ແມ່ຍິງ-ເດັກນ້ອຍ 03-16-2014

ມະນີຈັນ
2014.03.18
F-students ຕົວຢ່າງຂອງຫ້ອງຮຽນ ໃນເຂດຊົນນະບົດ ສປປລາວ
Tyler Chapman/RFA

 

ອັດຕຣາ ການເຂົ້າ ໂຮງຮຽນ ປະຖົມ ຂອງ ເດັກນ້ອຍ ໃນເກນ ອາຍຸ ເຂົ້າຮຽນ ຢູ່ ແຂວງ ພາກໃຕ້ ຂອງລາວ ເຊັ່ນ: ສວັນນະເຂດ ສາຣະວັນ ຈໍາປາສັກ ແລະ ເຊກອງ ແມ່ນໄດ້ ຕາມ ເປົ້າໝາຍ ທີ່ ທາງການ ກໍານົດ ໄວ້. ແຕ່ຜູ້ທີ່ ສາມາດຮຽນ ໃຫ້ຈົບ ຊັ້ນນັ້ນ ຍັງຕໍ່າຢູ່. ສິ່ງດັ່ງກ່າວ ສະທ້ອນໃຫ້ ຮູ້ຢູ່ໃນ ບົດຣາຍງານ ກ່ຽວກັບ ການ ປະຕິບັດ ຂໍ້ລິເລີ່ມ ຊຸມຊົນ ປະຈໍາປີ ເພື່ອ ໂຄງການ ພັທນາ ການສຶກສາ CIED ແຕ່ເດືອນ ຕຸລາ ປີ 2012 ຫາເດືອນ ກຸມພາ 2014 ຊຶ່ງເປັນ ໂຄງການ ຂັ້ນ 2 ທີ່ ຈະດໍາເນີນ ຕໍ່ໄປ ຈົນຮອດ ທ້າຍປີ 2015 ໂດຍໄດ້ຮັບ ການສນັບ ສນູນ ຈາກອົງການ ຮ່ວມມື ຣະຫວ່າງ ປະເທດ ຂອງ ຍີ່ປຸ່ນ ຫລື JICA. ໂຄງການ ນີ້ ປະຕິບັດ ຢູ່ເມືອງ ອາດສະພັງທອງ ສອງຄອນ ແລະໄຊບູລີ ແຂວງ ສວັນນະເຂດ; ເມືອງ ລະຄອນເພັງ ແລະ ຄົງເຊໂດນ ແຂວງ ສາຣະວັນ; ເມືອງ ຈໍາປາສັກ ສຸຂຂຸມາ ມູນລະປາໂມກ ແລະໂຂງ ແຂວງ ຈໍາປາສັກ; ແລະ ເມືອງ ລະມາມ ແຂວງ ເຊກອງ. ຕາມຣາຍງານ ຂອງ ໜັງສືພິມ VientianeTimes ສະບັບ ລົງວັນທີ 1 ມີນາ 2014.

ຣາຍງານ ແຈ້ງວ່າ ສໍາລັບ 2 ເມືອງ ເປົ້າໝາຍ ໃນແຂວງ ສາຣະວັນ ອັດຕຣາ ເດັກນ້ອຍ ອາຍຸແຕ່ 6 ປີ ຫາ 10 ປີ ຈົດຊື່ເຂົ້າ ໂຮງຮຽນ ປະຖົມ ສູງເຖິງ 99 ສ່ວນຮ້ອຍ ແຕ່ຍັງເຫລືອ ຮຽນຢູ່ 69 ສ່ວນຮ້ອຍ, ຢູ່ເມືອງ ຄົງ ເຊໂດນ ແລະ ຢູ່ເມືອງ ລະຄອນເພັງ ຍັງຮຽນຢູ່ ພຽງ 58 ສ່ວນຮ້ອຍ ເທົ່ານັ້ນ. ແຕ່ທີ່ເມືອງ ໄຊບູລີ ແລະເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ມີຜູ້ຮຽນ ຕໍ່ເຖິງ 85 ເປີເຊັນ. ສໍາລັບ ເມືອງ ສຸຂຸມາ ເມືອງ ມູນລະປະໂມກ ແຂວງ ຈໍາປາສັກ ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ສຶກສາທິການ ແລະກິລາ ຂອງລາວ ທ່ານນຶ່ງ ວ່າ ເດັກນ້ອຍ ຈົດຊື່ເຂົ້າ ໂຮງຮຽນ ປະຖົມ ເກືອບວ່າ ຮ້ອຍ ເປີເຊັນ:

"ເຂົ້າຮ້ອຍ ເປີເຊັນລະ 6 ປີ ຫາ 10 ປີ ໄປເຂົ້າ 98 ເປີເຊັນ ຖືວ່າ ທັງຍິງ ທັງຊາຍ ແຕ່ວ່າມັນ ໄປອອກ ຕອນເຂົາໃຫຍ່ ແລ້ວຫັ້ນນະ ສາມາດ ອອກແຮງງານ ຢູ່ ຊົນນະບົດ ນີ້ ຢູ່ປະຖົມ ນີ້ ບາງບ່ອນ ກໍ 13-14 ປີ ຂະເຈົ້າ ມັກອອກ".

ແລະ ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ສຶກສາທິການ ແລະກິລາ ອີກ ທ່ານນຶ່ງ ແລ້ວແມ່ນວ່າ ການເຂົ້າ ໂຮງຮຽນ ປະຖົມ ຂອງ ເດັກນ້ອຍ ໃນແຂວງ ຕ່າງໆ ທົ່ວປະເທດ ລາວ ໃນສົກປີ 2013 2014 ນີ້ ມີອັດຕຣາ ສະເລັ່ຽສູງ ເຖິງ 95 ສ່ວນຮ້ອຍ. ແຕ່ຫາກວ່າ ໃນຄວາມ ເປັນຈິງ ມາຮອດ ດຽວນີ້ ມີເດັກນ້ອຍ ມາເຂົ້າ ໂຮງຮຽນ ເປັນ ປົກກະຕິ ພຽງ 75 ສ່ວນຮ້ອຍ ເທົ່ານັ້ນ. ສ່ວນອີກ 20 ກວ່າ ເປີເຊັນ ນັ້ນ ແມ່ນ ບໍ່ກັບ ມາຮຽນອີກ. ດັ່ງນັ້ນ ຊຶ່ງ ຈະຕ້ອງໄດ້ ເອົາໃຈໃສ່ ແກ້ໄຂ ເພື່ອຊ່ວຍໃຫ້ ພວກເຂົາເຈົ້າ ໄດ້ຮຽນຈົບ ຊັ້ນ.

ສະເພາະ ຢູ່ເມືອງ ສຸຂຸມາ, ເມືອງ ມູນລະປະໂມກ ແຂວງ ຈໍາປາສັກ ການອອກ ໂຮງຮຽນ ຂອງ ພວກເດັກນ້ອຍ ປາກົດວ່າ ຄ້າຍຄືກັນ ກັບ ຢູ່ເມືອງ ອື່ນໆ ຂອງແຂວງ ພາກໃຕ້ ສ່ວນໃຫຍ່ ທີ່ອອກ ໂຮງຮຽນ ຕອນຢູ່ ຊັ້ນ ປໍ 4 ປໍ 5 ຫລືຕອນ ຂຶ້ນ ມັທຍົມ ຕົ້ນ ມັທຍົມປາຍ ຍ້ອນ ຄອບຄົວ ທຸກຍາກ, ຈໍານວນນຶ່ງ ໄປເຮັດ ວຽກນໍາ ພໍ່ແມ່ ທີ່ ປະເທດໄທ. ດັ່ງທ່ານ ກ່າວຕອນ ນຶ່ງວ່າ:

"ກໍບໍ່ມີ ຫລາຍປານ ໃດດອກ ມັນ ກໍລັກສນະພົ້ນ ເດັ່ນ ປົກກະຕິ ກໍບໍ່ຄ່ອຍ ຊິອອກດອກ ອອກ ກໍຣະນີ ນີ້ ມັນມີທຸກ ຊັ້ນ ລະກະ ສ່ວນໃຫຍ່ ກໍຢູ່ຊັ້ນ ປໍ 4 ປໍ 5 ສໍ່ານັ້ນ ມັນອອກ ແຮງງານໄດ້ ຫັ້ນນະ ໄປນໍາພໍ່ ນໍາແມ່".

ຢ່າງໃດກໍຕາມ ເວົ້າເຖິງ ການສນັບ ສນູນ ຂອງພໍ່ແມ່ ຜູ້ປົກຄອງ ໃຫ້ລູກເຂົ້າ ໂຮງຮຽນ ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ລາວ ທ່ານດຽວ ກັນນີ້ກໍວ່າ ດຽວນີ້ ສນັບສນູນ ທັງລູກສາວ ແລະ ລູກຊາຍ ບໍ່ໄດ້ຈໍາແນກ ຄືເມື່ອ ກ່ອນ ທີ່ພໍ່ແມ່ ມັກສນັບ ສນູນ ໃຫ້ລູກຊາຍ ໄປເຂົ້າ ໂຮງ ຮຽນ ແລະ ໃຫ້ລູກສາວ ຢູ່ບ້ານ ຊ່ວຍເຮັດວຽກ ເຮືອນ ຕັກນໍ້າ ຕໍາເຂົ້າ ເປົ່າໄຟ. ທ່ານວ່າ ແບບນັ້ນ ໝົດໄປ ແຕ່ດົນແລ້ວ. ເວົ້າທົ່ວໄປ ອັດຕຣາ ເຂົ້າຮຽນ ຣະຫວ່າງ ຍິງ-ຊາຍ ສະເລັ່ຽ ສເມີກັນ:

"ດຽວນີ້ ອັດຕຣາ ສ່ວນສະເລັ່ຽ ສ່ວນຫລາຍ ມັນມາຄາຢູ່ ສ່ວນໜຶ່ງ ກໍບໍ່ຫລາຍ ດອກ ສ່ວນຫລາຍ ອັດຕຣາ ສ່ວນ ຜູ້ຍິງ ຍັງກວມຢູ່ ຖ້າຮຽນຮອດ ມັທຍົມປາຍ ເປັນຫຍັງ ສ່ວນນຶ່ງ ຂະເຈົ້າ ກໍອອກ ເຮັດວຽກ ຄືເວົ້າ ແຕ່ ເບື້ອງຕົ້ນ ຫັ້ນລະ ສ່ວນນຶ່ງ ກໍອອກ ໂຮງຮຽນໄປ ສ້າງຄອບຄົວ ສ່ວນນຶ່ງ ກໍໄປເຮັດວຽກ ຢູ່ຕ່າງ ປະເທດ ຄອບຄົວ ທີ່ວ່າມັນ ຫລາຍຄົນ ຫລື ວ່າຄອບຄົວ ທີ່ມັນ ຫຍູ້ງຍາກ ກໍບໍ່ ສາມາດ ຊິໃຫ້ລູກ ຮໍ່າຮຽນ ຕໍ່ໄດ້ ... ຄັນຊິເວົ້າແລ້ວ ແມ່ຍິງ ກະຕັນຍູ ຫລາຍເນາະ ... ແມ່ນລະ ຜູ້ຍິງ ຈະມີຄວາມ ຮັບຜິດຊອບ ຕໍ່ວຽກງານ ສູງກວ່າ ຜູ້ຊາຍ ... ແກ້ໄຂ ... ອັນນີ້ ພວກເຮົາ ກະພຍາຍາມ ສຶກສາ ອົບຮົມ ພໍ່ແມ່ ຂະເຈົ້າ ຜູ້ປົກຄອງ ຊ່ວຍກັນ ຫລາຍພາກສ່ວນ ໂດຍສະເພາະ ທາງອົງການ ຈັດຕັ້ງ ມະຫາຊົນ ແມ່ຍິງ ເວົ້າເຣື່ອງ ຖານະ ບົດບາດ ຍິງ-ຊາຍ ພວກເຮົາ ເອົາໃຈໃສ່ ໂຕນີ້ ຢູ່ໃນຂັ້ນ ຊົນນະບົດ ແຕ່ວ່າມັນ ກະຍາກຢູ່ ບ່ອນວ່າ ມັນພົວພັນ ເຖິງ ດ້ານການ ດໍາຣົງ ຊີວິດ ຂອງຂະເຈົ້າ ຫັ້ນລະ".

ເວົ້າເຖິງການ ດໍາຣົງ ຊີວິດ ເປັນຕົ້ນ ຢູ່ຕາມ ຊົນນບົດ ຂອງລາວ ປາກົດວ່າ ຜູ້ເປັນ ພໍ່ແມ່ ຈໍານວນ ບໍ່ໜ້ອຍ ທຸກຍາກ ລໍາບາກ ຂັດສົນ, ຢາກທີ່ຈະ ແກ້ໄຂໄດ້. ດັ່ງນັ້ນ ຈຶ່ງເຫັນວ່າ ເມື່ອ ລູກຢາກ ອອກໂຮງຮຽນ ເພື່ອ ຊ່ວຍ ເຫລືອ ພໍ່ແມ່, ຊ່ວຍຫາເງິນ ລ້ຽງຄອບຄົວ ຜູ້ເປັນ ພໍ່ແມ່ ຈຶ່ງບໍ່ຄ່ອຍ ທີ່ຈະຫ້າມ ປາມລູກ ບໍ່ໃຫ້ອອກ ໂຮງຮຽນ ຫຍັງຫລາຍ ຂະນະທີ່ ຜູ້ເປັນລູກ ລູກສາວ ກໍພ້ອມ ທີ່ຈະອອກມາ ເຮັດ ວຽກຊ່ວຍ ຄອບຄົວ ຢູ່ແລ້ວ.

ຕາມຄໍາເຫັນ ຂອງ ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ສຶກສາທິການ ແລະກິລາ ທ່ານດຽວ ກັນນີ້ນຶ່ງ ແລ້ວແມ່ນວ່າ ເພື່ອແກ້ໄຂ ຊ່ວຍໃຫ້ ເດັກນ້ອຍ ວັຍໜຸ່ມ ລາວ ໄດ້ຮຽນ ໜັງສື ຢູ່ໂຮງຮຽນ ດົນບໍ່ອອກ ໂຮງຮຽນ ຫລືບໍ່ ຈາກ ບ້ານໄປເຮັດ ວຽກຢູ່ແຫ່ງ ອື່ນໆ ຮວມທັງ ລັກລອບ ໄປເຮັດວຽກ ຢູ່ປະເທດ ເພື່ອນບ້ານ ເປັນຕົ້ນ ກໍແມ່ນ ປະເທດໄທ ນັ້ນ ຕົ້ນຕໍ ກໍແມ່ນ ເຮັດໃຫ້ ຊີວິດການ ເປັນຢູ່ ຂອງພວກ ເຂົາເຈົ້າ ປົກກະຕິ ມີພໍກຸ້ມ ຢູ່ກຸ້ມກິນ ແລະ ກໍຄົງເປັນ ພາລະ ຂອງ ທາງການລາວ ທີ່ຈະ ພຍາຍາມ ຊ່ວຍແກ້ໄຂ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.