ນັກຮຽນຊັ້ນມັຖຍົມ ປີທີ 7 ຢູ່ໂຮງຮຽນມັທຍົມຕອນປາຍ ແຫ່ງນຶ່ງ ຢູ່ແຂວງອຸດົມໄຊ ກັງວົນນໍາເຣຶ່ອງ ທີ່ຈະສອບເສັງຈົບຊັ້ນ ໃນມື້ວັນທີ 29 ແລະ 30 ກໍຣະກະດາ ນີ້ ບໍ່ໄດ້ຄະແນນດີ ຍ້ອນໄດ້ຮຽນເອົາເອງຢູ່ເຮືອນ, ນາຍຄຣູໃຫ້ນັກຮຽນ ຄົ້ນຄວ້າບົດຮຽນເອົາເອງ ບໍ່ໄດ້ສອນທາງອອນລາຍ ເຮັດໃຫ້ບໍ່ສະດວກ ເທົ່າກັບມີຄຣູ ອະທິບາຍຕໍ່ໜ້າ ໃນໄລຍະເຊື້ອພະຍາດ ໂຄວິດ-19 ຣະບາດນີ້, ອີງຕາມຄໍາເວົ້າ ຂອງ ນັກຮຽນຊັ້ນ ມ.7 ຢູ່ແຂວງອຸດົມໄຊ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກໍຣະກະດານີ້
" ພົບຄວາມຫຍູ້ງຍາກ ບ່ອນອັນຊັ້ນມັຖຍົມ ບໍ່ໄດ້ຮຽນອອນລາຍ ຄືພວກຮຽນປີ 1 ພວກລຸ້ນເອື້ອຍ ມີແຕ່ອາຈານ ໃຫ້ຄົ້ນຄວ້າເອງ ແລ້ວເວລາຄົ້ນຄວ້າເອງ ອັນໃດບໍ່ເຂົ້າໃຈ ມັນກໍບໍ່ສະດວກ ເທົ່າກັບ ອາຈານອະທິບາຍ ໃຫ້ຟັງຕໍ່ໜ້າຕໍ່ຕາ. "
ນາງກ່າວຕື່ມອີກວ່າ ພາຍຫລັງເສັງຈົບຊັ້ນແລ້ວ ຕາມແຜນເດີມ ແມ່ນຈະເສັງໄປຮຽນຢູ່ຈີນ ຫຼືວຽດນາມ. ແຕ່ວ່າຍ້ອນຜົລກະທົບ ຈາກການແພ່ຣະບາດ ຂອງເຊື້ອພະຍາດ ໂຄວິດ-19 ຕົນເອງຈະອອກນອກປະເທດບໍ່ໄດ້. ດັ່ງນັ້ນ ຈຶ່ງໄດ້ປ່ຽນແຜນໃໝ່ ຄືເສັງເຂົ້າ ມະຫາວິທຍາລັຍແຫ່ງຊາດລາວ ແທນ, ຈະບໍ່ຈ້າງເງິນເພື່ອໃຫ້ໄດ້ເຂົ້າຮຽນ ເຖິງໄດ້ເຂົ້າ ແຕ່ເມື່ອຄວາມຮູ້ບໍ່ເຖິງ ຮຽນໄປກໍອາຍໝູ່ລ້າໆ.
ແລະນັກຮຽນຊັ້ນ ມ. 7 ຢູ່ໂຮງຮຽນແຫ່ງນຶ່ງ ທີ່ແຂວງຈໍາປາສັກ ກໍກັງວົນໃຈຄືກັນ ນໍາການທີ່ຈະສອບເສັງຈົບຊັ້ນ ທີ່ຈະມີຂຶ້ນໃນຕໍ່ໜ້ານີ້ນັ້ນ ຍ້ອນນາງຮຽນອ່ອນ ໂດຍສະເພາະ ວິຊາຄະນິດສາດ ຍ້ອນນາຍຄຣູ ຖືເບົານັກຮຽນ ຂະນະທີ່ສອນທາງອອນລາຍ ຢູ່ເຮືອນ ເຮັດໃຫ້ຜົລການສອບເສັງ ພາກຮຽນ ຂອງພວກນັກຮຽນ ທີ່ຜ່ານມາ ຜ່ານໄດ້ພຽງ 2 ຄົນເທົ່ານັ້ນ, ສ່ວນທີ່ເຫລືອ 30 ປາຍຄົນ ແມ່ນເສັງຕົກ
" ກັງວົນວ່າ ສິໄປເສັງຈົບຊັ້ນແລ້ວ ໃຫ້ສິມານີ໋ ຢ້ານເສັງບໍ່ໄດ້. ນາຍຄຣູບາງສ່ວນກໍຖືເບົາ. ແຕ່ລະເດືອນຄະແນນອ່ອນ ໄດ້ຄະແນນຕໍ່າ ເຮົາຮຽນບໍ່ໄດ້ຫັ້ນນ່າ ແບບຄະນິດສາດ ໃນຫ້ອງນຶ່ງ ມີຢູ່ 30 ປາຍຄົນ ໄດ້ພຽງແຕ່ 1 ຄົນ 2 ຄົນເທົ່ານັ້ນ ທີ່ໄດ້. "
ນາງກ່າວຕື່ມວ່າ ພາຍຫລັງເສັງຈົບຊັ້ນແລ້ວ ກໍຈະບໍ່ຮຽນຕໍ່ເອົາປະຣິນຍາຕຣີ 4 ປີ, ຈະໄປຮຽນຕັດຫຍິບ ປີນຶ່ງ ເພື່ອເປີດຮ້ານຫາຣາຍໄດ້ ດີກວ່າໄປຮຽນຕໍ່ ຮຽນຈົບມາແລ້ວ ກໍວ່າງງານ ຢູ່ເຮືອນລ້າໆຄືກັນກັບລຸ້ນເອື້ອຍ ຢູ່ບ້ານ, ຊອກຫາວຽກເຮັດບໍ່ໄດ້, ກ່ອນຈະຫາວຽກໄດ້ ກໍຕ້ອງໄດ້ຊື້ຈ້າງ.
ແລະນັກຮຽນຊັ້ນ ມ. 7 ຢູ່ແຂວງສາຣະວັນ ກໍຄິດວ່າ ການເສັງຈົບຊັ້ນນີ້ ຕົນຈະບໍ່ໄດ້ຄະແນນເຕັມ 100% ເນື່ອງຈາກວ່າ ນາຍຄຣູຖ່າຍທອດສົດ ຜ່ານເຟສບຸກ ແລ້ວລຶບຖິ້ມ ເຮັດໃຫ້ນັກຮຽນ ບໍ່ສາມາດທົບທວນບົດຮຽນຄືນໄດ້ ແລະ ອີກທັງ ເມື່ອສັນຍານສລຸດ ນາຍຄຣູກໍບໍ່ໄດ້ສອນຕໍ່
" ຮຽນກໍສັນຍານຂາດໆ ເຂີນໆ ຮຽນຜ່ານແບບອາຈານ ໄລຟສົດ ບາງມື້ເພິ່ນກໍບໍ່ໄລຟສົດ. ຄິດວ່າຫຍູ້ງຍາກ ເວລາຮຽນອອນລາຍ ສັນຍານບໍ່ດີ ກໍສະດຸດ. "
ນາງເວົ້າຕື່ມວ່າ ພາຍຫລັງເສັງຈົບຊັ້ນແລ້ວ ກໍຈະໄປເສັງ ເຂົ້າມະຫາວິທຍາລັຍ ແຕ່ກໍຄິດວ່າ ຈະມີການແຂ່ງຂັນສູງ ເນື່ອງຈາກນັກຮຽນຈົບຊັ້ນ ຈະເຂົ້າສອບເສັງຫຼາຍ ຍ້ອນຈໍານວນນຶ່ງ ທີ່ມີແຜນໄປຮຽນຕ່າງປະເທດ ກໍປ່ຽນມາຮຽນ ຢູ່ພາຍໃນປະເທດ ຍ້ອນໂຄວິດ-19 ຣະບາດ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ນາຍຄຣູຢູ່ແຂວງຈໍາປາສັກ ເວົ້າວ່າ ເຣຶ່ອງນັກຮຽນກັງວົນວ່າ ຈະບໍ່ໄດ້ຄະແນນດີ ໃນການເສັງຈົບຊັ້ນນັ້ນ ມັນເປັນນໍາໂຕ ຂອງນັກຮຽນເອງ ທີ່ບໍ່ເອົາໃຈໃສ່ຄົ້ນຄວ້າ ຮຽນຄັກແນ່ໃນໄລຍະ ປິດໂຮງຮຽນຍ້ອນໂຄວິດ-19 ນີ້, ຍ້ອນວ່າ ນາຍຄຣູແຕ່ລະວິຊາ ກໍຈັດຕັ້ງກຸ່ມຮຽນ ແຕ່ລະຫ້ອງ ຜ່ານຣະບົບອອນລາຍ ເພື່ອໃຫ້ນັກຮຽນ ສາມາດປຶກສາ ນາຍຄຣູຢູ່
" ມັນກໍເປັນນໍາຜູ້ກ່ຽວນັ້ນລະ ທີ່ວ່າບໍ່ເອົາໃຈໃສ່ ໃນການຄົ້ນຄວ້າ ໃນຊ່ວງພັກໂຄວິດ-19. ແຕ່ວ່າ ຄຣູ ອາຈານ ເພິ່ນກໍໄດ້ໃຫ້ຄໍາຖາມ ຄົ້ນຄວ້າບໍ່ ຫລືວ່າ ເພິ່ນຕັ້ງເປັນກຸ່ມ ວັດແອັພບໍ່ເນາະ ສໍາລັບແຕ່ລະຫ້ອງ ມີການສອນ ໃຫ້ຄໍາຖາມຄົ້ນຄວ້າ ມິຫຍັງກັນ ນັກຮຽນທີ່ວ່າ ເສັງຕົກ ກໍເປັນນໍາຜູ້ກ່ຽວ. "
ເວົ້າເຖິງການຮຽນຕໍ່ ນັກວິຊາການ ຢູ່ມະຫາວິທຍາລັຍ ສຸພານຸວົງ ທີ່ນະຄອນຫຼວງພຣະບາງ ເວົ້າວ່າ ຈະປະກາດຮັບສມັກ ນັກສຶກສາປະຈໍາ ສົກປີ 2020-2021 ພາຍໃນເດືອນກໍຣະກະດາ ນີ້ ໂດຍມີໂຄຕາ ຮັບນັກສຶກສາ ໃນແຜນ ທີ່ຈະຮຽນສະເພາະ ມື້ວັນຈັນຫາວັນສຸກ 500 ຄົນ ແລະ ນອກແຜນ ທີ່ຈະຮຽນສະເພາະ ມື້ວັນເສົາ ແລະ ວັນອາທິດ 700-800 ຄົນ
" ມັນແບບ ນອກແຜນ ມັນກໍຈ່າຍຄ່າຮຽນຫັ້ນນ່າ ໄດ້ຈ່າຍຫລາຍກວ່າໂຕໃນແຜນ. ໃນແຜນກໍແມ່ນ ພວກທຶນຂອງແຂວງ ຄັດມາຫັ້ນເດ໋ ເຂົາກໍຄັດເອົາ ພວກທີ່ເກັ່ງຫັ້ນແຫລະ ມີແຕ່ຂຶ້ນຢູ່ກັບກະຊວງ ສຶກສາເຂົາເຈົ້າ ອະນຸມັດເດ໋. "
ທ່ານກ່າວຕື່ມວ່າ ປີນີ້ ຄາດວ່ານັກຮຽນຈົບຊັ້ນ ມ.7 ຈະສມັກຮຽນຕໍ່ ປະຣິນຍາຕຣີ ພາຍໃນປະເທດຫຼາຍ ເນຶ່ອງຈາກວ່າ ບໍ່ກ້າສ່ຽງອອກໄປຮຽນຕ່າງປະເທດ ໃນໄລຍະທີ່ ເຊື້ອພະຍາດໂຄວິດ-19 ຣະບາດຢູ່ນີ້ ແລະວ່າ ຜູ້ທີ່ໄດ້ຄະແນນຫລາຍ ມີໂອກາດເສັງເຂົ້າ ມະຫາວິທຍາລັຍ ໄດ້ຫຼາຍກວ່າ.
ທີ່ຜ່ານມາ ນັກຮຽນຈົບຊັ້ນ ມ.7 ເປັນພັນຄົນ ໄດ້ໄປຮຽນຕໍ່ ຢູ່ປະເທດວຽດນາມ ແລະ ຈີນ ແລະ ຮຽນຕໍ່ຢູ່ພາຍໃນປະເທດ ປະມານສິບພັນຄົນ.