ແມ່ຍິງ-ເດັກນ້ອຍ 04/24/17
2017.04.25
ເສັ້ນຜົມແມ່ນສ່ວນປະກອບສຳຄັນ ຂອງຮ່າງກາຍ ທີ່ຊ່ວຍເສີມສ້າງ ບຸຄລິກະພາບ ໃຫ້ຄົນເຮົາໄດ້ ເປັນຢ່າງດີ. ປັດຈຸບັນ ຄົນເຮົາ ມີບັນຫາ ຄວາມໃສ່ໃຈ ໃນສຸຂພາບ ເສັ້ນຜົມ ແລະປັນຫາ ຂອງເສັ້ນຜົມ ທີ່ໜ້ອຍ ຫຼືຫຼາຍຂຶ້ນ ປັນຫາ ຂອງເສັ້ນຜົມ ບໍ່ວ່າຈະ ເປັນຜົມຫຼົ່ນ,ຜົມຫງອກ ຜົມແຫ້ງແຕກປາຍ ກໍ່ລ້ວນແລ້ວແຕ່ ສົ່ງຜົນຕໍ່ຈິດໃຈ ຂອງບຸກຄົນນັ້ນໆ ໄດ້ຫຼາຍຄືກັນ ເສັ້ນຜົມ ເປັນສ່ວນນຶ່ງ ຂອງຮ່າງກາຍ ທີ່ບໍ່ມີຊີວິດ, ຄວາມດົກໜາ ຂອງເສັ້ນຜົມ ເທິງໜັງຫົວ ກໍ່ມີຄວາມສຳຄັນ.
ທ່ານເຄີຍສັງເກດ ບໍ່ວ່າເປັນຫຍັງ ແມ່ລູກອ່ອນ ທີ່ເກີດລູກຫຼັງຈາກ 3 ເດືອນແລ້ວ ຜົມຈຶ່ງຫລົ່ນຫຼາຍ ບາງຄົນອາດຄິດວ່າ ເປັນຄືຄຳຜູ້ເຖົ້າ ຜູ້້ແກ່ ເພິ່ນວ່າ ເມື່ອລູກເລີ່ມຈື່ໜ້າແມ່ ແລ້ວຈະເຮັດໃຫ້ ຜົມແມ່ຫລົ່ນ. ແຕ່ຄວາມຈິງແລ້ວ ສາເຫດທີ່ເຮັດໃຫ້ ແມ່ລູກອ່ອນ ມີອາການຜົມຫລົ່ນ ນັ້ນ ແມ່ນຍ້ອນພາວະ ຂອງຮໍໂມນ ທີ່ຫຼັງຈາກເກີດລູກແລ້ວ ນັ້ນຈະມີການປ່ຽນແປງ ຫຼາຍຂຶ້ນ ໂດຍສະເພາະ ຕອນທີ່ກຳລັງຖືພາ. ແມ່ຈະມີ ຮໍໂມນ ຫຼາຍກວ່າ ປົກກະຕິ ໂດຍສະເພາະ ຮໍໂມນ ຂອງເອັດໂຕຣເຈນ, ໂປຣເຕຣສໂລນ ຮໍໂມນສອງໂຕນີ້ ຈະເປັນໂຕການ ໃນການສ້າງ ໃຫ້ຜົມມີການຈະເຣີນເຕີບໂຕ ແລະເຮັດໃຫ້ຜົມ ດົກໜາຫຼາຍຂຶ້ນ. ດັ່ງທ່ານໝໍ ກ່າວໃນຕອນຶ່ງວ່າ:
"ໂດຍສ່ວນຫຼາຍແລ້ວ ຜູ້ຍິງທີ່ຖືພາຈະມີ ຮໍໂມນເພດຍິງ ທີ່ເອີ້ນວ່າ: ເອສໂຕຣເຈນ ແລະ ໂປຣເຕສະໂລນ ເພີ່ມຂຶ້ນ ໃນປະຣິມານສູງ ໂດຍ ສະເພາະ ໃນລະຍະ ກ່ອນທີ່ຈະເກີດລູກ. ດັ່ງນັ້ນ ຜົມຂອງແມ່ຍິງ ທີ່ຖືພາ ຈະດົກໜາຫຼາຍ ດົກກວ່າປົກກະຕິ ໜ້ອຍນຶ່ງ ແລະຫຼັງຈາກທີ່ ເກີດລູກແລ້ວ ຮໍໂມນ ສອງໂຕນີ້ ກໍ່ຈະຄ່ອຍຫຼຸດລົງ ສະເລັ່ຽກໍ່ຄື 3 ເດືອນ ຜົມຂອງແມ່ລູກອ່ອນ ກໍ່ຈະເລີ່ມຫຼົ່ນ".
ທ່ານໝໍຍັງກ່າວເພີ້ມວ່າ ອາການຂອງຜົມຫຼົ່ນ ຫຼັງຈາກທີ່ເກີດລູກໄດ້ ປະມານສາມເດືອນ ນັ້ນແມ່ນອາການ ປົກກະຕິ ທີ່ແມ່ລູກອ່ອນ ຕ້ອງ ໄດ້ພົບ ສະພາວະນີ້ ເພາະໃນລະຍະທີ່ ແມ່ຍິງ ກຳລັງຖືພາຢູ່ ຈະມີຜົມເຮົາເກີດຂຶ້ນ ຫຼາຍກວ່າປົກກະຕິ ດົກໜາຫຼາຍ ບາງຄົນກໍ່ມີ ສີຜິວ ຂ້ອນຂ້າງດຳ ແລະບາງຄົນ ກໍ່ມີລັກສນະ ມີໝີດຂຶ້ນມາກໍໄດ້້ ເພາະເກີດຈາກ ຮໍໂມນ ທີ່ຫຼາຍກວ່າ ປົກກະຕິ ໃນຂນະທີ່ ຖືພາຢູ່ ແລະຫຼັງຈາກ ເກີດລູກແລ້ວ ຈະເກີດມີ ການປ່ຽນແປງ ຂຶ້ນຢ່າງໄວວາ ຮໍໂມນ ສອງໂຕນີ້ ເອັດໂຕຣເຈນ ກັບ ໂປຣເຕສໂລນ ຈະຫຼຸດລົງ ຢ່າງໄວວາ ໃນມື້ທີ່ເກີດລູກເລີຍ ຫຼືມື້ທີ່ເດັກນ້ອຍ ອອກຈາກຊ່ອງຄອດ ຮໍໂມນ ສອງໂຕນີ້ ໄດ້ມີການ ປ່ຽນແປງ ເມື່ອລະຍະ ປະມານ ຫຼັງຈາກສາມເດືອນ.
ບໍ່ແມ່ນວ່າ ຫຼັງຈາກເກີດລູກແລ້ວ ຈະຜົມຫລົ່ນເລີຍ ອາການທີ່ຜົມຫລົ່ນ ແມ່ນມັກຈະເກີດຂຶ້ນ ຫລັງຈາກເກີດລູກໄດ້ ສາມເດືອນ ຂຶ້ນໄປ ແລະຫຼັງຈາກນັ້ນ ກໍ່ຢຸດ, ປະມານ ຫົກເຈັດເດືອນ ອາການເຫຼົ່ານີ້ ກໍ່ຈະກັບມາເປັນ ປົກກະຕິ ແລະ ຜູ້ເປັນແມ່ ບາງຄົນ ກໍ່ອາດຈະມີ ອາການຜິດ ປົກກະຕິ ເຊັ່ນ: ມີອາການ ຊືມເສົ້າໄດ້, ອາການຊຶມເສົ້າ, ອາການຜົມຫລົ່ນຕ່າງໆ ນີ້ກໍ່ແມ່ນເກີດຂຶ້ນ ຫຼັງຈາກ ເກີດລູກແລ້ວ ປະມານ ຫົກເຈັດເດືອນ ຮໍໂມນ ຫລືຮ່າງກາຍ ເຮົາກໍ່ຈະປັບໂຕໄດ້, ອາການ ຊືມເສົ້າ, ອາການຜົມຫລົ່ນ ກໍ່ຈະຢຸດໄປ ແຕ່ຖ້າເກີນ ຫົກເຈັດເດືອນ ໄປແລ້ວ ຖ້າເກີນໄປ ເປັນປີ ແລ້ວອາການເລົ່ານີ້ ຍັງບໍ່ເຊົາ ໃຫ້ສົງໃສເລີຍວ່າ ບໍ່ແມ່ນອາການ ທີ່ເກີດຈາກ ພາວະ ຫຼັງຈາກ ເກີດລູກ:
"ຜົມຂອງແມ່ລູກອ່ອນທີ່ຫຼົ່ນ ຫຼັງຈາກທີ່ເກີດລູກໄດ້ ສາມເດືອນ ນີ້ແມ່ນອາການ ປົກະຕິ ທີ່ຜູ້ເປັນແມ່ລູກອ່່ອນ ທຸກຄົນ ຕ້ອງໄດ້ຜ່ານ, ທ່ານຈື່ບໍ່ວ່າ ຕອນທີ່ທ່ານ ກຳລັງຖືພາຢູ່ ຜົມຂອງ ທ່ານຈະດົກໜາ ຫຼາຍ ເມື່ອກັບມາ ສູ່ສະພາວະ ປົກກະຕິ ກໍ່ມີຜົມຫລົ່ນ. ອັນນີ້ເປັນເລື່ອງ ທຳມະດາເນາະ ເພາະສະນັ້ນ ຜູ້ເປັນແມ່ ບໍ່ຕ້ອງກັງວົນ ຫຼືຫ່ວງອັນໃດ ເພາະອາການ ຜົມຫຼົ່ນ ແມ່ນພາວະ ຫຼັງຈາກ ການເກີດລູກ".
ນອກນັ້ັ້ນທ່ານໝໍຍັງໄດ້ ແນະນຳ ໃນການຮັກສາ ສຸຂພາບເສັ້ນຜົມ ໂດຍວິທີ ງ່າຍໆກໍຄື: ເມື່ອເຮົາເຫັນວ່າ ຜົມພວກນີ້ອ່ອນແອ ບໍ່ແຂງແຮງ ເຮົາອາດຈະຊ່ວຍໃຫ້ ເສັ້ນຜົມນັ້ນ ແຂງແຮງຂຶ້ນ ກໍ່ຕ້ອງກິນອາຫານ ທີ່ມີຄຸນນະພາບ ຫຼືອາຫານ ທີ່ມີ ຄຸນປະໂຫຍດ ກ່ຽວກັບ ເສັ້ນຜົມ ທີ່ເອີ້ນວ່າຊິ້ງ ຫຼື ທາດສັງກະສີ ແລະໄບໂອຕີນ ທີ່ໄດ້ຈາກສານ ຂອງໄຂ່ແດງ ການຕັດຜົມສັ້ນ ກໍ່ຊ່ວຍໃຫ້ ສຸຂພາບຜົມແຂງແຮງ ໄດ້ເຊັ່ນກັນ. ດັ່ງທ່ານໝໍ ໄດ້ກ່າວ ໃນຕອນທ້າຍວ່າ:
"ສິ່ງທີ່ສາມາດເຮັດໄດ້ກໍ່ຄື ຜູ້ເປັນແມ່ຕ້ອງກິນ ອາຫານເສີມ ອາຫານ ກໍ່ຕ້ອງແມ່ນອາຫານ ທີ່ມີຄຸນປະໂຫຍດ ກ່ຽວກັບ ເສັ້ນຜົມ ເພື່ອບຳລຸງ ເສັ້ນຜົມ ເຊັ່ນ: ວິຕາມິນບີ, ວິຕາມິນບີຊີ, ວິຕາມິນບີອີ ໄບໂອຕີນ ແລະ ຊິ້ງ ຫຼືທາດສັງກະສີ ວິຕາມິນເລົ່ານີ້ ສາມາຊ່ວຍ ໃຫ້ຜົມ ແລະເລັບ ຂອງແມ່ລູກອ່ອນ ແຂງແຮງຕື່ມອີກ ນອກຈາກນັ້ນ ການຕັດຜົມສັ້ນ ກໍ່ຍັງຊ່ວຍ ອາການຜົມຫຼົ່ນ ໄດ້ຄືກັນ".
ອາການຂອງຜົມຫລົ່ນ ຫຼັງຈາກເກີດລູກ ແມ່ນທີວິທີຮັກສາ ຕາມທຳມະຊາດ ຢູ່ຫຼາຍວິທີທີ່ ຈະຊ່ວຍເຮັດໃຫ້ ເສັ້ນຜົມຫລົ່ນ ຫລຸດລົງ ທັງໃນລະຍະ ທີ່ຖືພາ ແລະ ຫລັງຈາກເກີດ ຮວມທັງເລັ່ງ ໃຫ້ຜົມກັບມາດົກໜາ ຄືເກົ່າດັ່ງນີ້: ຄວນກິນອາຫານ ທີ່ມີ ວິຕາມິນບີ, ວິຕາມິນຊີ, ວິຕາມິນອີ ທາດສັງກະສີ ແລະ ຊີລີນ້ຽມ ລ້ວນແລ້ວແຕ່ ເປັນສານທີ່ ຈຳເປັນຕໍ່ສຸຂພາບ ຜິວ, ຜົມແລະເລັບ. ໄບໂອຕີນ ຢູ່ໃນຕະກູນ ວິຕາມິນບີ ແລະ ມີຄວາມສຳຄັນ ຕໍ່ເສັ້ນຜົມ ເປັນພິເສດ,ໃຊ້ເບັຍສະຜົມ ກໍ່ຈະຊ່ວຍໃຫ້ ຜົມ ແຂງແຮງ ເງົາງາມ ເພາະເບັຍ ມີທາດ ທີ່ມີໄບໂອຕີນ, ການຕັດຜົມສັ້ນ ກໍ່ຈະຊ່ວຍໃຫ້ ມີຜົມແຕກປາຍຫລຸດລົງ ເພາະຜົມສັ້ນ ຕ້້ອງການສານອາຫານ ໜ້ອຍກວ່າຜົມຍາວ.
ການທີ່ຈະໃຫ້ສຸຂພາບເສັ້ນຜົມດີ ກໍ່ບໍ່ແມ່ນພຽງແຕ່ ຈະກິນອາຫານ ທີ່ມີວີຕາມິນເທົ່ານັ້ນ ພາວະ ທີ່ຈະຊ່ວຍໃຫ້ເສັ້ນຜົມ ແຂງແຮງ ແລະດີຂື້ນ ກໍ່ຄືພາວະ ທີ່ຮ່າງກາຍ ເຮົາມີ ສຸຂພາບແຂງແຮງ, ສຸຂພາບຈິດໃຈ ທີ່ດີ ບໍ່ເກັບກົດ, ບໍ່ຫງ່ວມເຫງົາ ໂດຍສະເພາະ ແມ່ຍິງ ຫຼັງຈາກທີ່ ເກີດລູກ ເພາະຜູ້ເປັນແມ່ ຈະເມື່ອຍຫຼາຍ ເພາະຕ້ອງ ເບິ່ງແຍງລູກນ້ອຍ ທີ່ມັກຕື່ນ ໃນຕອນເດິກ ຕະຫຼອດເວລາ ຖ້າເຮົາຫາກ ປັັບໂຕເອງ ໃຫ້ຊິນເຄີຍ ກໍ່ໄດ້ມີ ການພັກຜ່ອນ ທີ່ພຽງພໍ ແລະກໍ່ຈະຊ່ວຍ ຫລຸດຜ່ອນ ອາການ ຜົມຫລົ່ນໄດ້.