ທົ່ງໄຫຫີນ ຍັງບໍ່ເປັນ ມໍຣະດົກໂລກ
2010.08.05
ກອງປະຊຸມ ຄັ້ງທີ 34 ຂອງຄນະ ກັມມະການ ພິຈາຣະນາ ພື້ນທີ່ ມໍຣະດົກໂລກ ອົງການສືກສາ ວິທຍາສາດ ແລະ ວັທນະທັມ ສະຫະ ປະຊາຊົນ ໃນປີນີ້ ໄດ້ຈັດຂື້ນ ໃນວັນທີ 25 ກໍຣະກະດາ ທີ່ເມືອງ Brasilia ປະເທດ Brazil ຊື່ງສູນກາງ ຂອງອົງການ ດັ່ງກ່າວ ຕັ້ງຢູ່ ກຸງ ປາຣີ ປະເທດ ຝຣັ່ງເສດ ໃນຈຳນວນ ພື້ນທີ່ ປວັດສາດ ອັນເກົ່າແກ່ 119 ແຫ່ງ ໃນທົ່ວໂລກ ທີ່ໄດ້ສເນີມາ ຄນະກັມມະການ ດັ່ງກ່າວ ໄດ້ພິຈາຣະນາ ເອົາພຽງແຕ່ 21 ແຫ່ງ ໃຫ້ເປັນພື້ນທີ່ ມໍຣະດົກໂລກ ໃຫມ່ ໃນປີ 2010 ນີ້.
ໃນຈຳນວນ 21 ພື້ນທີ່ ດັ່ງກ່າວ ໃນນັ້ນ ມີ 15 ພື້ນທີ່ ທາງດ້ານ ປວັດສາດ ແລະ ວັທນະທັມ 5 ພື້ນທີ່ ທາງດ້ານ ທັມມະຊາດ ແລະ ນື່ງພື້ນທີ່ ຮ່ວມທັງສອງ ກໍຣະນີ ທັມມະຊາດ ແລະ ວັທນະທັມ. ນອກຈາກນັ້ນ ກໍ່ຍັງມີ ພື້ນທີ່ ປວັດສາດ ທີ່ອາດຈະ ສູນຫາຍໄປ 4 ພື້ນທີ່ ແລະ ພື້ນທີ່ ມໍຣະດົກໂລກ ເກົ່າ ທີ່ຕໍ່ໃຫ້ ເປັນພື້ນທີ່ ມໍຣະດົກ ອີກໃຫມ່ 8 ພື້ນທີ່ ທີ່ສຳຄັນ ກໍ່ແມ່ນ 21 ພື້ນທີ່ໃຫມ່ ເທົ່ານັ້ນ ທີ່ຖືກ ສະຖາປະນາ ໃນປີນີ້. ປະທານ ຄນະກັມມະການ ພິຈາຣະນາ ພື້ນທີ່ ມໍຣະດົກ ສະຫະ ປະຊາຊາດ ກ່າວວ່າ:
"ພື້ນທີ່ ມໍຣະດົກໂລກ ທາງດ້ານ ວັທນະທັມ ໃຫມ່ ທີ່ຖືກຄັດ ເລືອກ ໃນປີນີ້ 15 ແຫ່ງ ກໍ່ແມ່ນ".
1-ພື້ນທີ່ ສົ່ງນັກໂທດ ອັງກິດ ໃນອອສເຕເຣັຽ 2-ສູນຈັດຕະສັກ ເກົ່າແກ່ san francisco ທີ່ເມືອງ ຊາວ ຄຣິສໂຕວາວ ປະເທດ ບຣາຊີວ 3-ອະນຸ ສາວະຣີ ເກົ່າແກ່ ດັງເຟ ສູນສວັນ ແລະ ໂລກມະນຸດ ໃນຈີນ 4-ເມືອງເກົ່າແກ່ ທາງສາສນາ ອາບີ ທີ່ ຝຣັ່ງເສດ 5-ພື້ນທີ່ ຊາມາ ມາຕາ ທີ່ອີນເດັຽ 6-ຖານທີ່ ສັກກາຣະ ບຸຊາ ອາຣັບເບັຽ ທີ່ອີ່ຣານ 7-ເຂດທົດລອງ ອາວຸດ ນີວຄເຣັຽ ຂອງ ສະຫະຣັຖ ທີ່ມາຊາວ ໄອແລນ ປາຊີຟີກ 8-ຄາມີນາຣຽວ ຂອງ ແມກຊີໂກ 9-ຖ້ຳເກົ່າແກ່ ຂອງຊົນເຜົ່າ ມາຢາ ທີ່ ເມກຊີໂກ 10-ຄອງນ້ຳ ສັຕວັດທີ 17 ທີ່ ເມືອງ ອັມສເຕີດຳ ປະເທດ ໂຮແລນ 11-ບ້ານເກົ່າແກ່ ຫາໂຮ ແລະຢັງດົງ ທີ່ ເກົາຫລີໃຕ້ 12-ຄຸ້ມອັດຕຸຣັດ ທີ່ ໂຊດີ ອາຣັບເບັຽ 13-ຄຸ້ມຊຸມຊົນ ໃນເມືອງ ທີ່ປະເທດ ຕາກີສຖານ 14-ຣາຊວັງ ກະສັກພັດ ຊີຕາແດນ ທີ່ ວຽດນາມ ແລະ 15-ຕລາດ ອັນເກົ່າແກ່ ຕາກີສ ທີ່ອີ່ຣານ.
ພື້ນທີ່ ມໍຣະດົກໂລກ ທາງດ້ານ ທັມມະຊາດ ໃຫມ່ ມີ 5 ພື້ນທີ່ ເຊັ່ນ: ນື່ງ-ເຂດຊຽນເຊັຽ ຂອງຈີນ ສອງ-ເກົ່າ ປີຕົງ ທີ່ ຝຣັ່ງເສດ ສາມ-ຟີນີກ Island ເຂດ ປ່າສງວນ ທີ່ ກິຣິບາຕີ ສີ່-ທົ່ງພຽງ ປູໂຕຣານ ທີ່ ຣັຖເຊັຽ ແລະ 5-ທົ່ງພຽງ ທີ່ ປະເທດ ສຣີລັງກາ.
ພື້ນທີ່ ມໍຣະດົກໂລກ ທີ່ຢູ່ໃນ ຄວາມສ່ຽງຈາກ ການເຊື່ອມໂຊມ ແລະ ສູນຫາຍ ມີ 4 ເຂດ ເຊັ່ນ: ນື່ງ-ປ່າໃນ ທີ່ ປະເທດ ມາດາກາສກາ ສອງ-ປ່າ Everglades ໃນຣະ florida ຂອງ ສະຫະຣັຖ ສາມ-ໂບດ ເກົ່າແກ່ ທີ່ ບຣາກາຕີ ປະເທດ ຈໍເຂັຽ ແລະ ສີ່-ບ່ອນຝັງສົບ ຂອງ ກະສັດ ບູກັນດາ ໃນປະເທດ ອູ່ກັນດາ.
ນອກຈາກນັ້ນ ກໍ່ມີພື້ນທີ່ ມໍຣະດົກ ເກົ່າ ທີ່ຖືກ ສະຖານປະນາ ໃຫ້ເປັນເຂດ ມໍຣະດົກໂລກ ຕ່ືມອີກ 8 ແຫ່ງ ໃນໂລກ ນື່ງໃນນັ້ນ ກໍ່ແມ່ນເມືອງ ກຣາສ ໃນອອສເຕຣັຽ ແລະ ເມືອງບໍ່ແຮ່ ເກົ່າແກ່ ທີ່ ນໍເວ ແລະ ບ່ອນເກົ່າແກ່ ອື່ນໆ.
ແຕ່ພື້ນທີ່ ມໍຣະດົກໂລກ ທີ່ຖືກ ພິຈາຣະນາ ໃນປີນີ້ ກໍ່ມີພຽງແຕ່ 21 ແຫ່ງ ເທົ່ານັ້ນ ໃນນັ້ນ 5 ແຫ່ງ ຢູ່ໃນເອເຊັຽ ເຊັ່ນ ຢູ່ຈີນ 2 ແຫ່ງ ກໍ່ແມ່ນ ອະນຸ ສາວະຣີ ສວັນ ນາຣົກ ທີ່ ເມືອງດາຟັງ ແລະເຂດ ທັມມະຊາດ ດັນເຊັຽ ທີ່ເກົາຫລີໃຕ້ ກໍແມ່ນ ບ້ານເກົ່າແກ່ ຢັງດັງ ແລະ ຮາໂຮ ຢູ່ ສຣີລັງກາ ກໍ່ແມ່ນ ທົ່ງພຽງ ຢູ່ອີນເດັຽ ກໍ່ແມ່ນ ພື້ນທີ່ ເກົ່າແກ່ ທາງປວັດສາດ ຊາຕາມັນຕາ ແລະຢູ່ ວຽດນາມ ກໍ່ແມ່ນ ຣາຊວັງ ຈັກກະພັດ ຊີຕາແດນ ທີ່ທັນລອງ ໃກ້ກັບ ກຸງຮ່າໂນຍ. ເຈົ້າຫນ້າທີ່ ມໍຣະດົກໂລກ ອີກທ່ານນື່ງ ເວົ້າວ່າ:
ສ່ວນເຫລືອ ກໍ່ແມ່ນ ຢູ່ປະເທດ ຢູໂຣບ ຕາເວັນຕົກ ຫລາຍພື້ນທີ່ ຮ່ວມດ້ວຍ ອາເມຣິກາໃຕ້ ແຕ່ສຳລັບ ປະເທດ ອາຟຣີກາ ນັ້ນ ບໍ່ມີຫລາຍ ເທົ່າໃດ ເຫດຜົລ ນັກວິຊາ ການ ທາງດ້ານ ມໍຣະດົກ ທ່ານນື່ງເວົ້າວ່າ ກຸ່ມປະເທດ ດ້ອຍພັທນາ ທັງຫລາຍ ຮ່ວມທັງ ເອເຊັຽ ຂາດຕົວແທນ ແລະ ການ ປະຊາສຳພັນ ທີ່ດີ ທີ່ຈະໄປ ອະທິບາຍ ກ່ຽວກັບ ພື້ນທີ່ ດັ່ງກ່າວ ໃຫ້ແກ່ຄນະ ກັມມະການ ມໍຣະດົກ ຟັງໃນກອງ ປະຊຸມ ພິຈາຣະນາ. ກຸ່ມປະເທດ ທີ່ຮັ່ງມີ ແລະ ພັທນາ ມີພຽບພ້ອມ ໃນການ ປະຊາສຳພັນ ແລະ ການຊັກຊວນ ໃຫ້ຄນະ ກັມມະການ ມໍຣະດົກໂລກ ຮູ້ເຖີງ ຄວາມສຳຄັນ ຂອງພື້ນທີ່ ອັນເກົ່າໃນ ປະເທດ ຂອງຂະເຈົ້າ ຈື່ງເຮັດໃຫ້ ສະຖານທີ່ ຫລາຍແຫ່ງ ທີ່ເກົ່າແກ່ ໃນໂລກ ຖືກເບີ່ງຂ້າມ ຈາກຄນະ ກັມມະການ ດັ່ງກ່າວ. ຍັງມີຄວາມ ເລື່ອມລ້ຳຕ່ຳສູງ ໃນການ ພິຈາຣະນາ ຢູ່ ເພາະຂາດຂໍ້ມູນ ກ່ຽວກັບ ພື້ນທີ່ ທີ່ຖືກ ສເນີ ມາ.
ສຳລັບ ສປປລາວ ທົ່ງໄຫຫີນ ຂອງລາວ ຖືວ່າ ເປັນພື້ນທີ່ ມໍຣະດົກ ທີ່ສຳຄັນ ອັນນື່ງ ໃນຂົງເຂດ ແລະ ໃນລາວ ເພາະ ເປັນປວັດສາດ ຄວາມເປັນມາ ຂອງມະນຸດ ເຊື້ອຊາດຈາມ ມາແຕ່ ດືກດຳບັນ.
ຣັຖບານລາວ ກຳລັງຮ່າງ ໃບສມັກ ໃຫ້ພື້ນທີ່ ດັ່ງກ່າວ ເປັນພື້ນທີ່ ມໍຣະດົກໂລກ ຢູ່ແລະກໍ່ໄດ້ ເຮັດມາຫລາຍ ປີແລ້ວ. ແຕ່ກໍ່ຍັງ ບໍ່ຍື່ນຈັກເທື່ອ ເປັນເພາະວ່າ ກ່ອນທີ່ຖືກ ຮັບພິຈາຣະນາ ຈາກ ອົງການ UNESCO ສະຫະ ປະຊາຊາດ ໄດ້ນັ້ນ ພື້ນທີ່ດັ່ງກ່າວ: ນື່ງ-ຕ້ອງເປັນ ພື້ນທີ່ ທາງປວັດສາດ ແລະ ວັທນະທັມ ອັນເກົ່າແກ່ ແທ້ໆ ສອງ-ຖ້າເປັນ ພື້ນທີ່ ທັມມະຊາດ ກໍ່ຕ້ອງໃຫ້ ເປັນພື້ນທີ່ ທັມມະຊາດ ແທ້ໆ ແລະ ສາມ-ພື້ນທີ່ ດັ່ງກ່າວ ຕ້ອງໄດ້ ບຸຣະນະ ແລະ ອະນຸຮັກ ໃຫ້ເປັນ ສະຖານທີ່ ດັ້ງເດີມ ແບບທີ່ເຄີຍ ເປັນມາ. ທົ່ງໃຫຫີນ ກໍ່ສາມາດ ກາຍເປັນ ພື້ນທີ່ ມໍຣະດົກໂລກ ໄດ້ ໃນປະເດັນ ທີ່ນື່ງ ທາງດ້ານ ປວັດສາດ ແລະ ວັທນະທັມ ເກົ່າແກ່ ແຕ່ຕ້ອງໄດ້ ບຸຣະນະ ອະນຸຮັກ ແບບ ທີ່ເຄີຍເປັນມາ ເຊັ່ນ: ຣັຖບານລາວ ຕ້ອງໄດ້ ພັທນາ ໂຄງຮ່າງພື້ນຖານ ອ້ອມແອ້ມ ເຂດດັ່ງກ່າວ ດັ່ງ ສ້າງຖນົນ ຫົນທາງ ການຄົມ ມະນາຄົມ ສະດວກສະບາຍ ການເກັບກູ້ ຣະເບີດໃຫ້ທົ່ວເຖີງ ຮ່ວມດ້ວຍການ ປົກປ້ອງ ຄວາມປອດພັຍ ແລະ ບໍຣິການ ດ້ານ ສາທາຣະນະ ປະໂຫຍກ ປະເພດຕ່າງໆ ໃຫ້ແກ່ຜູ້ທີ່ ຈະໄປເບີ່ງ ແລະ ໄປຊົມ. ຣັຖບານລາວ ຍັງຂາດການ ບູຣະນະ ສ້າງສາ ເຂດອ້ອມແອ້ມ ແລະ ການເກັບກູ້ ຣະເບີດ ອອກຈາກພື້ນທີ່ ດັ່ງກ່າວ ຢູ່ໃນ ເວລານີ້. ເຈົ້າຫນ້າທີ່ລາວ ກ່າວກ່ຽວກັບ ການສຳຣວດ ທົ່ງຫີນວ່າ:
ຫ້ອງການ ທ່ອງທ່ຽວ ທີ່ແຂວງ ຊຽງຂວາງ ຍັງຊອກຄົ້ນຫາ ໃຫຫີນ ຢູ່ຕໍ່ໄປ ໃນທຸກມື້ນີ້ ຮ່ວມດ້ວຍການ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ຊື່ງຂ່າວລ້າສຸດ ວ່າງຫລັງໆ ມານີ້ ບອກວ່າ ໄດ້ພົບໃຫຫີນ ເພີ້ມອີກໃນ 5 ຕົວເມືອງ ປະມານ 2 ພັນຫນ່ວຍ ໃຫຫີນ ທີ່ພົບເຫັນ ສ່ວນໃຫຍ່ ຈະຢູ່ໃນເຂດ ເມືອງແປກ ເມືອງຄຳ ເມືອງຄູນ ເມືອງພູກູດ ແລະ ເມືອງຜາໄຊ ທີ່ເມືອງແປກ ພົບເຫັນຫລາຍ ກວ່າຫມູ່ ໃຫຫີນໃນ ແຂວງຊຽງຂວາງ ຈະພົບເຫັນ ກະແຈກກະຈາຍ ໄປທົ່ວ ແຕ່ຈຸດໃຫຍ່ໆ ທີ່ມີຈຳນວນ ໃຫຫີນ ຢ່າງຫລວງຫລາຍ ນັ້ນ ອາດຈະມີ ພຽງແຕ່ 2-3 ຈຸດເທົ່ານັ້ນ ເຊັ່ນທີ່ເມືອງ ໂພນສວັນ ແລະ ເມືອງແປກ ບ່ອນອື່ນ ອາດຈະມີ ໃຫຫີນ ພຽງແຕ່ 4-5 ຫນ່ວຍຫລື 10 ຫນ່ວຍເທົ່ານັ້ນ ແຕ່ອຸປສັກ ກໍ່ແມ່ນ ພື້ນທີ່ ທີ່ແຂວງຊຽງຂວາງ 80% ຍັງປົກຫຸ້ມ ໄປດ້ວຍຣະເບີດ ທີ່ບໍ່ທັນແຕກ. ເຈົ້າຫນ້າທີ່ ເກັບກູ້ ຣະເບີດ ທີ່ແຂວງ ຊຽງຂວາງ ທ່ານນື່ງເວົ້າວ່າ:
ການທີ່ທົ່ງ ໃຫຫີນ ຂອງລາວ ຍັງບໍ່ຖືກ ສະຖາປະນາ ໃຫ້ເປັນເຂດ ມໍຣະດົກ ນອກຈາກ ຂາດການ ບູຣະນະ ສ້າງສາ ແລະ ການເກັບກູ້ ຣະເບີດ ບໍ່ທົ່ວເຖີງແລ້ວ ທາງການລາວ ຍັງຕ້ອງໄດ້ ໃຫ້ຂໍ້ມູນ ທີ່ແທ້ຈີ່ງ ແລະ ເຊື່ອຖືໄດ້ວ່າ ປວັດສາດ ຄວາມເປັນມາ ຂອງທົ່ງໃຫຫີນ ໃນລາວນັ້ນ ມາຈາກໃສ ແລະ ເປັນຫຍັງໄຫຫີນ ດັ່ງກ່າວ ຈື່ງມາຢູ່ ທີ່ນີ້ ຕ້ອງມີບົດ ບັນທືກ ທີ່ແນ່ນອນ ໄປສເນີຕໍ່ ຄນະກັມມະການ ພິຈາຣະນາ ອົງການ ສະຫະປະຊາຊາດ ແລະ ກໍ່ເປັນວຽກງານ ຂອງນັກປວັດສາດ ໃນລາວ ຫລື ໃນຂົງເຂດ.
ຜົລປໂຍດ ທີ່ຈະໄດ້ຮັບ ຈາກການເປັນ ພື້ນທີ່ ມໍຣະດົກ ກໍ່ມີຫລາຍຢ່າງ ສ່ວນໃຫຍ່ ກໍ່ແມ່ນ ທຸຣະກິດ ການທ່ອງທ່ຽວ. ທຸຣະກິດ ການທ່ອງທ່ຽວ ເປັນທຸຣະກິດ ທີ່ສ້າງ ລາຍໄດ້ ໃຫ້ແກ່ ປະເທດຊາດ ອັນດັບ ສາມ ໃນລາວ ນອກຈາກ ການສ້າງເຂື່ອນ ໄຟຟ້າ ແລະ ການຂຸດຄົ້ນ ແຮ່ທາດ ລາຍໄດ້ຈາກ ການທ່ອງທ່ຽວ ໃນແຕ່ລະປີ ໃນລາວ ຫລາຍຮ້ອຍລ້ານ ໂດລາ. ທີ່ແຂວງ ຫລວງພຣະບາງ ຫລັງຈາກທີ່ຖືກ ສະຖາປະນາ ໃຫ້ເປັນພື້ນທີ່ ມໍຣະດົກໂລກ ແລ້ວ ນັກທ່ອງທ່ຽວ ຊາວຕ່າງຊາດ ກໍ່ພາກັນ ເຂົ້າມາທ່ຽວ ເປັນຈຳນວນ ຫລວງຫລາຍ ຈົນຮອດ ທຸກວັນນີ້. ດ່ັງນັ້ນ ທົ່ງໃຫຫີນ ທີ່ແຂວງ ຊຽງຂວາງ ຖ້າຖືກ ສະຖານປະນາ ໃຫ້ເປັນພື້ນທີ່ ມໍຣະດົກໂລກ ກໍ່ຈະກາຍ ເປັນແຫລ່ງທ່ອງທ່ຽວ ທີ່ສຳຄັນ ອີກແຫ່ງນື່ງ ໃນລາວ.
ເຖີງຢ່າງໃດ ກໍຕາມ ຣັຖບານລາວ ກໍ່ໃຊ້ຄວາມ ພຍາຍາມ ຢ່າງສຸດຂີດ ທີ່ຈະເຮັດໃຫ້ ທົ່ງໃຫຫີນ ກາຍເປັນເຂດ ມໍຣະດົກໂລກ ໃຫ້ໄດ້ ໃນອະນາຄົດ. ແຕ່ຍ້ອນການ ຂາດງົບປະມານ ແລະ ນັກວິຊາການ ຈື່ງເຮັດໃຫ້ ແຂວງຊຽງຂວາງ ລໍຖ້າໄປ ຕລອດ