ແມ່ຍິງ-ເດັກນ້ອຍ 10/02/17
2017.10.03

ຫລາຍປີມາແລ້ວ ທີ່ປະເທດລາວ ໄດ້ຮັບການຊ່ວຍເຫລືອ ຈາກອົງການ ຈັດຕັ້ງສາກົລຕ່າງໆ ເພື່ອຫລຸດຜ່ອນ ການຂາດສານອາຫານ ຂອງ ເດັກນ້ອຍ ໂດຍສະເພາະ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ແລະ ເດັກນ້ອຍ ໃນຊັ້ນປະຖົມ ໄດ້ມີໂຄງການ ອາຫານ ເສີມ ແລະໂຄງການ ອາຫານຫວ່າງ ເພື່ອເສີມ ສານອາຫານ ໃຫ້.
ເຖິງວ່າຣັຖບານ ໄດ້ຮັບການຊ່ວຍເຫລືອຫລາຍ ພໍສົມຄວນ ໃນຫຼາຍປີມານີ້ ແຕ່ກໍຍັງປະສົບບັນຫາ ເດັກນ້ອຍຂາດສານອາຫານ ຫຼາຍທີ່ສຸດ ທຽບໃສ່ ປະເທດຕ່າງໆ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຍມີອັຕຣາ ເດັກນ້ອຍ ຂາດສານ ອາຫານ ສູງກວ່າ 35 ຈຸດ 6 ເປີ- ເຊັນ ໃນຂະນະທີ່ຣັຖບານລາວ ມີແຜນທີ່ຈະ ຫລຸດຜ່ອນ ເດັກນ້ອຍ ຂາດສານອາຫານ ໃຫ້ເຫລືອ 25 ເປີເຊັນ ໃນປີ 2025. ແຕ່ໃນປັດ- ຈຸບັນນີ້ ການປະຕິບັດ ໂຄງການ ຫລຸດຜ່ອນ ການຂາດ ສານອາຫານ ນັ້ນ ຍັງບໍ່ໄດ້ດີ ປານໃດ ຍ້ອນພໍ່ແມ່ ແລະຜູ້ປົກຄອງ ຂອງພວກເຂົາ ຍັງທຸກຍາກ ຫລາຍເປັນຕົ້ນ ຢູ່ຕາມ ຊົນນະບົດ ໃນທົ່ວປະເທດ ແລະໂຄງການ ກໍບໍ່ເຂົ້າໄປ ຊ່ວຍໄດ້ ທົ່ວເຖິງ.
ໃນສົກຮຽນປີ 2017-18 ນີ້ ຫລາຍແຂວງຂອງລາວ ໄດ້ເລີ່ມຈັດຕັ້ງ ປະຕິບັດ ໂຄງການອາຫານທ່ຽງ ໃຫ້ແກ່ເດັກນ້ອຍ ນັກຮຽນ ຊັ້ນປະຖົມ ໃນ 9 ແຂວງ ຄືແຂວງ ຜົ້ງສາລີ ຫລວງນໍ້າທາ ອຸດົມໄຊ ຫົວພັນ ຫລວງພຣະບາງ ຊຽງຂວາງ ສາລະວັນ ອັຕຕະປື ແລະແຂວງ ເຊກອງ.
ໂຄງການທີ່ວ່ານີ້ ເປັນນຶ່ງໃນໂຄງການ ຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ ແລະຫຼຸດຜ່ອນ ການຂາດສານອາຫານ ຂອງເດັກນ້ອຍ ໃນລາວ ໂດຍໄດ້ຮັບທຶນ ສນັບສນູນ ຊ່ວຍເຫລືອ ຈາກ ອົງການ ອາຫານໂລກ ແລະ ສະຫະຣັຖ ອະເມຣິກາ. ຢູ່ ບາງແຂວງ ໄດ້ຮັບການ ຊ່ວຍເຫລືອ ຂອງ ຕ່າງປະເທດ ມາຕັ້ງແຕ່ປີ 2009. ແລະບາງແຂວງ ໄດ້ຮັບການຊ່ວຍເຫລືອ ຈາກໂຄງການ ອາຫານກາງເວັນ ນີ້ມາແຕ່ປີ 2013 ເພື່ອ ໃຫ້ເດັກນ້ອຍ ນັກຮຽນ ຊັ້ນປະຖົມ ໄດ້ກິນເຂົ້າທ່ຽງ ຕາມຫລັກ ໂພສະນາການ ຢູ່ໃນໂຮງຮຽນ.
ແຂວງອັຕຕະປື ເປັນແຂວງນຶ່ງ ທີ່ຍັງມີເດັກນ້ອຍ ຂາດສານອາຫານ ຢູ່ຫລາຍທີ່ສຸດ ທຽບໃສ່ແຂວງອື່ນໆ ຂອງລາວ. ແຂວງນີ້ໄດ້ຮັບການ ຊ່ວຍເຫລືອ ດ້ວຍໂຄງການ ອາຫານ ຫວ່າງ ແລະ ອາຫານເສີມ ມາຕັ້ງແຕ່ ປີ 2009 ແລະ ໃນສົກຮຽນ 2017-18 ນີ້ ໄດ້ມີການ ປ່ຽນ ຮູບແບບອາຫານເສີມ ຈາກອາຫານຫວ່າງ ມາເປັນອາຫານທ່ຽງ ແລະມີການຝຶກອົບຮົມ ໃຫຄະນະປົກຄອງບ້ານ ແລະນາຍຄຣູໃນໂຮງຮຽນ ປະຖົມຕ່າງໆ ເພື່ຶອຊ່ວຍ ແນະນໍາ ໃນການປຸງແຕ່ງ ອາຫານທ່ຽງ ຕາມຫລັກ ໂພສະນາການ ແລະ ເຮັດສວນຄົວ ນໍາດ້ວຍ -ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ແຂວງ ທ່ານນຶ່ງ:
"ເຂົ້່າມາໃນສົກຮຽນນີ້ນີ໊ ເພິ່ນສິເລີ່ມໂຄງການ ອາຫານທ່ຽງ ແບບວ່າໄດ້ ກິນເຂົ້າທ່ຽງ ຢູ່ໃນໂຮງຮຽນນະ ເພາະທີ່ຜ່ານມາ ຂະເຈົ້າ ກິນແຕ່ ຂນົມຈີນ ຂນົມປັ້ນ ຂນົມສັ່ງໃຫ້ເດັກນ້ອຍ ນັ້ນກິນ ດຽວນີ້ກໍາລັງ ເອົາຄະນະພັທນາ ການສຶກສາ ຂັ້ນບ້ານ ຄຣູອາຈານ ຜອ ນັ້ນມາຝຶກ ອົບຮົມ ໂຄງການ ອາຫານໂລກ ຂະເຈົ້າກໍາລັງ ຝຶກອົບຮົມ ໃຫ້ດຽວນີ້ນະ".
ເຊັ່ນດຽວກັນໃນແຂວງຜົ້ງສາລີ ແລະແຂວງອຸດົມໄຊ ທີ່ໄດ້ເລີ່ມມີການ ປະຕິບັດ ຢູ່ໃນທົ່ວທຸກເມືອງ ໃນສົກຮຽນປີ 2017-18 ນີ້. ຢູ່ເມືອງ ຂົວ ແຂວງຜົ້ງສາລີ ປະຕິບັດ ໂຄງການ ອາຫານທ່ຽງ ຕັ້ງແຕ່ປີ 2013 ແລະປັດຈຸບັນ ສາມາດ ປະຕິບັດໂຄງການ ດັ່ງກ່າວ ເຂົ້າເຖິງ ທຸກໂຮງຮຽນແລ້ວ. ແລະຢູ່ເມືອງຫລ້າ ແຂວງອຸດົມໄຊ ກໍໄດ້ປະຕິບັດ ໂຄງການນີ້ ມາຕັ້ງແຕ່ປີ 2013 ເຊັ່ນກັນ.
ເຈົ້າໜ້າທີ່ແຂວງ ອຸດົມໄຊ ເວົ້າວ່າ ແຂວງອຸດົມໄຊ ກໍາລັງຈັດຕັ້ງ ປະຕິບັດ ໂຄງການ ອາຫານທ່ຽງ ໃຫ້ໂຮງຮຽນປະຖົມ ທົ່ວທັງແຂວງ ໂດຍມີແຜນ ທີ່ຈະປຸງແຕ່ງອາຫານ ໃຫ້ເດັກນ້ອຍ ນັກຮຽນປະຖົມ ເລີ່ມເດືອນກັນຍາ ຫລື ເດືອນຕຸລາ ປີ 2017 ນີ້ຢູ່ໃນ ເມືອງດຽວ ຄື ເມືອງຫລ້າ ແລະຈະຂຍາຍໄປເມືອງແບງ ແລະ ອີກ 5 ເມືອງ ເພື່ອໃຫ້ຄົບທັງ 7 ເມືອງ ທົ່ວແຂວງນີ້:
"ມາຮອດສົກຮຽນປີ 2017-18 ນີ້ ດຽວນີ້ກໍາລັງຝຶກອົບຮົມ ສິເລີ່ມຂຍາຍໄປ 7 ເມືອງ ໃນທົ່ວແຂວງ ສໍາລັບ 5 ເມືອງ ກໍາລັງ ຝຶກອົບຮົມ ໃນຣະຍະເດືອນ 8 ນີ້ເນາະ ຝຶກອົບຮົມ ການປຸງແຕ່ງ ອາຫານ ແລະການເຮັດ ສວນຄົວ ໃຫ້ 5 ເມືອງ ແລະກໍເລີ່ມ ຝຶກໃຫ້ແລ້ວ ໃນເດືອນ 9 ເດືອນ 10 ໃຫ້ຂະເຈົ້າ ກໍເລີ່ມແຕ່ງອາຫານ ໃຫເດັກກິນ ໂດຍໂຄງການ ອາຫານໂລກ ຂະເຈົ້າສນອງ".
ທ່ານກ່າວຕື່ມວ່າເຖິງທາງ ແຂວງອຸດົມໄຊ ຈະໄດ້ປະຕິບັດ ໂຄງການ ອາຫານທ່ຽງ ມາຕັ້ງແຕ່ປີ 2013 ແຕ່ກໍຍັງປະສົບ ບັນຫາຫຍູ້ງຍາກ ຫລາຍ ຍ້ອນວ່າ ປະຊາຊົນ ຢູ່ບາງບ້ານ ທຸກຍາກຫລາຍ. ຕາມການປະເມີນ ຂອງທາງແຂວງ ຢູ່ເມືອງຫລ້າ ໂຄງການ ອາຫານທ່ຽງ ສາມາດ ປະຕິບັດ ໄດ້ຕາມແຜນ ມີພຽງ 5-6 ບ້ານ ຄືໄດ້ພຽງ 12 ຈຸດ 5 ເປີເຊັນ ຂອງຈໍານວນ ໂຮງຮຽນປະຖົມ ທັງໝົດ ທີ່ເຂົ້າຮ່ວມ ໂຄງການ ອາຫານທ່ຽງນີ້.
ໃນການປະຕິບັດ ໂຄງການອາຫານທ່ຽງ ຢູ່ຫລາຍແຂວງ ຂອງລາວ ປະສົບກັບບັນຫາ ຫຍູ້ງຍາກ ທັງເຣື່ອງ ນໍ້າສະອາດ ທີ່ຍັງຂາດເຂີນ ເຮັດໃຫ້ ໂຄງການນີ້ ຍັງບໍ່ສາມາດ ປະຕິບັດໄດ້ ຢູ່ຫລາຍແຫ່ງ ດັ່ງທີ່ທ່ານ ກ່າວວ່າ:
"ນໍ້າໃຊ້ນີ້ບໍ່ພຽງພໍ ອັນນີ້ເຮັດໃຫ້ແກ່ ໂຮງຮຽນ ໃນການຈັດຕັ້ງ ເຮັດສວນຄົວ ໃນໂຮງຮຽນ ແລະການປຸງແຕ່ງ ອາຫານ ຕົວນີ້ເປັນສິ່ງ ທ້າ ທາຍ ໃຫຍ່ກວ່າໝູ່ ຜ່ານການຈັດຕັ້ງ ປະຕິບັດ ຜ່ານມາ ພວກເຮົາໄດ້ເຮັດ ບົດລາຍງານ ບັນຫາ ສິ່ງທ້າທາຍ ຕົ້ນຕໍແມ່ນ ການຂາດນໍ້າ".
"ເມືອງຫຼ້າຈັດຕັ້ງປະຕິບັດ ອາຫານທ່ຽງມາຕັ້ງແຕ່ປີ 2013 ແຕ່ມາຮອດ ປັດຈຸບັນນີ້ ບັນຫານໍ້າຂາດ ກໍຍັງເປັນບັນຫາຢູ່ ເພາະວ່າບໍ່ມີໃຜ ໄປສນອງ ຢູ່ໂຮງຮຽນ ປະຖົມນີ້ ນໍ້າຍາກບໍ່ມີນໍ້າ ການປຸງແຕ່ງອາຫານ ກໍລໍາບາກ".
ໃນຂະນະດຽວກັນ ຢູແຂວງອັຕຕະປື ໃນສົກຮຽນ 2017-18 ນີ້ ໃນການປະຕິບັດ ໂຄງການອາຫານທ່ຽງ ກໍຍັງບໍ່ໄດ້ ຄົບທຸກບ້ານ ໂດຍ- ສະເພາະ ໃນບ້ານທີ່ຍັງບໍ່ທັນມີ ນໍ້າບາດານ ອັນຈະເຮັດໃຫ້ ທາງໂຄງການອາຫານໂລກ ສັ່ງໂຈະໂຄງການນີ້ກ່ອນ, ດັ່ງເຈົ້າໜ້າທີ່ຜແນກ ສຶກສາທິການ ແລະກິລາ ແຂວງອັຕຕະປື ໄດ້ກ່າວ:
"ໂຄງການອາຫານໂລກ ກໍາລັງສົ່ງອາຫານ ໃຫ້ແຕ່ລະບ້ານ ສົ່ງອາຫານ ແຕ່ກໍຍັງບໍ່ໝົດວຽກ ເພາະວ່າບາງບ້ານ ກໍຍັງມີຄວາມຫຍູ້ງຍາກ ໂດຍສະເພາະແມ່ນ ເຣື່ອງນໍ້າ ຂະເຈົ້າບໍ່ມີ ແລ້ວເຂົາກໍ ໂຈະກ່ອນ ກໍຍັງມີຫລາຍ ໂຮງຮຽນຢູ່".
ສໍາລັບແຂວງຜົ້ງສາລີ ຕາມຄໍາເວົ້າຂອງເຈົ້າໜ້າທີ່ສຶກສາແຂວງ ໂຄງການອາຫານທ່ຽງ ທີ່ປະຕິບັດ ຢູ່ແຂວງນີ້ ປັດຈຸບັນ ໄດ້ສົ່ງເຂົ້າສານ ໝາກຖົ່ວເຫລືອງ ແລະອຸປກອນ ປຸງແຕ່ງອາຫານ ໃຫ້ໂຮງຮຽນຕ່າງໆ ໄດ້ປະມານ 200 ໂຮງຮຽນ ໃນ 5 ເມືອງ. ແຕ່ສໍາລັບ ບາງເຂດ ທີ່ເປັນບ້ານ ປະຊາຊົນ ທຸກຍາກຫລາຍນັ້ນ ກໍຍັງຍາກ ທີ່ໂຄງການນີ້ ຈະເຂົ້າເຖິງ ຍ້ອນຍັງບໍທັນມີ ຄວາມພ້ອມ ຂອງບ້ານນັ້ນໆເທື່ອ:
"ຈາກອາຫານເສີມປີສົກຮຽນ 2017-18 ນີ້ແມ່ນຫັນເປັນອາຫານທ່ຽງ ບາງຈໍານວນໂຮງຮຽນເປົ້າໝາຍ ມີແຕ່ໄດ້ບາງແຫ່ງ ເຂດນອກກໍມີ ສ່ວນຫລາຍຢູ່ ເຂດນອກເທສບານ ນີ້ໄດ້ໝົດ ຕົວນັ້ນແມ່ນຄວາມພ້ອມ ຂອງຊຸມຊົນ ຍັງບໍ່ທັນມີ"
ໂຄງການອາຫານທ່ຽງ ໄດ້ເລີ່ມປະຕິບັດ ໃນຫລາຍແຂວງ ມາຫລາຍປີແລ້ວ ເຊັ່ນຢູ່ເມືອງຂວາ ແຂວງຜົ້ງສາລີ ແລະເມືອງຫລ້າ ແຂວງ ອຸດົມໄຊ ໄດ້ພົບວ່າ ໂຄງການນີ້ ຊ່ວຍໃຫ້ເດັກນ້ອຍ ເຂົ້າໂຮງຮຽນ ຫລາຍເພີ່ມຂຶ້ນ ແລະຜົລການຮຽນ ກໍດີຂຶ້ນ ຍ້ອນວ່າ ພວກເຂົາເຈົ້າ ໄດ້ກິນອາຫານ ທີ່ຖືກຫລັກ ໂພສະນາການ ໄດ້ກິນອາຫານ ພຽງພໍ ບໍ່ໄດ້ກັງວົນນໍາ ວ່າຈະອົດ-ຫິວ ໃນຕອນກາງເວັນ ໃນຣະຫວ່າງ ການຮຽນ ຄືແຕ່ກ່ອນ ອີກແລ້ວ.
ເວົ້າເຖິງການຊ່ວຍເຫລືອ ຂອງຕ່າງປະເທດ ໃນໂຄງການອາຫານທ່ຽງ ສໍາລັບເດັກນ້ອຍ ນັກຮຽນລາວ ເມື່ອວັນທີ 26 ກັນຍາ 2017 ນີ້ ສະຫະຣັຖ ອະເມຣິກາ ກໍໄດ້ມອບເຂົ້າສານ ຈໍານວນ 3 ພັນ 482 ຕັນ ໃຫ້ໂຄງການອາຫານໂລກ ຢູ່ນະຄອນຫຼວງວຽງຈັນ ເພື່ອນໍາໄປ ແຈກຢາຍ ໃຫ້ໂຮງຮຽນຕ່າງໆ ທີ່ທຸກຍາກ ຢູ່ 7 ແຂວງ ຂອງລາວ ຄື ຜົ້ງສາລີ ຫລວງນໍ້າທາ ອຸດົມໄຊ ສາລະວັນ ອັຕຕະປື ແລະແຂວງ ເຊກອງ ອັນເປັນພາກສ່ວນນຶ່ງ ຂອງການຊ່ວຍເຫລືອ ທາງດ້ານ ມະນຸສທັມ ຂອງ ຣັຖບານ ສະຫະຣັຖ ອະເມຣິກາ ແລະ ປະຊາຊົນ ອະເມຣິກັນ ແກ່ປະຊາຊົນລາວ ທົ່ວທັງປະເທດ.