ແມ່ຍິງ-ເດັກນ້ອຍ 07-28-2015

ອະວາຣີ
2015.07.28
F-HT ກອງປະຊຸມປະເມີນ ກົດໝາຍວ່າດ້ວຍ ການຕ້ານ ການຄ້າມະນຸດ ປີ 2012
UNODC

ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ອອກ ຣາຍງານ ກ່ຽວກັບ ການ ຄ້າມະນຸດ ໃນຫລາຍ ປະເທດ ໃນໂລກ. ທ່ານ ຈອນ ແຄຣີ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັຖ ກ່າວໃນ ມື້ເຜີຍແພ່ ບົດ ຣາຍງານ ຕອນນຶ່ງ ເວົ້າເຖິງ ກຳພູຊາ ວ່າ:

"ທ່ານ ເວົ້າວ່າ “ໜຸ່ມນ້ອຍ ກຳພູຊາ ຄົນນຶ່ງ ໄດ້ຮັບ ຄຳໝັ້ນ ສັນຍາ ວ່າຈະໄດ້ ວຽກງານ ການ ກໍ່ສ້າງ ຢູ່ໄທ ແລ້ວ ກໍຕັດສິນ ໃຈ ຂ້າມ ຊາຍແດນ ໄປ ແຕ່ເມື່ອ ໄປເຖິງ ຖືກ ກັກຂັງ ດ້ວຍຊາຍ ປະກອບ ອາວຸດ ແລະ ສຸດທ້າຍ ກໍຖືກ ສົ່ງໄປ ເຮັດວຽກ ຢູ່ ເຮືອຫາປາ ຢູ່ ກາງ ທະເລ; ບາງເທື່ອ ຖືກມັດຄໍ ຕິດກັບ ເຮືອ ເວລາ ເຮືອໄປ ໃກ້ ເຮືອ ລຳອື່ນ ເພາະຢ້ານ ໜຸ່ມນ້ອຍ ຄົນນີ້ ຈະ ໂຕນໜີ.”

ກ່ຽວກັບ ສປປລາວ ກະຊວງ ການຕ່າງ ປະເທດ ສະຫະຣັຖ ຣາຍງານ ວ່າ ລາວ ເປັນ ປະເທດ ຕົ້ນທາງ ທາງຜ່ານ ແລະ ປາຍທາງ ຂອງ ການ ຄ້າມະນຸດ. ຜູ້ຍິງ ຜູ້ຊາຍ ແລະ ເດັກນ້ອຍ ລາວ ຖືກຂາຍ ແລະ ບັງຄັບ ໃຫ້ ເຮັດວຽກ ໜັກ ແລະ ຜູ້ຍິງ ໃຫ້ເປັນ ໂສເພນີ ສ່ວນຫລາຍ ຢູ່ໄທ. ຊາວລາວ ເຫລົ່ານີ້ ຖືກ ນາຍໜ້າ ເກັບເງິນ ຄ່າ ພາໄປ ແພງ, ເມື່ອ ໄປເຖິງແລ້ວ ກໍຖືກ ກົດຂີ່ ຂົ່ມເຫັງ ເອົາລັດ ເອົາປຽບ ໃນຫລາຍ ຮູບແບບ. ເດັກນ້ອຍ ລາວ ຫລາຍຄົນ ມີ ອາຍຸ ພຽງແຕ່ 11 ປີ ກໍ ຖືກບັງຄັບ ໃຫ້ ຂາຍຕົວ ເປັນ ຄົນໃຊ້ ເປັນ ກັມມະກອນ ໃນ ໂຮງງານ ແລະ ໃນ ອຸດສາຫະກັມ ການກະເສດ. ຊາວໜຸ່ມ ລາວ ຫລາຍຄົນ ຖືກສົ່ງໄປ ຫາປາ ຢູ່ ກາງທະເລ ເຖິງ ປະເທດ ອິນໂດນີເຊັຽ.

ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ຫລື NGO ຣາຍງານ ວ່າ ນາຍໜ້າ ຄົນໄທ ສົມຮູ້ ຮ່ວມຄິດ ກັບ ພວກ ຄ້າມະນຸດ ທີ່ ເປັນ ຄົນລາວ, ແລ້ວ ພາກັນ ຕົວະຍົວະ ເອົາວັຍລຸ້ນ ລາວ ຊາຍ-ຍິງ ແລະ ເດັກນ້ອຍ ໄປຂາຍ ເຂົ້າຊ້ອງ ແລະ ໂຮງງານ ຢູ່ໄທ. ຊາວລາວ ຕົກເປັນ ເຫຍື່ອ ຂອງການ ຄ້າມະນຸດ ຢູ່ ໄທ ປະມານ 17,000 ຄົນ, ຖືກສົ່ງ ກັບຄືນ ປະເທດລາວ ເມື່ອ ປີກາຍ ໂດຍ ທີ່ບໍ່ໄດ້ ເປີດເຜີຍ ຢ່າງ ເປັນ ທາງການ. ເມື່ອກັບມາ ເຖິງ ລາວ ພວກເຂົາ ກໍມີ ໂອກາດສູງ ຈະຕົກເປັນ ຜູ້ ເຄາະຮ້າຍ ໃຫ້ແກ່ ພວກ ຄ້າມະນຸດ ອີກ.

ນອກຈາກ ໄທ ແລ້ວ ຜູ້ຍິງລາວ ຈຳນວນ ນຶ່ງ ກໍຖືກ ຂາຍ ໄປ ເປັນເມັຽ ຂອງ ຊາວຈີນ ແລະ ເກົາຫລີໃຕ້; ອີກ ຈຳນວນນຶ່ງ ກໍຖືກຂາຍ ໄປເປັນ ໂສເພນີ ເຖິງ ມາເລເຊັຽ ແລະ ອິນໂດນີເຊັຽ. ເຈົ້າໜ້າທີ່ ທາງການ ລາວ ສ່ວນນຶ່ງ ສົມຮູ້ ຮ່ວມຄິດ ກັບ ພວກ ຄ້າມະນຸດ ດ້ວຍ ວິທີ ຮັບເງິນ ສິນບົນ ແລະ ໃຫ້ ຄວາມ ສະດວກ ສະບາຍ ແກ່ພວກ ຄ້າມະນຸດ ໃນການ ຂົນສົ່ງ ຜູ້ຍິງລາວ ໄປ ໄທ.

ນອກຈາກ ຈະເປັນ ຕົ້ນທາງ ລາວ ຍັງເປັນ ປະເທດ ທາງຜ່ານ ສຳຣັບ ຊາວ ວຽດນາມ ແລະ ຈີນ ທີ່ ຖືກຂາຍ ໄປເປັນ ໂສເພນີ ແລະ ຖືກ ບັງຄັບໃຫ້ ໄປ ເຮັດວຽກ ໜັກ ຢູ່ ປະເທດ ເພື່ອນບ້ານ ເປັນຕົ້ນ ກໍແມ່ນ ໄທ.
ສຳຣັບ ການຄ້າ ມະນຸດ ພາຍໃນ ປະເທດລາວ ເອງ ຣັຖບານ ລາວ ກໍບໍ່ມີ ໂຕເລກ ຫລື ສະຖິຕິ ກ່ຽວກັບ ເຣື່ອງນີ້ ຫລາຍ ພໍເທົ່າໃດ; ແຕ່ ພໍຮູ້ວ່າ ຜູ້ຍິງລາວ ຈີນ ແລະ ວຽດນາມ ຫຼາຍຄົນ ຖືກຂາຍ ຫລື ຖືກບັງຄັບ ໃຫ້ເປັນ ໂສເພນີ ໃນເມືອງ ໃຫຍ່ໆ ຂອງລາວ ໃກ້ໆ ກັບ ຊາຍແດນ ໃນເຂດ ເສຖກິດ ພິເສດ ແລະ ໃນ ໂຮງ ກະສິໂນ ຕ່າງໆ. ວັຍລຸ້ນ ແລະ ເດັກນ້ອຍ ຫລາຍຄົນ ຖືກ ບັງຄັບ ໃຫ້ ເຮັດວຽກ ໜັກ ໃນ ອຸດສາຫະກັມ ການ ກະເສດ.

ນັກທ່ອງທ່ຽວ ຈາກ ອັງກິດ ອອສເຕຣເລັຽ ແລະ ອະເມຣິກາ ມັກເດີນທາງ ໄປ ລາວ ຫລາຍຄົນ ມີ ຈຸດປະສົງ ເພື່ອ ຮ່ວມເພດ ກັບ ເດັກນ້ອຍ ລາວ. ຣັຖບານ ລາວ ພຍາຍາມ ປາບປາມ ການ ຄ້າມະນຸດ ຢູ່ ແຕ່ບໍ່ ຈິງຈັງ ບໍ່ໄດ້ຕາມ ມາດຕະຖານ ຕ່ຳສຸດ. ຜ່ານມາ ທາງການ ລາວ ໄດ້ ລົງໂທດ ພວກ ຄ້າມະນຸດ ແລະ ໄດ້ ໃຫ້ການ ຊ່ວຍເຫລືອ ແກ່ພວກ ທີ່ໄດ້ ເຄາະຮ້າຍ ຈາກ ການ ຄ້າມະນຸດ ນັ້ນຢູ່ ແຕ່ການ ຊ່ວຍເຫລືອ ນັ້ນ ສ່ວນຫຼາຍ ແລ້ວ ແມ່ນ ອາໄສ ແຕ່ ການຊ່ວຍເຫລືອ ຈາກ ຕ່າງປະເທດ. ເມື່ອ ທຽບໃສ່ ປີກາຍ ຣັຖບານ ລາວ ບໍ່ມີ ຄວາມກ້າວໜ້າ ຫຍັງເລີຍ ໃນການ ປາບປາມ ການ ຄ້າມະນຸດ; ສະນັ້ນ ລາວ ຈຶ່ງ ຍັງຖືກ ຈັດຢູ່ ໃນ ກຸ່ມ ປະເທດ ຊັ້ນທີ່ຖືກ ສິ້ງຊອມ.

ນາງ Sarah Sewall ຣັຖມົນຕຣີ ຮອງ ຮັບຜິດຊອບ ຄວາມໝັ້ນຄົງ ພົລເຮືອນ ປະຊາທິປະໄຕ ແລະ ສິດທິ ມະນຸດ ກະຊວງ ການຕ່າງ ປະເທດ ສະຫະຣັຖ ອະທິບາຍ ວ່າ:

"ນາງ ເວົ້າວ່າ “ກຸ່ມ ປະເທດ ຊັ້ນ ສອງ ທີ່ຖືກ ສິ້ງຊອມ ໝາຍເຖິງ ປະເທດ ທີ່ ປາບປາມ ການ ຄ້າມະນຸດ ບໍ່ໄດ້ຕາມ ມາຕຖານ ຕ່ຳສຸດ ແຕ່ກໍ ພຍາຍາມ ຢູ່ ບໍ່ໄດ້ເພິ້ມ ການ ປາບປາມ ເມື່ອທຽບໃສ່ ປີກາຍ ແລະ ຣັຖບານ ປະເທດ ນັ້ນ ກໍຍັງ ເມີນເສີຍ ຫລາຍຂຶ້ນ ໃນການ ຕ້ານ ການ ຄ້າມະນຸດ.”

ກະຊວງ ການຕ່າງ ປະເທດ ສະຫະຣັຖ ສເນີໃຫ້ ທາງການ ລາວ ເອົາ ໃຈໃສ່ ຊອກຄົ້ນຫາ ແລະ ໃຫ້ການ ຊ່ວຍເຫລືອ ແກ່ ຊາວລາວ ທີ່ ຕົກເປັນ ເຫຍື່ອ ຂອງການ ຄ້າມະນຸດ ໃຫ້ ດີຂື້ນ ເປັນຕົ້ນ ພວກທີ່ ຖືກ ສົ່ງກັບ ຄືນມາ ຈາກ ໄທ, ແລ້ວໃຫ້ ລົງໂທດ ພວກ ຄ້າມະນຸດ ຢ່າງ ເຄັ່ງຄັດ ພ້ອມທັງ ໃຫ້ ອອກ ກົດໝາຍ ຕ້ານ ການ ຄ້າມະນຸດ ໃຫ້ ສອດຄ່ອງ ກັບ ກົດໝາຍ ສາກົນ. ຣັຖບານ ລາວ ຄວນຈັດ ງົບປະມານ ເພີ້ມຂຶ້ນ ເພື່ອ ປາບປາມ ແລະ ປ້ອງກັນ ການ ຄ້າມະນຸດ ແລະ ຊ່ວຍເຫລືອ ຜູ້ ທີ່ໄດ້ ຮັບ ເຄາະຮ້າຍ.

ກົດໝາຍ ອາຍາ ຂອງລາວ ບົ່ງໄວ້ ວ່າ, ພວກ ຄ້າມະນຸດ ຈະຖືກ ລົງໂທດ ຈຳຄຸກ ແຕ່ 5 ປີ ເຖິງ ຕລອດ ຊີວິດ ແລະ ຈະຖືກ ປັບໃໝ່ ເປັນເງິນ ແຕ່ 10 ລ້ານ ເຖິງ 100 ລ້ານ ກີບ. ແຕ່ ໃນພາກ ປະຕິບັດ ຕົວຈິງ ທາງການ ລາວ ສາມາດ ລົງໂທດ ພວກ ຄ້າມະນຸດ ໄດ້ພຽງ ແຕ່ 21 ຄົນ ເມື່ອ ປີກາຍ. ອົງການ ຕ້ານການ ຄ້າມະນຸດ ຣາຍງານ ວ່າ, ສານ ຂອງ ສປປ ລາວ ອ່ອນແອ, ເຈົ້າໜ້າທີ່ ສໍ້ຣາສ ບັງຫລວງ. ຣັຖບານ ສືບສວນ ເຈົ້າໜ້າທີ່ ທີ່ ອອກ ເອກກະສານ ປອມ ໃຫ້ແກ່ພວກ ຄ້າມະນຸດ, ແຕ່ ບໍ່ ເປີດເຜີຍວ່າ ໄດ້ ລົງໂທດ ເຈົ້າໜ້າທີ່ ເຫລົ່ານັ້ນ ແນວໃດ.

ເຖິງຢ່າງໃດ ກໍດີ ເມື່ອປີ 2014 ທີ່ ຜ່ານມາ ຣັຖບານ ລາວ ກໍໄດ້ ຝຶກ ອົບຮົມ ເຈົ້າໜ້າທີ່ ຕ້ານ ການ ຄ້າມະນຸດ 300 ຄົນ, ໄດ້ ຮ່ວມມື ກັບ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ທາງການຈີນ ແລະ ວຽດນາມ ໃນການ ປາບປາມ ການ ຄ້າມະນຸດ.

ທາງດ້ານ ປ້ອງກັນ ການ ຄ້າມະນຸດ ຣັຖບານ ລາວ ຍັງ ບໍ່ຍອມ ຊອກຄົ້ນຫາ ພວກ ທີ່ ຕົກເປັນ ເຫຍື່ອ ຂອງການ ຄ້າມະນຸດ ດ້ວຍ ຕົນເອງ ມີແຕ່ ອາໄສ ທາງຝ່າຍໄທ ເປັນຜູ້ ສົ່ງມາ. ເມື່ອ ປີກາຍ ທາງການ ລາວ ໄດ້ໃຫ້ ການ ຊ່ວຍເຫລືອ ແກ່ຊາວລາວ ທີ່ ຖືກສົ່ງ ມາຈາກ ໄທ ປະມານ 253 ຄົນ ໄດ້ ໃຫ້ບ່ອນຢູ່ ອາໄສ ຊົ່ວຄາວ ໃຫ້ ຄຳແນະນຳ ທາງ ດ້ານ ກົດໝາຍ ສຸຂພາບ ການ ສຶກສາ ແລະ ຝຶກ ອົບຮົມ ວິຊາຊີບ.

ເມື່ອປີ 2014 ຣັຖບານ ລາວ ຈັດ ງົບປະມານ ພຽງແຕ່ 150 ລ້ານ ກີບ ຫລື 18,800 ດອນລ່າ ສະຫະຣັຖ ເພື່ອ ປາບປາມ ການ ຄ້າມະນຸດ ແລະ ໃຫ້ ການ ຊ່ວຍເຫລືອ ແກ່ ຜູ້ທີ່ໄດ້ ຮັບ ເຄາະຮ້າຍ. ຣັຖບານ ລາວ ອາໄສ ແຕ່ການ ຊ່ວຍເຫລືອ ຈາກ ອົງການ ທີ່ ບໍ່ ຂຶ້ນກັບ ຣັຖບານ; ອົງການ ຕ່າງ ປະເທດ ເປັນຜູ້ ອອກທຶນ ແລະ ບໍຣິຫານ ສູນ ຊ່ວຍເຫລືອ ຜູ້ ເຄາະຮ້າຍ ໃນ ນະຄອນ ຫລວງ ວຽງຈັນ.

ຍ້ອນຂາດ ການ ຊ່ວຍເຫລືອ ພວກ ເຄາະຮ້າຍ ຫຼາຍຄົນ ຕົກເປັນ ເຫຍື່ອ ຂອງການ ຄ້າມະນຸດ ຄືນອີກ ຢ່າງ ງ່າຍດາຍ. ເຈົ້າໜ້າທີ່ ທ້ອງຖິ່ນ ຂອງລາວ ໃນບາງບ້ານ ບາງເຂດ ຖືວ່າ ພວກຖືກ ຄ້າມະນຸດ ເປັນພວກ ທີ່ ຣະເມີດ ກົດໝາຍ ຫລາຍຄົນ ຖືກ ເຈົ້າໜ້າທີ່ ລົງໂທດ ແລະ ປັບໃໝ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.