ເຈົ້າສາວລາວ ເຈົ້າບ່າວຈີນ ໃຊ້ຊີວິດ ອົບອຸ່ນ ຢູ່ຈີນ
2020.01.12

ໃນກໍຣະນີ ທີ່ວ່າ ແມ່ຍິງລາວ ຫຼາຍໆຄົນ ແຕ່ງງານກັບຄົນຈີນ ແລ້ວຍ້າຍໄປຢູ່ຈີນ ແລະ ຕໍ່ມາ ກໍຖືກກັກຂັງ ຕົບຕີ ທໍຣະມານ ຕ່າງໆນາໆ ທາງຝ່າຍພໍ່ແມ່ຢູ່ລາວ ກໍຕິດຕໍ່ຫາກໍບໍ່ໄດ້ ຈົນຫາຍສາບສູນ ໄປເລີຍກໍມີ.. ແຕ່ກໍຍັງມີບາງຄົນ ທີ່ວ່າແຕ່ງງານ ກັບຜູ້ຊາຍຈີນ ແລ້ວໄປໃຊ້ຊີວິດ ຄອບຄົວ ຢູ່ຈີນ ກໍມີຄວາມສຸຂດີ ຕາມທັມມະດາສາມັນຊົນ ຢູ່ໃນຈີນ.
ມື້ນີ້ ສຸພັດຕາ ໄດ້ມີໂອກາດໂອ້ລົມກັບ ແມ່ຍິງລາວຜູ້ນຶ່ງ ຈາກ ແຂວງສາຣະວັນ ທີ່ໄດ້ແຕ່ງງານກັບຄົນຈີນ ແລະຍ້າຍໄປຢູ່ຈີນ. ກ່ຽວກັບ ຊີວິດຈິງ ແລະ ການເປັນຢູ່ ຂອງຜູ້ຍິງຄົນນີ້ ຈະເປັນແນວໃດນັ້ນ ເຊີນທ່ານຕິດຕາມຮັບຟັງ ໃນຣາຍການ “ແມ່ຍິງແລະ ເດັກນ້ອຍ” ຂອງ ສັປດານີ້ ໄດ້ເລີຍ...
ຫຼັງຈາກທີ່ມີເຫດການຫຼາຍຢ່າງເກີດຂຶ້ນ ກັບແມ່ຍິງລາວ ພາຍຫຼັງໄດ້ແຕ່ງງານ ກັບຄົນຈີນ ແລະ ກໍມີຫຼາຍໆ ກໍຣະນີ ທີ່ໄດ້ຫາຍສາບສູນ ໄປເລີຍ ລະກໍ ບໍ່ຕິດຕໍ່ມາຫາຄອບຄົວ ແຕ່ໃນມື້ນີ້ ຂ້າພະເຈົ້າ ສຸພັດຕາ ໄດ້ມີໂອກາດໂອ້ລົມກັບຜູ້ຍິງ ຈາກ ແຂວງສາຣະວັນ ຜູ້ນຶ່ງ ທີ່ວ່າ ໄດ້ແຕ່ງງານຄົນຈີນ ແລ້ວໄດ້ໄປຢູ່ ເມືອງ ອັນຊິ່ນ ແຂວງ ອັນຮຸຍ ປະເທດຈີນ ໄດ້ປີປາຍແລ້ວ.
ການເລີ້ມຊີວິດຄອບຄົວ ຂອງຜູ້ຍິງລາວກັບຄົນຈີນ ກໍບໍ່ໄດ້ໝາຍຄວາມວ່າ ຈະມີຜົນຮ້າຍຕາມມາຕລອດ ແຕ່ກໍຍັງມີຫຼາຍຄອບຄົວ ທີ່ມີ ຄວາມສຸຂດີ ຢູ່ແບບພໍພຽງ. ຈຸດປະສົງ ຂອງສາຣະຄະດີ ໃນຣາຍການ ແມ່ຍິງແລະເດັກນ້ອຍ ເທື່ອນີ້ ຂ້າພະເຈົ້າ ຂໍນໍາສເນີ ໃຫ້ທ່ານຜູ້ຟັງ ໄດ້ຮູ້ອີກມຸມນຶ່ງ ກ່ຽວກັບເຣື້ອງແມ່ຍິງລາວ ແຕ່ງງານກັບຄົນຈີນ ແລ້ວກໍມີຄວາມສຸຂດີກັບຄອບຄົວ ແລະຍາຕພີ່ນ້ອງຂອງສາມີ ພ້ອມທັງ ຜູ້ເຖົ້າຜູ້ແກ່ ທາງສາມີ ກໍເຄັ່ງຄັດທີ່ສຸດ ໃນປະເພນີ ການຢູ່ກັມ ຂອງຊາວຈີນ ແລະ ນາງຕຸ່ນ ເອງ ກໍຖືກເອົາໃຈໃສ່ເປັນຢ່າງດີ ໃນຕອນ ທີ່ນາງເກີດລູກ. ການຢູ່ກັມ ທີ່ຕ່າງຈາກຮີດຄອງ ຂອງລາວນັ້ນ ມີຫຍັງແດ່ ເຊີນທ່ານຮັບຟັງ ຈາກນ້ອງຕຸ່ນໄດ້ເລີຍ.