ສປປ ລາວ ໂຄສະນາ ຕ້ານ ຄ້າມະນຸດ
2018.10.22
ປັດຈຸບັນ ທາງການລາວ ເພີ່ມການໂຄສະນາ ຕ້ານ ການຄ້າມະນຸດ ພາຍຫລັງ ທີ່ພົບວ່າ ແມ່ຍິງລາວ ໃນທົ່ວປະເທດໃນເຂດ ຊົນນະບົດ ຕາມເຂດແຂວງຕ່າງໆ ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຢ່າງຫຼວງຫຼາຍ ແລະມີແນວໂນ້ມ ເພີ່ມຂຶ້ນນັບມື້. ຍ້ອນການຄ້າມະນຸດ ຢູ່ລາວ ມີຫລາຍຮູບແບບ ຮວມທັງ ການແຕ່ງດອງ ແບບແອບແຝງ ຂອງ ຄົນຕ່າງປະເທດ ຊຶ່ງ ມີຫລາຍໃນ 5 ແຂວງຄື ແຂວງ ຫົວພັນ ບໍ່ແກ້ວ ຊຽງຂວາງ ນະຄອນຫລວງວຽງຈັນ ແລະ ແຂວງບໍລິຄໍາໄຊ.
ພັນໂທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕໍາຣວດ ສະກັດກັ້ນ ແລະຕ້ານ ການຄ້າມະນຸດ ກ່າວໃນກອງປະຊຸມ ສລຸບວຽກງານ ຂອງຕໍາຣວດ ສະກັດກັ້ນ ແລະຕ້ານ ການຄ້າມະນຸດ ປະຈໍາປີ 2018 ແລະ ວາງທິດທາງ ແຜນການປີ 2019 ຂອງ ກົມຕໍາຣວດ ສະກັດກັ້ນ ແລະຕ້ານການຄ້າມະນຸດ ກະຊວງປ້ອງກັນ ຄວາມສງົບ ໃນມື້ວັນທີ 15 ຕຸລານີ້ ວ່າການຄ້າມະນຸດ ເປັນບັນຫານຶ່ງ ທີ່ເກີດຂຶ້ນ ຢ່າງຕໍ່ເນື່ອງ ຢູ່ໃນສັງຄົມລາວ ແລະວ່າ ການຄ້າມະນຸດນັ້ນ ມີຫລາຍຮູບແບບ ເປັນຕົ້ນການເອົາ ແມ່ຍິງລາວ ໄປແຕ່ງດອງ ກັບຄົນຕ່າງປະເທດ ແບບບໍ່ຖືກຕ້ອງຕາມກົດໝາຍ ໂດຍໃຊ້ຮູບການ ໝັ້ນໝາຍ ຕົກລົງກັນເຣື່ອງຄ່າດອງ ແລ້ວກໍແລ່ນເອກສານ ເດີນທາງໄປ ຕ່າງປະເທດເລີຍ.
ປັດຈຸບັນ ແມ່ ຍິງລາວຖືກຕົວະຍົວະ ໃຫ້ເດີນທາງໄປຈີນ ປະມານ 3 ພັນ ຄົນແລ້ວ -ຕາມຕົວເລກທີ່ຍັງບໍ່ເປັນທາງການ. ພວກແມ່ຍິງລາວ ທີ່ຖືກເຄາະຮ້າຍ ຢູ່ປະເທດຈີນ ຈໍານວນນຶ່ງ ໄດ້ຕິດຕໍ່ທາງ ໂທຣະສັບ ແລະ ທາງອອນລາຍ ໄປຫາກົງສູນລາວ ປະຈໍາ ຢູ່ຊຽງຮຸ່ງຂອງຈີນ ເພື່ອຂໍຄວາມຊ່ອຍເຫລືອ ແລະໄດ້ຖືກສົ່ງກັບຄືນ ລາວແລ້ວ 600 ປາຍຄົນ.
ນອກນັ້ນ ທາງກົງສູນໃຫຍ່ ຂອງສປປລາວ ປະຈໍາຢູ່ຈີນ ກໍໄດ້ໃຫ້ການຊ່ອຍເຫລືອ ສົ່ງແມ່ຍິງ ແລະເດັກນ້ອຍລາວ ກັບຄືນປະເທດ 150 ປາຍຄົນ. ຜູ້ຖືກເຄາະຮ້າຍ ສ່ວນຫລາຍ ແມ່ນ ຖືກຕົວະຍົວະ ຫລອກລວງ ໄປແຕ່ງດອງ ກັບຄົນຈີນ, ໄປຢ້ຽມຢາມ ຄອບຄົວ ຝ່າຍຊາຍກ່ອນ ແຕ່ງດອງ, ໄປທ່ຽວ ແລະໄປເຮັດວຽກ.
ແມ່ຍິງລາວ ທີ່ຖືກຕົວະຕົ້ມ ໄປຈີນ ຕາມຄໍາດເວົ້າຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດລາວ ທີ່ນະຄອນຫລວງວຽງຈັນ ຕໍ່ RFA ເມື່ອໄວໆມານີ້ ແລ້ວແມ່ນ ວ່າ ມີຫລາຍ ຈົນໜ້າຕົກໃຈ ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:
"ຢູ່ດຽວນີ້ຫັ້ນນະ ມັນມີຫລາຍກໍຣະນີຫັ້ນນະ ຕໍາຣວດລາວ ຕໍາຣວດຈີນ ກະນໍາ ຫາກແຕ່ວ່າມັນສິບໍ່ເປັນ ເຄສ ເຫັນຈະຈະວ່າແມ່ນຄ້າມະນຸດ ມັນສິເປັນແບບວ່າຄື ແຕ່ງງານໄປ ແບບຕົວະແຕ່ງງານ."
ແມ່ຍິງລາວ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ ໃນຮູບແບບຕ່າງໆ ນອກຈາກຢູ່ຈີນແລ້ວ ຮອງຫົວໜ້າ ກົມຕໍາຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກໍເວົ້າວ່າມີ ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທ ຊຶ່ງມີຄວາມສ່ຽງຕໍ່ ການຕົກເຂົ້າສູ່ ການຖືກຄ້າມະນຸດ ຫລາຍເຖິງ 7 ພັນ 700 ປາຍຄົນ. ໃນນັ້ນ ເປັນແມ່ຍິງ ສ່ວນໃຫຍ່ ຄືມີເຖິງ 4 ພັນປາຍຄົນ. ແລະວ່າໃນ 6 ເດືອນ ຕົ້ນປີນີ້ ຄົນງານລາວ ຖືກສົ່ງກັບປະເທດ ຢ່າງເປັນທາງການ ແລ້ວ 68 ຄົນ. ໃນນັ້ນ ເປັນແມ່ຍິງ 57 ຄົນ ຫລາຍກວ່າໝູ່ ແມ່ນໄປຈາກແຂວງ ບໍ່ແກ້ວ ບໍລິຄໍາໄຊ ແລະຊຽງຂວາງ.
ຢ່າງໃດກໍຕາມ ເວົ້າເຣື່ອງການຄ້າມະນຸດ ທາງການລາວ ກໍເວົ້າວ່າໄດ້ ພຍາຍາມ ສະກັດກັ້ນ ຫລືຈໍາກັດມາໂດຍຕລອດ ແຕ່ກໍປາກົດວ່າ ເຮັດໄດ້ຍາກ ຍ້ອນຫລາຍປັດໃຈ. ຕົ້ນຕໍແລ້ວ ກໍແມ່ນຍ້ອນຄອບຄົວ ທຸກຍາກ-ຂາດເຂີນ ການສຶກສາຕໍ່າ ບໍ່ມີວຽກງານເຮັດ ທີ່ມີຣາຍໄດ້ຖາວອນ ພໍກຸ້ມຄອບຄົວ. ພ້ອມກັນນັ້ນ ພວກຄ້າມະນຸດ ກໍຕົວະຍົວະ ຫລອກລວງ ຫລາຍຮູບແບບ ຮວມທັງ ການແຕ່ງດອງແອບແຝງ ແລະທັງໃຫ້ສັນຍາ ວ່າເມື່ອໄປແລ້ວ ຈະໄດ້ຢູ່ດີກິນດີ ໄດ້ວຽກງານທໍາ ສະບາຍ ເງິນດີ. ດັ່ງ ເຈົ້າໜ້າທີ່ຕ້ານ ການຄ້າມະນຸດ ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ:
"ພວກຄ້າມະນຸດ ມັນເຮັດຫລາຍແບບ ວິທີນຶ່ງກໍແມ່ນແຕ່ງດອງ ແບບແອບແຝງ ສູ່ຂໍໝັ້ນໝາຍກັນນີ້ແຫລະ ສອງກໍແມ່ນຕົວະຍົວະ ໄປຢູ່ຮ້ານອາຫານ ບໍ່ນີ້ນ່າ ໄປເຮັດວຽກ ຢູ່ຕ່າງປະເທດ 3 ມາກໍລັກໄປ ໂຕນີ້ຢູ່ຊຽງຂວາງ ເຮົາ ຍາກໂຕນີ້ນ່າ ເວລາໄປ ສຶກສາອົບຮົມ ຂະເຈົ້າ ຂະເຈົ້າກໍວ່າສິບໍ່ໄປ ຫັ້ນແຫລະ ຂະເຈົ້າກໍ່ຢ້ານ ຈໍານວນນຶ່ງ ຈໍານວນນຶ່ງ ກໍຍັງໄປຢູ່ຄືເກົ່າ ຫັ້ນນະ."
ແລະກໍເປັນທີ່ຮັບຮູ້ກັນ ໂດຍທົ່ວໄປວ່າຢູ່ລາວ ໂດຍສະເພາະຢູ່ເຂດ ຊົນນະບົດ ປະຊາຊົນສ່ວນໃຫຍ່ ເປັນຊາວນາທຸກຍາກ ໄດ້ຮຽນໜັງສືໜ້ອຍ, ຢູ່ຫ່າງໄກໂຮງຈັກໂຮງງານ ຈໍານວນນຶ່ງ ກໍເຂົ້າມາຊອກຫາ ວຽກເຮັດງານທໍາ ຢູ່ໃນຕົວເມືອງ ເປັນຕົ້ນ ເມືອງໃຫຍ່ ພໍໄດ້ເງິນລ້ຽງຊີບ ເຖິງແມ່ນວ່າຈະ ບໍ່ມີອາຊີບ ແລະຣາຍໄດ້ ທີ່ບໍ່ໝັ້ນຄົງ.
ແລະອີກປັດໃຈນຶ່ງ ທີ່ມີສ່ວນເຮັດໃຫ້ເກີດ ມີຄວາມສ່ຽງຕໍ່ ການທີ່ຈະ ຖືກຄ້າມະນຸດນັ້ນ ຄືການຄ້າໂສເພນີ ທີ່ມີຢູ່ຕາມຮ້ານອາຫານ ຮ້ານບັນເທິງ ໂຮງແຮມ ເຮືອນພັກ ທີ່ແຜ່ລາມໄປ ຢ່າງກວ້າງຂວາງ ໃນຫລາຍທ້ອງຖິ່ນ ທົ່ວປະເທດ ຊຶ່ງຂ່າວຂອງທາງການ ລາວ ເປີດເຜີຍໂດຍອີງໃສ່ຄໍາເວົ້າຂອງ ພັນໂທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າ ຫ້ອງການຕໍາຣວດ ຜແນກປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ວ່າຕໍາຣວດ ນະຄອນຫລວງວຽງຈັນ ກໍາລັງເລັ່ງປາບປາມ ການຄ້າປະເວນີ ແລະຈັບແມ່ຍິງ ຂາຍ ບໍຣິການທາງເພດ ຫລັງຈາກມວນຊົນ ເຫລືອອົດ ແລະຮຽກຮ້ອງ ໃຫ້ທາງການ ເລັ່ງແກ້ໄຂ.
ເຈົ້າໜ້າທີ່ກວດພົບແຫລ່ງ ບໍຣິການເປົ້າໝາຍ ຫລາຍຮ້ອຍແຫ່ງ ແລະຈັບໄປແລ້ວ 100 ປາຍຄົນ. ຕໍາຣວດກວດກາ ເຂດທີ່ມີຄວາມສ່ຽງ ຕ່າງໆ ທັງໂຮງແຮມ ເຮືອນພັກ ສະຖານທີ່ ອົບນວດ ຮ້ານກິນດື່ມ ທົ່ວ ນະຄອນຫລວງວຽງຈັນ. ແລະມາໃນມື້ ວັນທີ 17 ຕຸລາ ນີ້ ຂ່າວຜູ້ຈັດການອອນລາຍ ກໍຣາຍງານວ່າ ນັ້ນເປັນການເປີດເຜີຍ ລາຍລະອຽດກ່ຽວກັບ ອັນທີ່ເອີ້ນວ່າ ປາກົດການຫຍໍ້ທໍ້ ປະເພດນີ້ແບບ ບໍ່ປິດບັງ ຊຶ່ງມີຢູ່ຕາມຮ້ານກິນດື່ມ ແລະ ສະຖານບໍຣິການ ທີ່ມີແສງສີຕາມແຄມຖນົນ ເສັ້ນຕ່າງໆ. ພຽງແຕ່ ເຂົ້າໄປນັ່ງໃນຮ້ານ ກໍສາມາດຕົກລົງຄ່າໃຊ້ບໍຣິການ ກັບຍິງສາວ ໄດ້ໂດຍກົງ ເຮັດໃຫ້ຫລາຍຄົນ ສົງໃສວ່າຮ້ານແສງສີ ເຫລົ່ານັ້ນ ອາດມີເຈົ້າໜ້າທີ່ ຢູ່ເບື້ອງຫລັງ ຄອຍປົກປ້ອງຄຸ້ມຄອງ ຢູ່ຫລືບໍ່.
ກຸ່ມຂາຍບໍຣິການທາງເພດ ອີກກຸ່ມນຶ່ງ ຂ້ອນຂ້າງປິດລັບ ຕາມໂຮງແຮມ ເຮືອນພັກ ສະຖານບັນເທິງ ຮວມທັງ ບ່ອນອາບອົບນວດ ທີ່ມີການຄ້າປະເວນີ. ການບໍຣິການທາງເພດ ສ່ວນໃຫຍ່ ຈະເຮັດຮ່ວມກັນ ແບບເປັນເຄືອຂ່າຍ, ເປັນກຸ່ມແກ້ງໂດຍມີຜູ້ຕິດຕໍ່ ລູກຄ້າມາໃຫ້ ສາວບໍຣິການ ທ່ານ ພັນໂທ ຈັນຫອມ ກ່າວ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຕໍາຣວດ ໄດ້ຮັບຄໍາຮ້ອງຮຽນ ຈາກຊາວນະຄອນຫລວງວຽງຈັນ ຫລາຍໃຫ້ກວດກາຈຸດ ທີ່ເປັນເປົ້າໝາຍ ແລະເຂດ ທີ່ຫລໍ່ແຫລມ ຫລາຍຂຶ້ນ ຕາມສະຖານບໍຣິການ ຕ່າງໆ ທີ່ມີຄວາມສ່ຽງ ຫ້ອງອາຫານ ຮ້ານກິນດື່ມ ຫ້າງຮ້ານ ທີ່ຕ້ອງສົງສັຍ ຈະມີການຄ້າປະເວນີ ແອບແຝງ.
ປັດຈຸບັນຕໍາຣວດ ໄດ້ຂຶ້ນບັນຊີເປັນເປົ້າໝາຍ ຮ້ານກິນດື່ມ 883 ຮ້ານ ເຂົ້າກວດໂຮງແຮມ 242 ຫລັງ ເຮືອນພັກ 251 ຫລັງ ຮ້ານອາບອົບນວດ 187 ຮ້ານ ຮ້ານຄາຣາໂອເກ໊ 109 ຮ້ານ ຮ້ານເສີມສວຍ 827 ແຫ່ງ. ນອກນັ້ນ ຍັງມີແຫລ່ງ ຕ້ອງສົງໃສ ທີ່ຍັງບໍ່ຮູ້ແນ່ນອນ ອີກ 48 ຈຸດ. ທີ່ຜ່ານມາຕໍາຣວດ ໄດ້ລົງກວດກາຮ້ານ ກິນດື່ມ ທີ່ມີການຄ້າປະເວນີ ທັງໝົດ 56 ຮ້ານ. ໃນນັນເປັນຮ້ານຂອງຊາວ ຕ່າງປະເທດ 10 ຮ້ານ, ກັກຕົວແມ່ຍິງ ຂາຍບໍຣິການ ທາງເພດໄດ້ 128 ຄົນ ເປັນຍິງສາວ ຕ່າງປະເທດ 35 ຄົນ.
ຈາກການສັມພາດ ແມ່ຍິງຂາຍບໍຣິການ ທີ່ຖືກເຈົ້າໜ້າທີ່ ຈັບນັ້ນພົບວ່າສ່ວນໃຫຍ່ ຈະເປັນຍິງສາວ ຈາກຕ່າງແຂວງ ທີ່ເຂົ້າໄປຫາເຮັດວຽກ ໃນເມືອງຫລວງ ມີຣາຍໄດ້ບໍ່ຫລາຍ, ການຂາຍ ບໍຣິການທາງເພດ ເປັນຊ່ອງທາງ ທີ່ຫາເງິນໄດ້ຫລາຍກວ່າ ສາມາດສົ່ງກັບບ້ານ ໄປອຸດໜູນ ຈຸນເຈືອຄອບຄົວໄດ້.
ຍິງສາວຫລາຍຄົນ ບອກວ່າຕົນເອງ ຄືກັນກັບໝູ່ຄູ່ ອີກຫລາຍຄົນ ບໍ່ໄດ້ສມັກໃຈ ຂາຍບໍຣິການທາງເພດ ຫາກຖືກໝູ່ທີ່ເຮັດ ຢູ່ກ່ອນແລ້ວຍົວະ ຮວມທັງການຖືກ ຊັກຈູງຈາກ ເຈົ້າຂອງສະຖາ ນບໍຣິການ ເພື່ອໃຫ້ນອນກັບແຂກ. ບາງຄົນບອກວ່າ ຕົນເອງ ໄປຂາຍບໍຣິການ ຄັ້ງທໍາອິດ ພຽງເພື່ອແລກກັບ ໂທຣະສັບມືຖື ກັບເງິນອີກເລັກນ້ອຍ ເທົ່ານັ້ນ.
ແຕ່ບາງຄົນ ເວົ້າວ່າການຂາຍບໍຣິການທາງເພດ ເປັນທາງເລືອກດຽວ ທີ່ຈະໃຫ້ໃຊ້ຊີວິດ ຢູ່ໃນເມືອງຫລວງໄດ້ ແລະມີເງິນສົ່ງກັບທາງບ້ານ ໄປຊ່ອຍເຫລືອຄອບຄົວ ທີ່ທຸກຍາກໄດ້. ດັ່ງນັ້ນຈຶ່ງເຮັດໃຫ້ ການຄ້າມະນຸດ ການຄ້າປະເວນີ ຢູ່ສປປລາວ ບໍ່ພຽງແຕ່ ເປັນເຣື່ອງສ່ວນຕົວ ຂອງຄົນໃດຄົນນຶ່ງ ເທົ່ານັ້ນ ຫາກເປັນບັນຫາ ລວມຂອງຊາດ ແລະເປັນພາບພົດ ທີ່ບໍ່ດີ ຕໍ່ປະເທດ -ຕາມຄໍາເວົ້າ ຂອງນາຍຕໍາຣວດລາວ.