ຜູ້ນໍາວຽດນາມຖືກ ທົດສອບ ຄວາມນິຍົມ

ຣັຖສະພາ ວຽດນາມ ໄດ້ຮັບເອົາ ຫລັກການ ທົດສອບ ຄະແນນ ນີຍົມ ຂອງ ບັນດາ ຜູ້ນຳ ເມື່ອທ້າຍປີ 2012 ຜ່ານມາ ການລົງ ຄະແນນສຽງ ໃນສະພາ ກໍມີຂຶ້ນ ໃນ ວັນຈັນ ຜ່ານມາ ຊຶ່ງຜົນການ ທົດສອບ ກໍໄດ້ ປະກາດ ອອກ ໃຫ້ຊາບ.

ທຸງຊາດ ສາທາຣະນະຣັດ ສັງຄົມນິຍົມ ວຽດນາມ SRV

 

ຣັຖສະພາ ວຽດນາມ ໄດ້ຮັບເອົາ ຫລັກການ ທົດສອບ ຄະແນນ ນີຍົມ ຂອງ ບັນດາ ຜູ້ນຳ ເມື່ອທ້າຍປີ 2012 ຜ່ານມາ ການລົງ ຄະແນນສຽງ ໃນສະພາ ກໍມີຂຶ້ນ ໃນ ວັນຈັນ ຜ່ານມາ ຊຶ່ງຜົນການ ທົດສອບ ກໍໄດ້ ປະກາດ ອອກ ໃຫ້ຊາບ.

ສະພາບການ ເສຖກິດ ສັງຄົມ ໄດ້ ບີບບັງຄັບ ໃຫ້ຜູ້ນຳ ວຽດນາມ ຈຳເປັນຕ້ອງ ເອົາ ມາຕການ ສຳຄັນ ທີ່ບໍ່ມີໃຜ ຄາດຄິດ ຈະມີຂຶ້ນ ໄດ້ໃນປະເທດ communist ຊຶ່ງປົກຄອງດ້ວຍຣະບອບຜເດັດການ ເຊັ່ນວຽດນາມ.

ການທົດສອບ ຄວາມ ໄວ້ວາງໃຈ ຊຶ່ງ ສະມາຊິກ ຣັຖສະພາ ມີຕໍ່ຜູ້ນຳ ຄົນ ສຳຄັນ ນັ້ນ ຈຸດປະສົງ ໃຫຍ່ ກໍແມ່ນ ເພື່ອບັນເທົາ ຄວາມ ບໍ່ພໍໃຈ ຂອງ ປະຊາຊົນ ທີ່ເຫັນວ່າ ມີການ ສໍຣາສ ບັງຫລວງ ຢ່າງແຜ່ຫລາຍ ແລະ ການຂາດຄວາມ ຮັບຜິດຊອບ ທາງ ດ້ານການເມືອງ.

ຜູ້ທີ່ຖືກ ທົດສອບ ໄດ້ແກ່ຜູ້ນຳ ຂັ້ນສູງສຸດ ສ່ວນຫລາຍ ຮວມທັງ ນາຍົກ ຣັຖມົນຕຣີ ແລະ ປະທານ ປະເທດ ເຮັດໃຫ້ສື່ ທາງການ ຍ້ອງວ່າ ເປັນຄວາມ ພຍາຍາມ ໃໝ່ ທີ່ຈະເຮັດ ໃຫ້ມີ ຄວາມໂປງສັຍ ແລະ ການ ຮັບຜິດຊອບ. ທ່ານ Nguyen Minh Thuyet ອະດີດ ສະມາຊິກ ຣັຖສະພາ ວຽດນາມ ທີ່ເຄີຍຮຽກຮ້ອງ ໃຫ້ມີການ ລົງມະຕິ ບໍ່ໄວ້ວາງໃຈ ນາຍົກ ຣັຖມົນຕຣີ Nguyen Tan Dung ເມື່ອປີ 2010 ເວົ້າວ່າ ການລົງ ຄະແນນ ເທື່ອນີ້ ບໍ່ເປັນການ ທົດສອບ ທີ່ແທ້ຈິງ. ແຕ່ຜູ້ສ້ຽວຊານ ຫາກຍັງ ເຫັນວ່າ ເປັນການ ພຍາຍາມ ຂອງພັກ ທີ່ຈະສະໜອງ ຕາມຄວາມ ຮຽກຮ້ອງ ຕ້ອງການ ຂອງ ປະຊາຊົນ ທີ່ນັບມື້ນັບ ບໍ່ພໍໃຈ ຫລາຍຂຶ້ນ. ດັ່ງສາສດາຈານ Jonathan London ແຫ່ງ ມະຫາວິທຍາລັຍ Hong Kong City ທີ່ເຫັນວ່າ ເຖິງຜົນການລົງ ຄະແນນ ສຽງ ຈະເປັນພຽງ ສັນຍາລັກ ແລະ ຈະບໍ່ນຳ ການປ່ຽນແປງ ໃດໆ ມາສູ່ ສະພາບການ ທີ່ເປັນຢູ່ ປັດຈຸບັນ ກໍຕາມ ແຕ່ມັນກໍມີ ຄວາມສຳຄັນ ເພາະສະແດງ ໃຫ້ເຫັນວ່າ ມີການ ປ່ຽນແປງ ເກີດຂຶ້ນ ໃນວຽດນາມ ໂດຍສະເພາະ ການ ປ່ຽນແປງ ໃນຣັຖສະພາ ວຽດນາມ.

ທ່ານ Nguyen Minh Thuyet ເວົ້າຕື່ມວ່າ ຕາມຣາຍງານ ຂອງສື່ ທາງການ ວຽດນາມ ເຈົ້າໜ້າທີ່ ຜູ້ໃດ ບໍ່ໄດ້ຮັບ ການສນັບ ສນູນ ສູງເຖິງເຄິ່ງນຶ່ງ ຂອງ ພວກຜູ້ແທນ ສອງປີຊ້ອນ ຕ້ອງຖືກ ບັງຄັບ ໃຫ້ລາອອກ ຈາກໜ້າທີ່ ແຕ່ເປັນກົນໄກ ທີ່ຫຍຸ້ງຍາກ ລ້າຊ້າ ແລະ ບໍ່ມີ ຄວາມໝາຍ ຢ່າງແທ້ຈິງ.

ຜູ້ທີ່ຖືກ ທົດສອບ ເທື່ອນີ້ ມີທັງໝົດ 47 ຄົນ ຮ່ວມທັງ ນາຍົກ ຣັຖມົນຕຣີ Nguyen Tan Dung ແລະ ພວກຜູ້ແທນ ຕ້ອງເລືອກ ເອົານຶ່ງ ໃນສາມ ຄະແນນ ທີ່ໄດ້ແກ່ ໄວ້ວາງໃຈ ຫນ້ອຍ ໄວ້ວາງໃຈ ແລະ ໄວ້ວາງໃຈ ຫລາຍ.

ການລົງ ຄະແນນສຽງ ເທື່ອນີ້ ບໍ່ໄດ້ເຮັດ ໃຫ້ ຊາວວຽດນາມ ສ່ວນຫລາຍ ກະຕືລືລົ້ນ ແຕ່ຢ່າງໃດ ເພາະວ່າ ບໍ່ມີສ່ວນ ຮ່ວມນຳເລີຍ ດັ່ງຊາວນາ ຜູ້ນຶ່ງ ທີ່ກຳລັັງ ຕໍ່ສູ້ ເອົາດິນທີ່ ຖືກຍຶດໄປ ນັ້ນຄືນ ເວົ້າວ່າ:

"ພວກເຮົາ ປະຊາຊົນ ຜູ້ ຢູ່ປາຍແຖວ ບໍ່ຮູ້ວ່າ ຫຍັງ ເປັນຫຍັງ. ເຮົາມີແຕ່ ຫວັງວ່າ ພວກຜູ້ໃຫຍ່ ຈະແກ້ໄຂ ບັນຫາ ໃຫ້. ພວກເຮົາ ປະຊາຊົນ ບໍ່ມີປາກ ມີສຽງ ແລະ ເຮັດຫຍັງ ບໍ່ໄດ້".

ຄວາມຄິດ ຄວາມເຫັນນີ້ ບໍ່ມີແຕ່ ສະເພາະ ໃນໝູ່ຊາວ ຊົນນະບົດ ເທົ່ານັ້ນ ແມ້ແຕ່ ພວກ ປັນຍາຊົນ ກໍຄິດໄປ ໃນທຳນອງ ດຽວກັນ ເຊັ່ນ ນາງ Tran Thanh Van ສະຖາປານິກ ໃນກຸງ Hanoi ທີ່ໃຫ້ ຂໍ໊ສັງເກດ ວ່າ:

"ບໍ່ແນ່ໃຈ ວ່າຫລັກການ ເພື່ອ ການລົງ ຄະແນນສຽງ ການຮັບ ສມັກເລືອກຕັ້ງ ການເລືອກ ຜູ້ລົງ ຮັບສມັກ ແລະ ການເລືອກ ຜູ້ແທນ ຖືກຕ້ອງຕາມ ກົດໝາຍ ຫລືບໍ່... ຄວນແກ້ໄຂ ບັນຫາ ພື້ນຖານ ເຫລົ່ານີ້ ເສັຍກ່ອນ... ຜູ້ແທນ ຕ້ອງແມ່ນ ປະຊາຊົນ ເປັນຜູ້ເລືອກ ກ່ອນຈະມີ ການລົງຄະແນນ ສຽງໃດໆ ໃນສະພາ".

ເນື່ອງຈາກ 90 % ຂອງ ຜູ້ແທນ ທັງໝົດ 498 ຄົນ ໃນສະພາ ເປັນສະມາຊິກ ພັກ communist ຈຶ່ງເປັນທີ່ ເຂົ້າໃຈກັນ ແລ້ວວ່າ ຈະບໍ່ມີຜູ້ໃດ ໃດ້ຄແນນຕໍ່າ ເຖິງຂັ້ນຖືກ ບັງຄັບ ໃຫ້ລາອອກ ຈາກຕໍ່າແໜ່ງ ແຕ່ມີເຖິງ 30% ລົງຄະແນນ ໄວ້ວາງໃຈ ໜ້ອຍ ໃຫ້ ນາຍົກ Nguyen Tan Dung ຊຶ່ງສໍ່ສະແດງ ໃຫ້ເຫັນ ຢ່າງໂຈ່ງແຈ້ງ ວ່າມີການ ແຕກແຍກ ພາຍໃນ ພັກ ກ່ຽວກັບ ການແຕ່ງຕັ້ງ ທ່ານ ເປັນ ນາຍົກ ສະໄໝ ທີ່ສອງ ທີ່ຈະໝົດ ກຳໜົດລົງ ໃນປີ 2016. ນັກວິຈັຍ ລົງຄວາມເຫັນວ່າ ເຖິງຜົນການ ທົດສອບ ເທື່ອນີ້ ຈະບໍ່ມີ ຜົນກະທົບ ກະເທືອນ ຕໍ່ໜ້າທີ່ ນາຍົກ ຂອງ ທ່ານກໍ່ຕາມ ແຕ່ ມັນສາມາດ ເປັນອາວຸດ ທີ່ຝ່າຍ ກົງກັນຂ້າມ ພາຍໃນພັກ ຈະໃຊ້ ຕໍ່ລອງເພື່ອ ຕັດສິນ ອານາຄົດ ຂອງທ່ານ ສຳຫລັບ ພາຍຂ້າງໜ້າ.

ທ່ານ Nguyen Tan Dung ຖືກກົດດັນ ຢ່າງໜັກ ເພາະຖືກ ຕິຕຽນວ່າ ບໍ່ສາມາດ ຮັກສາ ເສຖກິດ ທີ່ເຄີຍຢູ່ ໃນຈຳນວນ ຮຸ່ງເຮືອງ ທີ່ສຸດ ໃນເອເຊັຍ ໃຫ້ໄປຕລອດ ລອດຝັ່ງໄດ້. ກົງກັນຂ້າມ ເສຖກິດ ວຽດນາມ ປັດຈຸບັນ ປະສົບກັບ ສະພາບ ໜີ້ສີນ ທີ່ບໍ່ ສາມາດ ໃຊ້ໄດ້ ທັງ ບັນຍາກາດ ກໍບໍ່ໃດ້ ອຳນວຍ ໃຫ້ຢາກມີຜູ້ໄປລົງທຶນອີກຕໍ່ໄປ.

ເມື່ອປີທີ່ ຜ່ານມາ ທ່ານກໍເກືອບ ບໍ່ຊະນະ ການແຂງຂັນ ຂຶ້ນ ຮັບຕໍ່າແໜ່ງ ໃນ ກອງປະຊຸມ ຜູ້ນຳ ສູງສຸດ ຂອງພັກ. ບັນຫາ ພື້ນຖານ ທາງເສຖກິດ ທີ່ປະເທດ ກຳລັງ ປະສົບຢູ່ ຄວາມບໍ່ພໍໃຈ ຂອງ ປະຊາຊົນ ທີ່ນັບມື້ ມີຫລາຍຂຶ້ນ ແລະ ການທີ່ພັກ ຄວບຄຸມ internet ຢ່າງໃກ້ຊິດ ພາໃຫ້ ສະມາຊິກ ພັກ ບາງຄົນ ຮຽກຮ້ອງໃຫ້ ມີການ ປະຕິຮູບ. ໃນຂະຂະ ທີ່ຍັງຈັບ ພວກທີ່ຕໍ່ຕ້ານ ຣັຖບານ ຢູ່ຕໍ່ໄປ ແຕ່ຫາກມີ ການພິຈາຣະນາ ຣັຖທັມມະນູນ ຄືນໃໝ່ ແລະ ອາດຈະ ຫລຸດບົດບາດ ຂອງ ຣັຖານ ໃນດ້ານ ເສຖກິດລົງ ກໍ່ເປັນໄດ້.
ທ່ານ Jonathan London ຜູ້ສ້ຽວຊານ ກ່ຽວກັບ ບັນຫາ ວຽດນາມ ຢູ່ທີ່ ມະຫາວິທຍາລັຍ Hong Kong City ເວົ້າວ່າ ການລົງ ຄະແນນສຽງ ສະແດງ ໃຫ້ເຫັນວ່າ ວຽດນາມ ໄດ້ເລືອກ ທາງເດີນ ຂອງຕົນເອງ ແລ້ວ ເຖິງວ່າ ຈະຄ່ອຍປັນ ຄ່ອຍໄປ ກໍ່ຕາມ ແລະວ່າ ທ່ານບໍ່ຄຶດວ່າ ເຫດການ ແບບດຽວ ກັນນີ້ ຈະມີຂຶ້ນໄດ້ ໃນສປຈີນ. ບາງທີ່ ອາດແມ່ນ ຄວາມຈຳເປັນ ທີ່ບັງຄັບ ໃຫ້ວຽດນາມ ຕ້ອງເລືອກເອົາ ນະໂຍບາຍ ການເມືອງ ທີ່ມີຫລາຍສິ່ງ ຫລາຍຢ່າງ ຄາຍຄຶງ ກັບຣະບອບ ທີ່ຮັບຜິດຊອບ ໄປຮອດ ເຄິ່ງນຶ່ງ ຊຶ່ງເປັນການ ປ່ຽນແປງ ຄັ້ງສຳຄັນ ສຳຫລັບພັກ communist Vietnam ທີ່ມີ ປະເພນີ ວ່າບັນດາ ຜູ້ນຳ ເປັນຜູ້ປອດໃສ ແລະ ຢູ່ໃນຣະດັບ ດີເລີດ ນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org