ເຂື່ອນສ້າງຄວາມເສັຽຫາຍ ຕໍ່ທັມມະຊາດ
2010.10.14
ກົດຟັງສຽງ
ການສ້າງເຂື່ອນໄຟຟ້າ ຢູ່ໃນທົ່ວໂລກ ມີຜົລກະທົບ ໄປໃນທາງທີ່ບໍ່ດີ ທັງຕໍ່ທັມມະຊາດ, ສິ່ງແວດລ້ອມ ແລະ ຕໍ່ປະຊາຊົນເຖິງ 472 ລ້ານຄົນ. ທ່ານ Patric Mckelly ຜູ້ອໍານວຍການ ແມ່ນໍ້າ ນາໆຊາດ ໄດ້ ເປີດເຜີຍ ຢູ່ໃນກອງປະຊຸມ ຄັ້ງທີ 3 ກ່ຽວກັບຜົລກະທົບ ຈາກເຂື່ອນ ແລະຜູ້ໄດ້ຮັບຜົລກະທົບ ຈາກເຂື່ອນ ທີ່ເມືອງ ເທມາກາປູລິນ ປະເທດແມກຊິກໂກ ເມື່ອຕົ້ນປີ 2010 ວ່າ ທົ່ວໂລກ ມີເຂື່ອນຂນາດໃຫຍ່ ທີ່ ສ້າງແລ້ວ 4500 ກວ່າແຫ່ງ. ແຕ່ໃນກຸ່ມ ປະເທດຢູໂຣບ ແລະ ອະເມຣິກາເໜືອ ໄດ້ມ້າງເຂື່ອນຖີ້ມ ຫລາຍແລ້ວ ເນື່ອງຈາກວ່າ ມັນມີຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຣະບົບ ນິເວດວິທຍາ ແລະ ຕໍ່ວິຖີຊີວິດ ຂອງປະຊາຊົນ ຈໍານວນ ຫລວງຫລາຍ. ກົງກັນຂ້າມ ຢູ່ປະເທດທີ່ ກໍາລັງພັທນາ ຊໍ້າພັດກັບມາເລັ່ງ ສ້າງເຂື່ອນ ຫລາຍຂຶ້ນນໍາເລື້ອຍໆ ເຊັ່ນ ປະເທດຕ່າງໆ ໃນອະເມຣິກາໃຕ້, ອາຟິຣກກາ ແລະເອເຊັຽ.
ເວົ້າສະເພາະ ໃນທະວີບເອເຊັຽ ທ່ານສີພັດ ທໍາມະດີກາລີ ນັກວິຊາການ ຈາກປະເທດອິນເດັຽ ເວົ້າກ່ຽວກັບຜົລກະທົບ ທີ່ກ່າວມານັ້ນວ່າ ການສ້າງເຂື່ອນໃນ ແມ່ນໍ້າຫລາຍສາຍ ທີ່ມີຕົ້ນນໍ້າ ມາຈາກພູເຂົາ ຫິມາລັຍ ເຊັ່ນ ແມ່ນໍ້າພົມມະບຸດ, ແມ່ນໍ້າສາລະວິນ ແລະແມ່ນໍ້າຂອງ ເຮັດໃຫ້ເກີດຜົລ ກະທົບ ຕໍ່ສະພາບ ພູມີອາກາດ. ເມື່ອພາວະໂລກຮ້ອນ ຮຸນແຮງຂຶ້ນ ໃນຕອນທໍາອິດ ນໍ້າກ້ອນ ຢູ່ພູເຂົາຫິມາລັຍ ກໍຈະລະລາຍ ເປັນນໍ້າໄຫລລົງມາ ເຂື່ອນ ທີ່ກັກນໍ້າໄວ້ນັ້ນ ຫລາຍຂຶ້ນ. ເມື່ອຕົ້ນນໍ້າ ລະລາຍໄປແລ້ວ ປະລິມານນໍ້າ ກໍຈະຫລຸດໜ້ອຍລົງ ນໍາເລື້ອຍໆ ເຮັດໃຫ້ຣະດັບນໍ້າ ໃນເຂື່ອນ ຫລຸດລົງບໍ່ເປັນໄປ ຕາມແຜນ ທີ່ໄດ້ວາງເອົາໄວ້.
ນັກສັງຄົມສາດ ສະຫະຣັຖ ອະເມຣິກາ ເວົ້າວ່າ ມີຜູ້ຄົນໄດ້ຮັບ ຄວາມເດືອດຮ້ອນ ໃນທົ່ວໂລກ ຫລາຍກວ່າ 472 ລ້ານຄົນ ຊຶ່ງສ່ວນໃຫຍ່ ມັກຈະບໍ່ໄດ້ ຮັບຄ່າຊົດເຊີຍ ຄວາມເສັຽຫາຍ ຮວມທັງຄ່າຊັບສິນ ທີ່ເສັຽຫາຍ, ຄ່າດິນທໍາມາຫາກິນ, ຄ່າບ້ານເຮືອນທີ່ພັກອາສັຍ.
ເວົ້າສະເພາະ ການສ້າງເຂື່ອນ ໃສ່ລໍານໍ້າຂອງ ບໍ່ວ່າ ຈະສ້າງໃສ່ໃນເຂດ ຕົ້ນນໍ້າ ຫລືລຸ່ມນໍ້າ Dr. Richard Cronin ເຈົ້າໜ້າທີ່ອາວຸໂສ ປະຈໍາສູນ Stimson ອາເມຣິກາ ກ່າວວ່າ:
ທ່ານວ່າ ລັກສະນະຂອງ ທັງ 8 ເຂື່ອນທີ່ໃຫຍ່ ຊຶ່ງຈີນສ້າງໃສ່ນໍ້າຂອງ ຕອນເທິງ ແລະດຽວນີ້ 11 ໂຄງການເຂື່ອນ ທີ່ສເນີສ້າງໃສ່ ລໍານໍ້າຂອງຕອນລຸ່ມ ໂດຍສະເພາະຈາກ ກັມພູຊາ ແລະລາວນັ້ນ ແຕກຕ່າງກັນ ແຕ່ຈະສົ່ງຜົລ ກະທົບ ບໍ່ດີສໍ່າໆກັນ. ການສ້າງເຂື່ອນໄຟຟ້າ ກັ້ນແມ່ນໍ້າຂອງ ນັກວິຊາການ ຕ່າງກໍວ່າ ກະທົບຕໍ່ລໍານໍ້າ ສາຂາເຖິງ 40% ປາປະມານ 40 ສາຍພັນ ຈະບໍ່ສາມາດ ເຄື່ອນຍ້າຍ ໄປວາງໄຂ່ຕາມລໍານໍ້າ ສາຂາໄດ້.
ໂຄງການເຂື່ອນ ລາດເສືອ ທີ່ເມືອງປາກເຊ ແຂວງຈໍາປາສັກ ຂອງລາວ ເປັນເຂື່ອນຂນາດ 800 ແມັກກາວັດ ຊຶ່ງບໍຣິສັດ ຈະເຣີນ Energy ຂອງໄທ ໄດ້ຮັບສັມປະທານ ໃນການກໍ່ສ້າງ ແລະ ຜລິດ ກະແສໄຟຟ້າ ຈາກຣັຖບານ ສປປລາວ ຈະສົ່ງຜົລກະທົບ ຕໍ່ປາ ທີ່ເຄື່ອນຍ້າຍ ໃນເຂດແມ່ນໍ້າມູນ ແລະ ແມ່ນໍ້າຊີ ອັນສ້າງຜົນກະທົບ ຫລາຍກວ່າເຂື່ອນອື່ນໆ ຢູ່ທາງຕອນເທິງ ຂອງແມ່ນໍ້າຂອງ ແລະເຂື່ອນໄຟຟ້າ ໄຊຍະບູຣີ ຊຶ່ງບໍຣິສັດ ຊໍການຊ່າງ ຈະເປັນຜູ້ລົງທຶນ ປັຈຈຸບັນນີ້ ທາງບໍຣິສັດ ໄດ້ສົ່ງຣາຍງານ ກ່ຽວກັບການສຶກສາ ຄວາມເປັນໄປໄດ້ ແລະ ປະເມີນຜົລກະທົບ ຂອງໂຄງການ ໃຫ້ຣັຖບານ ສປປລາວ ແລະຣັຖບານ ສປປລາວ ກໍໄດ້ສົ່ງ ຣາຍງານນັ້ນ ໃຫ້ຄນະກັມມາທິການ ແມ່ນໍ້າຂອງ ເພື່ອສຶກສາແລະ ໃຫ້ຄໍາແນະນໍາແລ້ວ.
ມາດາມ Aviva Imhop ຜູ້ອໍານວຍການ ອົງການ ເຄືອຂ່າຍ ແມ່ນໍ້າສາກົລ ເຂດເອເຊັຽ ກ່າວກ່ຽວກັບເຂື່ອນ ທີ່ສເນີສ້າງ ໃສ່ລໍານໍ້າຂອງ ຮວມທັງເຂື່ອນ ໄຊຍະບູຣີ ໃນລາວ ໃນກອງປະຊຸມ ຟັງຄໍາຊີ້ແຈງ ກ່ຽວກັບບັນຫາ ແມ່ນໍ້າຂອງ ທີ່ສະພາສູງສະຫະຣັຖ ໃນນະຄອນຫລວງ Washington DC ເມື່ອບໍ່ນານມານີ້ວ່າ ຈະສົ່ງຜົລກະທົບ ຢ່າງໃຫຍ່ຕໍ່ທັງຄົນ ແລະ ຣະບົບນິເວດ ທັມມະຊາດ. Dr. Carl Middleton ນັກວິຊາການ ຊາວອັງກິດ ຈາກ ມະຫາວິທະຍາລັຍ ຈຸລາລົງກອນ ກໍມີຄວາມເຫັນ ທີ່ຄືກັນນັ້ນວ່າ:
"ໂຄງການເຂື່ອນ ໄຊຍະບູຣີ ຈະສົ່ງຜົນກະທົບ ຮ້າຍແຮງ ໃສ່ທັງປະຊາຊົນ ແລະຣະບົບນິເວດ ໃນແມ່ນໍ້າຂອງ ຊຶ່ງແທ້ຈິງແລ້ວ ບໍ່ມີເຫດຜົລໃດໆເລີຍ ທີ່ຈະໃຫ້ໂຄງການ ນີ້ເດີນໜ້າ ຂນະທີ່ມີທາງເລືອກ ເລື່ອງພະລັງງານ ທີ່ດີກວ່ານີ້ ແລະວ່າ ຫລາຍຄົນ ຄົງເຫັນຄືກັນວ່າ ແມ່ນໍ້າຂອງມີຄວາມ ສໍາຄັນ ພໍທີ່ຈະໄດ້ຮັບ ການປົກປ້ອງ ຫລາຍກວ່າຈະສ້າງ ເຂື່ອນໄຟຟ້າໃສ່".
ເພາະຖ້າເວົ້າເຖິງ ປະຊາຊົນ ທີ່ຈະໄດ້ຮັບ ຜົລກະທົບນັ້ນ ທ່ານວ່າ ຈະມີຢ່າງໜ້ອຍ 2-3 ພັນຄົນຖືກໂຍກຍ້າຍ. ແລະອາຈຈະມີອີກປະມານ 2 ຮ້ອຍຄົນ ທີ່ຢູ່ໃກ້ເຂດໂຄງການ ເຂື່ອນນັ້ນ ໄດ້ຮັບຜົລກະທົບ ດ້ານໃດ ດ້ານນຶ່ງ. ແຕ່ບັນຫານຶ່ງອີກ ທີ່ໜ້າກັງວົນຍິ່ງ ກໍຄື ການອາວະສານຂອງ ພັນປາບຶກ ທັມມະຊາດ ຊຶ່ງເປັນປາທີ່ ປະຊາຊົນ ລາວແລະໄທ ຖືວ່າ ເປັນປາເອກລັກ ຂອງແມ່ນໍ້າຂອງນັ້ນ.
ເຂື່ອນໄຊຍະບູຣີ ຈະມີອ່າງເກັບນໍ້າ ຍາວເຖິງ 95 ຫລັກກິໂລແມັຕ, ແລະກໍຄາດກັນວ່າ ຈະເປັນໂຄງການ ເຂື່ອນໄຟຟ້າໂຄງການ ທໍາອິດ ທີ່ກໍລັງປະຕິບັດ ຕາມຂັ້ນຕອນຕ່າງໆ ເພື່ອກ້າວເຖິງການກໍ່ສ້າງ ໃນຕົວຈິງ ຊຶ່ງຈະສາມາດຜລິດ ກະແສໄຟຟ້າໄດ້ 1260 ແມັກກາວັດ ແລະຈະເລີ່ມຜລິດໄດ້ ໃນຣະຫວ່າງປີ 2016. ອີກໂຄງການນຶ່ງ ທີ່ວິຕົກກັງ ວົນກັນຫລາຍນັ້ນ ກໍຄື ໂຄງການເຂື່ອນ ດອນສະໂຮງ ໃນເຂດເມືອງໂຂງ ແຂວງຈໍາປາສັກ ຊຶ່ງອາຈຈະເປັນໂຄງການ ທີສອງທີ່ສ້າງ ໃສ່ລໍານໍ້າຂອງ. ຕາມຄໍາເວົ້າຂອງ Dr. Carl Middleton ແລ້ວແມ່ນວ່າ ໂຄງການເຂື່ອນ ດອນສະໂຮງ ຈະໄປຕັນ ທາງຂຶ້ນລ່ອງຂອງ ໝູ່ປາອົພຍົບ ໂດຍສະເພາະ ໃນຣະດູແລ້ງ ຣະຫວ່າງກັມພູຊາ ແລະ ເຂດພາກໃຕ້ຂອງ ລາວ:
"ແລະທ່ານກໍຄິດວ່າ ແຜນການສ້າງເຂື່ອນ ທັງ 11 ແຫ່ງໃສ່ແມ່ນໍ້າຂອງ ທີ່ມີຄວາມສໍາຄັນ ຢ່າງຍິ່ງ ເລື່ອງການປະໂມງ ທີ່ຊຸບລ້ຽງປະຊາຊົນ ຫລາຍລ້ານຄົນ ແລະຂນະທີ່ຍັງມີ ທາງເລືອກອື່ນໃນການ ໄດ້ມາຊຶ່ງ ພະລັງງານນັ້ນ ຄວນຈະຮັກສາ ແມ່ນໍ້າຂອງໃຫ້ປອດຈາກ ເຂື່ອນຕ່າງໆ".
ເວົ້າເຖິງການສ້າງເຂື່ອນ ດ້ານນຶ່ງ ກໍມີຜົລດີ ຜົລດີໃຫ້ແກ່ການ ພັທນາປະເທດ, ມີໄຟຟ້າໃຊ້ ພາຍໃນປະເທດ, ຖ້າມີຫລາຍກໍໄດ້ຂາຍ ໃຫ້ປະເທດເພື່ອນບ້ານຫລາຍ ມີຣາຍໄດ້ເຂົ້າ ປະເທດຫລາຍ ຊຶ່ງສປປລາວ ກໍຫວັງຈະເປັນ ໝໍ້ໄຟໃຫຍ່ ຫລືເປັນຜູ້ຂາຍ ໄຟຟ້າ ໃຫ້ປະເທດຕ່າງໆ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຍທີ່ວ່າ ຈະສ້າງໃຫ້ໄດ້ເຖິງ 72 ແຫ່ງ. ແຕ່ອີກດ້ານນຶ່ງ ການສ້າງເຂື່ອນໄຟຟ້າ ຈະເຮັດໃຫ້ມີ ຜົລກະທົບ ອັນບໍ່ດີຕໍ່ ທັມມະຊາດ ແລະສິ່ງແວດລ້ອມ, ສ້າງຄວາມເສັຽຫາຍ ໃຫ້ແກ່ປະຊາຊົນລາວ ເປັນຈໍານວນຫລວງຫລາຍ ທັງທີ່ດິນ ທໍາມາຫາກິນ, ບ້ານເຮືອນແລະ ວິຖີຊີວິດຂອງ ພວກເຂົາເຈົ້າ. ພ້ອມກັນກັບໂຮງຈັກ ໂຮງງານ ອຸດສາຫະກັມ, ເຮືອຂົນສົ່ງແລ້ວ ເຂື່ອນໄຟຟ້າ ກໍຈະເຮັດໃຫ້ ແມ່ນໍ້າຂອງ ເປິເປື້ອນ ມີສານພິດເຄມີ ປະເພດຕ່າງໆ ຮວມທັງເຊື້ອ bacteria ປະເພດ E. Cola ແລະບາງເຂດ ກໍມີແຮ່ທາດເຫລັກ, ທາດ mercury ທາດແຄດນຽມ ຈາກການຂຸດແຮ່ທາດ ຊຶ່ງເປັນສານພິດ ເປັນອັນຕຣາຍ ແກ່ມະນຸດແລະສັດ, ແກ່ການບໍຣິໂພກ ແລະ ການປູກຝັງ-ລ້ຽງສັດ.
ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນ ໃນການປົກປັກຮັກສາ ແຫລ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມ ອຸດົມສົມບູນ ຍ້ອນວ່າ ມັນມີຜົລປະໂຫຍດ ທີ່ຫລີກລ້ຽງບໍ່ໄດ້. ທ່ານ Govindan Parayil ຜູ້ອໍານວຍການ ມະຫາວິທະຍາລັຍ ສະຫະປະຊາຊາດ ທີ່ມີສູນກາງຢູ່ ກຸງໂຕກຽວ ປະເທດຍີ່ປຸ່ນ ກ່າວວ່າ ການປົກປັກ ຮັກສາຊີວະນາໆພັນ ປາຊນິດໃໝ່ ອາຫານ ແລະຊັພຍາກອນ ນາໆຊນິດ ແມ່ນມີຜົລປະໂຫຍດ ຢ່າງຫລວງຫລາຍ.
ໃນເມື່ອມີການ ສ້າງເຂື່ອນ ສ້າງໂຮງງານໄຟຟ້າ ຖ່ານຫີນລິກໄນທ ຕາມການສໍາຣວດ ເບື້ອງຕົ້ນ ຢູ່ປະເທດລາວ ມີປະຊາຊົນ ທີ່ຕ້ອງໄດ້ໂຍກຍ້າຍ ອອກຈາກຖີ່ນເດີມ ຂອງພວກເຂົາເຈົ້າເຖິງ 1 ແສນຄົນ ແລະມີປະຊາຊົນ ທີ່ໄດ້ຮັບຜົລກະທົບ 2 ແສນກວ່າຄົນ. ການສ້າງເຂື່ອນ ເຮັດໃຫ້ຊີວະນາໆພັນ ແລະຊັພຍາກອນຕ່າງໆ ສູນຫາຍໄປແລ້ວ ເຮັດແນວໃດ ຊີວິດການເປັນຢູ່ຂອງ ປະຊາຊົນ ຈະເປັນໄປໄດ້ ຕາມປົກກະຕິ, ມີການຢູ່ດີ ກິນດີໄດ້.
ທ່ານ Carl Middleton ນັກວິຊາການອັງກິດ ຍັງໄດ້ເວົ້າເຖິງ ເຂື່ອນນໍ້າເທີນສອງ ໃນເຂດເມືອງນາກາຍ ແຂວງຄໍາມ່ວນ ຂອງລາວ ຢູ່ໃນກອງປະຊຸມ ກ່ຽວກັບການ ໃຊ້ພະລັງງານ ໄຟຟ້າຂອງໄທ ກັບຄວາມຮັບຜິດ ຊອບ ຕໍ່ສັງຄົມຢູ່ໃນເຂດ ແມ່ນໍ້າຂອງຕອນລຸ່ມ ເມື່ອວັນທີ 6 ຕຸລາ 2010. ທ່ານ ວ່າ ເຖິງແມ່ນວ່າ ທະນາຄານໂລກ ຮັບປະກັນໂຄງການ ເຂື່ອນໄຟຟ້າ ນໍ້າເທີນ 2 ໂດຍມີແຜນການ ຮັປກັນຊີວິດການເປັນຢູ່ ທີ່ດີຫລາຍ ສໍາລັບ ປະຊາຊົນ ແຕ່ໃນພາກ ປະຕິບັດ ຕົວຈິງ ເຫັນວ່າ ປະຊາຊົນ ໂດຍສະເພາະ ຜູ້ທີ່ຖືກໂຍກຍ້າຍ ອອກຈາກຖິ່ນເດີມ ໄປຢູ່ພູພຽງນາກາຍ ປັບຕົວເຂົ້າບໍ່ໄດ້ ກັບບ້ານໃໝ່ ແລະ ມີຊີວິດການເປັນຢູ່ ຫຍູ້ງຍາກຫລາຍ ຂຶ້ນກວ່າເກົ່າ.