ແມ່ຍິງ-ເດັກນ້ອຍ 05/17/2016
2016.05.17

ສະຫະຣັຖ ແລະ ໂຄງການ ອາຫານໂລກ ໃຫ້ ການຊ່ວຍເຫລືອ ໂຄງການ ອາຫານ ຢູ່ໂຮງຮຽນ ໃນ ຫຼາຍໆແຂວງ ຂອງ ສປປລາວ ຍ້ອນຍັງມີ ເດັກນ້ອຍ ທີ່ ຂາດ ສານອາຫານ ທາດບຳຣຸງ.
ເຈົ້າໜ້າທີ່ ຈາກ ກະຊວງ ກະສິກັມ ຂອງ ສະຫະຣັຖ ອະເມຣິກາ USDA ແລະ ກະຊວງ ສຶກສາທິການ ແລະ ກິລາ ຂອງລາວ ໄດ້ສລຸບ ການຢ້ຽມຢາມ ໂຮງຮຽນ ຢູ່ ແຂວງອຸດົມໄຊ ທີ່ທາງໂຄງການ ອາຫານ McGovern-Dole ເພື່ອ ການສຶກສາ ໃນເຣື້ອງ ໂພຊນາການ ຫລື ອາຫານ ທີ່ມີທາດບຳຣຸງ ສຳລັບ ເດັກນ້ອຍ ທີ່ ໃຫ້ການ ສນັບສນູນ ຜ່ານໂຄງການ ອາຫານໂລກ ຂອງ ສະຫະປະຊາຊາດ WFP. ຕາມ ຖແລງຂ່າວ ຂອງ ສະຖານທູດ ສະຫະຣັຖ ອະເມຣິກາ ໃນ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 29 ເມສາ 2016 ນີ້.
ບັນດາ ເຈົ້າໜ້າທີ່ ໄດ້ເດີນທາງ ໄປຢ້ຽມຢາມ ໂຮງຮຽນ 5 ແຫ່ງ ຢູ່ແຂວງ ອຸດົມໄຊ ພາກເໜືອ ຂອງລາວ ຊຶ່ງ ເປັນແຂວງນຶ່ງ ທີ່ປະເຊີນ ກັບ ອັຕຣາການ ຂາດ ໂພຊນາການ ຢ່າງ ເປັນປະຈຳ ຫຼາຍທີ່ສຸດ ໃນລາວ ຄື ມີເດັກນ້ອຍ ອາຍຸ ຫລຸດ 5 ປີ ກວ່າ 50 ສ່ວນຮ້ອຍ ປະເຊີນກັບ ການຂາດ ສານອາຫານ ຫລື ຂາດອາຫານ ທີ່ ມີທາດ ບຳຣຸງ.
ມະນີຈັນ ມີຣາຍງານ