ເຣື້ອງທີ່ເກັບບັນທຶກໄວ້
2023-01-25
ອົງການ ສະຫະປະຊາຊາຕ ກຳນົດເອົາ ວັນທີ 24 ມົກກະຣາ ຂອງທຸກປີ ເປັນວັນ ການສຶກສາ ສາກົລ ຫຼື International Day of Education ເພື່ອລະລຶກເຖິງ ຄວາມສຳຄັນຂອງການສຶກສາ ແລະຄຳຂວັນໃນປີນີ້ ຄື “ໃຫ້ບູຣິມະສິດ ດ້ານການສຶກສາ ເພື່ອລົງທຶນ ໃສ່ການພັທນາ ຊັພຍາກອນມະນຸສ” ຂະນະທີ່ ການສຶກສາ ໃນ ສປປ ລາວ ອາດກ້າວຖອຍຫຼັງ ຫາກບັນຫາຂາດແຄນຄຣູ ບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ.
2023-01-12
ຣັຖບານອິນເດັຽ ຊ່ອຍສ້າງອາຄານໃໝ່ ໃຫ້ແກ່ໂຮງຮຽນປະຖົມ ຊົນເຜົ່າບຣູ່ ຢູ່ເມືອງນອງ ແຂວງສວັນນະເຂດ ຊຶ່ງເປັນການສ້າງໂຮງຮຽນ ຄັ້ງທຳອິດໃນລາວ ທີ່ຈະໃຫ້ເດັກນ້ອຍນັກຮຽນ ຊົນເຜົ່າບຣູ່ ມີແຮງຈູງໃຈຢາກເຂົ້າໂຮງຮຽນ ບໍ່ປະລະການຮຽນຄືແຕ່ກອ່ນ.
2023-01-10
ແມ່ຍິງລາວ ຈາກແຂວງສາຣະວັນ ທີ່ເຮັດເຂົ້າໄປເຮັດວຽກ ບໍ່ຖືກຕ້ອງຕາມກົດໝາຍ ຖືກນາຍຈ້າງໄທຍ ທຳຮ້າຍຮ່າງກາຍ, ບັງຄັບໃຊ້ແຮງງານ ແລະໄດ້ຮັບຄ່າຈ້າງ ສ່ວນໜ້ອຍ ຊຶ່ງປັດຈຸບັນ ຜູ້ກ່ຽວໄດ້ຮັບການຊ່ວຍເຫຼືອ ຈາກເຈົ້າໜ້າທີ່ໄທຍ.
2023-01-05
ຕໍາຣວດຈັບ ຜູ້ທີ່ປອມໂຕ ເຈົ້າໜ້າທີ່ ອ້າງສາມາດ ແລ່ນທວງເອົາເງິນຄືນ ຈາກຄະດີ ນາງພອນທິບ ໄຊປັນຍາ ຊຶ່ງມີຜູ້ຫຼົງເຊື່ອຕົກເປັນເຫຍື່ອ ສູນເສັຽເງິນຫຼາຍກວ່າ 346 ລ້ານກີບ ສ່ວນຜູ້ຖືກກ່າວຫາ ແມ່ນຖືກຈັບ ແລະຢູ່ໃນລະຫວ່າງ ການດຳເນີນຄະດີ.