ແກ່ນັກລົງທືນ ຕ່າງປະເທດ. ລາວວ່າ ໝູ່ບ້ານຂອງລາວ ມີປະຊາຊົນ 17 ຄອບຄົວ, 5 ຄອບຄົວ ບໍ່ມີທີ່ດິນ ປ່າໄມ້ເລີຽ ເປັນຫຍັງຣັຖບານ ຈື່ງເອົາທີ່ດີນ ໃຫ້ຕ່າງ ປະເທດເຊົ່າ? ຊາວບ້ານ ຜູ້ນື່ງອີກຊື່ວ່າ Tan A Tai ບອກກັບນັກຂ່າວວ່າ ຄອບຄົວຂອງລາວ ຕົກຢູ່ໃນ ສະພາບຂັດສົນ ເນື່ອງຈາກວ່າ ບໍ່ໄດ້ເປັນເຈົ້າ ຂອງປ່າໄມ້ ອີກແລ້ວ. ລາວວ່າຄອບຄົວ ຂອງລາວລ້ຽງຊີບ ດ້ວຍເຄື່ອງປ່າຂອງດົງ, ພວກເຂົາເຈົ້າໄປ ເອົາໄມ້ໄຜ່ມາ ຈາກປ່າເພື່ອສານ ກະຕ່າ ແລະ ເຮັດເຄື່ອງໃຊ້ຂອງສອຍ ປະຈໍາເຮືອນ.
ດຽວນີ້ຊາວຕ່າງ ປະເທດເຂົາມາແລ້ວ ຖ້າຫາກວ່າ ເຂົາເຈົ້າເຊົ່າ ເອົາທີ່ດິນທັງໝົດໄປ ເພື່ອປູກຕົ້ນ ຢູກາລິບຕັສ ຄອບຄົວຂອງຂ້ອຍ ຈະລ້ຽງຊີບແບບໃດ? ຊາວບ້ານ ຄົນນື່ງອີກ ຊື່ວ່າ Pun Tai ອາຍຸ 65 ປີເວົ້າວ່າ: ຂອບໃຈ ທີ່ມີປ່າໄມ້, ຍ້ອນປ່າໄມ້ນີ້ແລ້ວ ທີ່ຂ້ອຍເຮັດໄມ້ຟອຍ ໄປຂາຍເອົາເງິນ. ຖ້າຫາກວ່າ ຊາວຕ່າງປະເທດ ຖາງ ປ່າໄມ້ໄຜ່ ອອກໝົດ ແລ້ວປູກຕົ້ນ ຢູກາລິຍຕັສໃສ່ ພວກເຮົາ ຈະຢູ່ກິນແນວໃດ. ພວກເຮົາອາໃສປ່າ ເປັນບ່ອນລ້ຽງຊີບ, ພວກເຮົາຈະບໍ່ ເອົາປ່າໄມ້ ມອບໃຫ້ ຊາວ ຕ່າງປະເທດ.
ຢູ່ທີ່ບ້ານ ບັນດານ ຊາວບ້ານເປັນຫ່ວງ ຢ້ານເສັຽທົ່ງຫຍ້າ ໃຫ້ແກ່ຊາວຕ່າງ ປະເທດ. ຊາວບ້ານຄົນນື່ງ ຊື່ວ່າ Tang Phuc Henh ເວົ້າວ່າ ບ້ານຂອງເຮົາມີ ຄວາຍ ແລະງົວ 100 ກ່ວາໂຕ. ເຈີ້ຍພູ ບັນດານ ເປັນທົ່ງຫຍ້າສໍາລັບ ໃຫ້ງົວຄວາຍຂອງ ເຂົາເຈົ້າ. ຖ້າຫາກວ່າ ຄົນຕ່າງປະເທດ ເຊົ່າທີດິນໄປ ໝົດແລ້ວ ງົວຄວາຍຂອງເຮົາ ຈະໄປກິນຫຍ້າ ຢູ່ໃສ? ຈະເປັນ ຈະຕາຍກໍຊ່າງ ພວກເຮົາຈະຕໍ່ສູ້ ບໍ່ໃຫ້ທົ່ງຫຍ້າ ຂອງເຮົາຕົກເປັນ ຂອງຕ່າງປະເທດ.
ທ້າວ La Van Vi ເລຂາທິການ ຈັດຕັ້ງຊາວຫນຸ່ມ ປະຈໍາຕາແສງ Ha Lau ແລະ ອີກ 13 ຄອບຄົວຈາກບ້ານ Ban Buong ເວົ້າວ່າ ພວກຕົນບໍ່ເຫັນ ພ້ອມນໍາທີ່ຈະ ເອົາທີ່ດິນ ໃຫ້ນັກລົງທືນ ຕ່າງປະເທດ. ທ້າວ La Van Li ຖາມນັກຂ່າວວ່າ ເປັນຫຍັງພວກເຮົາ ຈະຕ້ອງເອົາດີນ ໃຫ້ຕ່າງປະເທດ ແລ້ວເປັນລູກຈ້າງ ເຂົາ. ລາວວ່າ ຄົນເຮົາອອກລູກໄດ້ ແຕ່ແຜ່ນດິນອອກ ລູກບໍ່ໄດ້. ຖ້າຫາກວ່າຊາວຕ່າງ ປະເທດ ເປັນເຈົ້າຂອງທີ່ດິນ 50 ປີ ແລ້ວລູກຂອງຂ້ອຍ ຫລານຂອງຂ້ອຍ ບໍ່ຮູ້ຈັກວ່າ ຈະເຮັດ ຫຍັງກິນ. ນັກຂ່າວວຽດນາມ ກໍເດີນທາງໄປ ຕາມບ້ານຕ່າງໆ ສືບສວນຄວາມເຫັນ ຂອງປະຊາຊົນ ໄປເລື້ອຍໆ, ເມື່ອຖາມ ປະຊາຊົນຢູ່ ໃນບ້ານ Ban Khuong ທີ່ເປັນລູກຈ້າງ ຂອງບໍຣິສັດ ຈາກຮົງກົງ ເວົ້າວ່າ ຕອນທໍາອິດນັ້ນ ບໍຣິສັດປູກ ຕົ້ນໄມ້ຈ້າງເຂົາເຈົ້າ ເຮັດວຽກຢູ່ໃນສວນ ໃນຣາຄາຖືກຫລາຍ ວັນນື່ງມີແຕ່ 70,000 ດົງ ຫລືປະມານ 4. Usd ເທົ່ານັ້ນ ແຕ່ວ່າເຂົາຕ້ອງ ເຮັດວຽກໜັກ ຕັດຕົ້ນໄມ້ ແບກຫາບຖົງປູ໊ຍ ແລະເບັ້ຽໄມ້ ຂື້ນຈອມພູ ມັນບໍ່ກຸ້ມຄ່າແຮງງານ.
ບັດນີ້ ນັກຂ່າວໄດ້ສອບຖາມ ເຈົ້າໜ້າທີ່ທາງການ ໃນທ້ອງຖິ່ນທີ່ ອະນຸມັດ ທີ່ດິນໃຫ້ ຕ່າງປະເທດ ສັມປະທານ ໃນຄໍາຖາມວ່າ ເປັນຫຍັງຈື່ງ ອະນຸມັດທີ່ດິນ ໃຫ້ຕ່າງ ປະເທດ.
ສໍາປະທານ ສ່ວນປະຊາຊົນ ບໍ່ມີສິດເປັນເຈົ້າຂອງ ທີ່ດິນປ່າໄມ້. ປະທານ ຕາແສງ Ha Lau ທ່ານ Hoang Vinh Hai ຕອບນັກຂ່າວວ່າ ອໍານາດການປົກຄອງ ພຍາຍາມ ຈະອານຸມັດ ທີ່ດິນໃຫ້ ປະຊາຊົນໃນ ທ້ອງຖິ່ນແຕ່ເຂົາ ເຈົ້າປະຕິເສດ ບໍ່ເອົາ. ເມື່ອສອບຖາມນໍາ ເຈົ້າໜ້າທີຂັ້ນສູງ ຂື້ນໄປອີກ ຢູ່ສູນກາງການ ປົກຄອງເມືອງ ຕຽນເຢັນ ເຈົ້ານ້າທີ່ຄົນນັ້ນ ກໍໃຫ້ຄໍາຕອບ ໄປຢ່າງນື່ງອີກວ່າ ຫລັງຈາກໄດ້ອະນຸມັດ ທີ່ດິນ ໃຫ້ບໍຣິສັດ ຕ່າງປະເທດ ສັມປະທານແລ້ວ ເຮົາໄດ້ສ້າງ ບ້ານເຮືອນໃໝ່ໃຫ້ ປະຊາຊົນ ແລ້ວຍັງໂຄສະນາ ຕໍ່ໄປວ່າ ອໍານາດການປົກຄອງ ຮູ້ດີວ່າ ປະຊາຊົນ ບໍ່ທັນມີທີ່ດິນເທື່ອ ທາງອໍານາດ ການປົກຄອງ ໄດ້ເຊື້ອເຊີນໃຫ້ ເຂົາເຈົ້າເຮັດ ຄໍາຮ້ອງ ມາແລ້ວ ແຕ່ເຂົາເຈົ້າບໍ່ເຮັດ ວ່າຈັ່ງຊັ້ນ. ເມື່ອນັກຂ່າວ ຖາມຫລາຍ ເຈົ້າໜ້າທີ່ຄົນ ນັ້ນກໍຕອບວ່າ ພວກເຮົາ ປະຕິບັດຕາມ ຄໍາສັ່ງຂອງພັກ ຂອງຣັຖ. ນີ້ຄືປະສົປການ ຂອງຊາວບ້ານຢູ່ ໃນວຽດນາມຊື່ ງອາດເປັນຕົວຢ່າງ
ແກ່ຊາວລາວໄດ້:
ບັດນີ້ເຮົາຂໍຫັນ ມາເວົ້າເຖິງປະຊາຊົນລາວ ເຮົາ ມີແຂວງໃດແດ່ ທີ່ປະຊາຊົນສະແດງ ຄວາມຂັດຂ້ອງ ໝອງໃຈຕໍ່ໂຄງການ ປູກຕົ້ນໄມ້ ອຸດສາຫະກັມ ຫລືໂຄງການ ພັທນາອື່ນໆ ທີ່ຣັຖບານ ອະນຸມັດໃຫ້ຕ່າງ ປະເທດສັມປະທານ?. ເທົ່າປັດຈຸບັນ ປາກົດວ່າ ມີປະຊາຊົນ ບໍ່ຫນ້ອຍເຊັ່ນກັນ ຕໍ່ຕ້ານ ຍ້ອນວ່າ ຫລາຍໂຄງການ ໄດ້ສ້າງ ຜົນກະທົບຕໍ່ຊີວິດ ການເປັນຢູ່ ແລະສິດທິຂອງ ເຂົາເຈົ້າ ແລະເຂົາເຈົ້າບໍ່ໄດ້ ຮັບຄ່າຕອບແທນ ທີ່ເໝາະສົມ. ຍົກຕົວຢ່າງຢູ່ ໃນແຂວງ ອັດຕະປື ມີປະຊາຊົນ ຮຽກຮ້ອງ ໄປຍັງຫ້ອງການ ປົກຄອງແຂວງ ຫລັງຈາກໂຄງການ ສັມປະທານທີ່ດີນ ຂອງວຽດນາມ ໄດ້ໄປທັບເອົາ ເນື້ອທີ່ປູກຝັງ ຂອງປະຊາຊົນ ຢ່າງບໍ່ເປັນທັມ ດັ່ງເຈົ້າໜ້າທີ່ ຫ້ອງວ່າການ ແຂວງອັດຕະປື ໄດ້ກ່າວຢູ່ໃນ ກອງປະຊຸມແຂວງ ເມື່ອປະມານເລີຽກາງເດືອນ ມິນາຜ່ານມາ ໃນຕອນນື່ງວ່າ:
"ຄືສ່ວນນື່ງກໍຖືກ ຢູ່ເມືອງຊານໄຊ ທໍາອິດຫັ້ນຖືກ ນ້ອຍດຽວ 1,000 ha. ເອົາໄປເອົາມາ ດຽວນີ້ໝົດ ເນື້ອທີ່ພໍ່ແມ່ ປະຊາຊົນ ຢູ່ຟາກ ເຊກະໝານ ເບິ່ງ ນະຄໍາຮ້ອງ ທຸກ ຂອງປະຊາຊົນ ຈົນຢາກເຕັມແຟັມນື່ງ ໄຮ່ນາຮົ້ວສວນ ເຂົາເຈົ້າບໍ່ເຫລືອ. ເຂົາເຈົ້າຈົນໄດ້ ເວົາກັນວ່າດຽວນີ້ ມີບໍຄະນະ ກັມມະການ ຄຸ້ມຄອງບໍຣິສັດ. ປາກົດວ່າມີ ມີໃຜແດ່ຄືບໍ່ ເຫັນມາເຮັດໜ້າທີ່ການເມືອງ. ຖ້າວ່າຖືກແທ້ກັບດິນສໍາປະທານນີ້ ຄືບໍ່ເຮັດໜ້າທີ່ການເມືອງ. ຄັນບໍ່ຖືກ ຈະເຮັດໜ້າທີ່ ການເມືອງກັບ ປະຊາຊົນ ແນວໃດ?
ທ່ານຍັງ ອະທິບາຍ ຕໍ່ໄປວ່າ ໃນສະພາບໂຕຈິງ ປັດຈຸບັນນີ້ ປະຊາຊົນຢູ່ໃນແຂວງ ຫລາຍໆຄອບຄົວ ບໍ່ມີທີ່ດິນ ສໍາລັບປູກຝັງ ເນື່ອງຈາກວ່າ ບໍຣິສັດໄດ້ ຢືດເອົາທີ່ດິນ
ໄປໝົດແລ້ວ. ນອກນັ້ນການຮ້ອງ ທຸກຂອງປະຊາຊົນ ມີຂື້ນຢູ່ໃນແຂວງ ຜົ້ງສາລີ ກ່ຽວກັບ ບໍຣິສັດ ຂຸດຄົ້ນແຮ່ທາດ ຂອງຈີນ ທໍາລາຍ ສິ່ງແວດລ້ອມ, ແລະ ນັກລົງທືນ ຈີນບຸກລຸກພື້ນທີ່ ປ່າໄມ້ຫວງຫ້າມ ຂອງຣັຖ ໂດຍທີ່ອໍານາດ ການປົກຄອງໃນ ທ້ອງຖິ່ນບໍ່ ສາມາດແກ້ໄຂໄດ້. ຢູ່ໃນເຂດ ເສຖກິດພິເສດ ແຂວງຫລວງນໍ້າທາ ນັກລົງທືນ ຈີນ ຖອກເທສິ່ງໂສໂຄກ ແລະຂີ້ເຫຍື່ອລົງໃສ່ ນໍ້າຫ້ວຍສາມສາຍ ແລະໄຫລລົງສູ່ແມ່ນໍ້າເຊ ທຸງວັນລະຫລາຍໂຕນ ຈົນວ່າປະຊາຊົນ ບໍ່ສາມາດ ໃຊ້ນໍ້າໄດ້.
ການກະທໍາດັ່ງກ່າວ ເກີດມາດົນນານ ແລ້ວ ເທົ້າປານນີ້ ບໍ່ທັນຖືກແກ້ໄຂ. ກໍຣະນີເຂດ ບືງທາດຫລວງ ແລະຕາມເສັ້ນທາງ 450 ປີ ປະຊາຊົນມີ ຄວາມຂັດຂ້ອງ ທີ່ເສັຽທີ່ດິນ ໃຫ້ຣັຖໂດຍໄດ້ ຮັບຄ່າຕອບແທນນ້ອຍ. ຖ້າຈະໄລ່ມາ ໃນທຸກໆແຂວງແລ້ວ ຍັງມີຫລາຍ ກໍຣະນີ ທີ່ປະຊາຊົນ ຮ້ອງທຸກ. ບັນຫາມີຢູ່ວ່າ ເມື່ອທາງການຮູ້ ແລ້ວ ບໍ່ຮູ້ວ່າຍາມໃດ ບັນຫາເຫລົ່ານັ້ນ ຈະຖືກແກ້ໄຂ ຢ່າງເປັນທັມ.