ເຣື້ອງທີ່ເກັບບັນທຶກໄວ້
2023-08-29
ສົກຮຽນໃໝ່ກຳລັງໃກ້ເຖິງແລ້ວ ໃນຂະນະທີ່ ຍັງມີການຂາດເຂີນຄຣູ, ອຸປະກອນການຮຽນ ແພງຂຶ້ນ ແລະເພື່ອແກ້ໄຂບັນຫາ ສະເພາະໜ້າ, ຣັຖບານໄດ້ຮຽກຮ້ອງໃຫ້ ຄຣູອາສາສມັກ ທີ່ລາອອກໄປນັ້ນ ກັບຄືນ ລວມທັງຄຣູທີ່ອອກບຳນານແລ້ວ.
2023-08-25
ທ້າວ ອາລຸນ ພົມມະລາດ ອາຍຸ 24 ປີ, ຊາວບ້ານ ບ້ານດອນສູງ ເມືອງສນາມໄຊ ແຂວງອັດຕະປື ຖືກ ຈັບຢູ່ເລເຊັຍ ແຕ່ວັນທີ 8 ເດືອນ 6 ປີ 2021 ແລະປັດຈຸບັນນີ້ ໄດ້ກັບຄືນບ້ານເກີດແລ້ວ ໃນວັນທີ 23 ເດືອນສິງຫາ 2023 ເຊິ່ງຍາຕິພີ່ນ້ອງລ້ວນແຕ່ດີໃຈ.
2023-08-14
ໂຮງໝໍມະໂຫສົດ ເປີດສູນໃຫ້ຄໍາປຶກສາ ດ້ານການແພດ ແກ່ແມ່ຍິງ ແລະເດັກນ້ອຍ ທີ່ເປັນຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ທັງດ້ານຮ່າງກາຍ ແລະຈິດໃຈ ໂດຍສູນແຫ່ງນີ້ ຈະໃຫ້ບໍຣິການ ດ້ານຊິການ ແລະສິ່ງທີ່ຈໍາເປັນ ແກ່ຜູ້ຖືກເຄາະຮ້າຍຈາກ ຄວາມຮຸນແຮງທາງເພດ.
2023-08-14
ສາເຫດ ທີ່ເຮັດໃຫ້ນັກຮຽນ ທີ່ຈົບການສຶກສາ ຊັ້ນ ມ.7 ປະມານ 50% ຂອງນັກຮຽນທັງໝົດ ຕັດສິນໃຈບໍ່ຮຽນຕໍ່ ໃນລະດັບປະຣິນຍາຕຣີ ຍ້ອນເມື່ອຮຽນຈົບໄປແລ້ວ ບໍ່ມີວຽກເຮັດງານທໍາ ຕາມສາຂາວິຊາ ທີ່ໄດ້ຮຽນມາ, ແຕ່ໄດ້ເຮັດວຽກຮັບຄ່າຈ້າງ ບໍ່ແຕກຕ່າງຈາກຜູ້ທີ່ບໍ່ໄດ້ຮຽນຕໍ່.
2023-08-14
ຄົນຈີນ 2 ຄົນ ທີ່ໃຫ້ເດັກຍິງຊາວລາວ ອາຍຸ ຕໍ່າກ່ວາ 18 ປີ ຈໍານວນ 8 ຄົນ ເຕັ້ນໂຊ ແລະມີການຖ່າຍທອດສົດ ຜ່ານສື່ສັງຄົມອອນລາຍນ໌ ຖືກເຈົ້າໜ້າທີ່ຄວບຄຸມໂຕເພື່ອນໍາໄປສືບສວນ-ສອບສວນ ຂຍາຍຜົລ ໃນຂໍ້ກ່າວຫາ ຈ້າງເດັກຍິງລາວ ເຕັ້ນໂຊຜ່ານສື່ສັງຄົມອ໋ອນລາຍນ໌.