ວັນນໍ້າໂລກ 22 ມິນາ 2010
2010.03.23
ນ້ຳເປັນຊັພຍາກອນ ອັນລ້ຳຄ່າ ແລະຂາດບໍ່ໄດ້ ສຳລັບສັພສິ່ງ ທັງປວງ ທີ່ມີຊີວິດຢູ່ ໃນໂລກ. ດັ່ງນັ້ນ ຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງໄດ້ຮັບ ການຄຸ້ມຄອງ, ນຳໃຊ້ ແລະ ພັທນານ້ຳ ໃຫ້ຄົງຕົວຢູ່ ຕລອດໄປ ແລະ ທັງຮັບປະກັນ ປະຣິມານ ແລະຄຸນນະພາບ ນຳດ້ວຍ. ແຕ່ສະພາບຂອງນ້ຳ ໃນປັດຈຸບັນ ຖືກຂົ່ມຂູ່ຢ່າງ ຮ້າຍແຮງ ທັງຈາກ ທັມມະຊາດ ແລະຈາກການກະທຳ ຂອງຜູ້ຄົນເອງ.
ໃນປີນີ້ ເກີດໄພແຫ້ງແລ້ງ ຂະໜາດໃຫຍ່ ເປັນຕົ້ນຢູ່ພາກ ຕາເວັນຕົກສ່ຽງໃຕ້ ຂອງປະເທດຈີນ ເຊັ່ນຢູ່ແຂວງ ຍຸນນ່ານ ຊຶ່ງເປັນເຂດນຶ່ງ ທີ່ປະເຊີນກັບໄພ ແຫ້ງແລ້ງ ຢ່າງໜັກໜ່ວງ. ນັບແຕ່ຣະດູ ໃບໄມ້ລົ່ນ ປີທີ່ແລ້ວມາ ຢູ່ຫລາຍເຂດ ອັນຮວມທັງ ແຂວງ ຍຸນນ່ານ, ເຊສວນ ແລະ Guizhou, ເຂດປົກຄອງຕົນເອງ Guangxi Zhuang ແລະ Chongqing ມີຝົນຕົກໄດ້ ນ້ຳພຽງເຄິ່ງດຽວ ຖ້າທຽບໃສ່ຝົນຕົກ ໃນແຕ່ລະປີ ແລະນ້ຳ ທີ່ກັກເກັບໄວ້ ກໍບົກແຫ້ງລົງ. ໄພດັ່ງກ່າວ ສົ່ງຜົນກະທົບໃສ່ ປະຊາຊົນຈີນ ຫລາຍກວ່າ 70 ລ້ານຄົນ. ປະຊາຊົນ ຫລາຍກວ່າ 16 ລ້ານຄົນ ແລະສັດລ້ຽງ 11 ລ້ານຕົວ ຂາດເຂີນນ້ຳ.
ຄວາມເດືອດຮ້ອນ ທີ່ວ່ານັ້ນ ລາມລົງມາຮອດ ປະເທດຕ່າງໆ ທີ່ແມ່ນ້ຳຂອງ ໃຫລຜ່ານ ຍ້ອນນ້ຳບົກແຫ້ງ ລົງຫລາຍກວ່າ ປົກກະຕິ ຊຶ່ງສ່ວນນຶ່ງວ່າ ເປັນຍ້ອນທາງການ ຈີນ ຕັນແມ່ນ້ຳຂອງ ເອົາໄວ້ ເພື່ອເອົານ້ຳໄປ ໃຊ້ສຳລັບຜົນ ປະໂຫຍດຂອງຕົນ ໂດຍທີ່ບໍ່ຄຳນຶງ ເຖິງຜົນກະທົບຈາກ ການຂາດແຄນນ້ຳ ຂອງປະຊາຊົນ ຜູ້ຢູ່ຕອນລຸ່ມ ຂອງແມ່ນ້ຳຂອງ ຮວມທັງ ປະຊາຊົນລາວ ນຳດ້ວຍ ດັ່ງ ນັກວິຊາການລາວ ທ່ານນຶ່ງເວົ້າວ່່າ:
"ອັນນີ້ ເວົ້າເຖິງຊີວິດການ ເປັນຢູ່ຂອງ ປະຊາຊົນ ມີຄວາມເດືອດຮ້ອນ ແນ່ນອນ ຜົນກະທົບແນ່ນອນ ອາດຈະເຖິງຊີວິດ ຂອງມະນຸດ ຖ້າວ່າເຮົາບໍ່ຊ່ວຍ ກັນຮັກສາ ແນ່ນອນຄວາມຫາຍນະ ມັນກໍຫຍັບເຂົ້າມາ ສິຈໍ້ແລ້ວນະ".
ເມື່ອເວົ້າເຖິງສະພາບນ້ຳ ໃນແມ່ນ້ຳຂອງ ບົກແຫ້ງລົງຫລາຍ ນັ້ນ ທ່ານກໍໍ່ວ່າ….ລົດລົງຢ່າງຍິ່ງ ສາເຫດຍ້ອນທາງ ປະເທດຈີນ ສ້າງເຂື່ອນ 4 ແຫ່ງ ກໍ່ຄິດວ່າມີສ່ວນ ຈະເປັນ ທັມມະຊາດ ຈະເປັນກ່ຽວກັບເລື່ອງ ຣະບົບນິເວດ ມັນບໍ່ສະເພາະແຕ່ ນ້ຳຂອງ ແຫລ່ງອື່ນໆກໍເຊັ່ນກັນ ອາດຈະເປັນ ຣະບົບນິເວດຂອງໂລກ ມີການປ່ຽນແປງ.
ສ່ວນທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ກ່າວໃນໂອກາດ ວັນນ້ຳໂລກ 22 ມິນາ 2010 ໂດຍທີ່ບໍ່ໄດ້ ເອີ່ຍເຖິງເຂື່ອນ ຂອງຈີນ ມີແຕ່ວ່າ:
"ຢູ່ໃນ ສປປລາວ ປີນີ້ກໍ່ໄດ້ ປະເຊີນໜ້າກັບ ບັນຫາສະພາບ ນ້ຳຂອງບົກແຫ້ງ ທີ່ບໍ່ເຄີຍມີມາກ່ອນ ເນື່ອງຈາກຣະດູຝົນ ໃນປີຜ່ານມາ ສີ້ນສຸດໄວກວ່າ ປົກກະຕິ ມີປະຣິມານ ນ້ຳຝົນໜ້ອຍ ແລະອາກາດຮ້ອນ ຜິດປົກກະຕິ ຊຶ່ງເຮັດໃຫ້ມີອັດ ຕຣາການລະເຫີຍສູງ ທັງໝົດນີ້ໄດ້ ເປັນໄພຂົ່ມຂູ່ ຕໍ່ການດຳລົງ ຊີວິດ ການເປັນຢູ່ ແລະການຜລິດ-ທຸຣະກິດ ຂອງປະຊາຊົນ ພວກເຮົາ".
ນ້ຳໃນແມ່ນ້ຳຂອງ ບົກແຫ້ງລົງຢູ່ ໃນຣະດັບຕ່ຳ ທີ່ສຸດ ໃນຮອບ 20 ປີ. ຣະດັບນ້ຳບາງບ່ອນ ແທກໄດ້ພຽງ 30 ຊັງຕີແມັດ. ເຖິງວ່າ ຈີນ ປ່ອຍນ້ຳລົງມາ ແດ່ເລັກໜ້ອຍ ແຕ່ການເດີນເຮືອ ຂົນສົ່ງ ແລະເຮືອທ່ອງທ່ຽວ ກໍ່ຍັງຕ້ອງຢຸດ ສງັກຢູ່ ເປັນຕົ້ນຢູ່ທາງ ພາກເໜືອຂອງລາວ.
ຢູ່ນະຄອນຫລວງ ວຽງຈັນ ຢູ່ຫລວງພຣະບາງ ຂາດເຂີນນ້ຳ ປະປາ. ປະຊາຊົນບາງເຂດ ຂາດເຂີນນ້ຳໃຊ້ ໃນຍາມກາງເວັນ. ຊາວສວນ ພາກັນຈົ່ມວ່າ ສວນຂາດນ້ຳ ແບບບໍ່ເຄີຍມີ ມາກ່ອນ. ການປະມົງ ກໍ່ຕ້ອງໄດ້ເລີກລົ້ມ.
ຢູ່ແຂວງ ຊຽງຂວາງ ປະຊາຊົນ ໄດ້ຮັບຜົນກະທົບ ຈາກໄພແຫ້ງແລ້ງ ຈົນວ່າບໍ່ສາມາດ ປູກເຂົ້ານາແຊງໄດ້ ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ
ກ່າວວ່າ:
"ເບິ່ງແລ້ວໂຕຈິງຫັ້ນ ເງື່ອນໄຂອັນທີນຶ່ງ ສະພາບ ດິນຟ້າອາກາດ ແດ່ເນາະ ມັນຜລິດໄດ້ ຢູ່ບາງເຂດ ມັນບໍ່ໄດ້ທຸກເມືອງ ກະເຮັດໄປຢູ່ ເມືອງຄຳ ແລະກະເມືອງທ່າໂທມ ແລະກະເມືອງໝອກ ຈຳນວນນຶ່ງ ຈຸດນຶ່ງເນາະ ນອກຈາກນັ້ນ ຖືວ່າມັນປູກ ບໍ່ໄດ້ເຂົ້ານາແຊງນ໋ະ".
ຖ້າເວົ້າເຖິງ ນ້ຳສະອາດ ສຳລັບ ສປປລາວ ຍັງຂາດເຂີນຫລາຍ. ຕົວຢ່າງ ປະຊາຊົນ ເກືອບທົ່ວແຂວງ ອຸດົມໄຊ ຍັງບໍ່ມີນ້ຳ ປະປາ ໃຊ້ດັ່ງປະຊາຊົນ ເມືອງໄຊ ແຂວງອຸດົມໄຊ ຜູ້ນຶ່ງເວົ້າວ່າ:
"ຢາກມີນ້ຳປະປາ ນ້ຳປະປາ ນີ້ກໍ່ຍັງບໍ່ມີ ມີແຕ່ກໍເລັກໜ້ອຍ ມີແຕ່ວ່າມັນ ບໍ່ທົ່ວເຖິງ ມັນຈະມີແຕ່ ບາງເຂດ ຈະເປັນນ້ຳປະປາ ບໍ່ທັນຄືຢູ່ເມືອງໃຫຍ່".
ເຈົ້າໜ້າທີ່ ຫ້ອງການ ຂແນງນ້ຳສະອາດ ຜແນກສາທາຣະນະສຸຂ ແຂວງອຸດົມໄຊ ກໍ່ວ່າ:
"ສ່ວນຫລາຍອາດ ເປັນນ້ຳໜ້າດິນ ເປັນນ້ຳລິນ ນ້ຳປະປາ ພູເຂົາ ເປັນແຫລ່ງນ້ຳ ທັມມະຊາດ ເກືອບວ່າທົ່ວແຂວງ ເອົາມາໃຊ້ ບໍ່ໄດ້ສະອາດ ເຮົາບໍ່ສາມາດ ກວດຄຸນນະພາບໄດ້ ເລື່ອງເປັນອັນຕະລາຍ ນີ້ກໍ່ແນ່ນອນ ຖ້າວ່າເຮົາໃຊ້ ບໍ່ຖືກຕ້ອງ".
ນອກຈາກໄພແຫ້ງແລ້ງ ນ້ຳຂອງບົກແຫ້ງ ບໍ່ມີນ້ຳສະອາດ ໃຫ້ປະຊາຊົນ ໃຊ້ຢ່າງພຽງພໍແລ້ວ ຢູ່ ສປປລາວ ກໍຍັງມີນ້ຳ ເປິເປື້ອນ ເປັນພິດ ທີ່ເກີດຈາກ ການຂຸດຄົ້ນ ແຮ່ທາດ ແລະຈາກໂຮງງານ, ຈາກການໃສ່ຝຸ່ນ ວິທຍາສາດ ການໃຊ້ຢາຂ້າ ສັດຕູຣພືດ ແລະ ຈາກຣະບົບຣະບາຍນ້ຳ ເປິເປື້ອນ ການຖິ້ມສິ່ງເສດເຫລືອ ຊະຊາຍ ລົງໃສ່ແມ່ນ້ຳ ດັ່ງທີ່ເປັນຂ່າວ ມາໂດຍຕລອດ ຊຶ່ງທາງການລາວ ຄວນເອົາໃຈໃສ່ ແກ້ໄຂ ເພື່ອຜົນປະໂຫຍດ ຂອງປະຊາຊົນ.
ແຕ່ເຖິງແນວໃດ ກໍຕາມ ເນື່ອງໃນໂອກາດ ສເລີມສລອງ ວັນນ້ຳໂລກ ວັນທີ 22 ມີນາ ພາຍໃຕ້ຫົວຂໍ້ “ ຄຸນນະພາບນ້ຳ “ ແລະຄຳຂວັນທີ່ວ່າ “ ນ້ຳສະອາດ ເພື່ອໂລກ ທີ່ສົດໃສ “ ທາງການລາວ ກໍໄດ້ຮຽກຮ້ອງ ໃຫ້ມີການ ປົກປັກຮັກສາ ແຫລ່ງນ້ຳ ໃຫ້ຍືນຍົງ. ເພື່ອວັນດັ່ງກ່າວ ນອກຈາກກົດໝາຍ ວ່າດ້ວຍນ້ຳ ແລະ ຊັພຍາກອນແຫລ່ງ ນ້ຳ ທີ່ປະທານປະເທດ ອອກຣັຖດຳຣັດ ປະກາດໃຊ້ ໃນວັນທີ 2 ພຶສຈິກາ 1996 ແລ້ວ ທາງການລາວ ກໍ່ຄວນເອົາໃຈໃສ່ ຢ່າງແທ້ຈິງ ແລະ ມີມາຕການ ຕົວຈິງ ໃນການແກ້ໄຂ ບັນຫາ, ບໍ່ເອື່ອຍອີງໃສ່ ແຕ່ການຊ່ວຍເຫລືອ ຂອງຕ່າງປະເທດ, ແຕ່ກໍຄວນຮ່ວມມື ກັບຕ່າງປະເທດ ໃນການຄຸ້ມຄອງ ແລະນຳໃຊ້ ຊັພຍາກອນນ້ຳ ແລະ ໃນການພັທນາ ແມ່ນ້ຳຂອງ ແບບຍືນຍົງ ຊຶ່ງມາໃນລະຍະ ຫລັງໆນີ້ ກໍມີຂ່າວວ່າ ສະຫະຣັດ ອະເມຣິກາ ຈະໃຫ້ຄວາມຮ່ວມມື ນຳດ້ວຍ.
ສປປລາວ ເປັນປະເທດນຶ່ງ ທີ່ຮ່ວມຢູ່ໃນໂລກ ກໍຕ້ອງມີພັນທະ ເຊັ່ນດຽວກັນ ໃນການປົກປັກ ຮັກສານ້ຳໃຫ້ ຍືນຍົງ ບໍ່ແມ່ນວ່າ ຈະຄິດເຫັນແຕ່ ຜົນປະໂຫຍດ ສະເພາະ ໜ້າ ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງເປັນພັກຜູກຂາດ ອຳນາດ ໂດຍບໍ່ຄຳນຶງເຖິງ ອະນາຄົດ ອັນຍາວນານ ຂອງຊາດ ແລະ ປະຊາຊົນລາວ ຄວນເຮັດໃຫ້ໄດ້ ຕາມແຜນການ ທີ່ວ່າ ເພີ່ມຈຳນວນ ປະຊາກອນ ທີ່ມີນ້ຳສະອາດໃຊ້ ໃຫ້ໄດ້ 80% ໃນປີ 2015 ແລະ ຮັບປະກັນ ໃຫ້ໝົດທຸກຄົນ ມີນ້ຳສະອາດໃຊ້ ໃນປີ 2025 ໃນຂະນະທີ່ ຢູ່ໃນປັດຈຸບັນນີ້ ມີຂ່າວວ່າ ນ້ຳຢູ່ແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ບົກແຫ້ງລົງ ຢ່າງຜິດປົກກະຕິ ທັງຍ້ອນສະພາບ ການປ່ຽນແປງ ຂອງດິນຟ້າອາກາດ ຝົນຕົກໜ້ອຍ ຍ້ອນເຂື່ອນຂອງຈີນ ແລະທັງຍ້ອນແຫລ່ງນ້ຳ ຖືກທຳລາຍ ມີການຕັດໄມ້ ທຳລາຍປ່າ ແບບຊະຊາຍ ຮວມທັງຢູ່ຍອດ ນ້ຳລຳທານ ປະຊາຊົນ ຈຳນວນຫລວງຫລາຍ ຂາດເຂີນນ້ຳສະອາດ ໃຊ້ຢູ່ນີ້.