ແມ່ຍິງ-ເດັກນ້ອຍ 12/09/17

ສຸພັດຕາ
2017.12.11
F-Alita ນາງ ອະລິຕະ ອາລຸນສະຫວາດ ອາຍຸ 13 ປີ, ຕົວແທນ ຂອງເຍົາວະຊົນລາວ ໄປຮ່ວມແຂ່ງຂັນຮ້ອງເພງ ໃນເວທີີຮ້ອງເພງ ນານາຊາດ ໃນຣາຍການ Nodojiman The World ທີ່ປະເທດ ຍີ່ປຸ່ນ ເມື່ອວັນທີ 25 ພຶສຈິກາ 2017
RFA/ອະລິຕະ ອາລຸນສະຫວາດ

ຣາຍການ Nodojiman The World ເປັນຣາຍການແຂ່ງຮ້ອງເພງ ພາສາຍີ່ປຸ່ນ ລະດັບນານາຊາດ ຄັ້ງທີ່ 16 ຂອງຍີ່ປຸ່ນ. ຣາຍການນີ້ ຈະຄັດເລືອກເອົາ ຄົນທີ່ຮ້ອງເພງ ພາສາຍີ່ປຸ່ນ ທີ່ມີນໍ້າສຽງ ແລະສຳນຽງ ຄືຄົນຍີ່ປຸ່ນ ຫຼາຍທີ່ສຸດ, ຊຶ່ງໃນການແຂ່ງຂັນ ເມື່ອ ວັນທີ່ 25 ພຶສຈິກາ 2017 ທີ່ຜ່ານມານັ້ນ ໄດ້ມີຕົວແທນ ນັກຮ້ອງ 23 ຄົນ ຈາກທົ່ວໂລກ ໄປຮ່ວມປະກວດ ໃນຣາຍການດັ່ງກ່າວ ແລະນຶ່ງໃນນັ້ນກໍ່ມີ ເຍົາວະຊົນລາວ ຊື່ວ່າ ນາງ ອະລິຕະ ອາລຸນສະຫວາດ ອາຍຸ 13 ປີ  ຕົວແທນເຍົາວະຊົນຈາກປະເທດລາວ ໄດ້ໄປໂຊພະລັງສຽງ ແລະ ຄວາມສາມາດ ຈົນເຮັດໃຫ້ຄະນະກັມມະການ ແລະທ່ານຜູ້ຊົມໃນງານນັ້ນ ບໍ່ຄາດຄິດວ່າ ເຍົາວະຊົນລາວ ຜູ້ນີ້ ຈະຮ້ອງເພງດ້ວຍນໍ້າສຽງ ອັນຊົງພະລັງ ແລະສາມາດສື່ຄວາມໝາຍ ຂອງເພັງ Dream come true ອອກມາໄດ້ ເປັນໜ້າປະທັບໃຈ ນອກຈາກນັ້ນ ນ້ອງ ອະລິຕະ ຍັງສ້າງຄວາມພູມໃຈ ໃຫ້ແກ່ຕົນເອງ ແລະຄອບຄົວ ພ້ອມດຽວກັນນັ້ນ ຍັງສ້າງຄວາມປະທັບໃຈ ໃຫ້ແກ່ຄົນລາວ ທົ່ວປະເທດລາວນຳອີກ ແລະການແຂ່ງຂັນ ຮ້ອງເພັງພາສາຍີ່ປຸ່ນ ໃນຣາຍການ Nodojiman the World ມີຄວາມຍາກງ່າຍ ຄືແນວໃດນັ້ນ ເຊີນທ່ານຮັບຟັງ ຈາກ ນ້ອງ ອະລິຕະ ໄດ້ເລີຍ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.