ແມ່ຍິງ-ເດັກນ້ອຍ 10/30/17

ສຸພັດຕາ
2017.10.31
F-Weave ແມ່ຍິງລາວໃນຫລາຍໆແຂວງ ພາກັນຕໍ່າຫູກ ຖືເປັນອາຊີບຫຼັກ ເພື່ອສ້າງຣາຍໄດ້ ໃຫ້ຄອບຄົວ
RFA

ການຕໍ່າຫູກ ແມ່ນອາຊີບນຶ່ງ ທີ່ມີສືບທອດກັນມາ ແຕ່ບູຮານນະການ ແລະການຕໍ່າຫູກນັ້ນ ກໍ່ມີຫຼາຍແບບ ແຕກຕ່າງກັນ ບໍ່ວ່າຈະເປັນ ການຕໍ່າສິ້ນໄໝ, ຕໍ່າສິ້ນຝ້າຍ ແລະການຕໍ່າຜ້າແພ ລວດຣາຍຕ່າງໆ ການຕໍ່າຫູກ ເປັນມໍຣະດົກ ທາງພູມປັນຍາ ແລະ ເປັນເອກກະຣັກ ຂອງແຕ່ລະຊົນເຜົ່າ. ກ່ອນຈະມາເປັນສິ້ນໄໝ ຜືນນຶ່ງໄດ້ ແມ່ນມີຫຼາຍຂັ້ນຕອນ ຕ້ອງໃຊ້ເທັກນິກ ໃນການຈົກລາຍ, ການຂີດລາຍ ຫຼືການ ເຮັດລວດລາຍ ເທິງຜືນສິ້ນ ໂດຍການໃຊ້ນິ້ວກ້ອຍ ເກາະເສັ້ນໄໝ ເພື່ອໃຫ້ລາຍນັ້ນ ສູງຂຶ້ນມາ ຈາກຜືນສິ້ນ ສ່ວນວ່າ ການຕໍ່າຫູກ ຈະມີ ຄວາມຍາກງ່າຍ ແນວໃດນັ້ນ ເຊີນທ່ານຮັບຟັງ ຈາກ ສາວວັນ ໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.