ແມ່ຍິງລາວຖືກນາບຂູ່ ພາຍໃນ ຄອບຄົວ
2020.06.13
ປັດຈຸບັນ ຍັງມີແມ່ຍິງລາວ ຖືກທໍາຮ້າຍຮ່າງກາຍ ແລະຖືກໃຊ້ຄວາມຮຸນແຮງຕໍ່ ຫລາຍທັງຢູ່ພາຍໃນຄອບຄົວ ຊຶ່ງມີຄົນເຂົ້າມາປຶກສາ ແລະ ໂທມາຂໍຄວາມຊ່ອຍເຫລືອ ຫລາຍຂຶ້ນ ກ່ຽວກັບ ກໍຣະນີຖືກ ຜົວຕົບຕີ ແລະ ທໍາຮ້າຍຮ່າງກາຍຕ່າງໆ ຊຶ່ງໃນໄລຍະ 1 ປີ ຜ່ານມານີ້ ກໍມີ 42 ກໍຣະນີ ທີ່ທາງສູນໄດ້ໃຫ້ຄໍາປຶກສາ ໂດຍໃຊ້ກົດໝາຍ ວ່າດ້ວຍການຕ້ານການ ໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ເປັນຫລັກ, ແນະນໍາໃຫ້ພວກເຂົາເຈົ້າ ຟ້ອງຮ້ອງ ດໍາເນີນຄະດີ ຕໍ່ຜູ້ກະທໍາຄວາມຮຸນແຮງນັ້ນ. ແຕ່ສ່ວນໃຫຍ່ທັງ 2 ຝ່າຍ ຈະຍອມຄວາມກັນໃນເວລາ ໄກ່ເກັ່ຍ ຢູ່ຫ້ອງການບ້ານ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໃຫ້ຄໍາປຶກສາ ແລະຊ່ອຍເຫລືອແມ່ຍິງ ນະຄອນຫລວງວຽງຈັນ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 11 ມິຖຸນາ ນີ້:
“ບາງກໍຣະນີທີ່ເຂົາ ມາຂໍຄໍາປຶກສາ ກໍຍັງບໍ່ເຖິງຂັ້ນຮຸນແຮງ ລັກສນະແບບຕົບຕີກັນຊື່ໆ ຜົວເປັນຫລັກນໍ ໃນການຈ່າຍ ຄ່າໃຊ້ຈ່າຍໃຫ້ ຄອບຄົວ ເຂົາກໍຈະໄປໄກ່ເກັ່ຽກັນ ຢູ່ຂັ້ນບ້ານ ແລ້ວກໍມີການ ຍອມຄວາມກັນ 2 ຝ່າຍກໍຈະບໍ່ໄດ້ ຮ້ອງຟ້ອງກັນຕໍ່ ຫລືວ່າແຈ້ງຄວາມກັນ ມັນກໍຈະສີ້ນ ສຸດລົງ.”
ກໍຣະນີລ່າສຸດ ທີ່ເຫັນໄດ້ຈະແຈ້ງ ຄືກໍຣະນີແມ່ຍິງຖືກຂົ່ມຂືນ ຢູ່ບ້ານໂພເງິນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນເດືອນເມສາ ຜ່ານມານີ້. ນາງມີອາຍຸ 19 ປີ ຖືກພໍ່ລ້ຽງວັຍ 50 ປາຍປີ ບັງຄັບ ຂົ່ມຂືນ ຍາມແມ່ ບໍ່ຢູ່ເຮືອນ. ພໍ່ລ້ຽງຄົນນີ້ຖືກດໍາເນີນຄະດີ ແລະລົງໂທດ ຕາມກົດໝາຍແລ້ວ, ດັ່ງເຈົ້າໜ້າທີ່ສະຫະພັນ ແມ່ຍິງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນາງນຶ່ງກ່າວວ່າ:
“ມີແຕ່ວ່າໂຕວຽກຂົ່ມຂືນ ປີນີ້ ເມື່ອເດືອນ 4 ອັນນີ້ແມ່ນພໍ່ລ້ຽງເນາະ ປະມານ 50 ປາຍ ນີ້ແຫຼະຂົ່ມຂືນລູກອາຍຸ 19 ປີ ຜູ້ຕ້ອງຫາແມ່ນຈັບ ເຂົ້າຄຸກແລ້ວເນາະ ແລ້ວເພິ່ນກະສິໄໝລາວ.”
ເຖິງຢ່າງໃດກໍຕາມ ແມ່ຍິງຜູ້ເຄາະຮ້າຍນັ້ນ ກໍຍັງຮູ້ສຶກຢ້ານ ຕົກໃຈ ຫວາດຣະແວງຢູ່ ແລະເຈົ້າໜ້າທີ່ ກໍໄດ້ໄປເບິ່ງແຍງ ໃຫ້ຄວາມອົບອຸ່ນ, ໃຫ້ຄໍາປຶກສາ ເພື່ອໃຫ້ນາງມີ ສະພາບຈິດໃຈ ດີຂຶ້ນ.
ຊາວນະຄອນຫລວງວຽງຈັນທ່ານນຶ່ງ ກ່າວວ່າ ການທີ່ຜົວທໍາຮ້າຍຮ່າງກາຍເມັຽ ແມ່ນຍັງມີຢູ່ ຊຶ່ງເປັນເຣື່ອງພາຍໃນຄອບຄົວ ຕົບຕີກັນ ຮວມທັງຢູ່ເມືອງໄຊເສຖາ ແຕ່ສ່ວນຫຼາຍຢູ່ເຂດ ນອກເມືອງ
“ກໍສິມີຢູ່ເຂດນອກເມືອງ ໄຊເສດຖາ ມີເຂດນອກ ສ່ວນໃຫຍ່ກໍເຫັນມີແຕ່ ຕີຫັນແຫລະ ບໍ່ເຖິງຂັ້ນເລືອດຕົກຢາງອອກດອກ ສິມີດ້າມເລັກ ດ້າມນ້ອຍ ນີ້ນະ.”
ແລະ ຊາວນະຄອນຫລວງ ອີກທ່ານນຶ່ງ ກໍເວົ້າວ່າ ແມ່ຍິງທີ່ຖືກໃຊ້ຄວາມຮຸນແຮງຕໍ່ ແມ່ນຍັງມີຢູ່ແລ້ວໃນປັດຈຸບັນ ເຖິງແມ່ນວ່າຈະມີ ກົດໝາຍ ຄຸ້ມຄອງ ແລະປົກປ້ອງແມ່ຍິງ, ແຕ່ສ່ວນໃຫຍ່ ກໍຍອມຄວາມກັນ. ການໃຊ້ຄວາມຮຸນແຮງ ທີ່ ນາງເຫັນ ກໍມີຫລາຍ ຮູບແບບ ເປັນຕົ້ນ ແມ່ຍິງຖືກຜົວທໍາຮ້າຍ ຮ່າງກາຍ ແລະຈິດໃຈ, ຢາກໄດ້ຊັບສິນເງິນຄໍາ ເມື່ອບໍ່ໄດ້ດັ່ງໃຈ ກໍຕົບຕີເມັຽ:
“ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ມີທຸກຮູບແບບເລີຍ ຢູ່ທາງເຂດຕົວເມືອງກະມີ ບໍ່ວ່າສິເປັນຄວາມຮຸນແຮງ ທາງດ້ານຮ່າງກາຍ ຄວາມຮຸນ ແຮງທາງດ້ານຈິດໃຈ ທາງດ້ານຊັບສິນ ຄວາມຮຸນແຮງ ທາງດ້ານເພດ ບໍ່.”
ກ່ຽວກັບບັນຫາດັ່ງກ່າວ RFA ກໍໄດ້ພຍາຍາມຕິດຕໍ່ ໄປຫາສູນ ໃຫ້ຄໍາປຶກສາ ແລະປົກປ້ອງ ແມ່ຍິງ ແລະເດັກນ້ອຍ ສູນກາງສະຫະພັນ ແມ່ຍິງລາວ ແຕ່ເຈົ້າໜ້າທີ່ ບໍ່ສະດວກທີ່ຈະໃຫ້ຂໍ້ມູນ.
ແລະຢູ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ສະຫະພັນ ແມ່ຍິງແຂວງ ກໍກ່າວວ່າ ປັດຈຸບັນ ຍັງບໍ່ມີຣາຍງານ ຈາກທາງບ້ານວ່າ ມີແມ່ຍິງຖືກຜູ້ຊາຍ ໃຊ້ຄວາມຮຸນແຮງຕົບຕີ ມີກໍຣະນີຜົວເມັຽ ຕົບຕີກັນ ແຕ່ພວກເຂົາເຈົ້າ ກໍມັກໄປໄກ່ເກັ່ຽ ຍອມຄວາມກັນ ຢູ່ຂັ້ນບ້ານກໍແລ້ວ, ບໍ່ມີການຟ້ອງຮ້ອງ ດໍາເນີນຄະດີກັນ. ທາງບ້ານກໍສຶກສາອົບຮົມ ຝ່າຍຊາຍ ທີ່ໃຊ້ຄວາມຮຸນແຮງນັ້ນ. ທີ່ຜ່ານມາ ກໍໄດ້ມີການໂຄສະນາ ຕາມບ້ານຕ່າງໆ ໃຫ້ຊາວ ບ້ານຮູ້ກົດໝາຍວ່າດ້ວຍ ການຕ້ານການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ດັ່ງທີ່ນາງກ່າວວ່າ:
“ກະສິເປັນສໍ່າໃດສໍ່ານຶ່ງ ເຂົາເຈົ້າກະແກ້ໄຂໄປ ໄກ່ເກັ່ຽກັນຢູ່ໃນຂັ້ນ ບ້ານ ຂັ້ນກຸ່ມເນາະ. ມັນກະບໍ່ຮອດພວກເຮົາ ຫັ້ນນະ ເອົາຜົວໄປອົບຮົມ ຄັ້ງທີ 1 ຄັ້ງທີ 2 ຄັ້ງທີ 3. ເຂົາເຈົ້າໃຊ້ມາຕການ ພວກເຮົາກະມີ ກົດໝາຍ ຄະນະຮັບຜິດຊອບຢູ່ເຂດນັ້ນ ຮັບກັນໄດ້ ຖືວ່າຍັງຢູ່ນໍາກັນ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ໜັງສືພິມວຽງຈັນທາມ ກໍຣາຍງານເມື່ອວັນທີ 11 ມິຖຸນານີ້ ໂດຍອີງຕາມຄໍາເວົ້າຂອງ ຍານາງ ສຸດາລັກ ພູນສວັດ ຮອງຜູ້ອໍານວຍການ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ວ່າມີແມ່ຍິງໂທຣະສັບ ມາຂໍຄໍາປຶກສາຈາກສູນນີ້ ມື້ນຶ່ງ ປະມານ 2 ຄົນ, ເດືອນນຶ່ງກໍມີປະມານ 60 ຄົນ.
ບັນຫາທີ່ແມ່ຍິງປະເຊີນ ສ່ວນໃຫຍ່ແມ່ນ ຄວາມຮຸນແຮງ ພາຍໃນຄອບຄົວ ຜົວຕີເມັຽ, ການໃຊ້ຄວາມຮຸນແຮງ ທາງເພດ ເປັນຕົ້ນແມ່ນ ການຂົ່ມຂືນ ແລະແມ່ຍິງລາວ ຈໍານວນນຶ່ງ ທີ່ແຕ່ງດອງກັບຄົນຈີນ ແລ້ວຖືກ ທໍາຮ້າຍຮ່າງກາຍ ກໍເລີ່ມປາກົດມີຂຶ້ນ.