ແມ່ຍິງ-ເດັກນ້ອຍ 07/17/17

ມະນີຈັນ
2017.07.18
f-teen-pregnancy ການລົງທຶນໃສ່ ເດັກນ້ອຍແມ່ຍິງ ໂດຍສະເພາະ ໃສ່ການສຶກສາ ແລະການສຶກສາ ສຸຂພາບທາງເພດ ແລະການສືບພັນ ສາມາດຊ່ວຍໃຫ້ ພວກຂະເຈົ້າ ມີຄວາມເຂົ້າໃຈ ທີ່ດີຂຶ້ນ
Public Domain

ສປປລາວ ປະເຊີນກັບບັນຫາ ແມ່ຍິງວັຍລຸ້ນ ລາວຖືພາຫລາຍ ໃນປັດຈຸບັນນີ້ ຊຶ່ງກໍເປັນປັດໃຈນຶ່ງ ທີ່ເຮັດໃຫ້ ອັດຕຣາ ການເສັຽຊີວິດ ຂອງ ແມ່ແລະລູກນ້ອຍ ສູງ ຍ້ອນບໍ່ທັນ ມີຄວາມພ້ອມ ທາງດ້ານຮ່າງກາຍ ແລະຈິດໃຈ ແລະ ການອອກໂຮງຮຽນ ກ່ອນ ຮຽນຈົບຊັ້ນ ກໍຍັງສູງ ຫລາຍ ຢູ່ລາວ.

ຂ່າວວຽງຈັນທາຍມສ ວັນທີ 28 ມີນາ 2017 ຣາຍງານວ່າ ກະຊວງສຶກສາທິການ ແລະກິລາ ຂອງລາວ ໄດ້ລົງນາມ ໃນຂໍ້ຕົກລົງ ຄູ່ພາຄີ ທີ່ກໍາລັງ ປະຕິບັດ ຢູ່ນີ້ແລະແຜນງານ ປະຈໍາປີ 2017 ກັບກອງທຶນ ສະຫະປະຊາຊາດ ດ້ານປະຊາກອນ ຫລື UNFPA ໂດຍມີເປົ້າໝາຍ ເສີມຂຍາຍຄູ່ຮ່ວມ ແລະເນັ້ນເຖິງ ຄວາມສໍາຄັນ ໃນການແກ້ໄຂ ຄວາມຕ້ອງການ ຂອງຄົນວັຍໜຸ່ມ ໂດຍສະເພາະ ວັຍຊອນສາວ ບົນພື້ນ ຖານ ການໂຄສະນາ ສນັບສນູນ ຟິມກະຕູນ ເຣື່ອງ ‘Noi’ ທີ່ໄດ້ເລີ່ມ ໃນວັນເດັກນ້ອຍ ສາກົລ ມາຕັ້ງແຕ່ເດືອນຕຸລາ ປີກາຍ. ແລະກໍເປັນ ເຣື່ອງຣາວ ຄວາມເປັນຈິງ ທີ່ມືດມົນ ໜັກໜ່ວງ ຂອງ ແມ່ຍິງວັຍລຸ້ນ ທີ່ສະທ້ອນ ໃຫ້ເຫັນ ຢູ່ໃນການ ສໍາຣວດ ປະຊາກອນ ແລະຄົວເຮືອນ ປີ 2015 ທີ່ພົບວ່າ ແມ່ຍິງວັຍລຸ້ນ ລາວຈໍານວນ 42 ພັນປາຍຄົນ ບໍ່ເຄີຍ ເຂົ້າໂຮງຮຽນ ແລະ 91 ພັນ 662 ຄົນ ອາຍຸແຕ່ 6 ຫາ 16 ປີອອກໂຮງຮຽນ.

ແມ່ຍິງວັຍລຸ້ນ ທີ່ບໍ່ໄດ້ ເຂົ້າໂຮງຮຽນ ມີແນວໂນ້ມ ເອົາຜົວ ແລະມີລູກ ຕອນອາຍຸ ຍັງນ້ອຍ. ໃນຕົວຈິງແລ້ວ ສປປລາວ ມີວັຍລຸ້ນ ແຕ່ງດອງ ຕອນອາຍຸ ນ້ອຍທີ່ສຸດ ໃນພາກພື້ນນີ້ ຄື 1 ໃນແຕ່ລະ 10 ຄົນໃດ ແຕ່ງດອງ ຕອນອາຍຸ 15 ປີ. ແລະການແຕ່ງດອງ ໄວນັ້ນ ມັກກ່ຽວຂ້ອງ ກັບການຖືພາໄວ ຊຶ່ງສປປລາວ ມີ ອັດຕຣາວັຍລຸ້ນ ອອກລູກ ສູງທີ່ສຸດ ໃນພາກພື້ນ ຄືໃນຈໍານວນ ເດັກນ້ອຍແມ່ຍິງ ອາຍຸ ຣະຫວ່າງ 15 ຫາ 19 ປີ ແຕ່ລະ 1 ພັນຄົນໃດ ມີເຖິງ 76 ຄົນ.

ການລົງນາມກັນເທື່ອໃໝ່ ຣະຫວ່າງ 2 ຝ່າຍນີ້ ຈະເລັ່ງໃສ່ເຮັດໃຫ້ ເດັກວັຍຊອນສາວ ໄດ້ເຂົ້າໂຮງຮຽນ ຢູ່ຕໍ່ໄປ ແລະເສີມຂຍາຍ ສົມບັດ ທາງສັງຄົມ, ສຸຂພາບ ແລະເສຖກິດ ຂອງ ເດັກນ້ອຍແມ່ຍິງ. ນັ້ນກໍເທົ່າກັບວ່າ ເປັນການ ສນັບສນູນ ປະເທດ ສ້າງ ຊັພຍາກອນມະນຸດ ຊຶ່ງ ເປັນທີ່ຈໍາເປັນ ເພື່ອເຮັດໃຫ້ ສປປລາວ ຫລຸດພົ້ນຈາກ ສະຖານະພາບ ປະເທດດ້ອຍພັທນາ ທີ່ສຸດ ໃນປີ 2020 ແລະ ບັນລຸເປົ້າໝາຍ ການພັທນາ ຍືນຍົງ ໃນປີ 2030.

ຍານາງ ແສງເດືອນ ຫລ້າຈັນທະບຸນ ຣັຖມົນຕຣີ ກະຊວງ ສຶກສາທິການ ແລະ ກິລາ ເວົ້າວ່າ ແມ່ຍິງ ວັຍຊອນສາວ ໂດຍສະເພາະ ຢູ່ເຂດ ຊົນນະບົດ ແມ່ນປະເຊີນ ສະພາບ ທີ່ທ້າທາຍ ຕ່າງໆ ໃນການເຂົ້າເຖິງ ຂໍ້ມູນ ຂ່າວສານ ແລະ ການສຶກສາ. ຈໍາເປັນ ຕ້ອງເບິ່ງແຍງ ເປັນພິເສດ ເພື່ອໃຫ້ ເດັກນ້ອຍແມ່ຍິງ ສາມາດຮຽນ ໃນໂຮງຮຽນ ໄດ້ຕໍ່ໄປ, ຈໍາຕ້ອງໃຫ້ສິດ ແກ່ພວກເຂົາ ເພື່ອວ່າ ພວກເຂົາ ທຸກຄົນ ຈະສາມາດ ພັທນາ ແລະບັນລຸ ຄວາມສາມາດ ເຕັມສ່ວນ ຂອງ ພວກເຂົາໄດ້.

ມາດາມ ເຟຣເດີຣິກກາ ເມເຈີ ຜູ້ຕາງໜ້າ ອົງການ ຢູແອັນແອັຟພີເອ ປະຈຳລາວ ເວົ້າວ່າ ປັດຈຸບັນ ເດັກນ້ອຍ ເຍົາວະຊົນ ແລະ ຄົນວັຍໜຸ່ມ ມັກຖືກລະເລີຍ ອອກຈາກການ ສົນທະນາ ໂອ້ລົມ ກ່ຽວກັບ ພວກເຂົາ ແລະສຽງຂອງພວກເຂົາ ແມ່ນບໍ່ຄ່ອຍ ຖືກໄດ້ຍິນ. ເພື່ອປ່ຽນແປງ ສິ່ງນີ້ ຈຳເປັນຕ້ອງມີ ສະພາບແວດລ້ອມ ທາງດ້ານ ນະໂຍບາຍ ບ່ອນທີ່ໃຫ້ ຄວາມສົນໃຈ ເປັນພິເສດ ນຳ ເຍົາວະຊົນ ແລະ ຄົນວັຍໜຸ່ມ ແລະ ກໍເປັນບ່ອນ ການພັທນາ ຣະດັບຊາດ ໃຫ້ຄວາມສຳຄັນ ແກ່ພວກເຂົາ ໂດຍສະເພາະ. ການລົງທຶນໃສ່ ການສຶກສາ ຂອງເດັກນ້ອຍ ແມ່ຍິງ ມີຄວາມສຳຄັນ ສຳລັບ ຄວາມກ້າວໜ້າ ຂອງແມ່ຍິງ ແລະ ຄຸນນະພາບ ທາງເພດ ແລະ ໃຫ້ການຕອບແທນ ດີທີ່ສຸດ ໃນການລົງທຶນ.

ບົດຣາຍງານປີ 2016 ຂອງຢູແອັນແອັຟພີເອ ບົ່ງບອກ ວ່າການແຕ່ງດອງ ແບບບັງຄັບ, ການໃຊ້ ແຮງງານ ເດັກນ້ອຍ ແລະ ການກະທຳ ທີ່ເປັນອັນຕຣາຍ ອື່ນໆ ສົ່ງຜົລກະທົບ ອັນບໍ່ດີ ໃສ່ສຸຂພາບ ແລະ ສິດທິ ຂອງ ເດັກນ້ອຍແມ່ຍິງ ໂດຍເລີ່ມ ແຕ່ອາຍຸ 10 ປີ ແລະຈະເປັນການ ສະກັດກັ້ນ ພວກເຂົາ ບໍ່ໃຫ້ໃຊ້ ຄວາມສາມາດ ຢ່າງເຕັມສ່ວນ ຂອງພວກເຂົາ ໃນຖານະເປັນ;ເຍົາວະຊົນ ວັຍລຸ້ນ. ແລະວ່າວາຣະ ຂອງສະຫະປະຊາຊາດ ປີ 2030 ເພື່ອການພັທນາ ແບບຍືນຍົງ ແລະ 17 ເປົ້າໝາຍ ການພັທນາ ຍືນຍົງ ອາດບໍ່ບັນລຸເຖິງ ໄດ້ ໃນປະເທດ ແລະ ພາກພື້ນຕ່າງໆ ບ່ອນທີ່ ເດັກນ້ອຍແມ່ຍິງ ບໍ່ຖືກຮັບຮູ້ ໃຫ້ ມີສ່ວນຮ່ວມ ເຂົ້າໃນແຜນ ກ່ຽວກັບ ຄວາມກ້າວໜ້າ ທາງເສຖກິດ ແລະ ສັງຄົມ.

ຟິມກາຕູນ ທີ່ໃຫ້ຊື່ວ່າ ‘ນ້ອຍ’ ຊຶ່ງຖືກສ້າງຮ່ວມກັນ ຮະຫວ່າງ ສະຫະພັນ ແມ່ຍິງລາວ ອົງການ ຊາວໜຸ່ມລາວ ແລະ ຢູແອັນແອັຟພີເອ ບົ່ງບອກວ່າ ຢູ່ ສປປລາວ ເດັກນ້ອຍ ແມ່ຍິງ 42 ພັນ ປາຍຄົນ ບໍ່ເຄີຍໄດ້ ເຂົ້າໂຮງຮຽນ. ເດັກນ້ອຍແມ່ຍິງ 1 ໃນແຕ່ລະ 4 ຄົນໃດ ອອກໂຮງຮຽນ ກາງຄັນ. ເດັກນ້ອຍ ແມ່ຍິງອາຍຸ 15 ຫາ 19 ປີ ໃນແຕ່ລະ 10 ຄົນໃດ ມີຜູ້ນຶ່ງ ໄດ້ເລີ່ມມີລູກແລ້ວ. ຫາກບໍ່ມີການ ສນັບສນູນ ຈາກທຸກພາກສ່ວນ ແລະ ຄູ່ຮ່ວມພັທນາ ແລ້ວ ເດັກນ້ອຍ ແມ່ຍິງ ໃນລາວ ກໍຈະບໍ່ສາມາດ ໄປເຖິງຄວາມ ຝັນ ຂອງພວກເຂົາ ໄດ້.

ການຫລຸດຜ່ອນ ການຖືພາ ຂອງເດັກນ້ອຍແມ່ຍິງ ເປົ້າໝາຍສໍາຄັນ ຄືການຫລຸດຜ່ອນ ອັດຕຣາ ການເສັຽຊີວິດ ຂອງ ແມ່ແລະເດັກນ້ອຍ ໃນລາວ. ຕາມຄໍາເວົ້າ ຂອງທ່ານໝໍ ແມ່ແລະເດັກ ໃນແຂວງພາກໃຕ້ ຂອງລາວ:

"ເປົ້າໝາຍກໍຫລຸດຜ່ອນ ອັດຕຣາການຕາຍ ຂອງແມ່ຍິງ ແລະເດັກນ້ອຍ ເພາະວ່າຢູ່ບ້ານເຮົານີ້ ອັດຕຣາ ການຕາຍ ຂອງແມ່ ແລະເດັກ ຍັງສູງຫລາຍ ຖ້າທຽບໃສ່ ໃນຂົງເຂດ ອາຊີ ປາຊີຟິກ ຫລືວ່າ ປະເທດອ້ອມຂ້າງ".

ນາງກ່າວຕໍ່ໄປເຖິງການຖືພາມານ ແຕ່ຍັງນ້ອຍ ຄືຕອນອາຍຸ ຍັງບໍ່ຮອດ 20 ປີ ນັ້ນວ່າ ຕາມຫລັກການແພດ ແລ້ວ ແມ່ນບໍ່ມີ ຄວາມພ້ອມ ທັງທາງ ສຸຂພາບກາຍ ແລະ ສຸຂພາບໃຈ:

"ດີແທ້ປະມານ 20 ປີ ຂຶ້ນໄປ 25 ປີລະແມ່ນມີ ຄວາມສົມບູນ ທາງດ້ານຈິດໃຈ ແລະ ຮ່າງກາຍ ແລະຈະດີ ຣະຫວ່າງ 20 ຫາ 30 ປີ ຮອດ 35 ປີທີ່ວ່າເຮົາ ມີລູກໄດ້ ຢ່າງສົມບູນແບບ ແຕ່ວ່າລົງໄປຫັ້ນ ກະມັນບໍ່ຢາກ ປານໃດ. ທາງດ້ານ ອາຍຸ ດີທີ່ສຸດ ລະແມ່ນ ປະມານ 20 ຫາ 30 ປີ ແມ່ນຈົບຫລາຍ. ທາງດ້ານ ສຸຂພາບ ຮ່າງກາຍ ແລະຈິດໃຈ ສິມີຄວາມພ້ອມ ໃນຕອນນັ້ນ. ແຕ່ວ່າຕໍ່າກວ່າ 18 ປີຖືວ່າ ເປັນແມ່ສ່ຽງພັຍ ເພາະວ່າ ຄວາມພ້ອມ ໃນດ້ານການ ມີລູກ ມັນມີຄວາມສ່ຽງ ລູກເກີດມາ ຂ້ອນຂ້າງ ບໍ່ຢາກ ສົມບູນແບບ".

ຢ່າງໃດກໍຕາມ ເວົ້າສະເພາະ ແຂວງຈໍາປາສັກ ທີ່ນາງໄດ້ລົງພື້ນຖານ ຢູ່ເລື້ອຍນັ້ນ ກໍເຫັນວ່າ ເດັກນ້ອຍ ແມ່ຍິງວັຍລຸ້ນ ຖືພາ ກໍພົບເຫັນຢູ່ ໂດຍສະເພາະ ຢູ່ເຂດນອກໆ:

"ຕາມສະຖິຕິທີ່ພວກເຮົາ ເກັບກໍາໄດ້ກໍຍັງມີ ເອື້ອຍນ້ອງ ແມ່ຍິງ ຍັງມີລູກກ່ອນ 18 ປີ ມີສະຖິຕິ ເຂົ້າມາ ແຕ່ບໍ່ຫລາຍ ກະຖືວ່າ ປະມານ ກະຍັງ ບໍ່ທັນໄດ້ໄລ່ ກັນເປັນ ເປີເຊັນ ປານໃດ. .. ຄັນມີລູກກ່ອນ 18 ປີ ກະສິມີຜົລເສັຽ ແນວໃດ?... ມົດລູກ ກະຍັງ ຂຍາຍບໍ່ໄດ້ ສົມບູນແບບ ລະກະຮ່າງກາຍ ເຮົາກະຍັງບໍ່ໄດ້ ສົມບູນແບບ ຈິດໃຈ ກະຍັງຮ້ອນຮົນ ບໍ່ທັນພ້ອມ ທີ່ຈະເປັນແມ່".

ຢູ່ສປປລາວ ສໍາລັບເດັກນ້ອຍແມ່ຍິງ ອາຍຸແຕ່ 10 ປີຫາ 19 ປີ ຍັງເປັນທັງບັນຫາ ທ້າທາຍ ແລະໂອກາດ ສຳລັບ ການພັທນາ ປະເທດຊາດ ນັ້ນ ມີ 7 ແສນ ປາຍຄົນ ແລະ ເຖິງຈະມີ ຄວາມກ້າວໜ້າ ແຕ່ເດັກນ້ອຍ ແມ່ຍິງ ເຫລົ່ານີ້ ກໍກໍາລັງ ປະເຊີນກັບ ບັນຫາ ຕ່າງໆ ກ່ຽວກັບ ການໄປເຂົ້າ ໂຮງຮຽນ, ໂອກາດ ມີວຽກງານ ເຮັດພຽງພໍ, ສຸຂພາບ ບໍ່ດີ ແລະ ບັນຫາ ໂພຊະນາການ.

ທ່ານ ກິແກ້ວ ຈັນທະບູຣີ ຮອງຣັຖມົນຕຣີ ກະຊວງແຜນການ ແລະ ການລົງທຶນ ຂອງລາວ ເວົ້າວ່າ ການລົງທຶນ ໃສ່ເດັກນ້ອຍ ແມ່ຍິງ ໂດຍສະເພາະ ໃສ່ການສຶກສາ ແລະ ການສຶກສາ ສຸຂພາບ ທາງເພດ ແລະ ສືບພັນ ສາມາດ ຊ່ວຍໃຫ້ ພວກເຂົາ ມີການສຶກສາ ທີ່ດີຂຶ້ນ ແລະໄດ້ເຮັດວຽກ ຫລາຍຂຶ້ນ, ເມື່ອເປັນແນວນັ້ນ ກໍຈະມີຣາຍໄດ້ ຫລາຍຂຶ້ນ ເຊັ່ນກັນ.

ເດັກນ້ອຍແມ່ຍິງ ທີ່ມີໂອກາດ ໄດ້ຮຽນໜັງສື ຕລອດວັຍເຍົາ ປາກົດວ່າ ຈະແຕ່ງດອງ ມີຄອບຄົວ ຊ້າກວ່າ ຈະມີລູກ ເວລາມີຄວາມພ້ອມ ແລະ ໄດ້ຮັບສິດ ຕັດສິນໃຈ ດ້ວນຕົນເອງ ເພື່ອເບິ່ງແຍ່ງ ຄອບຄົວ ແລະ ປະກອບສ່ວນ ເຂົ້າ ໃນການພັທນາ ປະເທດ ຊາດ. ແລະວ່າ ຫາກພວກເຮົາ ຕ້ອງການ ພັທນາ ຄວາມສາມາດ ຂອງຄົນ ວັຍໜຸ່ມນ້ອຍ ທີ່ມີຢູ່ໃນ ປັດຈຸບັນ ໃຫ້ຫລາຍ ທີ່ສຸດນັ້ນ ພວກເຮົາ ກໍບໍ່ສາມາດ ທີ່ຈະປະປ່ອຍ ລະເລີຍ ເດັກນ້ອຍແມ່ຍິງ ໄວ້ທາງຫລັງ ຄົນໃດເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.